ຢູ່ໃນຫ້ອງການຂອງທ່ານສີຈິ້ນຜິງປະທານປະເທດຈີນໄດ້ມີຮູບຖ່າຍຫຼາຍໃບຂອງທ່ານສີຈິິນຜິງກັບພໍ່ແມ່ ແລະຄອບຄົວ, ໃນນັ້ນມີຮູບຖ່າຍໃບໜຶ່ງທີ່ປະທັບໃຈຫຼາຍເຊິ່ງ ໄດ້ບັນທຶກກ່ຽວກັບທ່ານສີຈິ້ນຜິງຈັບມືແມ່ຂອງເພິ່ນໄປຍ່າງຫລີ້ນ.ການອົບຮົມບົ່ມສອນດ້ວຍການປະພຶດດີຂອງແມ່ ໄດ້ສົ່ງອິດທິພົນໃຫ້ກັບທ່ານສີຈິ້ນຜິງຕະຫຼອດຊີວິດ.
ຈົນມາຮອດປັດຈຸບັນ, ທ່ານສີຈິິ້ນຜິງຍັງຈື່ບໍ່ລືມວ່າ: ຕອນທີ່ຕົນມີອາຍຸ 5-6ຂວບ,ແມ່ເຄີຍເຈ່ຍຕົນໄປຊື້ປື້ມປະກອບຮູບແຕ້ມກ່ຽວກັບຢ້ວຍເຟີ່ຍຢູ່ຮ້ານຂາຍປື້ມຊິ່ນຮວາ. ແມ່ໄດ້ເລົ່າເລື່ອງໃຫ້ຟັງວ່າ: “ແມ່ຂອງຢ້ວຍເຟີ່ຍໄດ້ເອົາເຂັມສັກຕົວໜັງສືໃສ່ຫຼັງຂອງຢ້ວຍເຟີ່ຍ” ທີ່ຂຽນວ່າ “ຄວນຈົງຮັກພັດດີເພື່ອຕອບແທນບຸນຄຸນຂອງປະເທດຊາດ” ເຊິ່ງສຳນວນນີ້ປານວ່າໄດ້ປູກຝັງແນວພັນໃນໃຈຂອງທ່ານສີຈິ້ນຜິງ, ເຮັດໃຫ້ທ່ານຈື່ຈຳໄວ້ໃນໃຈຕະຫຼອດມາຈົນ ຮອດປັດຈຸບັນແລະກາຍເປັນເປົ້າໝາຍທີ່ສະແຫວງຫາໃນຕະຫຼອດຊີວິດຂອງທ່ານ.
ທ່ານສີຈິ້ນຜິງເຄີຍກ່າວວ່າ: “ຜູ້ເປັນພໍ່ແມ່ແລະຜູ້ປົກຄອງຄວນອົບຮົມບົ່ມສອນຄຸນສົມບັດອັນດີງາມໃຫ້ແກ່ລູກ, ສອນໃຫ້ເຂົາເຈົ້າປະພຶດຕົນໃຫ້ເປັນຄົນທີ່ມີຄວາມເຂັ້ມແຂງກ້າຫານແລະຊື່ສັດສຸດຈະລິດ, ຊ່ວຍເຂົາເຈົ້າສ້າງຈິດໃຈທີ່ດີງາມ, ເຮັດໃຫ້ເຂົາເຈົ້າເຕີບໃຫຍ່ຢ່າງປອດໃສແລະກາຍເປັນຄົນທີ່ມີປະໂຫຍດຕໍ່ປະເທດຊາດແລະປະຊາຊົນ.”
ຄອບຄົວຂອງທ່ານສີຈິ້ນຜິງໄດ້ອົບຮົມບົ່ມສອນຄວາມຮັກທີ່ມີຕໍ່ຄອບຄົວແລະ ຈິດໃຈຮັກຊາດທັງໄດ້ສ້າງນິດໄສທີ່ເຂັ້ມແຂງ,ກ້າຫານແລະຊື່ສັດສຸດຈະລິດໃຫ້ກັບທ່ານສີຈິ້ນຜິງ.
ພໍ່ແມ່ຂອງທ່ານສີຈິ້ນຜິງໄດ້ຍຶດໝັ້ນໃນແບບແຜນຄອບຄົວທີ່ເຂັ້ມງວດໃນການອົບຮົມສັ່ງສອນລູກເຕົ້າ,ຮັກສາມູນເຊື້ອທີ່ດຸໝັ່ນແລະປະຢັດມັດທະຍັດ.
ທ່ານນາງຊີຊິນ ຜູ້ເປັນແມ່ໄດ້ເປັນແບບຢ່າງດ້ວຍການປະຕິບັດຕົວຈິງໂດຍ ສົ່ງອິດທິພົນແລະອົບຮົມສັ່ງສອນລູກເຕົ້າດ້ວຍແບບແຜນຄອບຄົວທີ່ດີງາມ. ເພິ່ນໄດ້ເບິ່ງແຍງດູແລລູກໃຫ້ດີ,ທັງຕ້ອງປະຕິບັດບັດໜ້າທີ່ການງານຂອງຕົນໃຫ້ດີ, ບໍ່ວ່າຈະອິດເມື່ອລຳບາກປານໃດກໍຕາມ, ເພິ່ນລ້ວນແຕ່ໄດ້ຍຶດໝັ້ນໃນການ ຖືໜ້າທີ່ການງານເປັນສຳຄັນແລະບໍ່ໃຫ້ເລື່ອງຄອບຄົວກະທົບເຖິງວຽກງານ. ເມື່ອມີຄວາມຫຍຸ້ງຍາກກໍຈະຜ່ານຜ່າດ້ວຍຕົນເອງ. ເປັນເວລາດົນນານມາແລ້ວ, ທ່ານນາງຊີຊິນໄດ້ຍຶດໝັ້ນແບບແຜນວິທີດຳລົງຊີວິດທີ່ປະຢັດແລະລຽບງ່າຍ, ໂດຍບໍ່ໄດ້ໃຊ້ສິດພິເສດໃນນາມເປັນພັນລະຍາຂອງທ່ານສີຈົ້ງຊຸນ ຮອງນາຍົກລັດ ຖະມົນຕີຈີນໃນເວລານັ້ນ. ເວລາທີ່ລູກເຕົ້າກິນນອນກຢູ່ໂຮງຮຽນຫຼືຢູ່ໂຮງ ລ້ຽງເດັກ,ທ່ານນາງຊີຊິນບໍ່ໄດ້ຈ້າງແມ່ເຮືອນມາຊ່ວຍວຽກບ້ານການເມືອງ. ເພິ່ນ ບໍ່ເຄີຍຄິດຈັກເທື່ອທີ່ຈະສວຍໃຊ້ສິດຕຳແໜ່ງຂອງສາມີສັບຊ້ອນບ່ອນເຮັດວຽກທີ່ໃກ້ເຮືອນຕົນ.ເພິ່ນໄດ້ເຂົ້າຮ່ວມກິດຈະກຳການຕ່າງປະເທດໃນຖານະເປັນພັນລະຍາຮອງນາຍົກລັດຖະມົນຕີພຽງເທື່ອດຽວເທົ່ານັ້ນ.
ທ່ານສີຈິ້ນຜິງໄດ້ຮັບອິດທິພົນຈາກແບບແຜນຄອບຄົວທີ່ຊື່ສັດສຸດຈະລິດແລະປອງດອງກັນ,ເພິ່ນກໍໄດ້ປະພຶດຕົວຕາມແບບແຜນທີ່ປະຢັດມັດທະຍັດ,ລຽບງ່າຍແລະຕິດແທດຕົວຈິງ.
ທ່ານສີຈິ້ນຜິງໃຫ້ຄວາມສຳຄັນຕໍ່ຄອບຄົວກໍຄືຄວາມຮັກແພງລະຫວ່າງຄົນໃນຄອບຄົວ. ແຕ່ຍ້ອນເປັນພະນັກງານການນຳແລະມີວຽກຫຼາຍ,ສະນັ້ນຈິ່ງເປັນເລື່ອງ ປົກກະຕິທີ່ທ່ານບໍ່ສາມາດກັບໄປຢາມບ້ານໃນເວລາວັນບຸນສຳຄັນຕ່າງໆ.
ບຸນກຸດຈີນໃນປີ 2001 ທ່ານນາງຊີຊິນ ຜູ້ເປັນແມ່ໄດ້ໂທລະສັບລົມ ກັບທ່ານສີຈິ້ນຜິງທີ່ເປັນເຈົ້າແຂວງແຂວງຝູຈ້ຽນໃນເວລານັ້ນໂດຍໄດ້ຖາມຂ່າວແລະສັ່ງສອນລູກວ່າ:“ຂໍພຽງແຕ່ລູກເຮັດວຽກໃຫ້ດີກໍ່ຖືວ່າແມ່ນຄວາມກະຕັນຍູຕໍ່ພໍ່ແມ່ ທີ່ດີທີ່ສຸດແລ້ວ, ນີ້ຄືຮັບຜິດຊອບຕໍ່ຄອບຄົວແລະຮັບຜິດຊອບ ຕໍ່ລູກເອງ, ທັງສອງຢ່າງນີ້ເປັນເອກະພາບກັນ.
“ຄອບຄົວນ້ອຍ” ແລະ “ຄອບຄົວໃຫຍ່” ມີແຫຼ່ງກຳເນີດດຽວກັນ. ຄວາມເຂົ້າໃຈ ແລະ ການສະໜັບສະໜູນຂອງແມ່ແມ່ນເຕັມໄປດ້ວຍຄວາມມຸ່ງຫວັງຢ່າງຍິ່ງໃຫ້ມີຈິດໃຈທີ່“ກ້າຮັບຜິດຊອບ” ແລະ “ປະຕິບັດໜ້າທີ່ຢ່າງມີຄວາມຮັບຜິດຊອບສູງ”.
ໂດຍຍຶດໝັ້ນຈິດໃຈທີ່ເຮັດວຽກເພື່ອຜົນປະໂຫຍດຂອງປະຊາຊົນ, ທ່ານສີຈິ້ນຜິງໄດ້ຖືເອົາຊີວິດການເປັນຢູ່ທີ່ດີງາມຂອງປະຊາຊົນເປັນພັນເປັນໝື່ນຄອບຄົວເປັນເປົ້າໝາຍສູ້ຊົນຂອງຕົນ.
“ທັດສະນະການປົກຄອງຂອງຂ້າພະເຈົ້າ, ເວົ້າໂດຍສັງເຂບແລ້ວກໍແມ່ນ: ຮັບໃຊ້ປະຊາຊົນ, ແບກຫາບຄວາມຮັບຜິດຊອບຂອງຕົນ.” ຫຼາຍປີມານີ້ບໍ່ໄດ້ມີການປ່ຽນແປງ, ລົງຮາກຖານຢ່າງເລິກເຊິ່ງ, ເຮັດແທ້ທຳຈິງຢູ່ຄຽງບ່າຄຽງໄຫລ່ກັບປະຊາຊົນ, ທ່ານສີຈິ້ນຜິງໄດ້ຮັກສາອຸດົມການແຕ່ຫົວທີທີ່ເຮັດວຽກເພື່ອປະຊາຊົນໂດຍ “ຮັກປະຊາຊົນຄືກັບຮັກພໍ່ແມ່ຂອງຕົນ”.
ຄວາມປອດໃສຂາວສະອາດແມ່ນກຳລັງນາມມະທຳ, ທັງແມ່ນຜົນຕອບແທນທີ່ດີທີ່ສຸດໃຫ້ແກ່ຄອບຄົວ.ໃນແຕ່ລະບາດກ້າວເດີນຂອງທ່ານສີຈິ້ນຜິງ, ທ່ານນາງຊີຊິນຈະໃຫ້ກຳລັງໃຈ ແລະຄຳສັ່ງສອນຢ່າງທັນການ.
ມີເທື່ອໜຶ່ງ, ຢູ່ຕໍ່ໜ້າລູກຊາຍ ແລະລູກສາວ, ທ່ານນາງຊີຊິນໄດ້ສັ່ງສອນວ່າ: “ບໍ່ຄວນໃຫ້ເລື່ອງນ້ອຍໃນຄອບຄົວໄປກະທົບເຖິງໜ້າວຽກ.”ທ່ານສີຈົ້ງຊຸ່ນໄດ້ຟັງແລ້ວກໍໄດ້ເວົ້າຢ່າງເຄັ່ງຄັດວ່າ: “ເລື່ອງໃຫຍ່ກໍບໍ່ໃຫ້ກະທົບເຖິງໜ້າວຽກເຊັ່ນກັນ.”
ໃນເວລາທີ່ທ່ານສີຈິ້ນຜິງດຳລົງຕຳແໜ່ງເປັນເຈົ້າແຂວງແຂວງຝູຈ້ຽນ, ທ່ານນາງຊີຊິນໄດ້ຂຽນຈົດໝາຍໄປເຖິງທ່ານສີຈິ້ນຜິງຕາມແບບແຜນຂອງຄອບຄົວ, ເພິ່ນຂຽນດ້ວຍຄວາມໜັກແໜ້ນວ່າ: “ຢູ່ບ່ອນສູງຈະຮູ້ສຶກທົນຄວາມໜາວພີລຶກໄດ້ຍາກ”, ໂດຍໄດ້ສັ່ງສອນໃຫ້ທ່ານສີຈິ້ນຜິງຕ້ອງປະພຶດຕົວຢ່າງເຂັ້ມງວດກວ່າເກົ່າ.
“ຄົນຄົນໜຶ່ງຫາກບໍ່ສາມາດເຂັ້ມງວດຕໍ່ຕົນເອງແລະຂາດຄວາມປອດໃສຂາວສະອາດກໍຈະເປັນຄົນທີ່ໄຮ້ຄວາມຊື່ສັດສຸດຈະລິດ. ຕ້ອງຈື່ຈຳເຫດຜົນທີ່ວ່າ: ຄວາມປອດໃສຂາວສະອາດເປັນສິ່ງທີ່ມີໂຊກ, ຄວາມຕັນຫາໂລພາເປັນພິດໄພ, ການສ້າງໃຫ້ມີທັດສະນະອັນຖືກຕ້ອງກ່ຽວກັບສິດອຳນາດ,ຖານະ, ຜົນປະໂຫຍດ. ເວລາໃດກໍຕ້ອງມີຈິດໃຈອັນເດັດດ່ຽວ, ຄວບຄຸມການປະພຶດຂອງຕົນແລະຮັກສາຄວາມປອດໃສຂາວສະອາດໃຫ້ໄດ້. ” ເຊິ່ງທາດແທ້ໃນການສ້າງພັກເພື່ອປະຊາຊົນ,ປະຕິບັດໜ້າທີ່ວຽກງານເພື່ອສ່ວນລວມດ້ວຍຄວາມປອດໃສຂາວສະອາດໃນລັກສະນະນີ້ໄດ້ສະແດງໃຫ້ເຫັນຢ່າງພົ້ນເດັ່ນໃນແນວຄິດແລະພຶດຕິກຳຕົວຈິງຂອງທ່ານສີຈິ້ນຜິງໃນການບໍລິຫານປະເທດ.ທ່ານນາງຊີຊິນໄດ້ຈື່ຈຳຄຳເຕືອນຂອງສາມີໄວ້ເພື່ອເປັນຄະຕິເຕືອນໃຈປະຈຳຊີວິດຕົນຄື: “ເຮັດວຽກໃຫ້ດີ, ຮ່ຳຮຽນໃຫ້ດີ,ທຸກສິ່ງຢ່າງຕ້ອງແກ້ໄຂໃຫ້ດີໝົດ.”
ເຖິງຈະປະສົບກັບສະພາບຫຍຸ້ງຍາກລຳບາກກໍຕາມ, ແຕ່ທ່ານນາງຊີຊິນພ້ອມລູກເຕົ້າທັງຫຼາຍກໍບໍ່ໄດ້ທໍ້ຖອຍໃຈ. ເພິ່ນຮັກແພງແລະເອົາໃຈໃສ່ຄອບຄົວດ້ວຍຄວາມເຂັ້ມແຂງແລະມີຄວາມເມດຕາໃນຖານະແມ່. ຈາກຈິດໃຈທີ່ເຂັ້ມແຂງຄືແນວນີ້, ໝົດທຸກຄົນໃນຄອບຄົວໄດ້ຮ່ວມກັນປະເຊີນໜ້າກັບອຸປະສັກແລະຄວາມຫຍຸ້ງຍາກລຳບາກຕ່າງໆນາໆທີ່ເກີດຂຶ້ນໃນຊີວິດດ້ວຍຄວາມເຊື່ອໝັ້ນອັນເດັດດ່ຽວໜຽວແໜ້ນແລະ ມີທັດສະນະເບິ່ງໂລກໃນແງ່ດີ.
ໃນສະພາບທີ່ມີຄວາມສະດວກສະບາຍກໍຍັງສາມາດຮັກສາທາດແທ້ຂອງຕົນ, ໃນສະພາບທີ່ມີຄວາມຫຍຸ້ງຍາກລຳບາກແຮ່ງມີຈິດໃຈທຸ່ນທ່ຽງ. ປະສົບການທີ່ບຸກບືນສູ້ຊົນຂອງພໍ່ແມ່ໄດ້ສົ່ງອິດທິພົນຢ່າງເລິກເຊິ່ງຍາວນານໃຫ້ກັບທ່ານສີຈິ້ນຜິງ.
ຫຼາຍປີມານີ້, ບໍ່ວ່າວຽກງານແລະຕຳແໜ່ງຈະມີການປ່ຽນແປງໄປແນວໃດ, ທ່ານສີຈິ້ນຜິງກໍຍັງຈື່ຈຳຄຳສັ່ງສອນຂອງແມ່ ແລະ ໄດ້ຍຶດໝັ້ນອຸດົມການແຕ່ຫົວທີຢ່າງສະເໝີຕົ້ນສະເໝີປາຍ.
ຄຳເຫັນ
0