尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກການເມືອງອາເມຣິກາສວຍໃຊ້ຫົວຂໍ້ກ່ຽວກັບ “ໄຕ້ຫວັນ” ຈະ​ເປັນ​ການ​ສ້າງ​ຄວາມ​ອັບປະຍົດ​ໃຫ້​ແກ່​ຕົນ​ເອງ​ເທົ່າ​ນັ້ນ

2020-05-20 22:24:52 cri

图片默认标题_fororder_微信图片_20200520222408

ກອງປະຊຸມໃຫຍ່ອົງການອະນາໄມໂລກສະໄໝທີ 73 ໄດ້ຈັດຂຶ້ນໃນວັນທີ 18 ຫາວັນທີ 19 ພຶດສະພານີ້. ​ເຈົ້າ​ໜ້າ​ທີ່ໄຕ້ຫວັນໄດ້ຖືກປະຕິເສດບໍ່ໃຫ້ເຂົ້າຮ່ວມກອງປະຊຸມອີກຄັ້ງໜຶ່ງ ​ເຊິ່ງ​ບໍ່​ແມ່ນ​ເໜືອຄວາມ​ຄາດ​ຄິດ​ຂອງ​ຊາວ​ໂລກ, ​ເລື່ອງ​ທີ່​ວ່າ “ໄຕ້ຫວັນເຂົ້າຮ່ວມກອງປະຊຸມໃຫຍ່ອົງການອະນາໄມໂລກ” ທີ່ນັກການເມືອງອາເມຣິກາຈຳນວນໜຶ່ງກໍ່ຂຶ້ນ​ໄດ້ປະສົບຄວາມຫຼົ້ມ​ເຫຼວຢ່າງ​ອັບ​ອາຍ​ຂາຍໜ້າ ເຊິ່ງເປັນການຢັ້ງຢືນອີກເທື່ອໜຶ່ງວ່າ: ການກະທຳທີ່ຂີ້ຮ້າຍຂອງນັກການເມືອງອາເມຣິກາຈຳນວນໜຶ່ງທີ່ມີເຈດຕະນາເພື່ອສວຍໃຊ້ຫົວຂໍ້ກ່ຽວກັບ “ໄຕ້ຫວັນ” ຕາມລໍາພັງໃຈໃນການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ກໍ່​ຄວາມ​ວຸ້ນວາຍ​ໃນກອງປະຊຸມໃຫຍ່ອົງການອະນາໄມໂລກນັ້ນ ​ແມ່ນ​ບໍ່​ເພິ່ງປາຖະໜາ​ຂອງ​ຄົນ​ທັງຫຼາຍ.
 

ນັບແຕ່ເຂົ້າສູ່ເດືອນພຶດສະພານີ້ເປັນຕົ້ນມາ, ເພື່ອສາມາດ​ພົ້ນ​ອອກຈາກສະພາບຄວາມຫຍຸ້ງຍາກໃນການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍ​ໃນປະເທດຕົນທີ່ມີແຕ່ຄວາມວຸ້ນວາຍສັບສົນ ຈຶ່ງສ້າງບັນຫາຫຍຸ້ງຍາກໃຫ້ຈີນ, ນັກການເມືອງອາເມຣິກາຈຳນວນໜຶ່ງໄດ້ພະຍາຍາມປ່າວຂ່າວທີ່ວ່າ “ໄຕ້ຫວັນເຂົ້າຮ່ວມກອງປະຊຸມອົງການອະນາໄມໂລກ”. ອິດທິກຳລັງສ່ວນໜຶ່ງຂອງໄຕ້ຫວັນກໍ່ຫຼົງເຊື່ອ ​ແລະ ຫຼອນ​ໄປ​ເອງ​ວ່າ “ເປັນຂະນະທີ່ໃກ້ກັບອົງການອະນາໄມໂລກທີ່​ສຸດຢູ່​​ແລ້ວ”.
 

ທີ່ຈິງແລ້ວ, ນັກການເມືອງອາເມຣິກາກໍ່ຮູ້ວ່າ: ການທ້າທາຍຫຼັກການປະເທດຈີນດຽວ ຈະ​ກະທຳ​ແບບໃດກໍຕາມກໍ່ຈະຕ້ອງຖືກປະລາໄຊອີກແລ້ວອີກຕື່ມຢ່າງແນ່ນອນ. ກໍຄືກັນກັບທ່ານ ສະຕີເຟັນ ໂຊໂລມອນ ເຈົ້າໜ້າທີ່ກົດໝາຍຂອງອົງການອະນາໄມໂລກ ຫຼື WHO ໄດ້ເນັ້ນໜັກໃນເມື່ອບໍ່ດົນມານີ້ວ່າ: ສາທາລະນະລັດປະຊາຊົນຈີນແມ່ນຜູ້ແທນທີ່ຖືກຕ້ອງຕາມກົດໝາຍພຽງໜຶ່ງດຽວຂອງຈີນຢູ່ໃນລະບົບອົງການສະຫະປະຊາຊາດ, WHO ໄດ້ຮັກສາຄວາມເປັນເອກະພາບກັນກັບອົງການສະຫະປະຊາຊາດກ່ຽວກັບບັນຫານີ້. ກໍ່ຍ້ອນແນວນີ້, ເຂດໄຕ້ຫວັນຂອງຈີນຢາກເຂົ້າຮ່ວມກອງປະຊຸມໃຫຍ່ອົງການອະນາໄມໂລກກໍຈຳເປັນຕ້ອງປະຕິບັດຕາມຫຼັກການປະເທດຈີນດຽວ, ນີ້ແມ່ນຫຼັກການພື້ນຖານທີ່ໄດ້ຮັບການຮັບຮອງໃນມະຕິເລກທີ 2758 ຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ ແລະ ມະຕິເລກທີ 25.1 ຂອງກອງປະຊຸມໃຫຍ່ອົງການອະນາໄມໂລກ. ໃນ “ກົດໝາຍວ່າດ້ວຍການຈັດຕັ້ງ” ຂອງອົງການອະນາໄມໂລກ ແລະ “ກົດລະບຽບກ່ຽວກັບການປຶກສາຫາລືຫົວຂໍ້ປະຊຸມ” ຂອງກອງປະຊຸມໃຫຍ່ອົງການອະນາໄມໂລກ, ກໍ່ໍ່ບໍ່ມີຫຼັກອ້າງອີງທາງດ້ານກົດໝາຍທີ່ອະນຸຍາດໃຫ້ເຂດໃດໜຶ່ງຂອງປະເທດອະທິປະໄຕເຂົ້າຮ່ວມກອງປະຊຸມໃຫຍ່ອົງການອະນາໄມໂລກໃນຖານະເປັນຜູ້ສັງເກດການ.
 

ກ່ຽວກັບບັນຫານີ້, ນັກການເມືອງອາເມຣິກາກໍ່ຮູ້ດີຢ່າງຈະແຈ້ງ. ການທຳທ່າເຮັດ​ແບບນີ້ຂອງເຂົາເຈົ້າ, ພຽງແຕ່ເພື່ອເຮັດໃຫ້​ເຈົ້າ​ໜ້າ​ທີ່ພັກປະຊາທິປະ​ໄຕກ້າວໜ້າ​ໄຕ້​ຫວັນສືບຕໍ່ເປັນເຄື່ອງມືໃນການສະກັດກັ້ນແຜ່ນດິນໃຫຍ່ຈີນ ແລະ ສວຍໂອກາດຫາຜົນປະໂຫຍດໃຫ້ແກ່ຕົນເອງເທົ່ານັ້ນ.
 

ທີ່ຈິງແລ້ວ, ພາຍໃຕ້ເງື່ອນໄຂເບື້ອງຕົ້ນທີ່ສອດຄ່ອງກັບຫຼັກການປະເທດຈີນດຽວ, ລັດຖະບານຈີນໄດ້ມີ​ການຈັດວາງ​ເປັນ​ຢ່າງ​ດີ​ຢູ່​ແລ້ວ​ເພື່ອ​ໃຫ້ເຂດໄຕ້ຫວັນເຂົ້າຮ່ວມວຽກງານສາທາລະນະສຸກຂອງໂລກ ​​ເພື່ອຮັບປະກັນວ່າ: ບໍ່ວ່າຈະເກີດເຫດການສຸກເສີນດ້ານສາທາລະນະສຸກໃນເກາະໄຕ້ຫວັນຫຼືໃນສາກົນ, ເຂດໄຕ້ຫວັນລ້ວນແຕ່ສາມາດຮັບມືໄດ້ຢ່າງທັນເວລາແລະມີປະສິດທິຜົນ, ເຂດໄຕ້ຫວັນບໍ່ໄດ້ຖືກຈັດໃຫ້ຢູ່ນອກລະບົບປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດຂອງໂລກຂອງອົງການອະນາໄມໂລກຈັກເທື່ອ. ຍົກຕົວຢ່າງຄື: ພາຍໃຕ້ເງື່ອນໄຂເບື້ອງຕົ້ນຂອງຫຼັກການປະເທດຈີນດຽວ, ນັບແຕ່ປີ 2019 ເປັນຕົ້ນມາ, ຜູ້ຊ່ຽວຊານດ້ານສາທາລະນະສຸກຂອງເຂດໄຕ້ຫວັນຈີນລວມທັງໝົດ 24 ​ເທື່ອຄົນໄດ້ເຂົ້າຮ່ວມກິດຈະກຳທີ່ມີລັກສະນະເຕັກໂນໂລຊີຂອງອົງການອະນາໄມໂລກ 16 ​ເທື່ອ. ຫຼັງຈາກໄດ້ປະສົບກັບການແຜ່ລະບາດຂອງພະຍາດໂຄວິດ-19 ຄັ້ງນີ້ແລ້ວ, ລັດຖະບານຈີນກໍໄດ້ເຊື້ອເຊີນຜູ້ຊ່ຽວຊານດ້ານການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຂອງເຂດໄຕ້ຫວັນໄປສຳຫຼວດ ສະພາບການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນອູຮັ້ນໃນເດືອນມັງກອນປີນີ້. ມາຮອດວັນທີ 15 ພຶດສະພານີ້, ລັດຖະບານຈີນໄດ້ແຈ້ງຂໍ້ມູນກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ຕໍ່ເຂດໄຕ້ຫວັນ 152 ຄັ້ງ.
 

ເວົ້າໂດຍລວມແລ້ວ, ເຈດຕະນາທີ່ແທ້ຈິງຂອງພັກປະຊາທິປະໄຕກ້າວໜ້າຂອງໄຕ້ຫວັນກໍ່ແມ່ນເພື່ອ “ແບ່ງແຍກໄຕ້ຫວັນເປັນເອກະລາດໂດຍສວຍໃຊ້ການແຜ່ລະບາດຂອງພະຍາດໂຄວິດ-19”. ເຈດຕະນາແບບນີ້ພໍດີຖືກໃຈນັກການເມືອງອາເມຣິກາຈຳນວນໜຶ່ງ, ສອງຝ່າຍຈຶ່ງຊ່ວຍຊູຍູ້ໜູນກັນເພື່ອຫາຜົນປະໂຫຍດໃຫ້ຕົນ.

ຕໍ່ເລື່ອງນີ້, ໜັງສືພິມ ໄຣນີສເຊ ໂພສ໌ ( Rheinische Post) ຂອງເຢຍລະມັນໄດ້ຊີ້ໃຫ້ເຫັນຢ່າງກົງໄປກົງມາໃນເມື່ອບໍ່ດົນມານີ້ວ່າ: ຜົນປະໂຫຍດຂອງອາເມຣິກາບໍ່ມີສ່ວນກ່ຽວຂ້ອງກັບໄຕ້ຫວັນກໍຄືນະໂຍບາຍທີ່ກ່ຽວຂ້ອງ, ອາເມຣິກາພຽງແຕ່ໄດ້ສວຍໃຊ້ບັນຫາໄຕ້ຫວັນ​ເປັນ​ໂອກາດເພື່ອຫັນເຫຄວາມສົນໃຈຂອງປະຊາຊົນພາຍໃນປະເທດຕົນທີ່ຜິດຫວັງກັບລັດຖະບານຕົນໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19. ນັກການເມືອງອາເມຣິກາຈຳນວນໜຶ່ງພຽງແຕ່ໄດ້ໃຊ້ໄຕ້ຫວັນເປັນເຄື່ອງມືເທົ່ານັ້ນ ເພື່ອສະແຫວງຫາຜົນປະໂຫຍດທາງເສດຖະກິດແລະຕົ້ນທຶນທາງການເມືອງຂອງຕົນ ໂດຍສະເພາະແມ່ນໃນໄລຍະທີ່ການເລືອກຕັ້ງທົ່ວໄປຂອງອາເມຣິກາໃກ້ຈະມາເຖິງ, ພວກເຂົາເຈົ້າຈຶ່ງຕ້ອງເລັ່ງສວຍໃຊ້ບັນຫາໄຕ້ຫວັນອີກຄັ້ງໜຶ່ງ.

ຄຳ​ເຫັນ

0