何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

6ເລື່ອງລາວທີ່ອົບອຸ່ນລະຫວ່າງທ່ານສີຈິ້ນຜິງກັບແມ່

2020-05-11 14:22:19 CRI

ໃນ​ພິທີ​ອວຍພອນ​ບຸນ​ກຸດ​ຈີນປີ 2015ຂອງ​ສູນ​ກາງ​ພັກ​ແລະ​ລັດ​ຖະ​ບານ​ຈີນ,ທ່ານ​ສີ​ຈິ້ນ​ຜິ​ງໄດ້​ອ່ານ​ບົດ​ກະ​ວີ​ບົດ​ໜຶ່ງ​​ໄດ້ຢ່າງຊື້ງໃຈຄື:ບົດ​ກະວີ “ລູກອ​ອກ​ເດີນທາງ​ໄກ”  ເຊິ່ງເປັນ​ຜົນງານ​ຂອງ​ທ່ານ​ເມີ້​ງຈ່ຽວນັກ​ກະ​ວີຜູ້​ທີ່​ມີ​ຊື່​ສຽງ​ໃນ​ລາຊະວົງ​ຖັງ,​ເນື້ອ​ໃນບົດ​ກະ​ວີ​ບົດ​ນີ້​ຂຽນວ່າ​:“​ແມ່​ຖື​ເຂັມຄ້ອງ​ດ້າຍປາຍ​ສອດ​ຜູກ, ຫຍິບເສື້ອລູກ​ ດວງ​ໃຈກຽມ​ໄກ​ຈາກ, ແມ່ຫຍິບ​​ຮ້ອຍແໜ້ນ​ສຸດ​ໃຈສຸດ​ວິ​ຊາ, ​ຫ່ວງ​ບຸດ​ຕາຫວນ​ກັບ​ຊ້າຈາກ​ແດນ​ໄກ​. ​ໃຜ​ວ່າຫຍ້າ​ເສັ້ນນ້ອຍ​ ເທົ່າ​ປອຍ​ນຸ່ນຈະ​ທຽບ​ຄຸນແສງ​ແດດ​ອຸ່ນແຫ່ງ​ລະ​ດູ​ບານ​ໃໝ່.”

​ໃນ​ໂລກ​ນີ້ ​ພໍ່​ແມ່​ເປັນຜູ້​ທີ່​ມີ​ຄວາມ​ເມດ​ຕາ​ກະ​ລຸ​ນາຫຼາຍ​ທີ່​ສຸດ, ລູກ​ເຕົ້າ​ເປັນ​ຜູ້​ທີ່​ມີ​ຄວາມ​ກະ​ຕັນ​ຍູຮູ້ຄຸນ​ຕໍ່​ພໍ່​ແມ່​ທີ່​ສຸດ.

ໃນ​ຖາ​ນະ​ເປັນ​ແມ່, ຄວາມ​ປອດ​ໄພ ຄວາມ​ສຸກ​ສຳ​ລານ​ຂອງ​ລູກເປັນສິ່ງ​ທີ່​ເຮັດ​ໃຫ້​ແມ່​​ສຸກ​ໃຈ​ທີ່​ສຸດ​.​ໃນ​ເວ​ລາ​ຝາກ​ຄວາມ​ຫວັງ​ໄວ້​ນຳ​ທ່ານ​ສີ​ຈິ້ນ​ຜິງ, ທ່ານ​ນາງ​ຊີ​ຊິນຜູ້​ເປັນ​ແມ່​ຍິ່ງ​ຫວັງ​ໃຫ້​ລູກ​ແບກ​ຫາບ​ຄວາມ​ຮັບ​ຜິດ​ຊອບ​ທີ່ມີຕໍ່​ປະ​ເທດ​ຊາດ​ແລະ​ປ​ະ​ຊາ​ຊົນໃຫ້ຫຼາຍກວ່າເກົ່າ.ການ​ອົບ​ຮົມ​ບົ່ມ​ສອນ​ດ້ວຍ​ການ​ປະ​ພຶດ​ທີ່​ດີ​ຂອງ​ແມ່​ໄດ້​ສົ່ງ​ອິດ​ທິ​ພົນທີ່​ເປັນ​ປະ​ໂຫຍດ​ໃຫ້​ກັບ​ທ່ານສີ​ຈິ້ນ​ຜິງ​ຕະຫຼອດ​ຊີ​ວິດ.

图片默认标题_fororder_VIP母亲1

ຕອນ​ທີ່ທ່ານ​ສີ​ຈິ້ນ​ຜິງ​ມີ​ອາ​ຍຸ​ປະ​ມານ 5-6 ປີ,ແມ່ເຄີຍເຈ່ຍເພິ່ນໄປຊື້ປື້ມປະກອບຮູບແຕ້ມກ່ຽວກັບຢ້ວຍເຟີ່ຍ. ທ່ານ​ສີ​ຈິ້ນ​ຜິງ​ເລົ່າ​ສູ່​ຟັງ​ວ່າ: ເມື່ອຊື້ປື້ມມາແລ້ວ,ແມ່ກໍ່ໄດ້ເລົ່າເລື່ອງວ່າ​:“ແມ່ຂອງຢ້ວຍເຟີຍໄດ້ເອົາ​ເຂັມ​ສັກຕົວໜັງສືໃສ່ຫຼັງຂອງຢ້ວຍ

ເຟີຍເພື່ອໃຫ້ຢ້ວຍເຟີຍຮູ້ບຸນຄຸນແລະຕອບແທນປະເທດຊາດ.” ຂ້າພະເຈົ້າຖາມແມ່ວ່າ: ປັກເຂັມໃສ່ຫຼັງບໍ່ເຈັບບໍ! ແມ່ຕອບວ່າ: ເຈັບແທ້, ແຕ່ກໍ່ຈະຈົດຈຳໄວ້ໃນໃຈໄດ້ດີ.” ຄຳວ່າ“ຕອບແທນບຸນຄຸນປະເທດຊາດ “ກໍ່ໄດ້ເຮັດໃຫ້ທ່ານ​ສີ​ຈິ້ນ​ຜິງຈື່ຈຳ

ໄວ້ໃນໃຈຕະຫຼອດມາຈົນຮອດປັດຈຸບັນແລະກາຍເປັນເປົ້າໝາຍທີ່ທ່ານສະແຫວງຫາໃນຕະຫຼອດຊີວິດຂອງຕົນ.

 

 

图片默认标题_fororder_VIP母亲2

ເປັນເວລາດົນນານມາແລ້ວ, ທ່ານນາງຊີຊິນໄດ້ຍຶດໝັ້ນແບບແຜນວິທີດຳລົງຊີວິດທີ່ປະຢັດແລະລຽບງ່າຍ, ໂດຍບໍ່ໄດ້ໃຊ້ສິດພິເສດໃນນາມເປັນພັນລະຍາຂອງທ່ານສີຈົ້ງຊຸນຮອງນາຍົກລັດຖະມົນຕີຈີນໃນເວລານັ້ນ. ເວລາທີ່ລູກເຕົ້າກິນນອນກຢູ່ໂຮງຮຽນຫຼືຢູ່ໂຮງລ້ຽງເດັກ,ທ່ານນາງຊີຊິນບໍ່ໄດ້ຈ້າງແມ່ເຮືອນມາຊ່ວຍວຽກບ້ານການເມືອງ.ເພິ່ນບໍ່ເຄີຍຄິດຈັກເທື່ອທີ່ຈະສວຍໃຊ້ສິດຕຳແໜ່ງຂອງສາມີສັບຊ້ອນບ່ອນເຮັດວຽກທີ່ໃກ້ເຮືອນຕົນ.ເພິ່ນໄດ້ເຂົ້າຮ່ວມກິດຈະກຳການຕ່າງປະເທດໃນຖານະເປັນພັນລະຍາຮອງນາຍົກລັດຖະມົນຕີພຽງເທື່ອດຽວເທົ່ານັ້ນ. ເຖິງ​ຈະ​ຢູ່ໃນສະພາບ​ທີ່​ຊີ​ວິດ​ການ​ເປັນ​ຢູ່​ທຸກ​ຍາກ​ລຳ​ບາກ​ທີ່​ສຸດ, ​ແຕ່​ລະ​ເດືອນ, ທ່ານ​ນາງ​ຊີ​ຊິນ​ກໍຍັງ​ຍຶດ​ໝັ້ນການ​ເສຍ​ເງິນສະຕິພັກ​ຢ່າງ​ທັນ​ເວ​ລາ.

 

图片默认标题_fororder_VIP母亲3

ພໍ່ແມ່ຂອງທ່ານສີຈິ້ນຜິງໄດ້ຍຶດໝັ້ນໃນແບບແຜນຄອບຄົວທີ່ເຂັ້ມງວດໃນການອົບຮົມສັ່ງສອນລູກເຕົ້າ,ຮັກສາມູນເຊື້ອທີ່ດຸໝັ່ນແລະປະຢັດມັດທະຍັດ. ບໍ່ວ່າຈະອິດເມື່ອຍລຳບາກປານໃດກໍຕາມ, ທ່ານ​ນາງ​ຊີ​ຊິນລ້ວນແຕ່ໄດ້ຍຶດໝັ້ນໃນການຖືໜ້າທີ່ການງານເປັນສຳຄັນແລະບໍ່ໃຫ້ເລື່ອງຄອບຄົວກະທົບເຖິງວຽກງານ.ທ່ານນາງຊີຊິນ ຜູ້ເປັນແມ່ໄດ້ເປັນແບບຢ່າງດ້ວຍການປະຕິບັດຕົວຈິງໂດຍສົ່ງອິດທິພົນແລະອົບຮົມສັ່ງສອນລູກເຕົ້າດ້ວຍແບບແຜນຄອບຄົວທີ່ດີງາມ.ທ່ານສີຈິ້ນຜິງໄດ້ຮັບອິດທິພົນຈາກແບບແຜນຄອບຄົວທີ່ຊື່ສັດສຸດຈະລິດແລະປອງດອງກັນ,ເພິ່ນກໍໄດ້ປະພຶດຕົວຕາມແບບແຜນທີ່ປະຢັດມັດທະຍັດ,ລຽບງ່າຍແລະຕິດແທດຕົວຈິງ.

 

 

图片默认标题_fororder_VIP母亲4

ເມື່ອທ່ານສີຈິ້ນຜິງລົງພື້ນຖານຢູ່ພາກເໜືອແຂວງສ້ານຊີ່, ແມ່ໄດ້ຫຍິບຖົງໃສ່ເຂັມຖົງໜຶ່ງໃຫ້ລູກ ແລະ ຍັງໄດ້ແສ່ວຕົວໜັງສືສີແດງ 3 ໂຕໃສ່ດ້ານນອກຂອງ​ຖົງ​ໃສ່​ເຂັມຄື: ດວງໃຈແມ່.

ໃນເວລາທີ່ລົງພື້ນຖານຢູ່ບ້ານຫຼຽງເຈ່ຍເຫີ, ທ່ານສີຈິ້ນຜິງບໍ່ໄດ້ເຮັດໃຫ້ແມ່ ຜິດຫວັງ. 7 ປີທີ່ດຳລົງຊີວິດຢູ່ຊົນນະບົດ ເຮັດໃຫ້ທ່ານຜູກພັນມິດຕະພາບແລະຄວາມຮັກແພງກັບພີ່ນ້ອງຊາວບ້ານຢູ່ຊົນນະບົດ​ພາກ​ເໜືອແຂວງສ້ານຊີ.

ເມື່ອອຳລາຈາກບ້ານຫຼຽງ​ເຈ່ຍ​ເຫີໄປ, ທ່ານສີຈິ້ນຜິງໄດ້ເອົາຖົງໃສ່ເຂັມທີ່​ແມ່ຫຍິບນັ້ນມອບໃຫ້ເພື່ອນບ້ານຊື່ ຈ່າງເວີ້ຍຜາງ ເພື່ອ​ໄວ້ເປັນທີ່ລະນຶກ, ຄືດັ່ງທີ່ທ່ານສີຈິ້ນຜິງໄດ້ເວົ້າວ່າ: ເຖິງວ່າຂ້າ​ພະ​ເຈົ້າໄດ້ອຳລາຈາກໄປ, ແຕ່ຈິດໃຈຂອງ​ຂ້າ​ພະ​ເຈົ້າຍັງຝັງແໜ້ນຢູ່ແຫ່ງນີ້ຄືເກົ່າ.ບ້ານຫຼຽນເຈ່ຍເຫີໄດ້ກາຍເປັນຈຸດເລີ່ມຕົ້ນຂອງອຸດົມການແຕ່ຫົວທີຂອງທ່ານສີຈິ້ນຜິງ.

 

 

图片默认标题_fororder_VIP母亲5

 ບຸນກຸດຈີນໃນປີ 2001, ທ່ານນາງຊີຊິນ ໄດ້ໂທລະສັບລົມ ກັບທ່ານສີຈິ້ນຜິງທີ່ເປັນເຈົ້າແຂວງແຂວງຝູຈ້ຽນໃນເວລານັ້ນ. ເຊິ່ງປີ ນັ້ນ ທ່ານບໍ່ສາມາດກັບໄປປັກກິ່ງເພື່ອ​ຮ່ວມ​ສະຫຼອງ​ບຸນ​ກຸດ​ຈີນ​ນຳ.

ເມື່ອໄດ້ຮູ້ວ່າລູກບໍ່ສາມາດກັບເມືອຢາມບ້ານຍ້ອນຄານຳວຽກ, ທ່ານນາງຊີຊິນ ຜູ້ເປັນແມ່ພັດດີໃຈ. ເພິ່ນເວົ້າ​ກັບ​ທ່ານ​ສີ​ຈິ້ນ​ຜິງວ່າ: “ຂໍພຽງແຕ່ລູກເຮັດວຽກໃຫ້ດີກໍ່ຖືວ່າແມ່ນຄວາມກະ​ຕັນຍູຕໍ່ພໍ່ແມ່ທີ່ດີທີ່ສຸດແລ້ວ, ນີ້ຄືຮັບຜິດຊອບຕໍ່ຄອບຄົວແລະຮັບຜິດຊອບ ຕໍ່ລູກເອງ, ທັງສອງຢ່າງນີ້ເປັນເອກະພາບກັນ.

 

图片默认标题_fororder_VIP母亲6

ຢູ່ໃນຫ້ອງການຂອງທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ມີຮູບຖ່າຍຫຼາຍ ໃບຂອງທ່ານສີຈິິນຜິງກັບພໍ່ແມ່ ແລະຄອບຄົວ, ໃນນັ້ນມີຮູບຖ່າຍໃບໜຶ່ງທີ່ປະທັບໃຈຫຼາຍເຊິ່ງ ໄດ້ບັນທຶກກ່ຽວກັບທ່ານສີຈິ້ນຜິງຈັບມືແມ່ຂອງເພິ່ນໄປຍ່າງຫຼີ້ນ. ທ່ານສີຈິ້ນຜິງ ມີຄວາມກະຕັນຍູຕໍ່ແມ່. ເມື່ອໃດມີເວລາຫວ່າງກິນເຂົ້າກັບແມ່ແລ້ວ,ກໍ່ຈະ​ຈູງ​ມືແມ່ອອກໄປຍ່າງຫຼີ້ນ ແລະລົມ​ກັນ.

 

ຄຳ​ເຫັນ

0