何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

《团结合作战胜疫情 共同构建人类卫生健康共同体》ສາມັກຄີ ​ແລະ ຮ່ວມ​ມືກັນເພື່ອ​ເອົາ​ຊະນະພະຍາດ ຮ່ວມ​ກັນ​ສ້າງ​ປະຊາ​ຄົມ​ສາທາລະນະ​ສຸກ​ຂອງ​ມວນ​ມະນຸດ

2020-05-19 16:57:13 CRI

        18日晚,国家主席习近平在第73届世界卫生大会视频会议开幕式上发表题为《团结合作战胜疫情 共同构建人类卫生健康共同体》的致辞。致辞全文如下:

        ຕອນ​ຄໍ່າ​ວັນ​ທີ 18 ພຶດສະພາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້​ປະກອບ​ຄຳ​ເຫັນ​ທີ່​ມີ​ຫົວ​ຂໍ້​ວ່າ “ສາມັກຄີ ​ແລະ ຮ່ວມ​ມືກັນເພື່ອ​ເອົາ​ຊະນະພະຍາດ, ຮ່ວມ​ກັນ​ສ້າງ​ປະຊາ​ຄົມ​ສາທາລະນະ​ສຸກ​ຂອງ​ມວນ​ມະນຸດ” ​ໃນ​ພິທີ​ເປີດ​ກອງ​ປະຊຸມ​ອະນາ​ໄມ​ໂລກ​ຄັ້ງ​ທີ 73 ທາງ​ວີ​ດີ​ໂອ. ບົດ​ຄຳ​ເຫັນ​ທັງ​ພາສາ​ຈີນ ​ແລະ ພາສາ​ລາວຄື​ດັ່ງ​ນີ້:

 

团结合作战胜疫情

共同构建人类卫生健康共同体

ສາມັກຄີ ​ແລະ ຮ່ວມ​ມືກັນເພື່ອ​ເອົາ​ຊະນະພະຍາດ

ຮ່ວມ​ກັນ​ສ້າງ​ປະຊາ​ຄົມ​ສາທາລະນະ​ສຸກ​ຂອງ​ມວນ​ມະນຸດ

 

——在第73届世界卫生大会视频会议开幕式上的致辞

(2020年5月18日,北京)

中华人民共和国主席 习近平

-ບົດ​ຄຳ​ເຫັນຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ສາທາລະນະ​ລັດປະຊາຊົນ​ຈີນໃນ​ພິທີ​ເປີດ​ກອງ​ປະຊຸມອະ​ນາ​ໄມໂລກ​ຄັ້ງ​ທີ 73 ທາງວິ​ດີ​ໂອ

(ວັນ​ທີ 18 ພຶດສະພາ ປີ 2020 ນະຄອນຫຼວງ​ປັກ​ກິ່ງ)

 

 

大会主席先生,

世界卫生组织总干事先生,

各位代表:

ຮຽນ​ທ່ານ​ປະທານ​ກອງ​ປະຊຸມ

​ຮຽນທ່ານ​ຜູ້ອຳນວຍ​ການ​ໃຫຍ່​ອົງການ​ອະນາ​ໄມ​ໂລກ

ຜູ້​​ແທນ​ທັງຫຼາຍ

 

        首先,我认为,在人类抗击新冠肺炎疫情的关键时刻举行这次世卫大会,具有十分重要的意义!

        ກ່ອນ​ອື່ນ, ຂ້າພະ​ເຈົ້າ​ເຫັນ​ວ່າ: ​ກອງ​ປ​ະຊຸມ​ອະ​ນາ​ໄມໂລກ​ຄັ້ງ​ນີ້ຈັດຂື້ນໃນ​​ຈຸດ​ເວ​ລາ​ສຳຄັນ​ທີ່​ມວນ​ມະນຸດ​ພວມຕ້ານ​ກັບ​ພະຍາດ​ໂຄ​ວິດ-19, ຈຶ່ງມີ​ຄວາມ​ໝາຍ​ສຳຄັນ​ຢ່າງ​ຍິ່ງ.

 

        人类正在经历第二次世界大战结束以来最严重的全球公共卫生突发事件。新冠肺炎疫情突如其来,现在已波及210多个国家和地区,影响70多亿人口,夺走了30余万人的宝贵生命。在此,我谨向不幸罹难者表示哀悼!向他们的家属表示慰问!

        ມວນ​ມະນຸດ​ພວມ​ຜະ​ເຊີນ​ໜ້າ​ກັບ​ເຫດການສຸກ​ເສີນດ້ານ​ສາທາລະນະ​ສຸກ​​ຂອງໂລກ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ນັບຕັ້ງ​ແຕ່​ສົງຄາມ​​ໂລກ​ຄັ້ງ​ທີ 2 ສິ້ນ​ສຸດ​ລົງ​ເປັນ​ຕົ້ນ​ມາ. ການ​ແຜ່​ລະບາດ​ຂອງ​ພະຍາດ ​ໂຄ​ວິດ-19 ​ເກີດ​ຂຶ້ນ​ຢ່າງ​ກະທັນຫັນ, ປະຈຸ​ບັນ​ໄດ້​ກະທົບ​ເຖິງ 210 ກວ່າ​ປະ​ເທດ ​ແລະ ​ເຂດ​ແຄວ້ນ, ສົ່ງ​ຜົນ​ກະທົບ​ເຖິງປະຊາຊົນ 7 ຕື້​ກວ່າ​ຄົນ, ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 3 ​ແສນ​ກວ່າ​ຄົນ. ນະ​ທີ່​ນີ້, ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​​ໄວ້ອາ​ໄລ​ເຖິງຜູ້​ປະສົບ​ເຄາະ​ຮ້າຍ! ​ແລະຂໍ​ສະ​ແດງ​ຄວາມ​ເຫັນ​ໃຈ​ມາ​ຍັງ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ!

 

        人类文明史也是一部同疾病和灾难的斗争史。病毒没有国界,疫病不分种族。面对来势汹汹的新冠肺炎疫情,国际社会没有退缩,各国人民勇敢前行,守望相助、风雨同舟,展现了人间大爱,汇聚起同疫情斗争的磅礴之力。

        ປະຫວັດສາດ​ແຫ່ງ​ອະລິຍະ​ທຳຂອງ​ມະນຸດ​ກໍ​ແມ່ນ​ປະຫວັດສາດ​ທີ່​ຕໍ່ສູ້​ກັບ​ພະຍາດ ​ແລະ ​ໄພ​​ພິ​ບັດ. ​ເຊື້ອ​ພະຍາດ​ບໍ່​ມີ​ພົມ​ແດນ, ພະຍາດ​ບໍ່​ໄດ້​ຈຳ​ແນ​ກ​ເຊື້ອ​ຊາດ. ​ເມື່ອ​ຜະ​ເຊີນ​ໜ້າ​ກັບ​ພະຍາດ​ໂຄ​ວິດ-19 ​ທີ່​​ແຜ່​ລະບາດ​ຢ່າງ​ຮຸນ​ແຮງ, ປະຊາ​ຄົມ​ໂລກ​ບໍ່​ໄດ້​ທໍ້ຖອຍ, ປະຊາຊົນ​ບັນດາ​ປະ​ເທດ​ໄ​ດ້ຕໍ່ສູ້​​ຢ່າງ​ກ້າຫານ, ຊ່ວຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ​ເຊິ່ງສະ​ແດງ​ໃຫ້​ເຫັນເຖິງ​ຄວາມ​ຮັກ​ຄວາມມີເມດ​ຕາຂອງມວນ​ມະນຸດ ​ທີ່​​​ໄດ້​ເຕົ້າ​ໂຮມ​ກຳລັງ​ແຮງ​ທີ່​ເຂັ້ມ​ແຂງ​​ໃຫຍ່ຫຼວງໃນ​ການ​ຕ້ານ​ກັບ​ພະຍາດ.

 

        经过艰苦卓绝努力,付出巨大代价,中国有力扭转了疫情局势,维护了人民生命安全和身体健康。中方始终本着公开、透明、负责任的态度,及时向世卫组织及相关国家通报疫情信息,第一时间发布病毒基因序列等信息,毫无保留同各方分享防控和救治经验,尽己所能为有需要的国家提供了大量支持和帮助。

        ໂດຍ​ຜ່ານ​ຄວາມ​ພະຍາ​ຍາມ​ຢ່າງ​ລຳບາກ ​ແລະ​ເສຍ​ຄ່າຕອບ​ແທນຢ່າງ​ມະຫາສານ, ຈີນ​ໄດ້​ປ່ຽນ​ແປງ​ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ຢ່າງ​​ແຂງ​ແຮງ, ​ແລະ​ໄດ້​ປົກ​ປ້ອງ​ຄວາມ​ປອດ​ໄພ​ດ້ານ​ຊີວິດ ​ແລະ ສຸຂະພາບ​ຮ່າງກາຍຂອງ​ປະຊາຊົນ. ຈີນ​ໄດ້​ມີທ່າ​ທີ​ທີ່​ເປີດ​ເຜີຍ ​ໂປ່​ງ​ໃສ ​ແລະ ຮັບຜິດຊອບ​ຢ່າງ​ສະ​ເໝີ​ຕົ້ນ​ສະ​​ເໝີ​ປາຍ, ໄດ້​ແຈ້ງ​ຂໍ້​ມູນ​ກ່ຽວກັບພະຍາດ​ໃຫ້ອົງການ​ອະນາ​​ໄມ​ໂລກ ​ແລະ ປະ​ເທດ​ທີ່​ກ່ຽວຂ້ອງ​ຢ່າງ​ທັນ​ເວ​ລາ, ​ໄດ້​ປະກາດ​ລຳດັບ​ແຊນ​ເຊື້ອ​ພະຍາດ ​ແລະ ຂໍ້​ມູນ​ອື່ນໆ​​ຢ່າງວ່ອງ​ໄວ​ທັນ​ເວ​ລາ​ທີ່​ສຸດ, ໄດ້​ແບ່ງປັນ​ບົດຮຽນ​ປ້ອງ​ກັນ ​ແລະ ຄວບ​ຄຸມພະ​ຍາດ, ຊ່ວຍ​ເຫຼືອ ​ແລະ ປິ່ນປົວ​ຄົນ​ເຈັບໃຫ້​ກັບ​ບັນດາ​ຝ່າຍ​ຢ່າງ​ບໍ່​ເຫັນ​ແກ່​ຕົວ, ​ແລະ ໄດ້​ໃຫ້ການ​ສະໜັບສະໜູນ ​ແລະ ຊ່ວຍ​ເຫຼືອ​ຢ່າງຫຼວງຫຼາຍໃຫ້​ແກ່​ປະ​ເທດ​ທີ່​ມີ​ຄວາມ​ຕ້ອງການ​ຕາມ​ຄວາມ​ສາມາດ​ຂອງ​ຕົນ.

 

主席先生!

ທ່ານ​ປະທານ!

 

        现在,疫情还在蔓延,防控仍需努力。我愿提出以下建议。

        ປະຈຸ​ບັນ, ພະຍາດ​ຍັງ​ພວມ​ແຜ່​ລະບາດ​ຢູ່, ຍັງ​ຕ້ອງ​ສຸມ​ທຸກ​ຄວາມ​ພະຍາຍາມ​ໃນ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸມພະ​ຍາດ. ຂ້າພະ​ເຈົ້າ​ມີຂໍ້​ສະ​ເໜີ​ດັ່ງ​ນີ້:

 

        第一,全力搞好疫情防控。这是当务之急。我们要坚持以民为本、生命至上,科学调配医疗力量和重要物资,在防护、隔离、检测、救治、追踪等重要领域采取有力举措,尽快遏制疫情在全球蔓延态势,尽力阻止疫情跨境传播。要加强信息分享,交流有益经验和做法,开展检测方法、临床救治、疫苗药物研发国际合作,并继续支持各国科学家们开展病毒源头和传播途径的全球科学研究。

        ໜຶ່ງ, ຄວນພະຍາຍາມຢ່າງ​ສຸດ​ຂີດ​ໃນ​ການ​ດຳ​ເນີນ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸມພະ​ຍາດ. ນີ້​ແມ່ນ​ວຽກ​ງານອັນ​ຮີບ​ດ່ວນ​ທີ່​ສຸດ​ໃນ​ປະຈຸ​ບັນ. ພວກ​ເຮົາ​ຕ້ອງ​ຍຶດໝັ້ນການ​ຖືເອົາ​ປະ​ຊາ​ຊົນ​ເປັນ​ຫຼັກ ​ແລະ​ຖື​ເອົາຊີວິດ​ເປັນ​ສິ່ງ​ສຳຄັນ​ກວ່າ​ໝູ່, ຈັດ​ສັນ​ພະນັກງານ​ແພດ​ໝໍ ​ແລະ ອຸປະກອນ​ທີ່​ສຳຄັນ​ຕາມ​ຫຼັກ​ວິທະຍາສາດ, ​ໃຊ້​ມາດ​ຕະການ​ທີ່​ເຂັ້ມ​ແຂງ​ໃນ​ຂົງ​ເຂດ​ວຽກ​ງານທີ່​ສຳຄັນ ​ເຊັ່ນ: ປ້ອງ​ກັນ, ກັກ​ບໍລິ​ເວນ, ກວດ​ຫາ​ເຊື້ອ​ພະ​ຍາດ, ປິ່ນປົວ ​ແລະ ຕິດຕາມ​ເປັນ​ຕົ້ນ, ສະກັດ​ກັ້ນ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໃນຂອບເຂດ​ທົ່ວ​ໂລກ​ໂດຍ​ໄວ, ພະຍາ​ຍາມ​ຢ່າງສຸດ​ຂີດເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ພະຍາດ​ແຜ່​ລະບາດ​ຂ້າມ​ປະ​ເທດ. ຕ້ອງ​ເພີ່ມ​ທະວີ​ການ​ແບ່ງປັນ​ຂໍ້​ມູນ​ຂ່າວສານ, ​ແລ​ກປ່ຽນ​ບົດຮຽນ ​ແລະ ວິທີ​ການ​ທີ່​ມີ​ປະສິດທິ​ຜົນ, ດຳ​ເນີນ​ການ​ຮ່ວມ​ມື​ສາກົນ​ໃນ​ດ້ານ​ວິທີການກວດ​ຫາ​ເຊື້ອ​ພະ​ຍາດ, ການ​ປິ່ນປົວຄົນ​ເຈັບ ​ແລະການ​ຄົ້ນຄວ້າ​ຢາ​ວັກ​ແຊງ, ທັງ​ສືບ​ຕໍ່​ສະໜັບສະໜູນ​ນັກວິທະຍາສາດ​ຂອງປະ​ເທດ​ຕ່າງໆໃຫ້​ດຳ​ເນີນ​ການ​ຄົ້ນຄວ້າ​ວິທະຍາສາດ​ທົ່ວ​ໂລກ​ກ່ຽວ​ກັບ​ແຫຼ່ງກຳ​ເນີ​ດຂອງ​​ເຊື້ອ​ພະຍາດ ​ແລະ​ຊ່ອງ​ທາງການ​ແຜ່​ລະບາດ.

 

        第二,发挥世卫组织领导作用。在谭德塞总干事带领下,世卫组织为领导和推进国际抗疫合作作出了重大贡献,国际社会对此高度赞赏。当前,国际抗疫正处于关键阶段,支持世卫组织就是支持国际抗疫合作、支持挽救生命。中国呼吁国际社会加大对世卫组织政治支持和资金投入,调动全球资源,打赢疫情阻击战。

        ສອງ, ​ເສີມ​ຂະຫຍາ​ຍບົດບາດ​ນຳພາ​ຂອງ​ອົງການ​ອະນາ​ໄມ​ໂລກ. ພາຍ​ໃຕ້​​ການ​ນຳ​ພາ​ຂອງທ່ານ​​ເທ​ໂດຼສ ຜູ້ອຳນວຍການ​ໃຫຍ່​ ອົງການ​ອະນາ​ໄມ​ໂລກ​ທີ່ໄດ້​ປະກອບສ່ວນ​​ອັນສຳຄັນ​​ໃນ​ການ​ນຳພາ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ສາກົນ​ເພື່ອ​ຕ້ານ​ກັບ​ພະຍາດ, ປະຊາ​ຄົມ​ໂລກ​ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ຢ່າງ​ສູງ​ຕໍ່​ເລື່ອງ​ນີ້. ປະຈຸ​ບັນ, ການ​ຕ້ານ​ກັບ​ພະຍາດ​ຂອງ​ໂລກພວມ​ຢູ່​ໃນ​ໄລຍະ​ທີ່​ສຳຄັນ, ການ​ສະໜັບສະໜູນ​ອົງການ​ອະນາ​ໄມ​ໂລກ​ກໍ​ແມ່ນ​ການ​ສະໜັບສະໜູນ​ການ​ຮ່ວມ​ມື​ສາກົນ​ເພື່ອ​ຕ້ານ​ກັບ​ພະຍາດ ​ແລະ ສະໜັບະສະ​ໜູນການ​ກອບ​ກູ້​ຊີວິດ. ຈີນ​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ເພີ່​ມທະວີ​ການ​ສະໜັບສະໜູນ​ດ້ານ​ການ​ເມືອງ ​ແລະ ໃຫ້​ເງິນ​ອຸດໜູນ​ແກ່ອົງການ​ອະນາ​ໄມ​ໂລກ, ຈັດ​ສັນ​ຊັບພະຍາກອນ​ທົ່ວ​ໂລກເພື່ອ ​ເອົາ​ຊະນະໃນ​ບັ້ນ​ຕ້ານ​ກັບ​ພະຍາດ.

 

        第三,加大对非洲国家支持。发展中国家特别是非洲国家公共卫生体系薄弱,帮助他们筑牢防线是国际抗疫斗争重中之重。

        ສາມ, ​ເພີ່ມ​ທະວີ​ການສະໜັບສະ​ໜູນ​ປະ​ເທດ​ອາ​ຟຣິກກາ. ປະ​ເທດ​ພວມ​ພັດທະນາ ​ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ອາ​ຟຣິກາທີ່​ມີ​ລະບົບ​ສາທາລະ​ນະ​ສຸກ​ທີ່​ຍັງບໍ່ທັນເຂັ້ມແຂງ, ຊ່ວຍ​ເຫຼືອ​ເຂົາ​ເຈົ້າ​ເພື່ອສ້າງ​ແນວ​ປ້ອງ​ກັນ​ທີ່​ເຂັ້ມແຂງເຊິ່ງແມ່ນ​ສິ່ງ​ສຳຄັນ​ທີ່ສຸດໃນ​ການ​ຕ້ານ​ກັບ​ພະຍາດ​ຂອງ​ໂລກ.

 

        我们应该向非洲国家提供更多物资、技术、人力支持。中国已向50多个非洲国家和非盟交付了大量医疗援助物资,专门派出了5个医疗专家组。在过去70年中,中国派往非洲的医疗队为两亿多人次非洲人民提供了医疗服务。目前,常驻非洲的46支中国医疗队正在投入当地的抗疫行动。

        ພວກ​ເຮົາ​ຄວນ​ຊ່ວຍ​ເຫຼືອ​ອຸປະກອນ ​ເຕັກນິກ ​ແລະ ​​ກຳ​ລັງຄົນ​ຫຼາຍ​ກວ່າ​​ເກົ່າ​ໃຫ້​ແກ່​ປະ​ເທດ​ອາ​ຟຣິກາ. ຈີນ​ໄດ້​ຊ່ວຍ​ເຫຼືອ​ອຸປະກອນ​ການ​ແພດ​ຢ່າງ​ຫຼວງ​ຫຼາຍ​ ແລະ ​ໄດ້ສົ່ງ​ໜ່ວຍຜູ້​ຊ່ຽວຊານ​ແພດ​ໝໍ​ສະ​ເພາະກິດ 5 ໜ່ວຍໃຫ້​ແກ່ 50 ກວ່າ​ປະ​ເທດ​ອາ​ຟຣິກາ ​ແລະ ສະຫະພາບ​ອາ​ຟິຣກາ. ​ໃນ 70 ປີຜ່ານມາ, ໜ່ວຍ​ແພດ​​ທີ່​ຈີນ​ສົ່ງ​ໄປ​ອາ​ຟຣິກາ​ໄດ້​ໃຫ້ການ​ບໍລິການ​ດ້ານການ​ແພດ​ແກ່​ປະຊາຊົນ​ອາ​ຟຣິກາ 200 ລ້ານ​ກວ່າ​ເທື່ອ​ຄົນ. ປະຈຸ​ບັນ, ໜ່ວຍ​ແພດຈີນ 46 ໜ່ວຍ​ທີ່ປະຈຳ​ຢູ່​ອາ​ຟຣິກາ​ພວມເຂົ້າ​ຮ່ວມການ​ຕ້ານ​ກັບ​ພະຍາດຢູ່​ອາ​ຟຣິກາ.

 

        第四,加强全球公共卫生治理。人类终将战胜疫情,但重大公共卫生突发事件对人类来说不会是最后一次。要针对这次疫情暴露出来的短板和不足,完善公共卫生安全治理体系,提高突发公共卫生事件应急响应速度,建立全球和地区防疫物资储备中心。

        ສີ່, ​ເພີ່​ມທະວີ​ການ​ບໍ​ລິ​ຫານ​ດ້ານສາທາລະນະ​ສຸກ​ຂອງ​ໂລກ. ມະນຸດຍ່ອມຈະສາມາດ​ເອົາ​ຊະນະ​ພະຍາດ​ໃນ​ທີ່​ສຸດ, ​ແຕ່​ເຫດການ​​ສຸກ​ເສີນ​ດ້ານສາທາລະນະ​ສຸກ​​ທີ່​ໜັກ​ໜ່ວງສຳລັບມວນມະນຸດຈະ​ບໍ່​ເກີດຂື້ນເປັນຄັ້ງ​ສຸດ​ທ້າຍ. ໂດຍແນ​ໃສ່​ແກ້ໄຂ​ຈຸດ​ອ່ອນ ​ແລະ ຂໍ້​ບົກ​ຜ່ອງ​ທີ່​ເກີດຂື້ນ​ໃນ​ເຫດ​ການແຜ່​ລະ​ບາດ​ຂອງພະຍາດ​ຄັ້ງ​ນີ້, ຄວນປັບປຸງ​ລະບົບ​ຄຸ້ມ​ຄອງຄວາມ​ປອດ​ໄພ​ດ້ານ​ສາທາລະນະ​ສຸກ​ໃຫ້​ສົມ​ບູນ​ຂຶ້ນ, ຍົກ​ສູງ​ຄວາມ​ວ່ອງໄວ​ໃນ​ການ​ຮັບ​ມື​ກັບ​ເຫດການ​​ສຸກ​ເສີນດ້ານສາທາລະນະ​ສຸກ, ສ້າງ​ສູນ​ສະ​ສົມ​ອຸປະກອນ​ປ້ອງ​ກັນ​ພະຍາດ​ຂອງ​ທົ່ວ​ໂລກ​ກໍ​ຄື​ຂອງ​ພາກ​ພື້ນ.

 

        中国支持在全球疫情得到控制之后,全面评估全球应对疫情工作,总结经验,弥补不足。这项工作需要科学专业的态度,需要世卫组织主导,坚持客观公正原则。

        ຈີນ​ສະໜັບສະໜູນ​ໃຫ້ມີການ​ປະ​ເມີນ​ກ່ຽວກັບວຽກ​ງານ​ຕ້ານ​ພະຍາດ​ຂອງ​ທົ່ວ​ໂລກ​ຢ່າງຮອບດ້ານ​ພາຍຫຼັງ​ການ​ຄວບ​ຄຸມພະ​ຍາດ​ໃນ​ທົ່ວ​ໂລກ​ໄດ້​ສີ້ນສຸດລົງ, ສະຫຼຸບ​ບົດຮຽນ ​ແລະ ​ແກ້​ໄຂ​ຈຸດ​ອ່ອນ. ວຽກ​ງານ​ນີ້​ຄວນມີ​ທ່າ​ທີ​ໃນການປະຕິບັດ​ຕາມ​ຫຼັກ​ວິທະຍາສາດ ​ແລະ​ວິ​ຊາ​ການ, ເຊິ່ງຕ້ອງການ​ໃຫ້​ອົງການ​ອະນາ​ໄມ​ໂລກ​ເປັນ​ຜູ້ນຳ​ພາ, ຍຶດໝັ້ນ​ໃນຫຼັກການ​ພາວະ​ວິ​ໄສ ​ແລະ ​ທ່ຽງ​ທຳ.

 

        第五,恢复经济社会发展。有条件的国家要在做好常态化疫情防控的前提下,遵照世卫组织专业建议,有序开展复工复产复学。要加强国际宏观经济政策协调,维护全球产业链供应链稳定畅通,尽力恢复世界经济。

        ຫ້າ, ຟື້ນ​ຟູ​ການ​ພັດທະນາ​ເສດຖະກິດ-​ສັງຄົມ. ປະ​ເທດ​ທີ່​ມີ​ເງື່ອນ​ໄຂ​ຄວນ​ປະຕິບັດ​ຕາມ​ຄຳ​ແນະ​ນຳ​ທາງວິ​ຊາ​ການຂອງ​ອົງການ​ອະນາ​ໄມ​ໂລກ ເພື່ອຟື້ນ​ຟູ​ການ​ເຮັດ​ວຽກ ການ​ຜະລິດ ​ແລະ​ການ​ຮຽນ​ການ​ສອນຢ່າງ​ເປັນ​ລະບຽບ​ພາຍ​ໃຕ້​ປະຖົມ​ປັດ​ໄຈ​ທີ່​ຄວນປະຕິບັດ​ການ​ປ້ອງ​ກັນ ​ແລະ ຄວບຄຸ​ມພະຍາດ​ຢ່າງ​ເປັນ​ປະຈຳ. ຕ້ອງ​ເພີ່ມ​ທະວີ​ການ​ປະສານ​ງານ​ໃນ​ດ້ານ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ​ໃນ​ລະດັບສາກົນ, ຮັກສາ​ຄວາມ​ໝັ້ນ​ທ່ຽງ ​ແລະ ຄວາມ​ສະດວກ​ສະບາຍ​ຂອງ​ຕ່ອງ​ໂສ້​ອຸດສາຫະກຳ ​ແລະ ຕ່ອງ​ໂສ້​ການ​ສະໜອງ​ໃນ​ທົ່ວ​ໂລກ, ສຸມ​ທຸກ​ຄວາມ​ພະຍາຍາມ​​ເພື່ອຟື້ນ​ຟູ​ເສດຖະກິດ​ໂລກ.

 

        第六,加强国际合作。人类是命运共同体,团结合作是战胜疫情最有力的武器。这是国际社会抗击艾滋病、埃博拉、禽流感、甲型H1N1流感等重大疫情取得的重要经验,是各国人民合作抗疫的人间正道。

        ຫົກ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ. ມວນ​ມະນຸດ​ແມ່ນ​ປະຊາ​ຄົມ​ຮ່ວມ​ຊາຕາກຳ, ຄວາມ​ສາມັກ​ຄີ ​ແລະ ການ​ຮ່ວມ​ມື​ແມ່ນ​ອາວຸດ​ເຂັ້ມ​ແຂງ​ທີ່​ສຸດ​ໃນ​ການ​ເອົາ​ຊະນະ​ພະຍາດ. ນີ້​ແມ່ນ​ບົດຮຽນ​ທີ່​ສຳຄັນ​ຂອງ​ປະຊາ​ຄົມ​ໂລກ​ທີ່​ໄດ້​ຮັບຈາກການ​ຕ້ານ​ກັບ​ພະຍາດ​ຮ້າຍ​ແຮງ​ຕ່າງໆ ​ເຊັ່ນ: ພະ​ຍາດ​ເອດ, ອີ​ໂບລາ, ​ໄຂ້ຫວັດ​ສັດ​ປີກ, ​ໄຂ້ຫວັດ​ໃຫຍ່​ສາຍ​ພັນA H1N1 ​ແລະ​ອື່ນໆ, ທັງ​ແມ່ນ​ເສັ້ນທາງ​ທີ່​ຖືກຕ້ອງ​ສຳລັບ​ປະຊາຊົນ​ບັນດາ​ປະ​ເທດ​ເພື່ອຮ່ວມ​ມື​ກັນ​ຕ້ານ​ກັບ​ພະຍາດ.

 

主席先生!

ທ່ານ​ປະທານ!

 

        中国始终秉持构建人类命运共同体理念,既对本国人民生命安全和身体健康负责,也对全球公共卫生事业尽责。为推进全球抗疫合作,我宣布:

        ຈີນ​ປະຕິບັດ​ຕາມ​ທັດສະນະ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຂອງ​ມວນ​ມະນຸດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ບໍ່​ພຽງ​ແຕ່ຮັບຜິດຊອບຕໍ່​ຄວາມ​ປອດ​ໄພ​ດ້ານ​ຊີວິດ ​ແລະ ສຸຂະພາບ​ຮ່າງກາຍ​ຂອງ​ປະຊາຊົນ​ຈີນ​ເທົ່າ​ນັ້ນ, ຍັງໄດ້​ປະຕິບັດງານຕາມ​ຄວາມ​ຮັບຜິດ​ຊອບ​ທີ່ມີຕໍ່​ພາລະກິດ​ສາທາລະນະ​ສຸກ​ຂອງ​ໂລກ. ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ຕ້ານ​ກັບ​ພະຍາດ​ຂອງ​ທົ່ວ​ໂລກ, ຂ້າພະ​ເຈົ້າ​ຂໍ​ປະກາດ​ວ່າ:

 

        ——中国将在两年内提供20亿美元国际援助,用于支持受疫情影响的国家特别是发展中国家抗疫斗争以及经济社会恢复发展。

        —ຈີນ​ຈະ​ໃຫ້​ການຊ່ວຍ​ເຫຼືອ​ສາ​ກົນເປັນ​ຈຳ​ນວນເງິນ 2 ຕື້​ໂດ​ລາ​ສະ​ຫະ​ລັດ​ພາຍ​ໃນໄລຍະ​ເວ​ລາ 2 ປີເພື່ອ​ໃຊ້​ໃນ​ການ​ສະ​ໜັບ​ສະ​ໜູນ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ COVID-19 ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ​ເພື່ອ​ຕ້ານ​ກັບ​ພະ​ຍາດ ແລະ ການ​ຟື້ນ​ຟູ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ.

 

        ——中国将同联合国合作,在华设立全球人道主义应急仓库和枢纽,努力确保抗疫物资供应链,并建立运输和清关绿色通道。

        —ຈີນຈະຮ່ວມມືກັບອົງການສະຫະປະຊາຊາດໂດຍຈະສ້າງຕັ້ງສາງຮັບມືສຸກເສີນແລະສູນຮັບມືສຸກເສີນເພື່ອມະນຸດສະທຳຂອງໂລກຢູ່ຈີນ,ຈີນຈະສຸມທຸກຄວາມພະຍາຍາມເພື່ອຮັບປະກັນຕ່ອງໂສ້ການສະໜອງອຸປະກອນຕ້ານພະຍາດ ທັງຈະໃຫ້ໄຟຂຽວສະເພາະໃນການຂົນສົ່ງແລະຜ່ານດ່ານທີ່ກ່ຽວຂ້ອງ.

 

        ——中国将建立30个中非对口医院合作机制,加快建设非洲疾控中心总部,助力非洲提升疾病防控能力。

       — ຈີນຈະສ້າງກົນໄກ​ຈັບ​ຄູ່ຮ່ວມມື​ກັນ​ຂອງ​ໂຮງ​ໝໍ 30 ແຫ່ງລະຫວ່າງ​ສອງ​ຝ່າຍຈີນແລະອາຟຣິກາ, ເລັ່ງລັດສ້າງສຳນັກງານໃຫຍ່ສູນ​ຄວບ​ຄຸມພະຍາດອາຟຣິກາ, ທັງຊ່ວຍເຫຼືອອາຟຣິກາຍົກສູງຄວາມສາມາດປ້ອງກັນແລະ​ຄວບ​ຄຸມພະຍາດ.

 

        ——中国新冠疫苗研发完成并投入使用后,将作为全球公共产品,为实现疫苗在发展中国家的可及性和可担负性作出中国贡献。

        — ພາຍຫຼັງ​ຈີນໄດ້​ຄົ້ນ​ຄວ້າ​ພັດ​ທະ​ນາ​ຢາ​ວັກ​ແຊງສຳ​ເລັດ​ແລະ​ ໄດ້ນຳໃຊ້​ໃນ​ການ​ກັນ​ພະ​ຍາດCOVID-19​ໃນ​ຕົວ​ຈິງ​ແລ້ວ, ຢາວັກ​ແຊງ​ດັ່ງ​ກ່າວ​ຈະ​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ຂອງ​ໂລກເຊິ່ງຖື​ວ່າເປັນ​ການ​ປະ​ກອບ​ສ່ວນ​​ຂອງ​ຈີນໃນ​ການ​ບັນ​ລຸເປົ້າໝາຍເຮັດ​ໃຫ້​ຢາ​ວັກ​ແຊງ​ມີ​ລາ​ຄາ​ທີ່​ສາ​ມາດ​ແບກ​ຫາບ​ໄດ້​ແລະ​ສາ​ມາດ​ເຂົ້າ​ເຖິງ​​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ.

 

        ——中国将同二十国集团成员一道落实“暂缓最贫困国家债务偿付倡议”,并愿同国际社会一道,加大对疫情特别重、压力特别大的国家的支持力度,帮助其克服当前困难。

        — ຈີນຈະຮ່ວມກັບກຸ່ມG20 ເພື່ອຈັດຕັ້ງປະຕິບັດ“ຂໍ້ລິເລີ່ມກ່ຽວກັບການໂຈະ​ການຊຳລະໜີ້ສິນຂອງປະເທດທຸກຍາກທີ່ສຸດ​ເປັນ​ການ​ຊົ່ວ​ຄາວ” ແລະຍິນດີຮ່ວມກັບປະຊາຄົມໂລກເພີ່ມທະວີການສະໜັບສະໜູນຕໍ່ປະເທດທີ່ ພະຍາດCOVID-19ແຜ່​ລະ​ບາດ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ  ແລະ ໄດ້ຮັບຄວາມກົດດັນຫຼາຍ​ທີ່​ສຸດ, ເພື່ອ​ຊ່ວຍເຫຼືອປະເທດເຫຼົ່ານີ້ໃຫ້ສາມາດຜ່ານຜ່າຄວາມຫຍຸ້ງຍາກ​ໃນ​ປັດ​ຈຸ​ບັນໂດຍໄວ.

 

        我呼吁,让我们携起手来,共同佑护各国人民生命和健康,共同佑护人类共同的地球家园,共同构建人类卫生健康共同体!

        ຂ້າພະ​ເຈົ້າ​ຂໍ​ຮຽກຮ້ອງ​ວ່າ: ພວກ​ເຮົາ​ຈົ່ງ​ຮ່ວມ​ມື​ກັນ, ຮ່ວມ​ກັນ​ປົກ​ປ້ອງ​ຊີວິດ ​ແລະ ສຸຂະພາບ​ຂອງ​ປະຊາຊົນ​ບັນດາ​ປະ​ເທດ, ​ຮ່ວມກັນ​ປ້ອງ​ກັນ​ໜ່ວຍ​ໂລກ​ທີ່​ເປັນ​ບ້ານ​ເມືອງ​ຮ່ວມ​ຂອງ​ມວນ​ມະນຸດ, ​ຮ່ວມກັນ​ສ້າງ​ປະຊາ​ຄົມ​ສາທາລະນະ​ສຸກ​ຂອງ​ມວນ​ມະນຸດ!

 

        谢谢大家。

        ຂໍ​ຂອບ​ໃຈ.

ຄຳ​ເຫັນ

0