ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ທ່ານສີຈິ້ນຜິງທີ່ທ່ານໄດ້ໂອ້ລົມກັບສຳມະນາກອນຂອງຊຸດສຳມະນາໃຫ້ກັບເລຂາຄະນະພັກເມືອງຂອງໂຮງຮຽນທິດສະດີພັກສູນກາງຈີນໃນວັນທີ 12 ມັງກອນປີ 2015
ພວກເຮົາຮູ້ດີກ່ຽວກັບຄວາມສຳຄັນຂອງຜູ້ມີຄວາມຮູ້ຄວາມສາມາດທີ່ມີຕໍ່ການພັດທະນາແລະ ຄວາມໝັ້ນຄົງຂອງປະເທດໜຶ່ງແລະຊົນຊາດໜຶ່ງ, ແຕ່ວ່າ, ຜູ້ມີຄວາມຮູ້ຄວາມສາມາດຈະບໍ່ກຳເນີດເກີດຂຶ້ນຕາມທຳມະຊາດດອກ, ຫາກຕ້ອງບຳລຸງສ້າງຂຶ້ນ. ຄັນຊັ້ນ ພວກເຮົາຄວນບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດແນວໃດ ເພື່ອບັນລຸເປົ້າໝາຍທີ່ໃຫ້ມີຜູ້ມີຄວາມຮູ້ຄວາມສາມາດເພື່ອຈະໄດ້ນຳໃຊ້ໃຫ້ມີຜົນດີ? ສຳລັບເລື່ອງນີ້, ທ່ານສີຈິ້ນຜິງໃຫ້ທັດສະນະວ່າ:
“ແຕ່ລະລາຊະວົງແລະແຕ່ລະຍຸກສະໄໝໃນປະຫວັດສາດຈີນລ້ວນແລ້ວແຕ່ໃຫ້ຄວາມສຳຄັນຢ່າງສູງຕໍ່ການຄັດເລືອກແລະແຕ່ງຕັ້ງເຈົ້າໜ້າທີ່ປົກຄອງຂັ້ນເມືອງ. ຄົນບູຮານຈີນມີຂໍ້ສະຫຼຸບມາແຕ່ດົນແລ້ວກ່ຽວກັບປະກົດການປະຫວັດສາດຄື: ອັກຄະມະຫາເສນາບໍດີມີຕົ້ນກຳເນີດມາແຕ່ອຳນາດການປົກຄອງຂັ້ນເມືອງ, ນາຍພົນໃຫຍ່ມີຕົ້ນກຳເນີດມາແຕ່ຈຸທະຫານ. ໃນປະຫວັດສາດຈີນ, ບຸກຄົນທີ່ມີຊື່ສຽງຫຼາຍໆຄົນເປັນເຈົ້າໜ້າທີ່ປົກຄອງກໍແມ່ນເລີ່ມຕົ້ນຈາກອຳນາດການປົກຄອງຂັ້ນເມືອງ. ”
ທ່ານສີຈິ້ນຜິງໄດ້ໂອ້ລົມກັບສຳມະນາກອນຂອງຊຸດສຳມະນາໃຫ້ກັບເລຂາຄະນະພັກເມືອງຂອງໂຮງຮຽນທິດສະດີພັກສູນກາງຈີນໃນວັນທີ 12 ມັງກອນປີ 2015
ສຳນວນດັ່ງກ່າວແມ່ນຄຳເຫັນຂອງທ່ານສີຈິ້ນຜິງທີ່ທ່ານໄດ້ໂອ້ລົມກັບສຳມະນາກອນຂອງຊຸດສຳມະນາໃຫ້ກັບເລຂາຄະນະພັກເມືອງຂອງໂຮງຮຽນທິດສະດີພັກສູນກາງຈີນໃນວັນທີ 12 ມັງກອນປີ 2015. ໃນຄວາມເຫັນດັ່ງກ່າວ, ທ່ານສີຈິ້ນຜິງໄດ້ຍົກໃຫ້ເຫັນຄຳບູຮານຈີນທີ່ວ່າ: “ອັກຄະມະຫາເສນາບໍດີມີຕົ້ນກຳເນີດມາແຕ່ອຳນາດການປົກຄອງຂັ້ນເມືອງ, ນາຍພົນໃຫຍ່ມີຕົ້ນກຳເນີດມາແຕ່ຈຸທະຫານ.” ຄຳນີ້ ມີເຄົ້າເດີມມາຈາກປຶ້ມ “ຫານເຟ່ຈື. ສຽນເສ” ເຊິ່ງເປັນສຳນວນຂອງຫານເຟີ່ຈື ນັກຄິດແລະນັກປັດຊະຍາສະໄໝຈ້ານໂກ(ກ່ອນຄສປີ475—ກ່ອນຄສປີ221)ຂອງຈີນ. ໃນສຳນວນດັ່ງກ່າວ, ຄຳວ່າ “ອັກຄະມະຫາເສນາບໍດີ” ເປັນຄຳເອີ້ນລວມຕໍ່ເຈົ້າໜ້າທີ່ບໍລິຫານສູງສຸດທີ່ຖັດຈາກເຈົ້າຊີວິດໃນສະໄໝບູຮານຈີນ; ຄຳວ່າ “ອຳນາດການປົກຄອງຂັ້ນເມືອງ” ເປັນໜ່ວຍງານບໍລິຫານຂັ້ນຮາກຖານໃນສະໄໝບູຮານຈີນ; ຄຳວ່າ “ຈຸທະຫານ” ກໍຄື ໜ່ວຍງານຂັ້ນຮາກຖານຂອງກອງທັບ. ສຳນວນນີ້ໝາຍຄວາມວ່າ: “ຢາກເປັນເຈົ້າໜ້າທີ່ຂັ້ນສູງຄືດັ່ງອັກຄະມະຫາເສນາບໍດີ, ຕ້ອງເລີ່ມຕົ້ນຈາກການເປັນເຈົ້າໜ້າທີ່ຂັ້ນຮາກຖານຄືຂັ້ນເມືອງສາກ່ອນ. ກ່ອນຈະໄດ້ເປັນນາຍພົນໃຫຍ່, ກ່ອນອື່ນຕ້ອງຮຽນຮູ້ໃນການເປັນຮອງນາຍພົນ,ເປັນນາຍພົນນ້ອຍສາກ່ອນແລ້ວ ຈຶ່ງເລື່ອນຊັ້ນເປັນຂັ້ນຂັ້ນໄປຈົນເຖິງຂັ້ນທີ່ເປັນນາຍພົນໃຫຍ່ໄດ້.”
ການເຕີບໃຫຍ່ຂອງຜູ້ມີຄວາມຮູ້ຄວາມສາມາດແລະພະນັກງານກໍເໝືອນດັ່ງການສ້າງຕຶກສູງແມ່ນຕ້ອງປຸກສ້າງຂຶ້ນຈາກຮາກຖານຕຶກ, ເຊິ່ງເສົາເຂັມຂອງຕຶກແມ່ນມີຄວາມສຳຄັນທີ່ສຸດ. ຫາກວ່າການຕອກເສົາເຂັມຕຶກບໍ່ໝັ້ນຄົງ, ເມື່ອປຸກສ້າງຕຶກຍິ່ງສູງເທົ່າໃດກໍຈະພັງທະລາຍລົງຍິ່ງໄວເທົ່ານັ້ນ. ສະນັ້ນ, ຜູ້ທີ່ປະສົບຜົນສຳເລັດຍິ່ງໃຫຍ່ນັ້ນຕ້ອງເລີ່ມເຮັດວຽກມາຈາກຂັ້ນຮາກຖານ. ນີ້ຄືທັດສະນະສຳຄັນທີ່ສຸດອັນໜຶ່ງຂອງທ່ານສີຈິ້ນຜິງກ່ຽວກັບການບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດ.
ຕອນທີ່ທ່ານສີຈິ້ນຜິງເປັນໄວໜຸ່ມທີ່ໄດ້ລົງພື້ນຖານຢູ່ບ້ານຫຼຽງເຈ່ຍເຫີທາງພາກເໜືອແຂວງສ້ານຊີ່ນັ້ນ, ທ່ານໄດ້ເຮັດຫຼາຍວຽກທີ່ສ້າງຜົນປະໂຫຍດໃຫ້ແກ່ທ້ອງຖິ່ນ. ທ່ານສີຈິ້ນຜິງເຄີຍເວົ້າວ່າ: ສິ່ງທີ່ທ່ານໄດ້ຮຽນຮູ້ໃນບາດກ້າວທຳອິດຂອງຊີວິດຕົນນັ້ນແມ່ນເກີດຂື້ນຢູ່ບ້ານຫຼຽງເຈ່ຍເຫີນັ້ນເອງ, ບ້ານຫຼຽງເຈ່ຍເຫີເປັນບ່ອນທີ່ມີພູມປັນຍາຫຼາຍ. ຄວາມຈິງແລ້ວ, ພູມປັນຍາດັ່ງກ່າວກໍຄື: ການຮັບຮູ້ວ່າປະຊາຊົນຈີນເປັນຄືແນວໃດ?ຮັບຮູ້ ປະຊາຊົນຢູ່ຂັ້ນຮາກຖານແລະຮັບຮູ້ຂັ້ນຮາກຖານຂອງຈີນ.
ເວົ້າເລື່ອງປະສົບການຢູ່ຂັ້ນຮາກຖານ, ດວງມະນີໄດ້ຄິດພໍ້ຄຳຄຳໜຶ່ງຂອງເຫຼົາຈື ນັກຄິດແລະນັກປັດຊະຍາສະໄໝບູຮານຈີນທີ່ວ່າ: “ຕົ້ນໄມ້ໃຫຍ່ຊ່ຳອ້ອມກອດຄົນແມ່ນເກີດຈາກເບັ້ຍນ້ອຍໆ,ຫໍຄອຍສູງ9 ຊັ້ນ ແມ່ນກໍ່ຂຶ້ນໂດຍເລີ່ມຈາກກອງດິນນ້ອຍໆ, ການເດີນທາງພັນລີ້ແມ່ນເລີ່ມຈາກບາດກ້າວທຳອິດ” ໝາຍຄວາມວ່າ ຕຶກສູງແມ່ນປຸກສ້າງຂຶ້ນຈາກຮາກຖານ,ຮາກຖານເປັນພື້ນຖານ,ຫາກພື້ນຖານບໍ່ໝັ້ນຄົງ, ຕຶກສູງກໍຈະຫວັ່ນໄຫວພັງທະລົງໄດ້.
ຄັນຊັ້ນ ເມື່ອເວົ້າເຖິງເລື່ອງການບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດແມ່ນປາສະຈາກສາມດ້ານນີ້ບໍ່ໄດ້ຄື: ໜຶ່ງແມ່ນ ການສ້າງໃຫ້ເປັນຜູ້ມີຄວາມຮູ້ຄວາມສາມາດ ບໍ່ສາມາດປາສະຈາກການຮ່ຳຮຽນຄວາມຮູ້ໄດ້.
ເດືອນພະຈິກປີ 2012, ທ່ານສີຈິ້ນຜິງໄດ້ເລົ່າເລື່ອງເລື່ອງໜຶ່ງສູ່ຟັງວ່າ: ມີມື້ໜຶ່ງ, ຊາຍໜຸ່ມຜູ້ໜຶ່ງກຳລັງຂຽນໜັງສືຢູ່ໃນເຮືອນຢ່າງຕັ້ງໃຈ. ແມ່ອີ່ຕົນຢ້ານລູກຊາຍເມື່ອຍຫຼາຍກໍເລີຍກຽມເຂົ້າຕົ້ມແລະນ້ຳຕານແດງໄວ້ໃຫ້ລູກທັງບອກວ່າ: ເວລາລູກກິນເຂົ້າຕົ້ມໃຫ້ຈ້ຳນ້ຳຕານແດງເດີ້. ລູກຕອບວ່າ “ໂດຍ”.ແຕ່ວ່າ ເວລາຜ່ານໄປບຶດໜຶ່ງ, ແມ່ເຂົ້າຫ້ອງອີກຄັ້ງ ແລະ ຖາມວ່າ : ລູກໄດ້ກິນເຂົ້າຕົ້ມແລ້ວບໍ? ຜູ້ເປັນລູກໄດ້ຍິນຄຳຖາມຂອງແມ່ກໍງວາກໜ້າມາເບິ່ງແມ່, ແມ່ຈຶ່ງພົບວ່າ: ປາກຂອງລູກຊາຍຕົນດຳໝົດ. ຄວາມຈິງແລ້ວ, ລູກຫຼົງເອົາເຂົ້າຕົ້ມໄປຈ້ຳນ້ຳມຶກທີ່ວາງຢູ່ຂ້າງນ້ຳຕານແດງ ແລ້ວກິນເຂົ້າຕົ້ມ ຈິ່ງເຮັດໃຫ້ນ້ຳມຶກເປື້ອນປາກດຳໝົດ.
ຢູ່ຈີນປັດຈຸບັນ, “ຖະແຫຼງການຂອງພັກກອມມູນິດ”ສະບັບພາສາຈີນສະບັບທຳອິດກໍແມ່ນຊາຍໜຸ່ມຜູ້ນັ້ນເປັນຜູ້ແປ ເຊິ່ງຊາຍໜຸ່ມຜູ້ນີ້ຊື່ວ່າ ເສີນວ້າງຕ້າວ. ຈາກເລື່ອງນີ້ຈິ່ງໄດ້ເກີດມີສຳນວນໜຶ່ງທີ່ວ່າ “ສັດຈະທຳມີລົດຫວານທີ່ສຸດ”, ໝາຍຄວາມວ່າ ການສ້າງໃຫ້ເປັນຜູ້ມີຄວາມຮູ້ຄວາມສາມາດແມ່ນບໍ່ສາມາດປາສະຈາກການຮ່ຳຮຽນຄວາມຮູ້ໄດ້.
ດ້ານທີສອງແມ່ນ: ການສ້າງໃຫ້ເປັນຜູ້ມີຄວາມຮູ້ຄວາມສາມາດແມ່ນບໍ່ສາມາດປາສະຈາກການຝຶກຝົນຫຼໍ່ຫຼອມໄດ້. ການປະຕິບັດຕົວຈິງສາມາດເພີ່ມພູນຄູນສ້າງຄວາມສາມາດ, ການຝຶກຝົນຫຼໍ່ຫຼອມພາໃຫ້ກຳເນີດຜູ້ມີຄວາມຮູ້ຄວາມສາມາດ. ຂັ້ນຮາກຖານເປັນບ່ອນທີ່ດີໃນການບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດ. ໃນປະຫວັດສາດຈີນນັບແຕ່ບູຮານນະການຈົນມາເຖິງປັດຈຸບັນ, ຜູ້ທີ່ໄດ້ປະສົບຜົນສຳເລັດໃນພາລະກິດໃດໜຶ່ງນັ້ນເກືອບວ່າທຸກຄົນລ້ວນແຕ່ມີປະສົບການເຮັດວຽກຢູ່ຂັ້ນຮາກຖານ.
ເມື່ອມີປະສົບການທີ່ຝຶກຝົນຫຼໍ່ຫຼອມຢູ່ຂັ້ນຮາກຖານແລ້ວ, ກໍຈະຮັບຮູ້ໄດ້ວ່າ ປະຊາຊົນມີຄວາມປາຖະໜາຫຍັງແລະມີຄວາມຮຽກຮ້ອງຕ້ອງການຫຍັງແທ້, ເມື່ອຮູ້ວ່າປະຊາຊົນມີຄວາມປາຖະໜາຫຍັງແລ້ວ ກໍຈະສາມາດພິຈາລະນາບັນຫາໄດ້ຢ່າງລະອຽດຮອບຄອບແລະ ຈະສາມາດສ້າງນະໂຍບາຍທີ່ຖືກຕ້ອງຕາມຫຼັກວິທະຍາສາດໄດ້. ສ່ວນປະສົບການເຕີບໃຫຍ່ຂອງທ່ານສີຈິ້ນຜິງເປັນເວລາຫຼາຍສິບປີກໍໄດ້ພິສູດຈຸດນີ້ເຊັ່ນກັນ.
ດ້ານທີສາມແມ່ນ ຕ້ອງສ້າງສະພາບແວດລ້ອມແລະບັນຍາກາດທີ່ດີໃຫ້ແກ່ການເຕີບໃຫຍ່ຂອງຜູ້ມີຄວາມຮູ້ຄວາມສາມາດ. ທ່ານສີຈິ້ນຜິງກ່າວວ່າ: “ສະພາບແວດລ້ອມດີຈະສາມາດດຶງດູດຜູ້ມີຄວາມຮູ້ຄວາມສາມາດໃຫ້ມາເຕົ້າໂຮມກັນແລະສ້າງພາລະກິດໃຫ້ຈະເລີນໄດ້. ຖ້າສະພາບແວດລ້ອມບໍ່ດີ, ຜູ້ມີຄວາມຮູ້ຄວາມສາມາດຈະໜີອອກໄປ, ພາລະກິດກໍຈະຊຸດໂຊມລົງ.” ເຊິ່ງຄຳນີ້ກໍໄດ້ເວົ້າເຖິງຄວາມສຳຄັນຂອງສະພາບແວດລ້ອມທີ່ມີຕໍ່ການບຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດ.
ທ່ານສີຈິ້ນຜິງ ປະທານປະເທດຈີນ ພ້ອມດ້ວຍພັນລະຍາ ກັບທ່ານເຈຍຕ້າຊ່ານ ນັກປະພັນເລື່ອງສັ້ນຜູ້ດີເດັ່ນລະດັບຊາດໃນຊຸມປີ 1980
ໃນຕົ້ນຊຸມປີ 1980, ທ່ານສີຈິິ້ນຜິງໄດ້ດຳລົງຕຳແໜ່ງການນຳຢູ່ເມືອງເຈີ້ງຕິ້ງແຂວງເຫີເປີຍ, ຕອນນັ້ນ,ໄດ້ມີເລື່ອງໜຶ່ງກ່ຽວກັບ ທ່ານສີຈິ້ນຜິງ ໄດ້ຮັບຮູ້ແລະ ໄດ້ນຳໃຊ້ຜູ້ມີຄວາມຮູ້ຄວາມສາມາດຜູ້ໜຶ່ງຄືທ່ານເຈຍຕ້າຊ່ານ. ທ່ານເຈຍຕ້າຊ່ານ ເປັນນັກປະພັນເລື່ອງສັ້ນຜູ້ດີເດັ່ນລະດັບຊາດໃນ ຊຸມປີ 1980, ຕອນນັ້ນ ທ່ານຍັງເປັນຮອງຫົວໜ້າຫໍວັດທະນະທຳເມືອງເຈີ້ງຕິ້ງ. ພາຍຫຼັງທ່ານສີຈິ້ນຜິງໄປດຳລົງຕຳແໜ່ງການນຳຢູ່ເມືອງເຈິ້ງຕິ້ງແລ້ວ, ຜູ້ທຳອິດທີ່ທ່ານສີຈິ້ນຜິງໄປຢ້ຽມຢາມ ນັ້ນແມ່ນທ່ານເຈຍຕ້າຊ່ານ. ພາຍໃຕ້ສະພາບໃນເວລານັ້ນ, ທ່ານສີຈິ້ນຜິງກໍໄດ້ເລີ່ມສ້າງສະພາບແວດລ້ອມທີ່ດີເພື່ອລຳລຸງສ້າງຜູ້ມີຄວາມຮູ້ຄວາມສາມາດຄືດັ່ງທ່ານເຈຍຕ້າຊ່ານ.
ຕໍ່ມາ, ທ່ານເຈຍຕ້າຊ່ານໄດ້ດຳລົງຕຳແໜ່ງເປັນຫົວໜ້າພະແນກວັດທະນະທຳຂອງເມືອງເຈີ້ງຕິ້ງໂດຍຫັນຈາກນັກປະພັນກາຍມາເປັນພະນັກງານວັດທະນະທຳຂັ້ນຮາກຖານ. ຢູ່ໃນຕຳແໜ່ງດັ່ງກ່າວ, ທ່ານເຈຍຕ້າຊ່ານໄດ້ເຮັດວຽກຫຼາຍຢ່າງເຊິ່ງໄດ້ສົ່ງຜົນດີທີ່ເປັນປະໂຫຍດຫຼາຍກວ່າການສົ່ງຜົນດີພຽງແຕ່ດ້ານວັດທະທຳໃນນາມເປັນນັກປະພັນ. ສ່ວນຜົນງານດັ່ງກ່າວແມ່ນບໍ່ສາມາດຕັດແຍກອອກຈາກການບຳລຸງສ້າງຈາກທ່ານສີຈິ້ນຜິງທີ່ເປັນການນຳເມືອງເຈີ້ງຕິ້ງໃນເວລານັ້ນໄດ້ ທີ່ທ່ານມີສາຍຕາອັນແຫຼມຄົມແລະຄວາມສາມາດສູງໃນການຮັບຮູ້ແລະຮູ້ນຳໃຊ້ຜູ້ມີຄວາມຮູ້ຄວາມສາມາດ.
ຄຳເຫັນ
0