黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“​ການ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​​ແມ່ນກົນ​ອຸ​ບາຍ” ເປັນ​ເລື່ອງ​ຕະຫຼົກ, ຖ້ອຍ​ຄຳ​ຂອງ​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ເຮັດ​ໃຫ້​ຄົນ​ທັງ​ຫຼາຍ​ຜິດ​ຫວັງ

2020-05-02 20:07:44 cri

图片默认标题_fororder_11111

ພະ​ຍາດໂຄວິດ-19 ໄດ້​ແຜ່​ລະ​ບາດ​ຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ, ຈະ​ຕີ​ລາ​ຄາ​ບົດ​ຮຽນ​​ໃນ​ການປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຂອງ​ຈີນ​ແນວ​ໃດ? ຄວ​ນ​ເບິ່ງຂ່າວ​ລື​ທີ່​ວ່າ​ “ການ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ແມ່ນກົນ​ອຸ​ບາຍ” ແລະ “​ເປັນຄວາມ​ຮັບ​ຜິດ​ຊອບຂອງ​ໃຜ” ທີ່​ເກີດ​ຂຶ້ນ​ເລື້ອຍໆ​ແນວ​ໃດ? ວັນ​ທີ 1 ພຶດ​ສະ​ພາ​ນີ້, ທ່ານ​ຣິ​ຊັດ ໂຮ​ຕັນ, ບັນ​ນາ​ທິ​ການ​ໃຫຍ່​ວາ​ລະ​ສານ The Lancet ຂອງອັງ​ກິດ ​ເຊິ່ງ​ເປັນ​ວາ​ລະ​ສານ​ການ​ແພດ​ທີ່​ມີ​ຊື່​ສຽງ​ໃນ​ໂລກ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ຫຼື CMG, ເພື່ອ​ຕອບ​ຄວາມສົນ​ໃຈຂອງ​ຄົນ​ທັງ​ຫຼາຍ.

ຈີນ​ມີ​ບົດ​ຮຽນ​ຫຼາຍ​ທີ່​ໂລກ​ຄວນ​ຮ່ຳ​ຮຽນນຳ

ທ່ານ​ໂຮຕັນ ກ່າວ​ວ່າ, ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຄັ້ງ​ນີ້, ຈີນ​ໄດ້​ມີ​ບົດ​ຮຽນ​​ຢ່າງຫຼວງຫຼາຍທີ່​ໂລກ​ຄວນ​ຮ່ຳ​ຮຽນນຳ. ຕົວ​ຢ່າງວ່າ: ​ໂຮງ​ໝໍ​ຊົ່ວ​ຄາວ​ແມ່ນ​ມາດ​ຕະ​ການ​ປະ​ດິດ​ສ້າງ​ໃໝ່​ທີ່ສຳ​ຄັນ​ທີ່​ສຸດ​ທີ່​ຈີນສາມາດ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢ່າງ​ສຳ​ເລັດ​ຜົນ. ຜູ້​ ເປັນ​ພະ​ຍາດ​ໂຄວິດ-19 ທີ່ມີ​ອາ​ການ​ເບົາ​ສາ​ມາດ​ເຂົ້າ​ປິ່ນປົວ​ຢູ່ໂຮງ​ໝໍ​ຊົ່ວ​ຄາວ, ມີ​ຜູ້​​ເບິ່ງ​ແຍງດູ​ແລ​ເຂົາ​ເຈົ້າ, ສ້າງ​ລະ​ບຽບການ​ກວດ​ພະຍາດ​ຕາມ​ອາການ, ຖ້າ​ຄົນ​ເຈັບຫາກມີ​ອາ​ການ​ໜັກຂຶ້ນ​ກໍ​ຈະຖືກ​ສົ່ງ​ໄປ​ປິ່ນປົວ​ຢູ່ໂຮງ​ໝໍ​ອື່ນໆ, ນີ້​ແມ່ນ​​​ແນວຄິດ​ປະ​ດິດ​ສ້າງ​ໃໝ່​ທີ່ດີ​ທີ່​ສຸດ, ມາດ​ຕະການ​ນີ້​ສາມາດ​ປົກ​ປ້ອງ​ໂຮງໝໍ​ທີ່​ປາສະຈາກ​ການ​ແຜ່​ລະບາດ​ຂອງພະຍາດ​ໂຄ​ວິດ-19 ທັງ​ໄດ້​ຊ່ວຍໃຫ້​ໂຮງ​ໝໍ​ມີ​ພື້ນ​ທີ່ວ່າງຢ່າງ​ຫຼວງຫຼາຍ​ໃນ​ການ​ຮັບ​ປິ່ນ​ປົວ​ຄົນ​ເຈັບ ​ແລະ ​ເຮັດ​ໃຫ້​ຄົນ​ເຈັບ​ສາມາດຮັກ​ສາ​ໄລ​ຍະ​ຫ່າງ​ກັນ​ຢ່າງ​ບັງ​ເກີດ​ຜົນ.

ໂດຍ​ແນ​ໃສ່ຂ່າວ​ລື​ທີ່ວ່າ “​ການກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ແມ່ນກົນ​ອຸ​ບາຍ​” ແລ​ະ​ຂ່າວ​ລື​ອື່ນໆ, ທ່ານ​ໂຮຕັນ ກ່າວ​ວ່າ: ຄຳເວົ້າ​ເຫຼົ່າ​ນີ້​ສ່ວນ​ຫຼາຍ​ແມ່ນ​​ເປັນ​ເລື່ອງຕະ​ຫຼົກ​ແທ້ໆ, ແຕ່​ພວກ​ເຮົາ​ກໍ​ຄວນ​ໃຫ້​ຄວາມ​ສຳຄັນຢ່າງ​ສູງ​ຕໍ່​ຂ່າວ​ລື ເພາະ​ວ່າມັນ​ມີ​ຜົນ​ລົບ​ຕໍ່​ການ​ຕ້ານ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ພວກ​ເຮົາ​ຕ້ອງ​ຊອກ​ຮູ້​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ ແລະ​ ສຶກສາຄົ້ນ​ຄວ້າ​ເຊື້ອ​ພະ​ຍາດ​ອີງ​ຕາມຫຼັກ​ວິ​ທະ​ຍາ​ສາດ, ບໍ່​ຄວນ​ປ່ອຍໃຫ້​ຄຳ​ເວົ້າ​ທີ່​ວ່າ “​ແມ່ນກົນ​ອຸ​ບາຍ” ​ແບບ​ນີ້​ມາລົບ​ກວນ​ຄວາມ​ຄົ້ນຄິດ​​ໄຕ່ຕອງຂອງ​ພວກ​ເຮົາ, ຍ້ອນ​ວ່າ​ ຄຳເວົ້າ​ແບບ​ນີ້​ມີຜົນ​ສະ​ທ້ອນ​ທາງ​ລົບ​​ໜັກ​ໜ່ວງ​ຫຼາ​ຍ. ສະ​ນັ້ນ​, ໃນ​ຂະ​ນະ​​ທີ່​ປ້ອງ​ກັນ​ບໍ່​ໃຫ້​ເຊື້ອ​ພະ​ຍາດ​ແຜ່​ລະ​ບາດ, ພວກ​ເຮົາ​ກໍ​ຄວນ​ແກ້​ຂ່າວ​ລືເຊັ່ນ​ດຽວ​ກັນ.

ຖ້ອຍ​ຄຳຂອງ​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ​ຈຳ​ນວນ​ໜຶ່ງ​ເຮັດ​ໃຫ້​ຄົນ​ທັງ​ຫຼາຍ​ຜິດ​ຫວັງ

ທ່ານ​ໂຮ​ຕັນ​ກ່າວ​ວ່າ: ຕົນ​ເອງ​ຍ້ອງຍໍຊົມ​ເຊີຍ​ຕໍ່ລະ​ດັບ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ແລະ​ການ​ແພດ​ຂອງ​ອາ​ເມ​ຣິ​ກາ​ທີ່​ສຸດ, ບັນດາ​ແພດ​ໝໍ​ແລະນັກ​​ວິ​ທະ​ຍາ​ສາດ​ຂອງ​ອາ​ເມ​ຣິ​ກາ​​ເຮັດ​ໄດ້​ດີ​ໃນ​ການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ. ແຕ່​ຜູ້​ທີ່​ເຮັດ​ໃຫ້​ທ່ານ​ຜິດ​ຫວັງ​ກໍ​ຄື​ນັກ​ການ​ເມືອງ​ອາ​ເມ​ຣິ​ກາ, ເຂົາ​ເຈົ້າ​ໂຄສະນາ​ຊວນ​ເຊື່ອ​ຕໍ່​ຄຳເວົ້າທີ່​ວ່າ “​ການ​ເກີດ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ເທື່ອ​ນີ້ແມ່ນ​ກົນ​ອຸ​ບາຍ”, ສະ​ໜັບ​ສະ​ໜູນ​ແຜນ​ການ​ປິ່ນ​ປົວ​ບາງ​ຢ່າງ​ທີ່​ບໍ່​ທັນ​ມີຜົນ​​ສາມາດ​ຢັ້ງຢືນ​ໄດ້​ວ່າ​ເປັນ​ວິທີ​ປິ່ນປົວ​ທີ່​ດີ, ນອກ​ນັ້ນ​ຍັງ​ໄດ້​ຕຳ​ໜິຕິຕຽນ​ປະ​ເທດ​ຫຼື​ອົງ​ການ​ຈັດ​ຕັ້ງ​ອື່ນໆ​ຢ່າງ​ເປີດ​ເຜີຍ. ການ​ກະ​ທຳ​ແບບ​ນີ້​ບໍ່​ມີ​ຜົນ​ດີຫຍັງ​ເລີຍ, ການ​ເຮັດ​ໃຫ້​ປະ​ຊາ​ຊົນ​​ແລະປ​ະ​ເທດ​ຕ່າງໆ​​ແບ່ງແຍກ​ກັນ​ບໍ່​ສາ​ມາດ​ຮັບ​ມື​ກັບ​​ໄພຂົ່ມ​ຂູ່​ດັ່ງ​ກ່າວ​ຂອງມວ​ນ​ມະ​ນຸດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໄດ້.

ທ່ານ​ໂຮ​ຕັນ ກ່າວ​ວ່າ: ​ວັນ​ທີ 30 ມັງ​ກອນ​ປີ​ນີ້, ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ກຳນົດ​ໃຫ້ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເທື່ອ​ນີ້ເປັນ​ເຫດ​ການ​ສຸກ​ເສີນ​ດ້ານສາ​ທາ​ລະ​ນະ​ສຸກ​ສາ​ກົນ, ນີ້​​ເປັນ​ຄຳ​ເຕືອນ​ທີ່​ມີຕໍ່​ທົ່ວ​ໂລກ, ເຕືອນ​ໃຫ້​ທົ່ວ​ໂລກ​ໃຫ້​ຄວາມ​ສຳຄັນຢ່າງ​ສູງ​ຕໍ່​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ. ແຕ່​ສິ່ງ​ທີ່​ໜ້າ​ເສົ້າ​ໃຈ​ກໍ​ຄື, ຫຼາຍ​ປະ​ເທດ​ບໍ່​ສົນ​ໃຈ​ຕໍ່ຄຳ​ເຕືອນນີ້​ເລີຍ, ຈຶ່ງສົ່ງ​ຜົນ​ເຮັດ​ໃຫ້​ຫຼາຍ​ໝື່ນ​ຄົນ​ເສຍ​ຊີ​ວິດ, ທີ່​ຈິງ​ແລ້ວ​ສະ​ພາບ​ການ​ດັ່ງ​ກ່າວ​ແມ່ນສາມາດ​ຫຼີກ​ລ່ຽງ​ໄດ້.

ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຍັງ​ຈະ​ແຜ່​ລະ​ບາດອີກ​ດົນ​ເທົ່າ​ໃດ​ຈຶ່ງ​ຈະ​ສິ້ນ​ສຸດ​ລົງ?

ທ່ານ​ໂຮ​ຕັນ ກ່າວ​ວ່າ: ເບິ່ງ​ຈາກ​ບົດຮຽນ​ຂອງ​ນະ​ຄອນ​ອູ​ຮັ້ນ​ແລ້ວ, ການ​ປິດ​​ເມືອງ​ຂອງ​ນະ​ຄອນ​ອູ​ຮັ້ນ​​ເຊິ່ງ​ເລີ່​ມຂຶ້ນ​​​ໃນວັນ​ທີ 23 ມັງ​ກອນ​ຫາ​ຕົ້ນ​ເດືອນ​ເມ​ສາ, ປະ​ມານ 10 ອາ​ທິດ, ປັດ​ຈຸ​ບັນ​ສາມາດ​ກຳຈັດ​ເຊື້ອ​ພະ​ຍາດ​ໂຄວິດ-19 ທີ່ແຜ່​ລະ​ບາດ​ຢູ່​ນະ​ຄອນ​ອູ​ຮັ້ນ​​ໄດ້ຢ່າງ​ເຖິງ​ຖອງ​ໃນ​ຂັ້ນ​ພື້ນ​ຖານ, ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຄັ້ງ​ທຳ​ອິດ​ສາ​ມາດກຳຈັດ​ໃຫ້​ໝົດ​ສິ້ນ​ໄປ​ໄດ້​ພາ​ຍ​ຫຼັງ​ການ​ປິດ​​ເມືອງ​ເປັນ​ໄລ​ຍະ​ປະ​ມານ 10 ອາ​ທິດ.

ໃນ​ເວ​ລາ​ເວົ້າ​ເຖິງ​ການປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ທ່ານ​ໂຮ​ຕັນ​ກ່າວ​ວ່າ: ປັດ​ຈຸ​ບັນ​, ພວກ​ເຮົາ​ຕ້ອງ​ຮັກ​ສາ​ມາດ​ຕະ​ການ​ປ້ອງ​ກັນ​ຈຳ​ນວນ​ໜຶ່ງ, ຕົວ​ຢ່າງວ່າ​ ຮັກ​ສາ​ໄລ​ຍະ​ຫ່າງ​ກັນ​ຂອງ​ກຸ່ມ​ຄົນ, ໝັ່ນລ້າງ​ມື ​ແລະ​ອື່ນໆ, ເຮັດ​ແນວ​ນີ້​ພວກ​ເຮົາ​ຈຶ່ງ​ຈະສາ​ມາດ​ສະ​ກັດ​ກັ້ນ​ບໍ່​ໃຫ້​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຟື້ນ​​ຄືນ​ໃໝ່. ໃນ​ໄລ​ຍະ 6 ເດືອນ​ຫາ 12 ເດືອນ​ຕໍ່​ໄປ, ພວກ​ເຮົາ​ອາດ​ຈະ​ສາມາດຄົ້ນ​ຄວ້າ​ຜະ​ລິດ​ວັກ​ແຊງ​ອອກ​ມາ​ໄດ້, ຮອດ​ໄລ​ຍະ​ດຽວ​ກັນຂອງ​ປີ​ໜ້າ, ພວກ​ເຮົາ​ອາດ​ຈະ​ໄດ້ສັກ​ຢາ​ວັກ​ແຊງ​ແລ້ວ, ຮອດ​ເວ​ລາ​ນັ້ນ​ຄົນ​ທັງ​ຫຼາຍ​ຈຶ່ງ​ຈະ​ຖືກ​ປົກ​ປ້ອງ​​ໄດ້ຢ່າງ​ແທ້​ຈິງ.

ຄຳ​ເຫັນ

0