ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ປະກອບຄຳເຫັນໃນພິທີເປີດກອງປະຊຸມອະນາໄມໂລກຄັ້ງທີ 73 ທາງວິດີໂອທີ່ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 18 ພຶດສະພາ 2020ຢູ່ນະຄອນຫຼວງປັກກິ່ງ ສປ ຈີນ.
ໃນຈຸດເວລາອັນສຳຄັນທີ່ມວນມະນຸດພວມຕ້ານກັບພະຍາດໂຄວິດ-19, ກອງປະຊຸມອະນາໄມໂລກຄັ້ງທີ 73 ທາງວິດີໂອໄດ້ໄຂຂຶ້ນ ໃນຕອນຄ່ຳວັນທີ 18 ພຶດສະພາ 2020ຢູ່ນະຄອນຫຼວງປັກກິ່ງ ສປ ຈີນ. ໃນພິທີເປີດກອງປະຊຸມ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ປະກອບຄຳເຫັນທີ່ມີຫົວຂໍ້ຄື: “ສາມັກຄີ ແລະຮ່ວມມືກັນເພື່ອເອົາຊະນະພະຍາດ ຮ່ວມກັນສ້າງປະຊາຄົມສາທາລະນະສຸກຂອງມວນມະນຸດ”
ຜູ້ຊ່ຽວຊານໃນຂົງເຂດສາທາລະນະສຸກ, ການພົວພັນສາກົນແລະອື່ນໆໄດ້ກ່າວຢືນຢັນຕໍ່ສື່ມວນຊົນວ່າ: ກອງປະຊຸມອະນາໄມໂລກຄັ້ງນີ້ໄດ້ຮັບຄວາມສົນໃຈຈາກທົ່ວໂລກ, ປະຊາຄົມໂລກລ້ວນແຕ່ໃຫ້ຄວາມສົນໃຈຕໍ່ການປະກອບຄຳເຫັນຂອງທ່ານສີຈິ້ນຜິງ. ທ່ານສີຈິ້ນຜິງໄດ້ສຸມໃສ່ບັນຫາຮີບດ່ວນແລະຍາວນານຕ່າງໆກ່ຽວກັບການຕ້ານກັບພະຍາດໂຄວັດ-19 ຂອງທົ່ວໂລກ, ໂດຍໄດ້ພິຈາລະນາຈາກການສ້າງປະຊາຄົມສາທາລະນະສຸກຂອງມວນມະນຸດ,ສະເໜີຂໍ້ສະເໜີ 6 ຂໍ້ ແລະປະກາດມາດຕະການໃຫຍ່ 5 ປະການ ເຊິ່ງທຸກຂໍ້ສະເໜີແລະມາດຕະການລ້ວນແຕ່ມີລັກສະນະສຸມໃສ່ເປົ້າໝາຍທີ່ກ່ຽວຂ້ອງແລະມີຄວາມໝາຍໃນລັກສະນະຊີ້ນຳຢ່າງພົ້ນເດັ່ນ ເຊິ່ງເປັນການຊີ້ທິດເຍືອງທາງໃຫ້ແກ່ປະຊາຄົມໂລກໃນການສາມັກຄີຮ່ວມມືກັນເພື່ອເອົາຊະນະພະຍາດຄັ້ງນີ້.
ຄຳສັບສຳຄັນໃນບົດຄຳເຫັນຂອງທ່ານສີຈິ້ນຜິງທີ່ກ່າວຕໍ່ກອງປະຊຸມຄັ້ງນີ້ມີດັ່ງນີ້:
ຄຳສັບທຳອິດຄື ສາມັກຄີ
ໃນເວລາປະກອບຄຳເຫັນ, ທ່ານສີຈິ້ນຜິງໄດ້ເນັ້ນວ່າ: ມວນມະນຸດແມ່ນປະຊາຄົມຮ່ວມຊາຕາກຳ, ຄວາມສາມັກຄີ ແລະການຮ່ວມມືແມ່ນອາວຸດເຂັ້ມແຂງທີ່ສຸດໃນການເອົາຊະນະພະຍາດ. ໂດຍປິ່ນອ້ອມວຽກງານເພີ່ມທະວີການປ້ອງກັນແລະຄວບຄຸມພະຍາດ, ທ່ານສີຈິ້ນຜິງໄດ້ມີຂໍ້ສະເໜີ 6 ຂໍ້ຄື: ຄວນພະຍາຍາມຢ່າງສຸດຂີດໃນການດຳເນີນການປ້ອງກັນ ແລະຄວບຄຸມພະຍາດ. ເສີມຂະຫຍາຍບົດບາດການນຳພາຂອງອົງການອະນາໄມໂລກ; ເພີ່ມທະວີການສະໜັບສະໜູນຕໍ່ປະເທດອາຟຣິກາ;ເພີ່ມທະວີການບໍລິຫານດ້ານສາທາລະນະສຸກຂອງໂລກ; ຟື້ນຟູການພັດທະນາເສດຖະກິດ-ສັງຄົມ; ເພີ່ມທະວີການຮ່ວມມືສາກົນ.
ຜູ້ຊ່ຽວຊານເຫັນວ່າ: 6 ຂໍ້ສະເໜີຂອງທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນບັນຫາຮີບດ່ວນ ທັງພິຈາລະນາເຖິງສະພາບການຍາວນານ, ເປັນລະບົບທີ່ສົມບູນເປັນເອກະພາບກັນແບບກາຍອິນຊີ, ສ່ວນຄຳວ່າ “ສາມັກຄີແລະການຮ່ວມມື” ໄດ້ເປັນເນື້ອໃນຈິດໃຈສຳຄັນທີ່ສຸດຂອງບົດຄຳເຫັນຂອງທ່ານສີຈິ້ນຜິງ. ທ່ານເສີນຊູລົງ ຫົວໜ້າສະຖາບັນຄົ້ນຄວ້າຍຸດທະສາດຂອງສະຖາບັນຄົ້ນຄວ້າບັນຫາສາກົນຈີນກ່າວວ່າ: ໃນເວລາປະກອບຄຳເຫັນໃນກອງປະຊຸມ, ທ່ານສີຈິ້ນຜິງໄດ້ເລົ່າປະຫວັດສາດ,ສະພາບປະຈຸບັນແລະມີວິໄສທັດຕໍ່ອະນາຄົດ ໂດຍໄດ້ຊີ້ໃຫ້ເຫັນຢ່າງເລິກເຊິ່ງວ່າ ເຊື້ອພະຍາດບໍ່ມີພົມແດນ, ພະຍາດບໍ່ໄດ້ຈຳແນກເຊື້ອຊາດ. ທັງຍັງໄດ້ຊີ້ໃຫ້ເຫັນເສັ້ນທາງທີ່ຖືກຕ້ອງສຳລັບປະຊາຊົນບັນດາປະເທດເພື່ອຮ່ວມມືກັນຕ້ານກັບພະຍາດ. ເຊີ່ງສະແດງໃຫ້ເຫັນເຖິງທັດສະນະອັນຖືກຕ້ອງຂອງຈີນທີ່ມີຕໍ່ປະຫວັດສາດ,ທັດສະນະທີ່ມີຕໍ່ສະພາບການລວມ ແລະ ທັດສະນະກ່ຽວກັບຖານະບົດບາດຂອງຕົນໃນບັ້ນຮົບຕ້ານກັບພະຍາດຂອງໂລກຄັ້ງນີ້. ທ່ານເສີນຊູລົງກ່າວວ່າ: ການປະກອບຄຳເຫັນຂອງທ່ານສີຈິ້ນຜິງໃນກອງປະຊຸມຄັ້ງນີ້ໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ: ພວກເຮົາບໍ່ຄວນເອົາໃຈໃສ່ພຽງແຕ່ຜົນປະໂຫຍດຂອງປະເທດຕົນເທົ່ານັ້ນ, ຍັງຄວນໃຫ້ຄວາມສຳຄັນຕໍ່ຜົນປະໂຫຍດຮ່ວມຂອງມວນມະນຸດອີກດ້ວຍ.
ຄຳສັບສຳຄັນອັນທີສອງຄື ຄວາມຮັບຜິດຊອບ. ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ:ຈີນປະຕິບັດຕາມທັດສະນະສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດຢ່າງສະເໝີຕົ້ນສະເໝີປາຍ, ບໍ່ພຽງແຕ່ຮັບຜິດຊອບຕໍ່ຄວາມປອດໄພດ້ານຊີວິດ ແລະສຸຂະພາບຮ່າງກາຍຂອງປະຊາຊົນຈີນເທົ່ານັ້ນ, ຍັງໄດ້ປະຕິບັດງານຕາມຄວາມຮັບຜິດຊອບທີ່ມີຕໍ່ພາລະກິດສາທາລະນະສຸກຂອງໂລກ.
ໃນເວລາປະກອບຄຳເຫັນ,ທ່ານສີຈິ້ນຜິງໄດ້ແຈ້ງໃຫ້ຮູ້ອີກຄັ້ງໃໝ່ກ່ຽວກັບການກະທຳຕົວຈິງຂອງຈີນໃນການຮ່ວມມືກັບປະຊາຄົມໂລກເພື່ອຕ້ານກັບພະຍາດຄັ້ງນີ້ຄື: ຈີນໄດ້ມີທ່າທີທີ່ເປີດເຜີຍ ໂປ່ງໃສ ແລະຮັບຜິດຊອບຢ່າງສະເໝີຕົ້ນສະເໝີປາຍ, ໄດ້ແຈ້ງຂໍ້ມູນກ່ຽວກັບພະຍາດໃຫ້ອົງການອະນາໄມໂລກ ແລະປະເທດທີ່ກ່ຽວຂ້ອງຢ່າງທັນເວລາ, ໄດ້ປະກາດລຳດັບແຊນເຊື້ອພະຍາດ ແລະຂໍ້ມູນອື່ນໆຢ່າງວ່ອງໄວທັນເວລາທີ່ສຸດ, ໄດ້ແບ່ງປັນບົດຮຽນປ້ອງກັນ ແລະຄວບຄຸມພະຍາດ, ຊ່ວຍເຫຼືອ ແລະປິ່ນປົວຄົນເຈັບໃຫ້ກັບບັນດາຝ່າຍຢ່າງບໍ່ເຫັນແກ່ຕົວ, ແລະ ໄດ້ໃຫ້ການສະໜັບສະໜູນ ແລະຊ່ວຍເຫຼືອຢ່າງຫຼວງຫຼາຍໃຫ້ແກ່ປະເທດທີ່ມີຄວາມຕ້ອງການຕາມຄວາມສາມາດຂອງຕົນ.
ນີ້ຄືຂໍ້ມູນທີ່ໃຫ້ຄວາມກະຈ່າງແຈ້ງ ເຊິ່ງປະມຸກລັດຈີນໄດ້ກ່າວໃນກອງປະຊຸມອະນາໄມໂລກ ທີ່ເປັນກອງປະຊຸມລະດັບສາກົນທີ່ສຳຄັນຄືແນວນີ້. ໃນຂະນະດຽວກັນ, ເພື່ອຊຸກຍູ້ການຮ່ວມມືຕ້ານກັບພະຍາດຂອງໂລກ, ທ່ານສີຈິນຜິງໄດ້ປະກາດ 5 ມາດຕະການຢ່າງໜັກແໜ້ນ. ມາດຕະການເຫຼົ່ານີ້ໄດ້ແນໃສ່ຈຸດສຸມແລະຂໍ້ຫຍຸ້ງຍາກໃນການຕ້ານກັບພະຍາດໂຄວິດ-19ຂອງໂລກໃນປັດຈຸບັນກໍຄືໃນໄລຍະຕໍ່ໄປຂ້າງໜ້າ ເຊິ່ງໄດ້ສະແດງໃຫ້ເຫັນວ່າ: ຈີນເປັນປະເທດໃຫຍ່ທີ່ມີຄວາມຮັບຜິດຊອບ ແລະຈະມີບົດບາດເລິກເຊິ່ງຍາວນານຕໍ່ການພັດທະນາພາລະກິດສາທາລະນະສຸກຂອງໂລກ.
ທ່ານຈ້າວເລ້ປິ່ນ ຮອງປະທານສູນແພດສາດເດັກນ້ອຍຊຽງໄຮ້ທີ່ຂຶ້ນກັບວິທະຍາໄລແພດສາດມະຫາວິທະຍາໄລຄົມມະນາຄົມຊຽງໄຮ ເຊິ່ງທ່ານໄດ້ເຂົ້າຮ່ວມການຕ້ານພະຍາດໂຄວິດ-19ຢູ່ແນວໜ້າ, ທ່ານເຫັນວ່າ: ຍົກເອົາການຄົ້ນຄວ້າພັດທະນາຢາວັກແຊງເປັນຕົວຢ່າງ, ປະເທດພວມພັດທະນາຫຼາຍໆປະເທດບໍ່ມີເງື່ອນໄຂພຽງພໍໃນດ້ານກຳລັງຄົນ,ກຳລັງຊັບແລະກຳລັງວັດຖຸອັນເຂັ້ມແຂງທີ່ຕ້ອງການໃນການຄົ້ນຄວ້າພັດທະນາຢາວັກແຊງ. ຈີນໄດ້ສະເໜີໃຫ້ຖືເອົາຢາວັກແຊງກັນເຊື້ອພະຍາດໂຄວິດ-19ເປັນຜະລິດຕະພັນສາທາລະນະຂອງໂລກ ເຊິ່ງໄດ້ສະແດງໃຫ້ເຫັນເຖິງທັດສະນະປະຊາຄົມຮ່ວມຊາຕາກຳຂອງມວນມະນຸດທີ່ສະເໜີໂດຍທ່ານສີຈິ້ນຜິງ ແລະ ສິ່ງນີ້ຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການຮັກສາຄວາມປອດໄພດ້ານຊີວິດແລະສຸຂະພາບຮ່າງກາຍຂອງປະຊາຊົນບັນດາປະເທດ.
ຄຳສັບສຳຄັນອັນທີສາມຄື: ວິທະຍາສາດ. ນີ້ເປັນຄຳສັບສຳຄັນທີ່ປາກົດຫຼາຍເທື່ອໃນບົດຄຳເຫັນຂອງທ່ານສີຈິ້ນຜິງ.
ໃນເວລາກ່າວເຖິງການອອກແຮງຈົນສຸດຄວາມສາມາດເພື່ອປ້ອງກັນແລະຄວບຄຸມພະຍາດໃຫ້ດີນັ້ນ, ທ່ານສີຈິ້ນຜິງກ່າວວ່າ: ພວກເຮົາຕ້ອງຍຶດໝັ້ນການຖືເອົາປະຊາຊົນເປັນຫຼັກ ແລະຖືເອົາຊີວິດເປັນສິ່ງສຳຄັນກວ່າໝູ່, ຈັດສັນພະນັກງານແພດໝໍ ແລະ ອຸປະກອນທີ່ສຳຄັນຕາມຫຼັກວິທະຍາສາດ, ໃຊ້ມາດຕະການທີ່ເຂັ້ມແຂງໃນຂົງເຂດວຽກງານທີ່ສຳຄັນ ເຊັ່ນ: ປ້ອງກັນ, ກັກບໍລິເວນ, ກວດຫາເຊື້ອພະຍາດ, ປິ່ນປົວ ແລະ ຕິດຕາມເປັນຕົ້ນ, ສະກັດກັ້ນການແຜ່ລະບາດຂອງພະຍາດໃນຂອບເຂດທົ່ວໂລກໂດຍໄວ, ພະຍາຍາມຢ່າງສຸດຂີດເພື່ອປ້ອງກັນບໍ່ໃຫ້ພະຍາດແຜ່ລະບາດຂ້າມປະເທດ.
ທ່ານວາງເສີນ ຮອງປະທານສະຖາບັນວິສະວະກຳຈີນ, ປະທານສະຖາບັນວິທະຍາສາດການແພດຈີນກ່າວວ່າ: “ໃນການຕໍ່ສູ້ເພື່ອປ້ອງກັນແລະຄວບຄຸມພະຍາດຄັ້ງນີ້, ການສ້າງລະບົບແລະກົນໄກປ້ອງກັນແລະຄວບຄຸມທີ່ຮັດກຸມເຄັ່ງຄັດຕາມຫຼັກວິທະຍາສາດແມ່ນມີຄວາມສຳຄັນຫຼາຍ”ທ່ານວາງເສີນຍັງກ່າວຕື່ມວ່າ: ລັດຖະບານຈີນໄດ້ຍຶດໝັ້ນໃນການນຳພາແບບລວມສູນເປັນເອກະພາບກັນຂອງພັກກອມມູນິດຈີນ, ນຳໃຊ້ກຳລັງແຮງສັງລວມຂອງຊາດຢ່າງເປັນເອກະພາບກັນ, ຮ່ວມກັນປ້ອງກັນ,ຄວບຄຸມແລະປິ່ນປົວພະຍາດ. ດຳເນີນບັ້ນຮົບຕ່າງໆເພື່ອຕ້ານກັບພະຍາດຢ່າງຮອບດ້ານນັ້ນກໍຄື: ບັ້ນຈັດຕັ້ງກຳລັງຄົນ, ບັ້ນຮັບປະກັນວັດຖຸອຸປະກອນ, ບັ້ນບຸກບືນຄົ້ນຄວ້າວິທະຍາສາດແລະບັ້ນຈັດສັນຊັບພະຍາກອນ. ຍຶດໝັ້ນໃນການຖືປະຊາຊົນເປັນໃຈກາງ,ຈັດສັນແລະເຕົ້າໂຮມແພດດີເດັ່ນທີ່ສຸດ,ອຸປະກອນທີ່ກ້າວໜ້າທັນສະໄໝທີ່ສຸດ,ຊັບພະຍາກອນທີ່ຕ້ອງການຮີບດ່ວນທີ່ສຸດຂອງທົ່ວປະເທດ,ສຸມທຸກຄວາມພະຍາຍາມເຂົ້າໃນການປ້ອງກັນແລະປິ່ນປົວພະຍາດ, ຍົກສູງອັດຕາກວດຫາເຊື້ອພະຍາດ,ອັດຕາການປົວຫາຍ ແລະຫຼຸດອັດຕາການຕິດເຊື້ອແລະອັດຕາການເສຍຊີວິດໃຫ້ໜ້ອຍລົງຢ່າງຫຼວງຫຼາຍທີ່ສຸດ.
ກ່ຽວກັບບັນຫາຈຸດສຸມແລະບັນຫາສຳຄັນຈຳນວນໜຶ່ງທີ່ປະຊາຄົມໂລກໃຫ້ຄວາມສົນໃຈ, ໃນເວລາປະກອບຄຳເຫັນໃນພິທີເປີດກອງປະຊຸມອະນາໄມໂລກຄັ້ງທີ 73, ທ່ານສີຈິ້ນຜິງໄດ້ກ່າວຢືນຢັນຢ່າງຈະແຈ້ງວ່າ: ຄວນສືບຕໍ່ສະໜັບສະໜູນນັກວິທະຍາສາດຂອງປະເທດຕ່າງໆໃຫ້ດຳເນີນການຄົ້ນຄວ້າວິທະຍາສາດທົ່ວໂລກກ່ຽວກັບແຫຼ່ງກຳເນີດຂອງເຊື້ອພະຍາດ ແລະຊ່ອງທາງການແຜ່ລະບາດ.ຈີນສະໜັບສະໜູນໃຫ້ມີການປະເມີນກ່ຽວກັບວຽກງານຕ້ານພະຍາດຂອງທົ່ວໂລກຢ່າງຮອບດ້ານພາຍຫຼັງການຄວບຄຸມພະຍາດໃນທົ່ວໂລກໄດ້ສີ້ນສຸດລົງ, ສະຫຼຸບບົດຮຽນ ແລະ ແກ້ໄຂຈຸດອ່ອນ. ທ່ານສີຈິ້ນຜິງກ່າວເນັ້ນວ່າ: ວຽກງານນີ້ຄວນມີທ່າທີໃນການປະຕິບັດຕາມຫຼັກວິທະຍາສາດ ແລະວິຊາການ, ເຊິ່ງຕ້ອງການໃຫ້ອົງການອະນາໄມໂລກເປັນຜູ້ນຳພາ, ຍຶດໝັ້ນໃນຫຼັກການພາວະວິໄສ ແລະ ທ່ຽງທຳ.
ທ່ານຜູ້ຟັງ, ພະຍາດໂຄວິດ-19 ຄັ້ງນີ້ໄດ້ສ້າງຄວາມທຸກໂສກໃຫ້ແກ່ມວນມະນຸດ, ແຕ່ສິ່ງສຳຄັນອີກຢ່າງກໍຄືມັນໄດ້ກາຍເປັນການຕັກເຕືອນຕໍ່ມວນມະນຸດ. ຂໍ້ມູນສະແດງໃຫ້ເຫັນວ່າ: ໃນໄລຍະເວລາ 30 ປີຜ່ານມາ, ໃນໜ່ວຍໂລກນີ້ເກືອບວ່າ ແຕ່ລະປີກໍໄດ້ປາກົດມີພະຍາດຕິດແປດຊະນິດໃໝ່, ໄລຍະຫ່າງກັນລະຫວ່າງເວລາເກີດສິ່ງທ້າທາຍຈາກພະຍາດຕິດແປດຊະນິດໃໝ່ທີ່ມວນມະນຸດປະເຊີນນັ້ນນັບມື້ນັບສັ້ນເຂົ້າ. ເຖິງວ່າ ພະຍາດຕິດແປດໃໝ່ບໍ່ແມ່ນພະຍາດຮ້າຍແຮງທັງໝົດກໍຕາມ, ແຕ່ວ່າ ການສ້າງລະບົບສາທາລະນະສຸກແມ່ນຕ້ອງດຳເນີນໄປຢ່າງເປັນປະຈຳແລະບໍ່ລົດລະ. ຄືດັ່ງທີ່ທ່ານສີຈິ້ນຜິງໄດ້ເວົ້າວ່າ: ມະນຸດຍ່ອມຈະສາມາດເອົາຊະນະພະຍາດໃນທີ່ສຸດ, ແຕ່ເຫດການສຸກເສີນດ້ານສາທາລະນະສຸກທີ່ໜັກໜ່ວງສຳລັບມວນມະນຸດຈະບໍ່ເກີດຂື້ນເປັນຄັ້ງສຸດທ້າຍ. ການຄົ້ນຄວ້າຂະບວນວິວັດຂອງການຂະຫຍາຍຕົວຂອງພະຍາດຕິດແປດ, ການຖອດຖອນບົດຮຽນຈາກການແຜ່ລະບາດຂອງພະຍາດ ເຊິ່ງມີຄວາມໝາຍສຳຄັນຕໍ່ສັງຄົມມະນຸດໃນການຮັບມືກັບສິ່ງທ້າທາຍຈາກພະຍາດຕິດແປດຮ້າຍແຮງຕໍ່ໄປໃນພາຍໜ້າ.
ຄຳເຫັນ
0