何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີ​ຈິ້ນ​ຜິ​ງສົ່ງ​ເສີມ​ໃຫ້​ວິ​ສາ​ຫະກິດປີນຂຶ້ນ​ຈອມ​ພູ​ສູງ​ແຫ່ງ​ວິ​ທະຍາ​ສາດ​ເຕັກ​ໂນ​ໂລ​ຊີຢ່າງກ້າຫານ

2020-05-12 23:54:44 CRI

ຕອນ​ເຊົ້າ​ວັນ​ທີ 12 ພຶດສະພາ​ນີ້, ທ່ານສີ​ຈິ້ນ​ຜິງ ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະທານ​ປະ​ເທດ​ຈີນ​ທີ່​ພວມ​ສຳ​ຫຼວດວຽກ​ງານ​ຢູ່​ແຂວງ​​ຊ່ານຊີ່​ໄດ້​ໄປ​ຮອດ​ບໍລິສັດແຜ່ນ​ເຫຼັກສະ​ແຕນ​ເລດ​ໄທ້​ກ່າງ​ຈຳກັດ, ​​ທ່ານ​ໄດ້ເຂົ້າ​ສູ່​ໂຮງງານ​ຜະລິດ, ຮັບ​ຮູ້​ສະພາບການ​ຜະລິດ, ທັງ​ລົມ​ກັນ​ກັບ​ກຳມະກອນ​ຢ່າງ​ສະໜິດສະໜົມ.

 

ທ່ານ​ສີ​ຈິ້ນ​ຜິ​ງ​ເວົ້າ​ວ່າ: “​ເມື່ອ​ກີ້​​ໄດ້ເຫັນ​ເຕັກ​ນິກ​ການ​ຜະ​ລິດ ​​ຕົວ​ຈິງແລ້ວ, ຮູ້ສຶກ​ດີ​ໃຈ​ຫຼາຍ. ​​​ວິ​ທະ​ຍາ​ສາດ​ເຕັກ​ນິກ​ຂັ້ນສູງຫຼືໄຮ​ເທັກ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ​ຢູ່​​​ຊ່ານຊີ່, ​ບໍລິສັດ​ໄທ້​ກ່າງ​ມີ​ຄວາມ​ກ້າວໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ການ​ປະດິດ​ສ້າງ​ໃໝ່​ດ້ານ​ເຕັກ​ໂນ​ໂລ​ຊີ, ​ໄດ້​ຫັນປ່ຽນ​ຮູບ​ການ ​ແລະ ຍົກ​ລະດັບ​ການ​ຜະລິດໃຫ້​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ຂ້າພະ​ເຈົ້າ​ເຫັນ​ວ່າ​ດີ​ຫຼາຍ. ​ຫວັງ​ວ່າ​ພວກ​ທ່ານ​ຈະ​ປີນຂຶ້ນ​ສູ່​​ຈອມ​ພູ​ສູງ​ໃນ​ຂົງ​ເຂດ​ເຫຼັກສະ​ແຕນ​ເລດຢ່າງ​ກ້າຫານ.”

 

ຄຳ​ເຫັນ

0