覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງສຳຫຼວດ​ວຽກ​ງານ​ຢູ່​ນະ​ຄອນ​ຕ້າ​ທົງ​ແຂວງ​ຊ່ານ​ຊີ່

2020-05-12 20:51:10 cri


 

ພາຍ​ຫຼັງ​ໄດ້​ສຳຫຼວດ​ວຽກ​ງານ​ຢູ່​ແຂວງ​ຫູ​ເປີຍ,ແຂວງ​ເຈີ້​ຈ່ຽງແລະ​ແຂວງ​ສ້ານ​ຊີ່​ແຕ່ເດືອນ​ມີ​ນາ​ຫາ​ເດືອນ​ພຶດ​ສະ​ພາ​ປີ 2020​ແລ້ວ, ​ໃນ​ວັນ​ທີ 11 ພຶດ​ສະ​ພາ​ ປີ2020,ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເດີນທາງອອກ​ຈາ​ກ​ນະ​ຄອນຫຼວງ​ປັກ​ກິ່ງ​​ໄປ​ສຳຫຼວດ​ວຽກ​ງານ​ຢູ່​ແຂວງ​ຊ່ານ​ຊີ່ອີກ. ການ​ສຳຫຼວດ​ຄົ້ນ​ຄວ້າ​ວຽກ​ງານ​ຢູ່ 4 ແຂວງ​ຢ່າງ​ລຽນ​ຕິດ​ພາຍ​ໃນໄລຍະ​ເວ​ລາ 2 ເດືອນ,  ຖື​ວ່າ​ເປັນ​ການເດີນທາງ​ອອກ​ຈາກນະ​ຄອນຫຼວງ​ປັກ​ກິ່ງ​ຫລາຍທີ່ສຸດຂອງທ່ານ ສີຈິ້ນຜິງເພື່ອໄປ​ຢ້ຽມ​ຢາມ​ທ້ອງ​ຖິ່ນນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງທີ 19 ເປັນ​ຕົ້ນ​ມາ. ປີ​ນີ້​ເປັນ​ປີ​ຂອງ​ການເຊື່ອມ​ຕໍ່ ການ​ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ “2ເຫດ​ການ​ປະ​ຫວັດ​ສາດ​ສຳ​ຄັນ 100 ປີ”.  ໃນ​ຈຸດ​ເວ​ລາ​ອັນ​ສຳ​ຄັນ​ຄື​ແນວ​ນີ້, ຢູ່​ນະ​ຄອນ​ຕ້າ​ທົງ ເຊິ່ງ​ເປັນ​ບ່ອນ​ທຳ​ອິດ​ທີ່​ທ່ານ​ສີ​ຈິ້ນ​ຜິງຢ້ຽມ​ຢາມ​ແຂວງ​ຊ່ານ​ຊີ່​, ​ສິ່ງ​ສຳ​ຄັນ​ທີ່​ທ່ານ​ເອົາ​ໃຈ​ໃສ່​ນັ້ນກໍ​ຄື: ເຮັດ​ແນວ​ໃດ​ເພື່ອ​ສືບ​ທອດ​ພາ​ລະ​ກິດ​ອັນ​​ເປັນ​ມູນ​ເຊື້ອ​ທັງ​ເສີມ​ຂະ​ຫຍາຍແລະ​ບຸກ​ເບີກການພັດ​ທະ​ນາ​​​ໃນຍຸກໃໝ່.

图片默认标题_fororder_huanghuacai1

ວັນ​ທີ 11 ພຶດ​ສະ​ພາ,ທ່ານ​ສີ​ຈິ້ນ​ຜິງ​ໄປ​ສຳຫຼວດກວດ​ກາ​ຢູ່​ແຫຼ່ງ​ປູກດອກ​ເດ​ລີ​ລີ​ນະ​ຄອນ​ຕ້າ​ທົງ
 

ແຫຼ່ງ​ປູກດອກ​ເດ​ລີ​ລີ(daylily)​ປອດສານພິດ​ຢູ່​ເມືອງຢູນ​ໂຈ່ວ​ນະຄອນ​ຕ້າ​ທົງ​ແຂວງ​ຊ່ານ​ຊີ່ ເປັນ​ບ່ອນ​ທຳ​ອິດ​ທີ່​ທ່ານ​ສີ​ຈິ້ນ​ຜິງ​ໄປສຳຫຼວດ​ວຽກ​ງານ​ຢູ່​ນະ​ຄອນ​ຕ້າ​ທົງ.

图片默认标题_fororder_huanghuacai2
 

ວັນ​ທີ 11 ພຶດ​ສະ​ພາ,ທ່ານ​ສີ​ຈິ້ນ​ຜິງ​ໄປ​ສຳຫຼວດກວດ​ກາ​ຢູ່​ແຫຼ່ງ​ປູກດອກ​ເດ​ລີ​ລີ​ນະ​ຄອນ​ຕ້າ​ທົງ
 

ເມືອງ​​ຢູນ​ໂຈ່ວ​ຕັ້ງ​ຢູ່​ເຂດ​ທຸກ​ຍາກ​ພິ​ເສດ​ທີ່ຕິດ​ຈອດ​ກັນ​ເປັນ​ບໍ​ລິ​ເວນກວ້າງ​ຂວາງຢູ່​ເຂດ​ພູ​ຢ່ຽນ​ຊ່ານ-​ພູໄທ້​ຫາງ​, ເຂດ​ນີ້​ມີ​ອາ​ກາດ​ໜາວ​​ທີ່​ສຸດ,ແຫ້ງ​ແລ້ງ,ດິນ​ບໍ່​    ເໝາະສົມ​ກັບ​ການ​ປູກ​ຝັງ , ເຄີຍ​ເປັນ​ເຂດ​ທຸກ​ຍາກ​ທີ່​ສຸດ​ທີ່​ໃຜໆ​ກໍ​ຮູ້​​.  ສະ​ນັ້ນ, ຄວນຫາວິທີ​ລຶ​ບ​ລ້າງ​ຄວາມ​ທຸກ​ຍາກ​ແບບ​ໃດ? ດອກ​ເດ​ລີ​ລີ ທີ່​ມີ​ປະ​ຫວັດ​ສາດ​ການ​ປູກ​ຝັງ​ມາກວ່າ600​ປີ​ໄດ້​ອວດໂສມ​ສູ່​ສາຍ​ຕາຂອງ​ຄົນ​ທັງຫຼາຍ. ດອກ​ເດ​ລີ​ລີ​ມີ​ຈຸດ​ພິ​ເສດ​ທີ່​ປູກ​ງ່າຍ,ທົນ​ທານຕໍ່ອາ​ກາດ​ແຫ້ງ​ແລ້ງ ທັງ​ມີ​ຄຸນ​ປະ​ໂຫຍດຫຼາຍ​ຢ່າງ​ເຊັ່ນ: ການ​ແຕ່ງ​ເປັນ​ອາ​ຫານ, ເປັນ​ດອກ​ໄມ້ປະດັບເອ້​ແລະ​ອື່ນໆ. ຊຸມ​ປີ​ມໍ່ໆ​ມາ​ນີ້, ດອກ​ເດ​ລີ​ລີ​ໄດ້​ກາຍ​ເປັນ​ “​ນາງເອກ”​ ບົນ​ເວ​ທີ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໃຫ້​ກັບຊາວ​ກະ​ສິ​ກອນ.
 

​ປັດ​ຈຸ​ບັນ, ເນື້ອ​ທີ່​ການ​ປູກດອກ​ເດ​ລີ​ລີ​ຂອງ​ເມືອງ​ຢູນ​ໂຈ່ວ​ມີປະ​ມານ 11.333 ເຮັກ​ຕາ, ມູນ​ຄ່າ​ການ​ຜະ​ລິດ​ມີ​ເຖິງ 700 ລ້ານຢວນ.ຄອບ​ຄົວ​ທຸກ​ຍາກ 15.000 ກວ່າ​ຄອ​ບ​ຄົວ​ຂອງ​ທົ່ວ​ນະ​ຄອນ​ຕ້າ​ທົງ​ໄດ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ດ້ວຍ​ການ​ປູກດອກ​ເດ​ລີ​ລີ.ດ້ວຍ​ເຫດ​ນີ້, ດອກ​ເດ​ລີ​ລີ​ຕ້າ​ທົງ​ຈິ່ງ​ໄດ້​ຖືກ​ຄັດ​ເລືອກ​ໃຫ້ເປັນ​ໂຕ​ແບບການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ ​ເພື່ອລຶບ​ລ້າງ​ຄວາມ​ທຸກຍ​າກ​ຂອງ​ຈີນ.
 

   ຢູ່​ແຫຼ່ງ​ປູກ​ດອກ​ເດ​ລີ​ລີ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ຍ່າງ​ເຂົ້າ​ສູ່​ບໍລິເວນສວນ​ເພື່ອກວດ​ເບິ່ງ​ສະ​ພາບ​ການ​ເຕີບ​ໃຫຍ່​ຂອງດອກ​ເດລີ​ລີ, ເພິ່ນໄດ້ລົມ​ກັບ​ຊາວບ້ານ​ທີ່​ກຳລັງ​ເຮັດ​ວຽກ​ຢ່າງ​ສະໜິດສະໜົມ.​ຊາວ​ບ້ານ​ທັງຫຼາຍບອກ​ກັບທ່ານ​ສີ​ຈິ້ນ​ຜິງວ່າ: ຊຸມ​ປີ​ມໍ່ໆ​ມາ​ນີ້, ພາຍ​ໃຕ້​ການຊີ້ນຳ​ນຳ​ພາ​ຂອງວິ​ສາ​ຫະ​ກິດ​​​ຫຼັກ​ແຫຼ່ງ​ຕົ້ນ​ຕໍ ແລະ​ສະ​ຫະ​ກອນ, ໄດ້ເຮັດໃຫ້ຄຸນ​ນະ​ພາບ​ແລະ​ຜົນ​ຜະ​ລິດຂອງດອກ​ເດ​ລີ​ລີ​ມີ​ຄວາມ​ໝັ້ນ​ຄົງ, ຊ່ອງ​ທາງ​ການ​ຈຳ​ໜ່າຍ​ແລະ​ລາ​ຄາ​ກໍ​ມີ​ການ​ຮັບ​ປະ​ກັນ ເຊິ່ງ​ໄດ້​ພາ​ໃຫ້​ຄອບ​ຄົວ​ທຸກ​ຍາກ​ຈຳ​ນວນ​ບໍ່​ໜ້ອຍ​ສາ​ມາດຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແລະ​ສ້າງ​ຄວາມ​ຮັ່ງ​ມີ​ຂຶ້ນ. ທ່ານ​ສີ​ຈິ້ນ​ຜິ​ງຟັງ​ແລ້ວ​ກໍຮູ້ສຶກ​ດີ​ໃຈຫຼາຍ,ທ່ານກ່າວ​ວ່າ: “ຕ້ອງ​ພັດ​ທະ​ນາ​ການ​ປູກ​ດອກ​ເດ​ລີ​ລີ​​ ໃຫ້ກາຍ​ເປັນຂະແໜງການທີ່ສາມາດ​ຊ່ວຍ​ປະ​ຊາ​ຊົນຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແລະ​ສ້າງ​ຄວາມ​ຮັ່ງມີ​ຂຶ້ນ.” ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ:“ການ​ປູກ​ດອກ​ເດ​ລີ​ລີ​ແມ່ນ​ຂະ​ແໜງ​ການ​ໃຫຍ່!ຂະ​ແໜງ​ການ​ນີ້​ມີ​ອະນາຄົດ​ທີ່​ດີ.ຕ້ອງ​ຮັກສາ ​ແລະພັດທະນາ​ຂະ​ແໜງ​ການ​ນີ້​ໃຫ້​ດີ, ​ໃຫ້ກາຍ​ເປັນ​ຂະແໜງການທີ່​ດີ​ທີ່​ສາມາດສ້າງ​ຄວາມ​ຮັ່ງມີ​ໃຫ້​ແກ່​ປະຊາຊົນ.”

 

ທ່ານ​ສີ​ຈິ້ນ​ຜິງ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ແຂວງ​ຊ່ານ​ຊີ່​​ຄັ້ງ​ຜ່ານ​ມາ​ແມ່ນ​ເດືອນ​ມິ​ຖຸ​ນາ​ປີ 2017, ເພິ່ນ​ໄດ້​ເດີນ​ທາງ​ໄປ​ເຂດ​ພູ​ລ​ວີ​ຫຼຽງ ເຊິ່ງຖື​ວ່າເປັນການບັນລຸຄວາມມຸ້ງ​ຫວັງຕັ້ງໃຈຢາກຢ້ຽມ​ຢາມ​ເຂດ​ທຸກ​ຍາກ​ທີ່​ສຸດ​ທີ່​ຕິດ​ຈອດ​ກັນ​ເປັນ​ບໍ​ລິ​ເວນກວ້າງ​ຂວາງ ທັງ​ໝົດ 11 ແຫ່ງ​ຂອງ​ຈີນ. ທ່ານ​ຍັງ​ໄດ້​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ລຶ​ບ​ລ້າງ​ຄວາມ​ທຸ​ກຍາກ​ຂອງ​ເຂດ​ທຸກ​ຍາກ​ທີ່​ສຸດຢູ່​ນະ​ຄອນ​ໄທ້​ຢວນ ແຂວງ​ຊ່ານ​ຊີ່. ໃນໄລ​ຍະ​ສຳຫຼວດ​ຄົ້ນ​ຄວ້າ​ວຽກ​ງານ​ຄັ້ງ​ນັ້ນ, ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເນັ້ນວ່າ: ການ​ແກ້​ໄຂຂອດ​ຫຍຸ້ງ​ຍາກ​ສຸດ​ທ້າຍ​ໃນ​ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຕ້ອງ​ເພີ່ມ​ທະ​ວີ​ການ​ຈັດ​ຕັ້​ງ​ປະ​ຕິ​ບັດ​ໃຫ້​ເປັນ​ຮູບ​ປະ​ທຳ​ແລະ​ໃຫ້ໄດ້​ຮັບ​ປະ​ສິດ​ທິ​ຜົນ​ຕົວ​ຈິງ.
 

ສຳລັບເທື່ອ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເດີນ​ທາງ​ໄປຢ້ຽມ​ຢາມ​ແຂວງ​ຊ່ານ​ຊີ່​ອີກ​​ຄັ້ງ, ເມືອງ​ທຸກ​ຍາກ​ທັງ​ໝົດ 58 ເມືອງ​ຂອງ​ແຂວງ​ຊ່ານ​ຊີ່​ໄດ້ຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກໝົດ​ແລ້ວ, ອັດ​ຕາ​ການ​ເກີດ​ຄວາມ​ທຸກ​ຍາກ​ກໍ​ໄດ້ຫຼຸດ​ລົງ​ເຫຼືອບໍ່​ເຖິງ 0,1%.ຈຸດ​ສຸມ​ໃນ​ການ​ສຳຫຼວດ​ຄົ້ນ​ຄວ້າ​ຂອງ​ເພິ່ນ​ກໍ​ໄດ້​ຫັນ​ມາ​ເປັນ​ການ​ຊອກ​ຮູ້​ສະ​ພາບ​ການເສີມຂະຫຍາຍ​ໝາກ​ຜົນ​ແຫ່ງ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໃຫ້​ໝັ້ນ​ຄົງ.

 

ບ່ອນ​ທີ​ສອງ​ທີ່​ທ່ານ​ສຳຫຼວດ​ວຽກ​ງານ​ຢູ່​ນະ​ຄອນ​ຕ້າ​ທົງ​ແມ່ນ​ບ້ານ​ໃໝ່ຟາງ​ເສິງ​​ຂອງ​ຕາ​ແສງ​ຊີ່​ຜິງ​ເມືອງ​ຢູນ​ໂຈ່ວ. ເຊິ່ງ​ບ້ານ​ນີ້​ແມ່ນ​ເກີດ​ຈາກ​ການ​​ຈັດ​ສັນ​ໂດຍລວບລວມເອົາປະ​ຊາ​ກອນ​ຜູ້​ທຸກ​ຍາກຂອງສອງບ້ານໃຫ້​ຍົກ​ຍ້າຍ​ມາເຕົ້າໂຮມຢູ່ບ້ານໃໝ່ແຫ່ງດຽວ,​ ເຊິ່ງ​ໄດ້​ຍົກ​ຍ້າຍ​ຊາວ​ບ້ານ​ທັງ​ໝົດ 196 ຄອບ​ຄົວ ມີຈຳ​ນວນ 412 ຄົນ, ໃນ​ນີ້, ຄອບ​ຄົວ​ທຸກ​ຍາກ 77 ຄອບ​ຄົວ ມີຈຳ​ນວນ 158 ຄົນ. ພາຍຫຼັງ​ບ້ານ​ໃໝ່ໄດ້ຮັບການ​ສ້າງ​ຕັ້ງ​ຂຶ້ນ​ແລ້ວ, ໄດ້​ສຸມ​ໃສ່​ພັດ​ທະ​ນາ​ຂະ​ແໜງ​ການ​ຕ່າງໆ​ເຊັ່ນ: ການປູກດອກ​ເດ​ລີ​ລີ, ປ່າ​ເສດ​ຖະ​ກິດ, ພືດ​ພັນ​ທັນ​ຍາ​ຫານ​​ສຳ​ຮອງຊະ​ນິດ​ຕ່າງໆ.ນັບ​ມາ​ຮອດ​ທ້າຍ​ປີ2019, ຄອບ​ຄົວ​ທຸກ​ຍາກ​ໃນ​ບ້ານ​ໃໝ່ຟາງ​ເສິງ​​ໄດ້ຫຼຸ​ດ​ພົ້ນ​ອອກ​ຈາກ​ຄວາມ​ທຸ​ກ​ຍາກ​ໝົດ​ແລ້ວ.
 

图片默认标题_fororder_山乡1
 

ວັນ​ທີ 11 ພຶດ​ສະ​ພາ, ທ່ານ​ສີ​ຈິ້ນ​ຜິງ​ຢ້ຽມ​ຢາມ​ເຮືອນ​ຂອງ​ໄບ​ກ່າວ​ສ່ານ
 

   ທ່ານ​ສີ​ຈິ້ນ​ຜິງໄດ້​ຍ່າງເຂົ້າ​ໄປ​ໃນເຮືອນ​ຂອງ​ໄບກ່າວ​ສ່າ​ນທີ່​ເປັນ​ຊາວບ້ານຂອງບ້ານໃໝ່​ຟາງ​ເສິງ​, ​ທ່ານນັ່ງ​ຢູ່​ເທິງ​ຕຽງ ​ແລະ ໄດ້ລົມ​ກ່ຽວ​ກັບ ​​ຊີ​ວິດປະຈຳ​ວັນ​ກັບ​ທຸກ​ຄົນ​ໃນຄອບ​ຄົວ​ຂອງ​​ໄບ​ກ່າວ​ສ່ານ. ​ໄບກ່າວ​ສ່າ​ນ​ໄດ້​​​ເລົ່າ ໃຫ້​ທ່ານ​ສີ​ຈິ້ນ​ຜິງ​ຟັງ ດ້ວຍ​ຄວາມ​ຕື່ນ​ເຕັ້ນ​ດີ​ໃຈກ່ຽວ​ກັບການ​ປ່ຽນ​ແປງ​ອັນ​ໃຫຍ່​ຫຼວງຂ​ອງ​ຊີ​ວິດ​ຄອ​ບ​ຄົວ​ຕົນນັບ​ຕັ້ງ​ແຕ່​ໄດ້​ຍົກຍ້າຍ​ຖິ່ນ​ຖານ​ມາ​ທີ່ນີ້ເພື່ອ​ລຶບລ້າງຄວາມທຸກ​ຍາກ​​ແລະໄດ້​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ພັກ​ກອມ​ມູ​ນິດ​ຈີນ​ທີ່​ໄດ້​ເຮັດ​ໃຫ້​ຕົນ​ມີ​ຊີ​ວິດການເປັນຢູ່​ທີ່​ຜາ​ສຸກ​ຄືທຸກ​ມື້​ນີ້. ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: ພັກ​ກອມ​ມູນິດ​ຈີນ​ໄດ້ສະ​ແຫວ​ງຫາ​ຄວາມ​ຜາສຸກ​ໃຫ້​ແກ່​ປະຊາຊົນ​ຢ່າງ​ສຸດ​ອົກ​ສຸດ​ໃຈແລະ​ນຳ​ພາ​ປະ​ຊາ​ຊົນຊອກຫາ​ຊ່ອງທາງສ້າງຄວາມຮັ່ງມີ​ຂຶ້ນ.
 

   ​ທ່ານ​ສີ​ຈິ້ນ​ຜິງ​ໄປສຳຫຼວດ​ວຽກ​ງານ​ຢູ່​ແຂວງ​ຊ່ານ​ຊີ່ເມື່ອສາມປີກ່ອນນີ້, ທ່ານ​ເຄີຍ​ໄປ​ຢ້ຽມ​ຢາມ​ບ້ານ​​ຊົ້ງ​ເຈ່ຍ​ໂກ່ວໃໝ່ ​ເມືອງ​ເຂີ​ລານ ເຊິ່ງ​ເປັນ​ບ່ອນ​ຈັດ​ສັນຍົກຍ້າຍ​​ຖິ່ນ​ຖານໃຫ້ກັບຄອບຄົວທຸກຍາກ​ເພື່ອ​ລຶບ​ລ້າງ​ຄວາມ​ທຸ​ກ​ຍາກ. ໃນ​ເວ​ລາ​ນັ້ນ, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ການ​ຍົກ​ຍ້າຍ​ຖິ່ນ​ຖານ​ໃຫ້​ປະ​ຊາ​ຊົນ​ໝົດ​ທົ່ວ​ບ້ານ​ຕ້ອງ​ແກ້​ໄຂ​ບັນ​ຫາ​ຕ່າງໆຢ່າງລະ​ອຽດ​​ເປັນ​ຕົ້ນ​ແມ່ນ ຈະຍົກ​ຍ້າຍ​ໄປ​ບ່ອນ​ໃດ,ຫ້າງ​ຫາ​ເງິນ​ທຶນ​ແນວ​ໃດ, ຈັດ​ສັນ​ພື້ນ​ທີ່​​ຢູ່​ບ່ອນ​ໃດ,ປຸກ​ເຮືອນ​ແນວ​ໃດ?ປະ​ຊາ​ຊົນຈະສາມາດ​ສ້າງ​ລາຍ​ຮັບ​ເພີ່ມ​ຂຶ້ນ​ໄດ້ແນວ​ໃດ,​ປົກ​ປ້ອງ​ສິ່ງ​ແວ​ລ​ດ້ອມ​ນິ​ເວດ​ແນວ​ໃດ, ບ້ານ​ໃໝ່​ຄວນ​ຄຸ້ມ​ຄອ​ງ​ແນວ​ໃດ? ບັນ​ຫາ​ເຫຼົ່າ​ນີ້​ເປັນ​ແຜນ​ພັດ​ທະ​ນານ້ອຍ​ສະເພາະຂອງ​ປະ​ຊາ​ຊົນ ທັງ​ເປັນ​ແຜນ​ພັດ​ທະ​ນາ​ໃຫຍ່​ຂອງ​ລັດ​ອີກ​ດ້ວຍ.
 

   ການປະ​ຕິ​ບັດ​ງານ​​ດ້ວຍ​ຄວາມສຸ​ຂຸມ​ຮອບ​ຄອບ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ການເອົາ​ໃຈ​ໃສ່​ຕໍ່ແຜນ​ພັດ​ທະ​ນາ​ຍາວ​ນານ​​ຂອງ​ປະ​ຊາ​ຊົນໃນອະນາຄົດ, ການສືບ​ທອດ​ພາ​ລະ​ກິດ​ອັນ​ເປັນ​ມູນ​ເຊື້ອ​ທັງເສີມ​ຂະ​ຫຍາຍ​ແລະ ​ບຸກ​ເບີກ​ພັດ​ທະ​ນາ​ໃນ​ຍຸກ​ໃໝ່,ເພື່ອເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ນັບ​ມື້​ນັບ​ດີ​ຂຶ້ນ​ຢ່າງ​ແທ້​ຈິງ. ທັງໝົດນີ້​ຄື​ເລື່ອງ​ໃຫຍ່​ທີ່​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເອົາ​ໃຈ​ໃສ່​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ໃນ​ເວ​ລາ​ສຳຫຼວດ​ຄົ້ນ​ຄວ້າ​ວຽກ​ງານ​ຢູ່​ແຂວງ​ສ້ານ​ຊີ່​ໃນ​ເດືອນ​ຜ່ານ​ມາ, ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ບໍ່​ແມ່ນ​ຈຸດ​ສິ້ນ​ສຸດ,ແຕ່​ເປັນ​ຈຸດ​ເລີ່ມ​ຕົ້ນ​ໃໝ່​ຂອງ​ຊີ​ວິດ​ໃໝ່​ແລະ​ການ​ບຸກ​ບືນ​ສູ້​ຊົນ​ຄັ້ງ​ໃໝ່, ໃນ​ໄລ​ຍະ​ຕໍ່​ໄປ ຕ້ອງ​ສຸມ​ຄວາມ​ພະ​ຍາ​ຍາມ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນຮຸ່ງເຮືອງ. ວັນ​ທີ 27 ມີ​ນາ​ປີ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ຄະ​ນະ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ອມ​ມູ​ນິດ​ຈີນ​ໂດຍ​ໄດ້​ກຳ​ນົດ​ວ່າ: ຕ້ອງ​ຄົ້ນ​ຄວ້າ​ເພື່ອ​ເຮັດ​ວຽກ​ການ​ເຊື່ອມ​ຕໍ່​ວຽກ​ງານ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂັ້ນ​ສຸດ​ທ້າຍ​ກັບຍຸດ​ທະ​ສາດ​ການພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນຮຸ່ງເຮືອງ​ແລະ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ5 ປີ​ຄັ້ງ​ທີ 14. ສູ້​ຊົນ​ບັນ​ລຸເປົ້າ​ໝາຍນີ້ແລ້ວ​ມຸ້ງ​ໜ້າ​ສູ່​ເປົ້າ​ໝາຍ​ໃໝ່​ປານແລ່ນ​ຕໍ່​ໄມ້​, ນີ້​ຄື​ທ່າ​ແຮງ​ຂອງ​ຈີນ​ໃນ​ການ​ບໍ​ລິ​ຫານ​ປະ​ເທດ.

ຄຳ​ເຫັນ

0