ທ່ານສີຈິ້ນຜິງນັ່ງເທິງຕຽງໃນເຮືອນຊາວບ້ານ ລົມການປ່ຽນແປງອັນໃຫຍ່ຫຼວງໃນຊົນນະບົດ
ວັນທີ 11 ພຶດສະພານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນທີ່ໄປສຳຫຼວດວຽກງານຢູ່ແຂວງສ່ານຊີ່ໄດ້ໄປເຖິງບ້ານຟາງເສິງໃໝ່ ຕາແສງຊີ່ຜິງນະຄອນຕ້າທົງ, ແລະໄດ້ຍ່າງເຂົ້າໄປໃນເຮືອນຂອງໄບກ່າວສ່ານທີ່ເປັນຊາວບ້ານຟາງເສິງໃໝ່, ທ່ານນັ່ງຢູ່ເທິງຕຽງ ແລະ ລົມກ່ຽວກັບ ຊີວິດປະຈຳວັນກັບທຸກຄົນໃນຄອບຄົວຂອງໄບກ່າວສ່ານ. ໄບກ່າວສ່ານໄດ້ເລົ່າ ໃຫ້ທ່ານສີຈິ້ນຜິງຟັງ ດ້ວຍຄວາມຕື່ນເຕັ້ນດີໃຈກ່ຽວກັບການປ່ຽນແປງອັນໃຫຍ່ຫຼວງຂອງຊີວິດຄອບຄົວຕົນນັບຕັ້ງແຕ່ໄດ້ຍົກຍ້າຍຖິ່ນຖານມານີ້ເພື່ອລຶບລ້າງຄວາມທຸກຍາກ. ທ່ານສີຈິ້ນຜິງກ່າວເນັ້ນວ່າ, ພັກກອມມູນິດຈີນສະແຫວງຫາຄວາມຜາສຸກໃຫ້ແກ່ປະຊາຊົນຢ່າງສຸດອົກສຸດໃຈ,ປະຈຸບັນບໍ່ພຽງແຕ່ໄດ້ຍົກເວັ້ນພັນທະແກ່ອົງການປົກຄອງທ້ອງຖິ່ນ ແລະ ລັດຖະບານ, ບໍ່ເກັບພາສີອາກອນ ນຳຊາວກະສິກອນເທົ່ານັ້ນ, ຍັງໄດ້ສ້າງເຮືອນ, ສອນສີມືແຮງງານ ແລະ ຊອກຫາຊ່ອງທາງສ້າງຄວາມຮັ່ງມີໃຫ້ແກ່ປະຊາຊົນຜູ້ທຸກຍາກ. ໄບກ່າວສ່ານເວົ້າດ້ວຍຄວາມຕື້ນຕັນໃຈວ່າ, ການປຸກເຮືອນຊານເປັນເລື່ອງສຳຄັນທີ່ສຸດສຳລັບຊາວກະສິກອນ, ຖ້າບໍ່ມີພັກກອມມູນິດຈີນ ກໍຈະບໍ່ມີຊີວິດການເປັນຢູ່ທີ່ຜາສຸກແບບນີ້ເກີດຂຶ້ນ. ພີ່ນ້ອງປະຊາຊົນພວກເຮົາຂໍສະແດງຄວາມຂອບໃຈຢ່າງສຸດອົກສຸດໃຈຕໍ່ພັກກອມມູນິດຈີນ.
ທ່ານສີຈິ້ນຜິງກ່າວວ່າ: ຖ້ຳຫີນຢຸນກາງເປັນມໍລະດົກອັນປະເສີດຂອງອະລິຍະທຳມະນຸດ,ຕ້ອງຍຶດໝັ້ນການອະນຸລັກເປັນສິ່ງສຳຄັນກວ່າໝູ່
ຕອນແລງວັນທີ 11 ພຶດສະພານີ້, ທ່ານສີຈິ້ນຜິງໄດ້ໄປກວດເບິ່ງຖ້ຳຫີນຢຸນກາງທີ່ຕັ້ງຢູ່ນະຄອນຕ້າທົງແຂວງສ່ານຊີ່ ເພື່ອສຳຫຼວດວຽກງານອະນຸລັກມໍລະດົກວັດທະນະທຳປະຫວັດສາດ. ຖ້ຳຫີນມີຂະໜາດໃຫຍ່, ມີຮູບປັ້ນແລະຮູບແກະສະຫຼັກທີ່ມີລະດັບສີມືດ້ານສິລະປະຂັ້ນສຸດຍອດແລະມີຊີວິດຊີວາເໝືອນຈິງ. ທ່ານໄດ້ຍ່າງເຂົ້າຖໍ້າທີ່ມີເອກະລັກ ເບິ່ງຮູບແກະສະຫຼັກ ແລະ ຮູບແຕ້ມຝາພະໜັງ, ແລະ ສອບຖາມກ່ຽວກັບປະຫວັດສາດ, ເອກະລັກສິລະປະ ແລະສະພາບການອະນຸລັກວັດຖຸບູຮານຢ່າງລະອຽດ ທ່ານກ່າວວ່າ: ຖ້ຳຫີນຢຸນກາງໄດ້ສະແດງໃຫ້ເຫັນເອກະລັກພິເສດຂອງວັດທະນະທຳຈີນ ແລະປະຫວັດສາດຂອງການແລກປ່ຽນດ້ານວັດທະນະທຳລະຫວ່າງຈີນກັບຕ່າງປະເທດ, ເຊິ່ງເປັນມໍລະດົກອັນປະເສີດຂອງອະລິຍະທຳມະນຸດ,ຕ້ອງຍຶດໝັ້ນການອະນຸລັກເປັນສິ່ງສຳຄັນກວ່າໝູ່,ແລະຄົ້ນຄວ້ານຳໃຊ້ໃຫ້ດີບົນພື້ນຖານການອະນຸລັກຮັກສາ.
ທ່ານສີຈິ້ນຜິງກ່າວວ່າ: ເຮັດໃຫ້ດອກເດລີລີກາຍເປັນຂະແໜງການທີ່ຊ່ວຍປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກແລະສ້າງຄວາມຮັ່ງມີ
ຕອນບ່າຍວັນທີ 11 ພຶດສະພານີ້, ທ່ານສີຈິ້ນຜິງທີ່ກຳລັງສຳຫຼວດວຽກງານຢູ່ແຂວງສ່ານຊີ່ໄດ້ເດີນທາງໄປກວດເບິ່ງແຫຼ່ງປູກດອກເດລີລີ(daylily)ປອດສານພິດຢູ່ເມືອງຢຸນໂຈ່ວນະຄອນຕ້າທົງ, ທ່ານສີຈິ້ນຜິງໄດ້ຍ່າງເຂົ້າສູ່ບໍລິເວນສວນເພື່ອກວດເບິ່ງສະພາບການເຕີບໃຫຍ່ຂອງດອກລີລີ, ລົມກັບຊາວບ້ານທີ່ກຳລັງເຮັດວຽກຢ່າງສະໜິດສະໜົມ.ຊາວບ້ານທັງຫຼາຍບອກທ່ານສີຈິ້ນຜິງວ່າ: ຊຸມປີມໍ່ໆມານີ້, ພາຍໃຕ້ການນຳພາຂອງວິສາຫະກິດຫຼັກແຫຼ່ງ ແລະສະຫະກອນ,ຄຸນນະພາບແລະຜົນຜະລິດດອກເດລີລີມີຄວາມໝັ້ນຄົງ, ຊ່ອງທາງການຈຳໜ່າຍແລະລາຄາກໍມີການຮັບປະກັນ ເຊິ່ງໄດ້ພາໃຫ້ຄອບຄົວທຸກຍາກຈຳນວນບໍ່ໜ້ອຍສາມາດຫຼຸດພົ້ນອອກຈາກຄວາມທຸກຍາກແລະສ້າງຄວາມຮັ່ງມີຂຶ້ນ. ທ່ານສີຈິ້ນຜິງຟັງແລ້ວກໍດີໃຈຫຼາຍ,ທ່ານກ່າວວ່າ: “ການປູກດອກເດລີລີສາມາດພັດທະນາໃຫ້ເປັນຂະແໜງການໃຫຍ່ໄດ້! ຂະແໜງການນີ້ມີອະນາຄົດທີ່ດີ.ຕ້ອງຮັກສາ ແລະພັດທະນາໃຫ້ດີ, ເພື່ອໃຫ້ກາຍເປັນຂະແໜງການທີ່ຊ່ວຍປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກແລະສ້າງຄວາມຮັ່ງມີຂຶ້ນ.”
ຄຳເຫັນ
0