ຕາມຂ່າວCRI: ວັນທີ 18 ພຶດສະພານີ້ແມ່ນວັນຫໍພິພິທະພັນສາກົນ. ວັນທີ 18 ພຶດສະພານີ້, ຫໍພິພິທະພັນໜານຈິງເຊິ່ງເປັນສະຖານທີ່ຈັດກິດຈະກຳສະຫຼອງຕົ້ນຕໍຂອງວັນຫໍພິພິທະພັນຈີນ. ຜູ້ຊົມສາມາດເຂົ້າຊົມວັດຖຸບູຮານ 300 ກວ່າຊະນິດທີ່ມີປະຫວັດເກືອບພັນປີຕັ້ງແຕ່ສະໄໝຊູນຊີວຈານໂກະຮອດລາຊະວົງຊີງແລະຊາຊະວົງຮ້ານ(ແຕ່ປີກ່ອນຄ.ສ 770 ຫາຄ.ສ 220 ປີ).
ພາຍໃຕ້ສະຖານະການດ້ານການປ້ອງກັນຄວບຄຸມສະພາບພະຍາດໃນປັດຈຸບັນນີ້, ການທ່ຽວຊົມຫໍພິພິທະພັນທາງອອນໄລຖືເປັນການເລືອກທີ່ດີ. ໃນໄລຍະວັນຫໍພິພິທະພັນປີ 2020, ຫໍພິພິທະພັນຕ່າງໆຂອງນະຄອນຫຼວງປັກກິ່ງໄດ້ຈັດການວາງສະແດງພາບທັງໝົດ, ຫໍວາງສະແດງເອເຣັກໂຕຼນິກແລະການວາງສະແດງທາງອອນໄລ 50 ຜ່ານທາງການໄມໂຄຼໂບຼກ, ວິເຊັດແລະອື່ນໆ, ຍັງໄດ້ຈັດກິດຈະກຳການຖ່າຍທອດສົດ 15 ເທື່ອ, ເຊັ່ນການສອນເຜີຍແຜ່ຄວາມຮູ້ວິທະຍາສາດ, ການຊົມຫໍພິພິທະພັນທາງອິນເຕີເນັດ, ການຊົມວັດຖຸບູຮານແລະອື່ນໆ.
ຄຳເຫັນ
0