何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງຢູ່ຄຽງບ່າຄຽງໄລ່ກັບຜູ້ອອກແຮງງານ

2020-05-07 20:20:36 CRI

 

ທ່ານສີຈິ້ນຜິງເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນທີ່ມາ​ຈາກ​ພູ​ພຽງ​ດິນ​ເຫຼືອງໄດ້ສ້າງຄວາມປະທັບໃຈທີ່ອົບອຸ່ນໂດຍ ທ່ານໄດ້ໄປອອກແຮງງານຮ່ວມກັບປະຊາຊົນຜູ້​ອອກ​ແຮງ​ງານຢູ່ທຸກບ່ອນທີ່ທ່ານເຄີຍປະຕິບັດໜ້າທີ່ການງານເຊິ່ງໄດ້ສະແດງໃຫ້ເຫັນເຖິງ​ທາດ​ແທ້ຂອງຊາວຜູ້ອອກແຮງງານແລະ​ຈິດ​ໃຈ​ເພື່ອປະຊາຊົນຂອງຜູ້ນຳ​ປະ​ຊາ​ຊົນຈີນ.

图片默认标题_fororder_VIP劳动1

ໃນໄລຍະລົງພື້ນຖານຢູ່ຊົນນະບົດເມື່ອປີ 1973, ທ່ານສີຈິ້ນຜິງ(​ຊ້າຍຜູ້ທີ2)ຢູ່ເມືອງຢຽນຊ່ວນແຂວງສ້ານຊີ່ຈີນ

 

 

图片默认标题_fororder_VIP劳动2

ວັນທີ 2 ທັນວາ 1989, ທ່ານສີຈິ້ນຜິງອະດີດເລຂາຄະນະພັກ​ເຂດໜິງເຕີໄດ້ນຳພາພະນັກງານພັນກວ່າຄົນໄປ​ອອກ​ແຮງ​ງານ​ສ້ອມແປງຮ່ອງນ້ຳ.

 

 

图片默认标题_fororder_VIP劳动3

ປີ 1995, ທ່ານສີຈິິ້ນຜິງອະດີດຮອງເລຂາຄະນະພັກແຂວງຝູຈ້ຽນທັງເປັນເລຂາຄະນະພັກນະ ຄອນຝູໂຈ່ວໄດ້ເຂົ້າຮ່ວມການອອກແຮງງານເພື່ອປັບປຸງສ້ອມແປງເຂື່ອນໃນຍ່ານໃຕ້ຂອງແມ່ນ້ຳໝິ້ນຈ່ຽງຢູ່​ເມືອງ​ໝິ້ນ​ໂຮ.

 

 

图片默认标题_fororder_VIP劳动2005

ກ່ອນບຸນກຸດຈີນປີ 2005ໃກ້​ຈະ​ໝູນ​ວຽນ​ມາ​ເຖິງ, ​ທ່ານສີຈິ້ນຜິງໄດ້ເດີນ​ທາງໄປຮອດເຂດບໍ່ແຮ່ແຂວງເຈີ້ຈ່ຽງ, ທ່ານຂີ່ລິບລົງສູ່ກົ້ນບໍ່ແຮ່ທີ່ເລິກເກືອບພັນແມັດ, ແລ້ວ​ກົ້ມຫົວຍ່າງໄປຕາມບໍ່ແຮ່ທີ່ທັງແຄບທັງຕ່ຳທີ່ມີລວງຍາວປະມານ 1500 ກວ່າແມັດເພື່ອໄປຢ້ຽມຢາມກຳມະກອນທີ່ພວມຂຸດຄົ້ນຖ່ານຫີນຢູ່ໃນບໍ່.

 

 

图片默认标题_fororder_VIP劳动2007

ເດືອນມັງກອນປີ 2007, ທ່ານສີຈິ້ນຜິງອະດີດເລຂາຄະນະພັກແຂວງເຈີ້ຈ່ຽງໄດ້​ແຕ່ງ​ອາ​ຫານໃຫ້ຜູ້ເຖົ້າທີ່ຢູ່ເຮືອນພັກຄົນຊະລາຂອງຕາແສງພີງຕູ່ເມືອງຊີ້ງຢວນແຂວງເຈີ້ຈ່ຽງ

 

ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ທ່ານສີຈິ້ນຜິງໄດ້ໄປສຳຫຼວດກວດເບິ່ງຢູ່ເກືອບໝົດທຸກບ່ອນໃນທົ່ວປະເທດຈີນ, ຈາກຊົນນະບົດເຂດທຸກຍາກຈົນຮອດເຂດຊຸມຊົນພື້ນຖານ, ທ່ານໄດ້ຄຽງບ່າຄຽງໄລ່ຮ່ວມກັບປະຊາຊົນຜູ້ອອກແຮງງານຕະຫຼອດມາ.

 

 

图片默认标题_fororder_VIP劳动2016

ວັນທີ 2 ກຸມພາປີ 2016, ທ່ານສີຈິ້ນຜິງໄດ້ຮ່ວມເຮັດຂະໜົມພື້ນເມືອງ​ກັບຊາວບ້ານເສີນຊ່ານນະຄອນຈິງກ່າງຊ່ານແຂວງຈ່ຽງຊີ່

 

图片默认标题_fororder_VIP劳动2018

ວັນທີ 12 ກຸມພາ 2018, ທ່ານສີຈິ້ນຜິງໄດ້ເຮັດເຕົ້າຮູ້ຮ່ວມກັບປະຊາຊົນຕາແສງຢີ້ງຊິ້ວເມືອງເວີ້ນຊ່ວນກິ່ງແຂວງປົກຄອງຕົນເອງເຜົ່າຕິເບດເຜົ່າຊ່ຽງອ່າປ້າ

 

 

图片默认标题_fororder_VIP劳动2019

ວັນທີ 21 ສິງຫາ 2019, ທ່ານສີຈິ້ນຜິງທີ່ພວມສຳຫຼວດກວດກາຢູ່ແຂວງກ່ານຊູ້ໄດ້ເດີນທາງໄປ​ນິ​ຄົມປ່າໄມ້ປ່າປູ້ເມືອງກູລ້າງ. ທ່ານໄດ້ຮ່ວມອອກແຮງງານ​ກັບ​ປະ​ຊາ​ຊົນ.

 

 

图片默认标题_fororder_VIP劳动2020

ວັນທີ 10 ມີນາ 2020, ທ່ານສີຈິ້ນຜິງໄດ້ໄປສຳຫຼວດກວດເບິ່ງສະພາບການສ້າງສາ, ການກອບກູ້ຊີວິດຄົນເຈັບ, ການປ້ອງກັນພະຍາດຂອງພະນັກງານແພດໝໍແລະການປະຕິບັດວຽກງານການຄົ້ນຄວ້າວິທະຍາສາດຢູ່ໂຮງໝໍຫົ້ວເສີນຊ່ານ. ທ່ານໄດ້ໄປຢ້ຽມຢາມຄົນເຈັບທີ່ ພວມປິ່ນປົວ, ທ່ານໄດ້ສົ່ງຄວາມຢື້ຢາມຖາມຂ່າວໄປຍັງພະນັກງານແພດໝໍທີ່ໄດ້ສູ້ຊົນຢູ່ແນວໜ້າທັງເວັນທັງຄືນເພື່ອປ້ອງກັນແລະຄວບຄຸມພະຍາດ, ທ່ານໄດ້ໃຫ້ກຳລັງໃຈແກ່ທຸກຄົນເພື່ອສ້າງຄວາມໝັ້ນໃຈ​ຢ່າງ​ເດັດ​ດ່ຽວໃນການເອົາຊະນະພະຍາດ.

 

图片默认标题_fororder_VIP劳动202043

ວັນທີ 3 ເມສາ 2020, ທ່ານສີຈິິ້ນຜິງໄດ້ເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ທີ່ນະຄອນຫຼວງປັກກິ່ງ. ນີ້ແມ່ນ 8 ປີລຽນຕິດທີ່ທ່ານສີຈິ້ນຜິງໄດ້ນຳໜ້າເຂົ້າຮ່ວມກິດຈະກຳນີ້ນັບແຕ່ກອງປະຊຸມໃຫຍ່ ​ຂອງ​ພັກ​ກອມ​ມູ​ນິດ​ຈີນຄັງທີ 18 ທີ່ຈັດຂື້ນເມື່ອປີ 2012 ເປັນຕົ້ນມາ.

 

ໃນຖານະເປັນຜູ້ເຮັດວຽກເພື່ອປະຊາຊົນ, ທ່ານເລຂາທິການໃຫຍ່ສີຈິິ້ນຜິງບໍ່ເຄີຍລື່ມອຸດົມການແຕ່ຫົວທີຈັກເທື່ອ, ບາດກ້າວເດີນຂອງທ່ານຈະສືບຕໍ່ກ້າວໄປຕາມເສັ້ນທາງທີ່ສ້າງຄວາມສຸກໃຫ້ແກ່ປະຊາຊົນຢ່າງແທ້ຈິງ.

ຄຳ​ເຫັນ

0