ວັນທີ 11 ພຶດສະພານີ້, ທ່ານສີຈິ້ນຜິງໄດ້ໄປສຳຫຼວດວຽກງານຢູ່ແຂວງສ່ານຊີ່, ຕອນບ່າຍມື້ດຽວກັນ, ທ່ານໄດ້ໄປກວດເບິ່ງແຫຼ່ງປູກດອກເດລີລີ(daylily)ປອດສານພິດຢູ່ເມືອງຢຸນໂຈ່ວນະຄອນຕ້າທົງ, ຮັບຮູ້ສະພາບການເສີມຂະຫຍາຍຜົນຂອງການລຶບລ້າງຄວາມທຸກຍາກ.
ຢູ່ແຫຼ່ງປູກດອກເດລີລີ, ທ່ານສີຈິ້ນຜິງໄດ້ຍ່າງເຂົ້າສູ່ບໍລິເວນສວນ, ລົມກັບຊາວບ້ານທີ່ກຳລັງເຮັດວຽກຢ່າງສະໜິດສະໜົມ. ທ່ານສີຈິ້ນຜິງກ່າວວ່າ: “ການປູກດອກເດລີລີແມ່ນຂະແໜງການໃຫຍ່! ຂະແໜງການນີ້ມີອະນາຄົດທີ່ດີ.ຕ້ອງຮັກສາ ແລະພັດທະນາຂະແໜງການນີ້ໃຫ້ດີ, ໃຫ້ກາຍເປັນຂະແໜງການທີ່ດີທີ່ສ້າງຄວາມຮັ່ງມີໃຫ້ແກ່ປະຊາຊົນ.”
ຄຳເຫັນ
0