覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ຝາກ​ຄວາມ​ຫວັງ​ໄວ້​ນຳ​ຊາວ​ໜຸ່ມ​ຍຸກ​ໃໝ່

2020-05-03 17:47:55 cri

ເນື່ອງ​ໃນ​ໂອ​ກາດ​ວັນ​ຊາວ​ໜຸ່ມ​ຈີນ 4 ພຶດ​ສະ​ພາ​ໃກ້​ຈະ​ໝູນ​ວຽນ​ມາ​ເຖິງ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ຕາງ​ໜ້າ​ໃຫ້​ສູນ​ກາງ​ພັກ​ສົ່ງ​ຄຳ​ອວຍ​ພອນ​ແລະ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ຈິງ​ໃຈ​​ເຖິງ​ຊາວ​ໜຸ່ມ​ບັນ​ດາ​ເຜົ່າ​ທົ່ວ​ປະ​ເທດ​ຈີນ. ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ໄວ​ໜຸ່ມ​ທີ່​ມີ​ສີ​ສັນ​ແມ່ນ​ມາ​ຈາກ​ການ​ຝຶກ​ຝົນຫຼໍ່ຫຼອມ, ຊີ​ວິດ​ທີ່​ມີ​ຜົນ​ສຳ​ເລັດ​ຫຼາຍກວ່າ​ເກົ່າ​ແມ່ນ​ຍ້ອນການ​ສູ້​ຊົນ. ເມື່ອ​ຜະ​ເຊີນ​ໜ້າ​ກັບ​ພະ​ຍາດ ໂຄວິດ-19 ທີ່​ເກີດ​ຂຶ້ນ​ຢ່າງ​ກະ​ທັນ​ຫັນ, ຊາວ​ໜຸ່ມ​ບັນ​ດາ​ເຜົ່າ​ທົ່ວ​ປະ​ເທດ​ໄດ້​ຕອບ​ສະ​ໜອງ​ກັບ​ຄວາມ​ຮຽກ​ຮ້ອງ​ຂອງ​ພັກ ​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ບັ້ນ​ຮົບ​ທົ່ວ​ປວງ​ຊົນ​ໃນການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດໂ​ດຍ​ບໍ່​ຢ້ານ​ກົວ​ຕໍ່​ຄວາມ​ຫຍຸ້ງ​ຍາກ​ແລະ​ຄວາມ​ອັນ​ຕະ​ລາຍ, ຕະ​ລຸມບອນ​ຢູ່​ແນວ​ໜ້າ,ອຸ​ທິ​ຕົນ​ຢ່າງ​ສຸດ​ໃຈ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຈິດ​ໃຈ​ທີ່​ມີ​ຄວາມ​ຮັບ​ຜິ​ດ​ຊອບ​ຂອງ​ຊາວ​ໜຸ່ມ​ຈີນ​ໃນ​ຍຸກ​ປັດ​ຈຸ​ບັນ, ແລະ​ໄດ້​ຮັບ​ການ​ຍ້ອງ​ຍໍ​ຊົມ​ເຊີຍ​ໃນ​ລະ​ດັບ​ສູງ​ຈາກ​ພັກ​ແລະ​ປະ​ຊາ​ຊົນ ,ຂ້າ​ພະ​ເຈົ້າ​ຮູ້​ສຶກ​ພາກ​ພູມ​ໃຈ​​ຕໍ່​ພວກ​ທ່ານ.
 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ປີ​ນີ້​ແມ່ນ​ປີ​ສຸດ​ທ້າຍໃນ​ການ​ສ້າງ​ສັງ​ຄົມ​ອິ່ມ​ໜຳ​ສຳ​ລານ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ ແລະ ​ແມ່ນ​ປີ​ສຸດ​ທ້າຍ​ຂອງ​ການເອົາ​ຊະ​ນະ ​​ໃນ​ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ, ທັງ​ແມ່ນ​ປີ​ໜຶ່ງ​ທີ່​ເຊື່ອມ​ຕໍ່​ເຂົ້າ​ກັບ​ພາ​ລະ​ກິດ​ເພື່ອ​ບັນ​ລຸ​ເປົ້​າ​ໝາຍ​ສູ້​ຊົນ 100 ປີ ​ຂອງ2ເຫດ​ການ​ປະ​ຫວັດ​ສາດທີ່​ສຳ​ຄັນ. ຊາວ​ໜຸ່ມ​ຈີນ​ໃນ​ຍຸກ​ໃໝ່​ຄວ​ນ​ສືບ​ທອດ ແລະ ເສີ​ມ​ຂະ​ຫຍາຍ​ ນ້ຳ​ໃຈ “4 ພຶດ​ສະ​ພາ”, ຮັກ​ສາ​ອຸ​ດົມ​ການ​ຢ່າງ​ເດັດ​ດ່ຽວ, ຍຶດ​ໝັ້ນຫຼັກ​ໝັ້ນ​ເພື່ອ​ປະ​ຊາ​ຊົນ, ຝຶກ​ຝົນຫຼໍ່ຫຼອມ​ຄວາມ​ສາມ​າດ​​ໃຫ້​ເຂັ້ມ​ແຂງ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​​ສາປະ​ເທດ​ໃຫ້​ເຂັ້ມ​ແຂງ, ຮັກ​ສາ​ທ່າ​ບຸກໃນ​ການ​ບຸກ​ບືນ​ສູ້​ຊົນ​ດ້ວຍ​ຄວາມ​ທໍ​ລະ​​ຫົດ​ອົດ​ທົນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຮ່ວມ​ກັບ​ປະ​ຊາ​ຊົນ1 ຕື້ກວ່າ​ຄົນ, ສູ້​ຊົນ​ຢ່າງ​ກ້າ​ຫານ​ບົນ​ເສັ້ນ​ທາງ​ເຄື່ອນ​ທັບ​ທາງໄກ​ໃນ​ຍຸກ​ໃໝ່​ເພື່ອ​ບັນ​ລຸ​ຄວາມ​ໃຝ່​ຝັນ​ຂອງ​ຈີນ​ທີ່​ຈະ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ຕື່ມ​ວ່າ, ຄະ​ນະພັກ ອົງ​ການ​ປົກ​ຄອງ​ທຸກ​ຂັ້ນ ພະ​ນັກ​ງານ​ການ​ນຳ​ທຸກ​ຂັ້ນ ກໍ​ຄື​ທົ່ວ​ສັງ​ຄົມ​ຄວນ​ເອົາ​ໃຈ​ໃສ່​ຕໍ່​ການ​ເຕີບ​ໃຫຍ່​ຂອງ​ຊາວ​ໜຸ່ມ, ​ສະ​ໜັບ​ສະ​ໜູນຊາວ​ໜຸ່ມ​ອັນ​ໄພ​ສານ​ສ້າງ​ຜົນ​ງານ​​ໃຫ້ຫຼາຍກວ່າ​ເກົ່າ. ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ​ຕ້ອງ​ປະ​ຕິ​ບັດ​ໜ້າ​ທີ່​ທີ່​ມີ​ກຽດ​ສະ​ຫງ່າ​ທີ່​ພັກ​ມອບ​ໝາຍ​ໃຫ້, ສາ​ມັກ​ຄີ ແລະ ນຳ​ພາ​ສະ​ມາ​ຊິກ​ຄະ​ນະ​ຊາວ​ໜຸ່ມ​ອັນ​ໄພ​ສານ​ປະ​ກອບ​ສ່ວນຫຼາຍກວ່າ​ເກົ່າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ພາ​ລະ​ກິດ​ຂອງ​ພັກ ແລະ ລັດ​ໃນ​ຍຸກ​ໃໝ່.

ຄຳ​ເຫັນ

0