黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຂໍ້​ຕົກ​ລົງ​ຂອງ​ WHO ກໍ​ຄື​ທ່າ​ທີ​ຂອງ​ປະ​ຊາ​ຄົມ​ໂລກ​ທີ່​ມີ​ຕໍ່​ “ການແບ່ງ​ແຍກ​ໄຕ້​ຫວັນ​​ເປັນ​ເອ​ກະ​ລາດ”

2020-05-20 17:41:09 cri

ວັນ​ທີ 18 ພຶ​ດ​ສະ​ພາ​ນີ້, ປະ​ທານກອງ​ປະ​ຊຸມ​ໃຫຍ່​ອົງ​ການ​ອະ​ນ​າ​ໄມ​ໂລກ​ຫຼື WHO ປະ​ກາດ​ວ່າ: ກອງ​ປະ​ຊຸມ​ຄັ້ງ​ນີ້​ບໍ່​ປຶກ​ສາ​ຫາ​ລື​ຂໍ້​ສະ​ເໜີ​ຂອງ​ບາງ​ປະ​ເທດ​ທີ່​ວ່າ “ເຊື້ອ​ເຊີນ​ເຂດ​ໄຕ້​ຫວັນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ​ໃນ​ຖາ​ນະ​ຜູ້​ສັງ​ເກດ​ການ.” ທ່ານ​ມ໋າ​ສ້ຽວກວ່າງ, ໂຄ​ສົກ​ຫ້ອງ​ການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ລັດ​ຖະ​ບານ​ຈີນ​ກ່າວ​ໃນ​ວັນ​ທີ 19 ເມສານີ້ວ່າ: ນີ້​ສະ​ແດງ​ໃຫ້​ເຫັນ​ອີກ​ເທື່ອ​ໜຶ່ງວ່າ, “ການ​ແບ່ງ​ແຍກ​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ” ບໍ່​ມີ​ທາງ​ເປັນໄປໄດ້, ຫຼັກ​ການ​ປະ​ເທດ​ຈີນ​ດຽວ​ແມ່ນ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ​ຂອງ​ປະ​ຊາ​ຄົມ​ໂລກ, ການ​ສ້າງ​ບັນ​ຫາ​ກ່ຽວ​ກັບ​ໄຕ້​ຫວັນ​ໃນກອງ​ປະ​ຊຸ​ມ​ໃຫຍ່ຂອງ WHO ບໍ່​ໄດ້​ຮັບຄວາມ​ເຫັນ​ດີ​ຈາກ​ຄົນ​ທັງ​ຫຼາຍ.

WHO ແມ່ນ​ອົງ​ການ​ຈັດ​ຕັ້ງ​ສະ​ເພາະ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ປະ​ກອບ​ດ້ວຍ​ປະ​ເທດ​ທີ່​ມີ​​ອະ​ທິ​ປະ​ໄຕ, ໄຕ້​ຫວັນ​ໃນ​ຖາ​ນະ​ເປັນ​ເຂດ​ໜຶ່ງ​ຂອງ​ຈີນ, ບໍ່​ມີ​ສິດ​ເຂົ້າ​ຮ່ວມກອງ​ປ​ະ​ຊຸມ WHO ແນ່ນອນ. ພາຍ​ຫຼັງ​​ເຈົ້າ​ໜ້າ​ທີ່ພັກ​ປະຊາທິປະ​ໄຕ​ກ້າວໜ້າຂຶ້ນ​ກຳ​ອຳນາດຢູ່​ເຂດ​ໄຕ້​ຫວັນ​ມາ​ນີ້, ໄດ້​ສະ​ເໜີ​ຍັດ​ຕິກ່ຽວພັນ​ເຖິງເຂດ​ໄຕ້​ຫວັນ​ໃນກອ​ງ​ປະ​ຊຸມ​ໃຫຍ່ WHO ​ໂດຍ​ຜ່ານ​ “ປ​ະ​ເທດ​ມິດ​ຕະ​ພາບ” ຂອງ​ເຂົາ​ມາ​ເປັນ 4 ປີ​ລຽນ​ຕິດແລ້ວ, ​ແຕ່ໄດ້​ປະ​ສົບຄວາມຫຼົ້ມ​ເຫຼວ​ໝົດໃນ​ທີ່​ສຸດ ​ເຊິ່ງກໍ​ຍ້ອນ​ວ່າ “ໃນ​ໂລກ​ນີ້​ມີພຽງແຕ່​ປະ​ເທດ​ຈີນດຽວເທົ່ານັ້ນ” ເຊິ່ງ​ເປັນ​ຄວາມ​ຈິງ​ທີ່​ບໍ່​ຕ້ອງ​ສົງ​ໄສ ແລະ​ ຫຼັກ​ການ​ນີ້ກໍບໍ່ສາມາດທີ່​ຈະປ່ຽນ​ແປງ​ໄດ້.

ພາຍ​ຫຼັງ​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ມາ​ຮອດ​ປັດ​ຈຸ​ບັນ, ເຈົ້າ​ໜ້າ​ທີ່​ພັກ​ປະຊາ​ທິປະ​ໄຕ​ກ້າວໜ້າ​ຂອງ​ໄຕ້​ຫວັນ​ໄດ້​ປັ້ນ​ແຕ່ງ​ອັນ​ທີ່​ເອີ້ນ​ວ່າ “ຈຸດ​ອ່ອນ​ດ້ານ​ການ​ປ້ອງ​ກັນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃນ​ສາ​ກົນ”, ທີ່​ຈິງ​ແລ້ວ​ມັນ​ເປັນ​ພຽງ​ຂໍ້​ອ້າງ​ຂອງ​ເຈົ້າ​ໜ້າ​ທີ່​ພັກ​ປະຊາ​ທິປະ​ໄຕ​ກ້າວໜ້າ​ທີ່ “ສະ​ແຫວງ​ຫາ​ເຫດຜົນເພື່ອແຍກ​ໄຕ້​ຫວັນອອກ​ເປັນ​ເອ​ກະ​ລາດ​ດ້ວຍ​ຂໍ້ອ້າງຈາກການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ” ​ເທົ່າ​ນັ້ນ. ແຕ່​ວ່າ​ຄວາມ​ຈິງ​​ຈະ​ແຈ້ງ​ທີ່​ສຸດ​ກໍ​ຄື: ພາຍ​ຫຼັງ​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ມາ​ຮອດ​ວັນ​ທີ 18 ພຶດ​ສະ​ພາ​ນີ້, ຈີນ​ແຜ່ນ​ດິນ​ໃຫຍ່​ໄດ້​ແຈ້ງ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ການ​ແຜ່​ລະບາດ​ຂອງ​ພະຍາດ ​ແລະ ​ໄດ້​ແບ່ງ​ປັນ​ຂໍ້​ມູນ​ເຕັກ​ນິກ​ໃຫ້​ແກ່​ເຂດ​ໄຕ້​ຫວັນທັງ​ໝົດ 155 ເທື່ອ. ແຕ່​ປີ 2019 ມາ​ນີ້, ເຂດ​ໄຕ້​ຫວັນ​ຂອງ​ຈີນ​ໄດ້​ສົ່ງ​ຜູ້​ຊ່ຽວ​ຊານ​ອະ​ນາ​ໄມເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວທາງ​ເຕັກນິກ​ຂອງ WHO 16 ເທື່ອ​ 24 ​ເທື່ອຄົນ.

ກອງ​ປະ​ຊຸມ​ໃຫຍ່ WHO ປີ​ນີ້​ໄດ້​ຈັດ​ຂຶ້ນ​ໃນ​ເວ​ລາ​ທີ່​ພະ​ຍາດ​ໂຄວິດ-19 ກຳ​ລັງ​ແຜ່​ລະ​ບາດ​ໃນ​ທົ່ວ​ໂລກ, ໄລ​ຍະ​ປະ​ຊຸມ​ໄດ້​ຫຼຸດ​ລົງ​​ເປັນ 2 ວັນ. ເວ​ລາ​ອັນມີຄ່າ​ເຫຼົ່າ​ນີ້, ຄວນ​ມີ​ໄວ້​ສຳລັບ​ປະ​ເທດ​ຕ່າງໆ​ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຮ່ວມ​ມື​ເພື່ອ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ເຈົ້າ​ໜ້າ​ທີ່​ພັກ​ປະຊາທິປະ​ໄຕ​ກ້າວໜ້າ​ເຂດ​ໄຕ້​ຫວັນ​ເລືອກ​ເອົາຈຸດເວລານີ້ເພື່ອສ້າງ​ບັນ​ຫາ “ແຍກ​ໄຕ້​ຫວັນອອກເປັນ​ເອ​ກະ​ລາດ”, ຈະຕ້ອງ​ຖືກປະຊາຄົມໂລກຄັດຄ້ານຢ່າງ​ແນ່ນອນ.

ຄຳ​ເຫັນ

0