吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​ແຫ່ງ​ຍຸກ: ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ເປັນ​ພື້ນ​ຖານ​ຂອງການ​ບໍ​ລິ​ຫານ​ປະ​ເທດ

2020-05-02 16:15:11 cri

 

ໃນ​ປຶ້ມຕຳ​ລາ​ອະ​ມະ​ຕະ​ຂອງ​ບູ​ຮານ​ຈີນ​ເປັນ​​ຈຳ​ນວນຫຼວງຫຼາຍ​ປານ​ມະ​ຫາ​ສະ​ໝຸດ​ອັນ​ກວ້າງ​ໃຫຍ່​ໄພ​ສານ, ສຳ​ນວນ​ກ່ຽວ​ກັບ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ນັ້ນ​ມີ​ຢ່າງຫຼວງຫຼາຍ ເຊິ່ງ​ລ້ວນ​ແຕ່​ໄດ້​ຊີ້ບອກ​ເຫດ​ຜົນ​ອັນ​ໜຶ່ງ​ຄື ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ເປັນ​ພື້ນ​ຖານ​​ຂອງການ​ບໍ​ລິ​ຫານ​ປະ​ເທດ ທັງ​ເປັນ​ຂໍ​ກຸນ​ແຈ​ທີ່​ຕັດ​ສິນ​ຊີ້​ຂາດ​ຜົນ​ສຳ​ເລັດ​ຂອງ​ພາ​ລະ​ກິດ​ໃດ​ໜຶ່ງ.

 

 ກ່ຽວ​ກັບ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ, ທ່ານ​ສີ​ຈິ້ນ​ຜິງໄດ້​ໃຫ້​ທັດ​ສ​ະ​ນະ​ສຳ​ຄັນຈຳ​ນວນຫຼາຍ, ​ແລະ​ໃນ​​ເວ​ລາ​ບັນ​ຍາຍທັດ​ສະ​ນະ​ເຫຼົ່າ​ນີ້​ທ່ານ​ໄດ້​ຍົກ​ໃຫ້​ເຫັນຫຼາຍໆ​ສຳ​ນວນ​ບູ​ຮານ​ອະ​ມະ​ຕະ​ທີ່​ພົ້ນ​ເດັ່ນ. ​ຕໍ່​ໄປ, ພວກ​ເຮົາ​ຈະ​ແນະ​ນຳ​ສຳ​ນວນ​ອະ​ມະ​ຕະ​ເຫຼົ່າ​ນີ້​ສູ່​ທ່ານ​ຜູ້​ຟັງ​ຟັງ ເພື່ອ​ເຊື່ອມ​ຊຶມ​ທັດ​ສະ​ນະ​ກ່ຽວ​ກັບ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໃຫ້​ໄດ້ຢ່າງ​ເລິກ​ເຊິ່ງ.

 

ໃນ​ວັດ​ທະ​ນະ​ທຳ​ຈີນ​ທີ່​ມີ​ມູນ​ເຊື້ອ​ອັນ​ດີ​ງາມ​​ໃນ​ປະ​ຫວັດ​ສາດຫຼາ​ຍ​ພັນ​ປີ,​ໃນ​ນັ້ນ, ມີ​ມູນ​ເຊື້ອ​ທີ່​ດີ​ທີ່​ສຸດ​ອັນ​ໜຶ່ງ​ຄື: ການເຄົາ​ລົບ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ. ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ເປັນ​ຕົ້ນ​ມາ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໃຫ້​ທັດ​ສະ​ນະ​ກ່ຽວ​ກັບຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ເປັນ​ຈຳ​ນວນຫຼາຍ​ທີ່​ສຸດ​ຕົວ​ຢ່າງ​ເຊັ່ນ​:  “ຄວາມ​ເຂັ້ມ​ແຂງ​ຂອງ​ຊາດ​ຂຶ້ນ​ກັບ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ”, “ຊັບ​ພະ​ຍາ​ກອນ​ມະ​ນຸດ​ເປັນ​ຊັບ​ພະ​ຍາ​ກອນ​ລັກ​ສະ​ນະ​ພື້ນ​ຖານ​ຂອງ​ພັກ​ໃນ​ການ​ກຳ​ອຳ​ນາດ​ແລະ​​ການສ້າງ​ປະ​ເທດ​ໃຫ້​ຈະ​ເລີນ​ເຂັ້ມ​ແຂງ”, “ຕ້ອງ​ປູກ​ຈິດ​ສຳ​ນຶກ​​ໂດຍ​ໃຫ້​ຄວາມສຳ​ຄັນ​ຢ່າງ​ສູງ​​ຕໍ່​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ,  ​ມີ​ຄວາມ​ປາ​ຖະ​ນາ​ຢ່າງ​ແຮງ​ກ້າ​ໃນ​ການສະ​ແຫວງ​ຫາ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ ແລະ​ເມື່ອ​ພົບ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ກໍ​ປານ​ໄດ້​​ແກ້ວປະ​ເສີດ, ​ການສະ​ເໜີ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ໂດຍ​ບໍ່​ຈຳ​ກັດ​ແຕ່​ມາດ​ຕະ​ຖານ​ໃດ​ໜຶ່ງ, ໝູນ​ໃຊ້​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ໃຫ້​ເຂົາ​ເຈົ້າ​ສາ​ມາດ​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ຂອງ​ຕົນ​ຢ່າງ​ເຕັມ​ທີ່​” ເປັນ​ຕົ້ນ, ເຊິ່ງ​ທັດ​ສະ​ນະ​ເຫຼົ່າ​ນີ້​ ​ໄດ້​ສະ​ແດງ​ໃຫ້​ເຫັນຢ່າງ​ເຕັມ​ສ່ວນ​ວ່າ ທ່ານ​ສີ​ຈິ້ນ​ຜິງ​ມີ​ຄວາມ​ຮັບ​ຮູ້​ທີ່​ສູງ​ສົ່ງ​ຕໍ່​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ.

 

ຄັນ​ຊັ້ນ​, ຜູ້​ມີ​ຄວາມ​ຮູ້​ຄວາມ​ສ​າ​ມາດ​ເປັນ​ຄົນ​ແບບ​ໃດ? ໃນ​ຍຸກ​ໃໝ່​ຄື​ທຸກ​ມື້​ນີ້, ພວກ​ເຮົາ​​ມີມາດ​ຕະ​ຖານ​​ແນວ​ໃດໃນ​ການ​ຕີ​ລາ​ຄາ​ວ່າ ຄົນໆ​ໜຶ່ງ​ເປັນ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດຫຼື​ບໍ?ທ່ານ​ສີ​ຈິ້ນ​ຜິງ​ໃຫ້ທັດ​ສະ​ນະ​ວ່າ:

 

 “ ‘ຄວາມ​ຮູ້​ຄວາມ​ສາ​ມາດ​ເປັນ​ສິ່ງ​ຄ້ຳ​ຊູ​ຄຸນ​ສົມ​ບັດ, ຄຸນ​ສົມ​ບັດ​ເປັນ​ສິ່ງ​ບັນ​ຊາຄວາມ​ຮູ້​ຄວາມ​ສາ​ມາດ’​ ການ​ບຳ​ລຸງ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຕ້ອງ​ເປັນ​ຂະ​ບວນ​ການ​ທີ່​ເປັນ​ເອ​ກະ​ພາບ​ກັນ​ ລະ​ຫວ່າງ​ການສຶກ​ສາ​ຄົນ​ກັບ​ການ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ, ສ່ວນ​ການ​​​ສຶກ​ສາຄົນ​ເປັນ​ພື້ນ​ຖານ, ຄົນໆ​ໜຶ່ງ​ຫາກ​ບໍ່​ມີ​ຄຸນ​ສົມ​ບັດ​ກໍ​ຈະ​ບໍ່​ສາ​ມາດ​ຍືນ​ຍົງ​ຄົງ​ຕົວຢູ່​ໃນ​ສັງ​ຄົມ​ໄດ້, ພື້ນຖານ​ຂອງ​ການ​ສຶກ​ສາ​ຄົນ​ຂຶ້ນ​ຢູ່​ກັບ​ການ​ສ້າງ​ຄຸນ​ສົມ​ບັດ, ນີ້​ຄື​ວິ​ທີສັດ​ຈະ​ວິ​ພາກ​​ໃນ​ການ​ບຳ​ລຸງ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ.”

 

图片默认标题_fororder_天下之治1a

 

图片默认标题_fororder_天下之治1b

 

​ທ່ານ​ສີ​ຈິ້ນ​ຜິງໂອ້​ລົມ​ສົນ​ທະ​ນາ​ກັບ​ນັກ​ສຶກ​ສາ​ແລະ​ຄູ​ອາ​ຈານ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ​ໃນ​ວັນ​ທີ 2 ພຶດ​ສະ​ພາ​ປີ 2018, ໃນ​ໂອ​ກາດ​ວັນ​ຊາວ​ໜຸ່ມ​ຈີນ 4 ພຶດ​ສະ​ພາທີ່​ໃກ້​ຈະ​ໝູ​ນ​ວຽນ​ມາ​ເຖິງ.

 

​ສຳ​ນວນ​ດັ່ງ​ກ່າວ​ແມ່ນ​ຄວາມ​ເຫັນ​ຕອນ​ໜຶ່ງ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ທີ່​ເພິ່ນ​ກ່າວ​ໃນ​ເວ​ລາ​ໂອ້​ລົມ​ສົນ​ທະ​ນາ​ກັບ​ນັກ​ສຶກ​ສາ​ແລະ​ຄູ​ອາ​ຈານ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ​ໃນ​ວັນ​ທີ 2 ພຶດ​ສະ​ພາ​ປີ 2018, ໃນ​ໂອ​ກາດ​ວັນ​ຊາວ​ໜຸ່ມ​ຈີນ 4 ພຶດ​ສະ​ພາທີ່​ໃກ້​ຈະ​ໝູ​ນ​ວຽນ​ມາ​ເຖິງ. ໃນ​ຄວາມ​ເຫັນ​ດັ່ງ​ກ່າວ, ທ່ານ​ໄດ້​ກ່າວ​ເຖິງ​ວິ​ທີ​ສັດ​ຈະ​ວິ​ພາກ​ກ່ຽວ​ກັບ​ການ​ບຳ​ລຸງ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວ​າມ​ສາ​ມາດ, ທີ່​ຈິງ​ແລ້ວ​ ແມ່ນ​ໄດ້​ເວົ້າ​ເຖິງ​ມາດ​ຕະ​ຖານ​ໃນ​ການ​ຈຳ​ແນກ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ. ໃນ​ຄວາມ​ເຫັນ​ດັ່ງ​ກ່າວ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຍົກ​ໃຫ້​ເຫັນ​ສຳ​ນວນ​ບູ​ຮານ​ຈີນ​ຄື “ຄວາມ​ຮູ້​ຄວາມ​ສາ​ມາດ​ເປັນ​ສິ່ງ​ຄ້ຳ​ຊູ​ຄຸນ​ສົມ​ບັດ, ຄຸນ​ສົມ​ບັດ​ເປັນ​ສິ່ງ​ບັນ​ຊາຄວາມ​ຮູ້​ຄວາມ​ສາ​ມາດ”. ສອງ​ປະ​ໂຫຍກ​ນີ້​ມີ​ເຄົ້າ​ເດີມ​ມາ​ຈາກ​ປຶ້ມ “ຈື່​ຈື້​ທົ່ງ​ຈ້ຽນ. ໂຈ່ວ​ຈີ້” ເຊິ່ງ​ເປັນ​ປຶ້ມ​ປະ​ຫວັດ​ສາດ​ທີ່​ຮຽບ​ຮຽງ​ໂດຍ​ທ່ານ ຊື​ມາກວ່າງ ນັກ​ປະ​ຫວັດ​ສາດ​ທີ່​ມີ​ຊື່​ສຽງ​ໃນ​ສະ​ໄໝ​ລາ​ຊະ​ວົງ​ຊົ້ງ​ເໜືອ​ຂອງ​ຈີນ (ປີ960—1127).  ສອງ​ປະ​ໂຫຍກ​ດັ່ງ​ກ່າວ​ມີ​ຄວາມ​ໝາຍ​ວ່າ: ຄຸນ​ນະ​ທຳ​ແລະຄຸນ​ສົມ​ບັດ​ເປັນ​ສິ່ງ​ບັນ​ຊາ​​ຄວາມ​ຮູ້​ຄວາມ​ສາ​ມາດ, ສ່ວນ​ຄວາມ​ຮູ້​ຄ​ວາມ​ສາ​ມາດ​ເປັນ​ປັດ​ໄຈ​ຄ້ຳ​ຊູ​ຄຸນ​ສົມ​ບັດ.

 

 ກ່ຽວ​ກັບ​ຄຳ​ບູ​ຮານ​ດັ່ງ​ກ່າວ​ຍັງ​ມີເລື່ອງ​ລາວ​ເລື່ອງ​ໜຶ່ງ​ກ່າວ​ວ່າ: ໃນ​ສະ​ໄໝ​ຊຸນ​ຊິວ(ກ່ອນ​ຄ​ສ​ປີ 770—ກ່ອນ​ຄ​ສ ປີ476) ມີ​ອາ​ມາດ​ທ່ານ​ໜຶ່ງ​ຊື່​ວ່າ ຈື້​ຊ່ວນວ​ຈື, ລາວ​ໄດ້​ເລືອກ​​ເອົາຄົນ​ຜູ້​ໜຶ່ງ​ຊື່​ວ່າ ຈື້​ຢາວ ເພື່ອ​ເປັນ​ຜູ້​ສືບ​ທອດ ​ຕະ​ກຸນ​ຈື້​, ລາວ​ເຫັນ​ວ່າ ຄົນ​ຜູ້​ນີ້​ດີ​ເດັ່ນຫຼາຍ. ແຕ່​ວ່າ ໃນ​ ຕະ​ກູນ​ຂອງ​ລາວ​ມີ​ຄົນ​ຄົນ​ໜຶ່ງ​ຊື່​ວ່າ​ຈື້​ໂກ ພັດ​ໄດ້​ຄັດ​ຄ້ານ​ເລື່ອງ​ນີ້​ຢ່າງ​ເດັດ​ດ່ຽວ. ຈື້​ໂກ​ເຫັນ​ວ່າ ຈື້ຢ​າວ​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ໂດດ​ເດັ່ນ​ອີ່ຫຼີ, ມີ​ຈຸດ​ດີ 5 ຢ່າງ​ຄື: ໜຶ່ງ ມີ​ຮ່າງ​ກາຍ​ທັງ​ໃຫຍ່​ແລະ​ສູງສະ​ຫງ່າ​ຜ່າ​ເຜີຍ, ມີ​ໜ້າ​ຕາ​ເຈົ້າ​ຊູ້. ສອງ, ມີ​ທັງ​ຄວາມ​ຮູ້​ແລະ​ຄວາມສາ​ມາດ. ສາມ, ຊຳ​ນານ​ໃນ​ການ​ຂີ່​ມ້າ​ຍິງ​ທະ​ນູ, ສີ່, ກ້າ​ຕັດ​ສິນ​​ໃຈຢ່າງ​ເດັດ​ຂາດ. ຫ້າ, ຊ່າງ​ເວົ້າ​ຊ່າງວ່າ. ເມື່ອ​ມີຈຸດ​ດີ 5 ຢ່າງ​​ດັ່ງ​ກ່າວ, ໃຜໆ​ກໍ​ຮູ້​ດີ​ວ່າ ຄົນ​ຄົນ​ນີ້ເປັນ​ຜູ້​ດີ​ເດັ່ນ​ທີ່​ສຸດ, ແຕ່​ວ່າ ຈື້​ໂກ​ເວົ້າ​ວ່າ: ເຖິງວ່າ ຈື້​ຢາວ​ມີ​ຈຸດ​ດີ​ໃຫຍ່ໆ 5 ຢ່າງ​ກໍ​ຕາມ, ແຕ່​ລາວ​ມີ​ຈຸດ​ອ່ອນ​ໃຫຍ່​ໆທີ່​ສຸດ​ກໍ​ຄື​ບໍ່​ມີ​ຄວາມ​ເມດ​ຕາ​ກະ​ລຸ​ນາ, ມີ​ຂໍ້​ບຸກ​ຜ່ອງ​ໃນ​ດ້ານ​ຄຸນ​ສົມ​ບັດ. ດ້ວຍ​ເຫດ​ນີ້, ຈື້​ໂກ​ຈິ່ງ​ຕັກ​ເຕືອນ​ໃຫ້​ຈື້​ຊ່ວນ​ຈື​ຮູ້​ວ່າ : ຫາກ​ເຈົ້າ​​ເລືອກໃຫ້​ລາວ​ເປັນ​ຜູ້​ສືບ​ທອດ​ ​ພາ​ລະ​ກິດ​ຂອງ​ ຕະ​ກູນ​ຈື້, ຕະ​ກູນ​ເຮົາ​ກໍ​ຈະ​ປະ​ສົບ​​ກັບ​ຄວາມ​ຈິບ​ຫາຍ​ວາຍວອດ. ຜົນ​ສຸດ​ທ້າຍ​ກໍ​ຄື​ດັ່ງ​ທີ່​ຈື້​ໂກ​ຄາດ​ໄວ້ຫຼະ, ຈື້​ຢາວ​ເປັນ​ຄົນ​ໂລບ​ມາກ​ໂລ​ພາ​ບໍ່​ມີ​ຄວາມ​ເມດ​ຕາ​ກະ​ລຸ​ນາ. ໃນ​ໄລ​ຍະ​ຕໍ່​ມາ, ເຖິງ​ຈະ​ໄດ້​ຄຸ້ມ​ຄອງ​​ຕະ​ກູນ​ຈື້​ກໍ​ຕາມ, ແຕ່​ວ່າ ພັດ​ເຮັດ​ໃຫ້ຕະ​ກູນ​ຈື້​ຖືກ​ດັບ​ສູນ​ໃນ​ທີ່​ສຸດ.

 

ດ້ວຍ​ເຫດ​ນີ້, ໃນ​ເວ​ລາ​ເລົ່າ​ເລື່ອງ​ດັ່ງ​ກ່າວ​ໃນ​ປຶ້ມ “ໂຈ່ວ​ຈີ້”, ທ່ານ​ຊື​ມາກວ່າງ​ກໍ​ໄດ້​ຍົກ​ຄຳ​​ທີ່ວ່າ: “ຄວາມ​ຮູ້​ຄວາມ​ສາ​ມາດ​ເປັນ​ສິ່ງ​ຄ້ຳ​ຊູ​ຄຸນ​ສົມ​ບັດ, ຄຸນ​ສົມ​ບັດ​ເປັນ​ສິ່ງ​ບັນ​ຊາຄວາມ​ຮູ້​ຄວາມ​ສາ​ມາດ” ເພື່ອເຕືອນ​ໃຈ​ຊາວ​ໂລກ. ເພາະ​ວ່າຫຼາຍໆ​ຄົນ​ມັກ​ຈະ​ຫຼົງ​ເອົາ​ຄວາມ​ສາ​ມາດ​ກັບ​ຄຸນ​ທາດ​ຄຸນ​ສົມ​ບັດ​ປົນ​ແປ​ ​ເປັນ​ສິ່ງ​ດຽວ​ກັນ​ໂດຍ​ເຫັນ​ວ່າ ຄົນໆ​ໜຶ່ງ​ຫາກ​ມີ​ຄວາມ​ສາ​ມາດ​ສູງ, ຄຸນ​ສົມ​ບັດ​ຂອງ​ລາວ​ກໍ​ຕ້ອງ​ສູງ​ສົ່ງ​ເຊັ່ນ​ກັນ. ​ຄວາມ​ຈິງ​ແລ້ວ ສອງ​ຢ່າງ​ດັ່ງ​ກ່າວ​ບໍ່​ໄດ້​ເປັນ​ເລື່ອງ​ດຽວ​ກັນ​ດອກ, ຄວາມ​ຮູ້​ຄວາມ​ສາ​ມາດ​ເປັນ​ສິ່​ງ​ສຳ​ຄັນ​ອີ່ຫຼີ, ແຕ່​ຄຸນ​ທາດ​ຄຸນ​ສົມ​ບັດ​ຍິ່ງ​ສຳ​ຄັນ​ກວ່ານັ້ນ, ຕ້ອງ​ເຮັດ​ໃຫ້​ໄດ້​ເຖິງ​ຂັ້ນ​ມີ​ທັງ​ຄວາມ​ຮູ້​ຄວາມ​ສາ​ມາດ​ແລະ​ຄຸນ​ສົມ​ບັດ ຂະ​ນະ​ທີ່​ຖື​ຄຸນ​ສົມ​ບັດ​ນຳ​ໜ້າ.

 

ຊື​ມາ​ກວ່າງ​ບໍ່​ພຽງ​ແຕ່​ເປັນ​ນັກ​ປະ​ຫວັດ​ສາດ​ຜູ້​ຍິ່ງ​ໃຫຍ່​ຂອງ​ຈີນ​ເທົ່າ​ນັ້ນ, ຍັງ​ເປັນ​ນັກ​ການ​ເມືອງ​ທີ່​ຍິ່ງ​ໃຫຍ່​ອີກ​ດ້ວຍ. ໃນ​ສະ​ໄໝ​ລັດ​ຊະ​ການຢວນ​ໂຢ້​ເຊິ່ງ​ມີເຈົ້າ​ຊີ​​ວິດ​ຊົ້ງ​ເຈີ​ຈົ່ງ​ເປັນ​ຜູ້​ປົກ​ຄອງ​ລາ​ຊະ​ວົງ​ຊົ້ງ​ເໜືອ, ຊື​ມາກວ່າງ​ໄດ້​ດຳ​ລົງ​ຕຳ​ແໜ່ງ​ເປັນ​ອັກ​ຄະ​ເສ​ນາ​ບໍ​ດີ, ເພິ່ນ​ໄດ້​ສະ​ເໜີ​ຍົກ​ຕຳ​ແໜ່ງ​ຂອງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຄົນ​ໜຶ່ງ​ທີ່​ຊື່​ວ່າ ລິວ​ອ່ານ​ຊື້ ໃຫ້​ດຳ​ລົງ​ຕຳ​ແໜງ​ຢູ່​ກົມ​ຄຸ້​ມ​ຄອງ​ຕຳ​ລາ​ແຫ່ງ​ຊາດ. ພາຍຫຼັງ​ລິວ​ອ່ານ​ຊື້​​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ດຳ​ລົງ​ຕຳ​ແໜ່ງ​ແລ້ວ, ທ່ານ​ຊື​ມາກວ່າງ​ໄດ້​ໄປຫາລິວ​ອ່ານ​ຊື້ເພື່ອ​ໂອ້​ລົມ​ກັບ​ລາວ​ໂດຍ​ຖາມ​ວ່າ: ເຈົ້າ​ຮູ້​ບໍ່​ວ່າ ເປັນ​ຫຍັງ​ຂ້ອຍຈິ່ງສະ​ເໜີ​ ​ຕຳ​ແໜ່ງ​ໃຫ້​ກັບ​ເຈົ້າ? ລິວ​ອ່ານ​ຊື້​ຕອບ​ວ່າ:ຂ້າ​ພະ​ເຈົ້າ​ບໍ່​ຮູ້, ຂ້າ​ພະ​ເຈົ້າເປັນ​ຄົນ​ຊື່​ສັດ, ບໍ່​ເຄີຍ​ສວຍ​ໂອ​ກາດ​ຫຼິ້ນ​ເສັ້ນຫຼິ້ນ​ສາຍ​ເພື່ອ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ຜ່ານ​ມາ​ຈັກ​ເທື່ອ. ທ່ານ​ຊື​ມາກວ່າງບອກ​ວ່າ: ສາ​ເຫດ​ກໍ​ແມ່ນ​ຍ້ອນຂ້ອຍ​ໄດ້ເຫັນ​ເຖິງ​ຈຸດ​ດີ​ຂອງ​ເຈົ້າ​ທີ່​ບໍ່ຫຼິ້ນ​ເສັ້ນຫຼິ້ນ​ສາຍນັ້ນ​ແຫຼະ. ​ຕອນ​ທີ່​ຂ້ອຍ​ຖືກ​ລາ​ຊະ​ສຳ​ນັກ​ປົດ​ຕຳ​ແໜ່ງແລ້ວ​ຈຳ​ຕ້ອງຢູ່​​ເຮືອນລ້າໆ,​ເຈົ້າ​ມາ​ຫາ​ຂ້ອຍ​ເລື້ອຍ​ໆ​ເພື່ອ​ຄົ້ນ​ຄວ້າ​ແລະ​ປຶກ​ສາ​ບັນ​ຫາ​ນຳ​ຂ້ອຍ. ຫຼັງ​ຈາກ​ຂ້ອຍ​ໄດ້​ດຳ​ລົງ​ຕຳ​ແໜ່ງ​ເປັນ​ອັກ​ຄະ​ເສ​ນາ​ບໍ​ດີ​ແລ້ວ, ເຈົ້າ​ບໍ່​ໄດ້​ຕິດ​ຕໍ່​ພົວ​ພັນ​ກັບ​ຂ້ອຍ​ແມ່ນ​ແຕ່​ຈົດ​ໝາຍ​ກໍ​ບໍ່​ມີ​ຈັກ​ກ້ານ, ຍິ່ງ​ບໍ່​ຕ້ອງ​ເວົ້າ​ເຖິງ​ເລື່ອງ​ມາ​ຢາມ​ຂ້ອຍ, ຈາກ​ຈຸດ​ນີ້, ຂ້ອຍ​ຮູ້​ດີ​ວ່າ ເຈົ້າ​ເປັນ​ຄົນ​ທີ່​ຊື່​ກົງ​ມີ​ຄຸນ​ສົມ​ບັດ​ບວກ​ກັບ​ເຈົ້າ​ຍັງ​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ອີ່ຫຼີ.

ຄຳ​ເຫັນ

0