ເວົ້າເລື່ອງວັດທະນະທຳຈີນທີ່ໃຫ້ຄວາມສຳຄັນຢ່າງສູງຕໍ່ຄຸນສົມບັດ ໂດຍຖືຄຸນຄ່າດ້ານຄຸນສົມບັດເປັນສິ່ງສຳຄັນກວ່າໝູ່ຢ່າງສະເໝີຕົ້ນສະເໝີປາຍ. ສະນັ້ນ, ພວກເຮົາສາມາດສັງເກດເຫັນໄດ້ວ່າ: ຄົນບູຮານຈີນມັກມີຄຳປຽບທຽບຫຼາຍຢ່າງກ່ຽວກັບການພົວພັນລະຫວ່າງຄຸນສົມບັດກັບຄວາມຮູ້ຄວາມສາມາດ. ຕົວຢ່າງເຊັ່ນ: ປຽບທຽບຄຸນສົມບັດເປັນ “ແຫຼ່ງນ້ຳ, ຮາກໄມ້” ຂະນະທີ່ປຽບທຽບຄວາມຮູ້ຄວາມສາມາດເປັນ “ຄື້ນນ້ຳແລະໃບໄມ້”, ຍັງມີການປຽບທຽບຄຸນສົມບັດເປັນ “ເຈົ້າຂອງເຮືອນ” ຂະນະທີ່ປຽບທຽບຄວາມຮູ້ຄວາມສາມາດເປັນ “ຄົນໃຊ້ໃນເຮືອນ” ເຊິ່ງຄຳປຽບທຽບເຫຼົ່ານີ້ມີຊີວິດຊີວາຫຼາຍ. ຄວາມຈິງແລ້ວ, ຄຳປຽບທຽບເຫຼົ່ານີ້ກໍເພື່ອສະແດງໃຫ້ເຫັນວ່າ: ເມື່ອທຽບໃສ່ຄວາມຮູ້ຄວາມສາມາດແລ້ວ, ຄຸນສົມບັດມີຄວາມສຳຄັນຫຼາຍກວ່າ.
ຄັນຊັ້ນ, ຄຸນສົມບັດແມ່ນຫຍັງກັນແທ້? ສິ່ງສຳຄັນທີ່ສຸດແມ່ນຢູ່ນຳບ່ອນທີ່ວ່າ: ຄຸນສົມບັດແມ່ນຄຸນຄ່າທີ່ຄົນໆໜຶ່ງສະແຫວງຫາ, ເປັນຄຸນທາດທາງແນວຄິດຂອງຄົນໆໜຶ່ງ, ເປັນທ່າທີແລະແງ່ມູມໃດໜຶ່ງທີ່ຄົນໆໜຶ່ງເບິ່ງໂລກ, ເບິ່ງຄົນ,ເບິ່ງວັດຖຸແລະປາກົດການໃນໂລກ. ພວກເຮົາສັງເກດຄົນໆໜຶ່ງວ່າ ມີແນວຄິດທີ່ຖືກຕ້ອງຫຼືບໍ່? ເສັ້ນທາງທີ່ກ້າວເດີນນັ້ນຖືກຕ້ອງຫຼືບໍ່? ກໍຕ້ອງເບິ່ງວ່າ ວິທີການປະຕິບັດຕໍ່ຄົນແລະເຫດການ, ສາຍຕາ,ແງ່ມູມ ແລະ ທ່າທີໃນການເບິ່ງໂລກຂອງຄົນຄົນນັ້ນຖືກຕ້ອງຫຼືບໍ່?
ໃນຄວາມເປັນຈິງແລ້ວ, ຈົນມາເຖິງທຸກມື້ນີ້, ຢູ່ຈີນ,ການທີ່ມີທັງຄວາມຮູ້ຄວາມສາມາດແລະຄຸນສົມບັດ, ຂະນະທີ່ຖືຄຸນສົມບັດໄປກ່ອນນັ້ນ ຍັງຄົງເປັນມາດຕະຖານສຳຄັນທີ່ສຸດໃນການຄັດເລືອກ ແລະ ນຳໃຊ້ຜູ້ມີຄວາມຮູ້ຄວາມສາມາດ. ຈາກບົດປາໃສຕ່າງໆຂອງທ່ານສີຈິ້ນຜິງກ່ຽວກັບຜູ້ມີຄວາມຮູ້ຄວາມສາມາດ, ພວກເຮົາສາມາດສະຫຼຸບໄດ້ 5 ຂໍ້ຄື:
ທ່ານສຽນເສເຊິ່ນ ນັກວິທະຍາສາດຈີນທີ່ມີຊື່ສຽງໃນໂລກ
ໜຶ່ງ: ຮັກຊາດຮັກປະຊາຊົນ. ທ່ານສຽນເສເຊິ່ນ ນັກວິທະຍາສາດຈີນທີ່ມີຊື່ສຽງໃນໂລກ ເຄີຍເປັນສາສະດາຈານຂອງສະຖາບັນເຕັກໂນໂລຊີມັດຊາຈູເຊັດ ແລະສະຖາບັນເຕັກໂນໂລຊີຄາລີຟໍເນຍ ຂອງສະຫະລັດອາເມຣິກາ. ພາຍຫຼັງ ສປຈີນ ສະຖາປະນາຂຶ້ນແລ້ວ, ທ່ານສຽນເສເຊິ່ນໄດ້ຕື່ນຕົວຮ້ອງຂໍກັບຄືນປະເທດເພື່ອເຂົ້າຮ່ວມພາລະກິດສ້າງສາພັດທະນາປະເທດຊາດ, ແຕ່ພັດຖືກລັດຖະບານອາເມຣິກາສະກັດກັ້ນແລະທຳຮ້າຍຢ່າງໄຮ້ເຫດຜົນ, ຜ່ານຈາກຄວາມພະຍາຍາມຢ່າງຫຍຸ້ງຍາກລຳບາກເປັນເວລາ 5 ປີ, ທ່ານຈິ່ງໄດ້ກັບຄືນສູ່ປະເທດຊາດຢ່າງສົມຫວັງ. ທ່ານສຽນເສເຊິ່ນໄດ້ດຳລົງຕຳແໜ່ງເປັນການນຳດ້ານວິຊາການເຕັກນິກຈະຫຼວດ,ລູກສອນໄຟນຳວິຖີແລະຍານອະວະກາດຂອງຈີນເປັນເວລາຍາວນານ ໂດຍໄດ້ເຂົ້າຮ່ວມວຽກງານນຳພາການຄົ້ນຄວ້າຜະລິດລູກສອນໄຟນຳວິຖີໄລຍະສັ້ນ,ໄລຍະກາງແລະໄລຍະຍາວກໍຄືດາວທຽມ. ເນື່ອງຈາກທ່ານສຽນເສເຊີ່ນໄດ້ກັບຈາກຕ່າງປະເທດເພື່ອຮັບໃຊ້ປະເທດຊາດ, ຈິ່ງເຮັດໃຫ້ຈີນສາມາດປະສົບຜົນສຳເລັດໃນການທົດລອງຍິງລູກສອນໄຟແລະທົດລອງລະເບີດປະລະມານູໄວຂຶ້ນຢ່າງໜ້ອຍ 20ປີ.
ຄົນເຮົາມັກເວົ້າກັນວ່າ: ວິທະຍາສາດໄຮ້ພົມແດນ, ແຕ່ວ່າ ນັກວິທະຍາສາດມີປະເທດຊາດຂອງຕົນ. ຈາກການປະພຶດຕົວຂອງທ່ານສຽນເສເຊິ່ນ,ພວກເຮົາໄດ້ເຫັນເຖິງນ້ຳໃຈຮັບໃຊ້ປະເທດຊາດຢ່າງດູດດື່ມແລະ ທຸ້ມເທຂອງທ່ານ.
ທ່ານນາຍົກລັດຖະມົນຕີ ໂຈ່ວເອິ່ນໄຫຼ ເປັນຜູ້ມີຄຸນງາມຄວາມດີຢ່າງສູງໃນການສະຖາປະນາ ສປ ຈີນ
ສອງ: ອຸດົມການແລະຄວາມເຊື່ອໝັ້ນ. ທ່ານນາຍົກລັດຖະມົນຕີ ໂຈ່ວເອິ່ນໄຫຼ ເປັນຜູ້ມີຄຸນງາມຄວາມດີຢ່າງສູງໃນການສະຖາປະນາ ສປ ຈີນ. ຕອນໄວໜຸ່ມ, ທ່ານໂຈ່ວເອິ່ນໄຫຼໄດ້ເຫັນກັບຕາຕົນເອງກ່ຽວກັບສະພາບທີ່ປະຊາຊົນຈີນຖືກພວກ ຈັກກະພັດຂົ່ມເຫັງແລະປະເທດຈີນຕົກຢູ່ໃນສະພາບຊຸດໂຊມອ່ອນແອໃນຍຸກສະໄໝນັ້ນ. ໃນຊົ່ວໂມງຮຽນຄັ້ງໜຶ່ງ,ຜູ້ອຳນວຍການໂຮງຮຽນໄດ້ຖາມນັກຮຽນທັງຫຼາຍວ່າ: ຂໍຖາມນ້ອງໆນັກຮຽນທັງຫຼາຍວ່າ:ຮຽນໜັງສືເພື່ອຫຍັງ? ນັກຮຽນທັງຫຼາຍພາກັນຕອບຢ່າງຫ້າວຫັນ, ບາງຄົນຕອບວ່າ: “ຮຽນໜັງສືເພື່ອກາຍເປັນຄົນທີ່ຮູ້ເຫດຜົນ”, ບາງຄົນເວົ້າວ່າ: “ຮຽນໜັງສືເພື່ອເປັນເຈົ້າເປັນນາຍໃນອະນາຄົດ”, ຍັງມີບາງຄົນເວົ້າວ່າ: “ຮຽນໜັງສືເພື່ອຫາກິນ”. ທ່ານໂຈ່ວເອິ່ນໄຫຼລຸກຢືນຂຶ້ນແລ້ວຕອບຢ່າງຈະແຈ້ງແລະເດັດດ່ຽວວ່າ: “ຮຽນໜັງສືເພື່ອການພັດທະນາຊາດຈີນໃຫ້ຈະເລີນກ້າວໜ້າຂື້ນ!”. ຈາກເລື່ອງນີ້, ພວກເຮົາສາມາດຮັບຮູ້ໄດ້ວ່າ: ເວົ້າສຳລັບທຸກຄົນໃນທຸກມື້ນີ້ແລ້ວ, ຖ້າຢາກສ້າງພາລະກິດໃຫ້ສຳເລັດກໍຕ້ອງຕັ້ງອຸດົມການແລະເປົ້າໝາຍທີ່ສູງສົ່ງຍາວໄກ, ຖ້າບໍ່ດັ່ງນັ້ນກໍຈະບໍ່ສາມາດປະສົບຜົນສຳເລັດແມ່ນແຕ່ປະການດຽວ.
ທ່ານຫຼີປາວໂກ ຊ່ຽວຊານດ້ານປ່າເສດຖະກິດທັງເປັນຊ່ຽວຊານດ້ານການບໍລິຫານເຂດພູດອຍທີ່ມີຊື່ສຽງຂອງຈີນ
ອັນທີສາມແມ່ນ ເປັນເຈົ້າການເຮັດແທ້ທຳຈິງ. “ເວົ້າແຕ່ປາກລ້າໆຊ່ຳກັບວ່າເປັນການຂັດຂວາງຕໍ່ການພັດທະນາປະເທດ ແຕ່ຖ້າເຮັດແທ້ທຳຈິງຈະເປັນການສ້າງສາບ້ານເມືອງໃຫ້ຈະເລີນຮຸ່ງເຮືອງ” ທ່ານຫຼີປາວໂກ ຊ່ຽວຊານດ້ານປ່າເສດຖະກິດທັງເປັນຊ່ຽວຊານດ້ານການບໍລິຫານເຂດພູດອຍທີ່ມີຊື່ສຽງຂອງຈີນເປັນສາສະດາຈານຂອງມະຫາວິທະຍາໄລກະເສດເຫີເປີຍ, ເພິ່ນໄດ້ອຸທິດຕະຫຼອດຊີວິດຂອງຕົນເພື່ອປະຊາຊົນ.
ຕາມສະຖິຕິ, ໃນຕະຫຼອດໄລຍະເຮັດວຽກເປັນເວລາ 35 ປີ, ທ່ານຫຼີປາວໂກໄດ້ຈັດຊຸດຝຶກອົບຮົມໃຫ້ປະຊາຊົນໃນລະດັບຕ່າງໆລວມທັງໝົດ 800 ກວ່າຄັ້ງ, ຝຶກອົບຮົມຊາວກະສິກອນ 90000 ກວ່າເທື່ອຄົນ. ຜ່ານຈາກການຝຶກອົບຮົມຂອງທ່ານ, ຊາວກະສິກອນປູກໝາກໄມ້ຈຳນວນຫຼວງຫຼາຍໄດ້ກາຍເປັນຜູ້ທີ່ມີສີມືເກັ່ງໃນດ້ານເຕັກນິກວິຊາການ. ທ່ານຫຼີປາວໂກໄດ້ໝູນໃຊ້ຄວາມຮູ້ຄວາມສາມາດທີ່ແທ້ຈິງແລະຈິດໃຈເຮັດແທ້ທຳຈິງຂອງຕົນໂດຍສາມາດສ້າງຄຸນງາມຄວາມດີທີ່ໄດ້ຮັບການຍ້ອງຍໍຊົມເຊີຍແລະເຄົາລົບນັບຖືຈາກປະຊາຊົນທັງຫຼາຍ.
ທ່ານຢວນລົງຜິງ ທີ່ໄດ້ຮັບນາມມະຍົດວ່າເປັນ “ບິດາແຫ່ງເຂົ້າພັນປະສົມຂອງໂລກ”
ອັນທີສີ່ແມ່ນການປະຕິຮູບແລະປະດິດສ້າງໃໝ່. ທ່ານສີຈິ້ນຜິງກ່າວວ່າ: ມີແຕ່ປະຕິຮູບເທົ່ານັ້ນຈຶ່ງຈະມີຄວາມກ້າວໜ້າ, ມີແຕ່ປະດິດສ້າງໃໝ່ເທົ່ານັ້ນຈິ່ງຈະມີຄວາມເຂັ້ມແຂງ,ມີແຕ່ການປະຕິຮູບແລະປະດິດສ້າງໃໝ່ເທົ່ານັ້ນຈິ່ງຈະສາມາດໄດ້ຮັບໄຊຊະນະ. ໃນຄວາມຈິງແລ້ວ, ຄຳເວົ້າດັ່ງກ່າວແມ່ນເນັ້ນເຖິງຄວາມສຳຄັນຂອງການປະຕິຮູບແລະການປະດິດສ້າງໃໝ່. ທ່ານຢວນລົງຜິງ ທີ່ໄດ້ຮັບນາມມະຍົດວ່າເປັນ “ບິດາແຫ່ງເຂົ້າພັນປະສົມຂອງໂລກ” ສົມວ່າເປັນແບບຢ່າງແຫ່ງການປະຕິຮູບແລະ ການປະດິດສ້າງໃໝ່ຂອງຍຸກປັດຈຸບັນ. ໃນໄລຍະຫຼາຍສິບປີຜ່ານມາ, ທ່ານຢວນລົງຜິງໄດ້ຄົ້ນຄວ້າເຕັກນິກເພາະພັນເຂົ້າຢ່າງບໍ່ລົດລະ ໂດຍສາມາດເພາະພັນເຂົ້າທີ່ມີສະມັດຖະພາບສູງຢ່າງໝັ້ນທ່ຽງ ເຊິ່ງໄດ້ປະກອບສ່ວນທີ່ຍືນຍົງຄົງຕົວ ແລະບໍ່ສາມາດປະເມີນຄ່າໄດ້ໃນການຮັກສາຄວາມໝັ້ນຄົງດ້ານສະບຽງອາຫານຂອງຈີນ.
ໃນຊຸມປີ 1980, ທ່ານສີຈິ້ນຜິງໄດ້ໄປເຮັດວຽກຢູ່ເມືອງເຈິ້ງຕິ້ງແຂວງເຫີເປີຍ
ອັນທີຫ້າແມ່ນຕ້ອງມີຄວາມຮັບຜິດຊອບ. ທ່ານສີຈິ້ນຜິງເຄີຍກ່າວວ່າ: “ມີຄວາມຮັບຜິດຊອບຫຼາຍເທົ່າໃດຈິ່ງຈະເຮັດສຳເລັດພາລະກິດໃຫຍ່ເທົ່ານັ້ນ, ເມື່ອປະຕິບັດຕາມຄວາມຮັບຜິດຊອບຫຼາຍເທົ່າໃດຈິ່ງຈະສາມາດສ້າງຜົນສຳເລັດໃຫ້ຫລາຍຂື້ນເທົ່ານັ້ນ.”
ໃນຊຸມປີ 1980, ທ່ານສີຈິ້ນຜິງໄດ້ໄປເຮັດວຽກຢູ່ເມືອງເຈິ້ງຕິ້ງແຂວງເຫີເປີຍ, ທ່ານບໍ່ໄດ້ສະແຫວງຫາຊື່ສຽງ,ບໍ່ໄດ້ປະຕິບັດຕາມຄຳສັ່ງຂອງຂັ້ນເທິງແຕ່ຢ່າງດຽວ, ຫາກໄດ້ເຮັດແທ້ທຳຈິງແລະສະແຫວງຫາສັດຈະທຳຈາກຄວາມເປັນຈິງ ເຊິ່ງໄດ້ສ້າງພື້ນຖານທີ່ດີທີ່ສຸດໃຫ້ແກ່ການພັດທະນາເສດຖະກິດຂອງເມືອງເຈິ້ງຕິ້ງ. ຕາມທ່ານສີຈິ້ນຜິງເຫັນວ່າ: ຂໍພຽງແຕ່ເປັນສິ່ງທີ່ມີຜົນດີຕໍ່ການພັດທະນາເມືອງເຈິ້ງຕິ້ງ, ເຖິງຈະຫຍຸ້ງຍາກປານໃດກໍຕ້ອງເຮັດໃຫ້ໄດ້ດີແນ່ນອນ. ນິ້ໄດ້ສ່ອງແສງເຖິງຈິດໃຈທີ່ມີຄວາມຮັບຜິດຊອບສູງ.
ທ່ານຜູ້ຟັງ, ໃນລາຍການມື້ນີ້, ພວກເຮົາໄດ້ແນະນຳທັດສະນະຂອງທ່ານສີຈິ້ນຜິງກ່ຽວກັບຜູ້ມີຄວາມຮູ້ຄວາມສາມາດໃນ 5 ດ້ານທີ່ສຳຄັນ. ແຕ່ວ່າ, ຜູ້ມີຄວາມຮູ້ຄວາມສາມາດຈະບໍ່ກຳເນີດເກີດຂຶ້ນຕາມທຳມະຊາດດອກ, ຫາກຕ້ອງບຳລຸງສ້າງຂຶ້ນ. ຄັນຊັ້ນ ພວກເຮົາຄວນບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດແນວໃດ? ໃນລາຍການໜ້າ, ດວງມະນີຈະສືບຕໍ່ເລົ່າສູ່ຟັງ. ສຳລັບລາຍການມື້ນີ້ຂໍຈົບລົງພຽງເທົ່ານັ້ນ, ສະບາຍດີ.
ຄຳເຫັນ
0