ວັນທີ 21 ພຶດສະພານີ້, ກອງປະຊຸມສອງສະພາ(ກອງປະຊຸມຄັ້ງທີ 3 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 13 ແລະກອງປະຊຸມຄັ້ງທີ 3 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນສະໄໝທີ 13 )ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ. ກອງປະຊຸມສອງສະພາໃນປີນີ້ໄດ້ຈັດຂຶ້ນໃນໄລຍະພິເສດ,ແນ່ນອນແລ້ວກໍມີຄວາມໝາຍພິເສດ. ທ່ານສີຈິ້ນຜິງເຄີຍປະກອບຄຳເຫັນທີ່ສຳຄັນໃນກອງປະຊຸມສອງສະພາໃນຫຼາຍປີຜ່ານມາ, ເຊິ່ງມີເນື້ອໃນຈິດໃຈອັນດຽວກັນກັບຄຳເຫັນສຳຄັນຕ່າງໆຂອງທ່ານສີຈິ້ນຜິງທີ່ກ່າວໃນໄລຍະທີ່ທ່ານບັນຊາການໃນບັ້ນຮົບຕ້ານກັບພະຍາດໂຄວິດ-19,ໃນນັ້ນ,ເນື້ອໃນສຳຄັນຂອງຄຳເຫັນເຫຼົ່ານັ້ນຄື: ທັດສະນະທີ່ຖືປະຊາຊົນສຳຄັນກວ່າໝູ່.
ປີ 2020 ແມ່ນປີໜຶ່ງທີ່ບໍ່ທຳມະດາ, ພະຍາດໂຄວິດ-19 ທີ່ເກີດຂຶ້ນຢ່າງກະທັນຫັນໄດ້ແຜ່ລະບາດຢູ່ຫຼາຍປະເທດ, ບໍ່ພຽງແຕ່ເປັນໄພຂົ່ມຂູ່ທີ່ໜັກໜ່ວງຕໍ່ຄວາມປອດໄພດ້ານຊີວິດ ແລະ ສຸຂະພາບຮ່າງກາຍຂອງມວນມະນຸດເທົ່ານັ້ນ, ແຕ່ຍັງເປັນສິ່ງທົດສອບທີ່ຂ້ຽວຂາດຕໍ່ທັດສະນະບໍລິຫານ ລະບົບບໍລິຫານແລະ ຄວາມສາມາດໃນການບໍລິຫານປະເທດຂອງບັນດາປະເທດໃນໂລກ.
ໃນບັ້ນປ້ອງກັນ ແລະ ຄວບຄຸມພະຍາດຄັ້ງນີ້, ທ່ານສີຈິ້ນຜິງໄດ້ບັນຊາການແລະ ວາງແຜນການດ້ວຍຕົນເອງ,ໂດຍໄດ້ເຄື່ອນໄຫວເຮັດວຽກຕາມວາລະຖີ່ເຂົ້າກວ່າປົກກະຕິດ້ວຍຈັງຫວະວ່ອງໄວກວ່າປົກກະຕິ. ທ່ານໄດ້ເປັນປະທານຈັດ ຫຼືເຂົ້າຮ່ວມກອງປະຊຸມຄະນະປະຈຳກົມການເມືອງສູນກາງພັກກອມມູນິດຈີນ 14 ເທື່ອ, ກອງປະຊຸມກົມການເມືອງສູນກາງພັກກອມມູນິດຈີນ 4 ເທື່ອ,ເດີນທາງໄປສຳຫຼວດວຽກງານຢູ່ທ້ອງຖິ່ນ 6 ເທື່ອ, ສົນທະນາກັບຜູ້ນຳຕ່າງປະເທດ ຫຼື ຜູ້ຮັບຜິດຊອບອົງການຈັດຕັ້ງສາກົນທາງໂທລະສັບ 51 ເທື່ອ. ທ່ານໄດ້ກ່າວເນັ້ນມາຫຼາຍເທື່ອແລ້ວວ່າ: “ຖືເອົາຄວາມປອດໄພດ້ານຊີວິດແລະສຸຂະພາບຮ່າງກາຍຂອງປະຊາຊົນສຳຄັນກວ່າໝູ່” “ຊີວິດສູງກວ່າພູຜາ, ການຕ້ານກັບພະຍາດຄືຄຳສັ່ງເດັດຂາດ, ການປ້ອງກັນ ແລະຄວບຄຸມພະຍາດຄືຄວາມຮັບຜິດຊອບ.”
ຄຽງຄູ່ກັບການປ່ຽນແປງຂອງສະພາບການປ້ອງກັນແລະ ຄວບຄຸມພະຍາດທັງພາຍໃນ ແລະ ຕ່າງປະເທດ, ທ່ານສີຈິ້ນຜິງໄດ້ຊີ້ນຳການປ້ອງກັນ ຄວບຄຸມພະຍາດແລະ ການພັດທະນາເສດຖະກິດ-ສັງຄົມໄປພ້ອມໆກັນຕາມຄວາມເໝາະສົມ.ແລະໄດ້ພິຈາລະນາຢູ່ຕະຫຼອດວ່າ: ຄວນໃຊ້ທຸກວິທີເພື່ອຫຼຸດຜ່ອນຜົນກະທົບທີ່ມີຕໍ່ປະຊາຊົນໃຫ້ໜ້ອຍລົງເທົ່າທີ່ຈະໜ້ອຍໄດ້.
ໃນ 7 ປີຜ່ານມາ,ໃນໄລຍະກອງປະຊຸມສອງສະພາໃນແຕ່ລະປີ, ທ່ານສີຈິ້ນຜິງໄດ້ແລກປ່ຽນຄຳຄິດຄຳເຫັນຢ່າງສະໜິດສະໜົມກັບຄະນະຜູ້ແທນສະພາປະຊາຊົນແຫ່ງຊາດ. ຈາກເລື່ອງການພັດທະນາເສດຖະກິດ-ສັງຄົມ ຈົນຮອດບັນຫາປີກຍ່ອຍທີ່ຢູ່ໃກ້ໂຕປະຊາຊົນ, ທ່ານສີຈິ້ນຜິງໄດ້ໃຫ້ຄວາມສຳຄັນຢ່າງສູງ, ຖາມຢ່າງລະອຽດ ແລະ ຈື່ຈຳໄດ້ດີໃນທຸກສິ່ງຢ່າງທີ່ກ່ຽວຂ້ອງກັບປະຊາຊົນ.
ທ່ານເຄີຍເອົາໃຈໃສ່ເລື່ອງສ້າງຄອບຄົວຂອງຄົນໂສດຢູ່ບ້ານສິບແປດຖ້ຳແຂວງຫູນານ, ບັນຫາສ້ອມແປງຫ້ອງນໍ້າຢູ່ໃນເຮືອນຊາວບ້ານ, ທ່ານຍັງເຄີຍກ່າວ ເປັນພິເສດວ່າ:ເມື່ອເຫັນວ່າຊາວບ້ານແລະ ເດັກນ້ອຍຢູ່ “ບ້ານໜ້າຜາ”ຢູ່ກິ່ງແຂວງລຽງຊ່ານແຂວງເສສວນເວລາເຂົ້າອອກບ້ານແມ່ນຕ້ອງປີນຂຶ້ນຕາມໜ້າຜາດ້ວຍເສັ້ນຫວາຍມາຫຼາຍປີ ເຊິ່ງເປັນການສ່ຽງຕໍ່ຄວາມປອດໄພ, ທ່ານຮູ້ສຶກເປັນຫ່ວງເປັນໃຍຫຼາຍ.ເມື່ອໄດ້ຮັບຮູ້ຂໍ້ມູນວ່າ:ຢູ່ທ້ອງຖິ່ນແຫ່ງນັ້ນໄດ້ສ້າງຂັ້ນໄດເຫຼັກປ່ຽນແທນເສັ້ນຫວາຍແລ້ວ, ທ່ານຈຶ່ງຮູ້ສຶກໂລ່ງໃຈລົງໜ້ອຍໜຶ່ງ.
ທ່ານສີຈິ້ນຜິງໄດ້ກ່າວເນັ້ນມາໂດຍຕະຫຼອດວ່າ: ຜູ້ທີ່ໃຫ້ກຳລັງໃຈແລະ ຄວາມໝັ້ນໃຈແກ່ພວກເຮົານັ້ນກໍຄືປະຊາຊົນຈີນ.ໃນກອງປະຊຸມສອງສະພາປີຜ່ານມາ, ທ່ານສີຈິ້ນຜິງໄດ້ໃຊ້ຄຳກອນບູຮານທີ່ວ່າ “ຄຸດບິນສູງໄດ້ ບໍ່ແມ່ນຍ້ອນວ່າມີຂົນເບົາອັນດຽວ; ມ້າແລ່ນໄວໄດ້ ບໍ່ແມ່ນຍ້ອນວ່າມີກຳລັງພຽງຕີນດຽວ”,ເຊິ່ງທ່ານສີຈິ້ນຜິງໄດ້ນຳໃຊ້ຄຳກອນນີ້ມາບັນຍາຍເຫດຜົນທີ່ວ່າ “ຕ້ອງອາໄສປະຊາຊົນຢ່າງໃກ້ຊິດ”. ໃນເດືອນເມສາປີນີ້,ໃນເວລາໄປສຳຫຼວດວຽກງານຢູ່ແຂວງສ້ານຊີ່, ທ່ານສີຈິ້ນຜິງໄດ້ກ່າວເນັ້ນອີກເທື່ອໜຶ່ງວ່າ: ຕ້ອງຍຶດໝັ້ນໃນແນວຄິດການພັດທະນາທີ່ຖືປະຊາຊົນເປັນໃຈກາງ,ເຮັດແທ້ທຳຈິງເພື່ອສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ.
ປີ 2014, ທ່ານສີຈິ້ນຜິງເຂົ້າຮ່ວມການປຶກສາຫາລືກັບຄະນະຜູ້ແທນແຂວງກຸ້ຍໂຈ່ວໃນກອງປະຊຸມຄັ້ງທີ 2 ຂອງສະພາຜູ້ແທນປະຊາຊົນແຫ່ງຊາດຈີນສະໄໝທີ 12
ໃນໃຈຂອງທ່ານສີຈິ້ນຜິງ, ປະຊາຊົນຄື ຟ້າແລະ ແຜ່ນດິນ. ປີ 2014, ໃນເວລາເຂົ້າຮ່ວມການປຶກສາຫາລືກັບຄະນະຜູ້ແທນແຂວງກຸ້ຍໂຈ່ວໃນກອງປະຊຸມຄັ້ງທີ 2 ຂອງສະພາຜູ້ແທນປະຊາຊົນແຫ່ງຊາດຈີນສະໄໝທີ 12, ທ່ານສີຈິ້ນຜິງໄດ້ຫວນຄືນເຖິງວັນເວລາທີ່ລົງພື້ນຖານຢູ່ຊົນນະບົດ. ທ່ານກ່າວວ່າ: “ຂ້າພະເຈົ້າມີສາຍສຳພັນແບບທຳມະຊາດກັບປະຊາຊົນຜູ້ທຸກຍາກ”. ໃນຫຼາຍປີຜ່ານມາ, ທ່ານສີຈິ້ນຜິງໄດ້ໄປສຳຫຼວດເຂດທຸກຍາກທີ່ສຸດແບບຕິດຈອດກັນເປັນບໍລິເວນກວ້າງ ທັງໝົດ 14 ແຫ່ງໃນທົ່ວປະເທດ, ຊອກຮູ້ສະພາບຄວາມເປັນຈິງແລະ ຮັບຟັງສຽງຮຽກຮ້ອງຂອງປະຊາຊົນດ້ວຍຄວາມຈິງໃຈ.ການເຮັດໃຫ້ປະຊາຊົນຜູ້ທຸກຍາກຫຼຸດພົ້ນອອກຈາກຄວາມທຸກຍາກ, ແມ່ນສິ່ງທີ່ທ່ານສີຈິ້ນຜິງເອົາໃຈໃສ່ທີ່ສຸດ. ທ່ານໄດ້ບັນຊາການ ແລະຕິດຕາມກວດກາວຽກງານລຶບລ້າງຄວາມທຸກຍາກ. ໃນກອງປະຊຸມສອງສະພາທຸກປີນັບແຕ່ກອງປະຊຸມໃຫຍ່ ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ທ່ານໄດ້ເນັ້ນເຖິງວຽກງານລຶບລ້າງຄວາມທຸກຍາກຊ້ຳແລ້ວຊ້ຳອີກ.
ປີ 2014, ທ່ານສີຈິ້ນຜິງເຂົ້າຮ່ວມການປຶກສາຫາລືກັບຄະນະຜູ້ແທນແຂວງກຸ້ຍໂຈ່ວໃນກອງປະຊຸມຄັ້ງທີ 2 ຂອງສະພາຜູ້ແທນປະຊາຊົນແຫ່ງຊາດຈີນສະໄໝທີ 12
ຂໍ້ມູນສະແດງໃຫ້ເຫັນວ່າ: ປະຊາກອນຜູ້ທຸກຍາກຂອງຈີນໄດ້ຫລຸດລົງຈາກ98,99ລ້ານຄົນເມື່ອທ້າຍປີ 2012 ຍັງເຫລືອ 5,51 ລ້ານຄົນເມື່ອທ້າຍປີ 2019, ອັດຕາການເກີດຄວາມທຸກຍາກໄດ້ຫລຸດລົງຈາກ 10,2% ຍັງເຫລືອ 0,6% ,ຈຳນວນຜູ້ທຸກຍາກໄດ້ຫຼຸດລົງໃນຈຳນວນ 10 ລ້ານຄົນຂຶ້ນໄປຕໍ່ປີ ເຊິ່ງເປັນ7 ປີລຽນຕິດ.
ປີນີ້ຄືປີສຸດທ້າຍຂອງບັ້ນລຶບລ້າງຄວາມທຸກຍາກ ທັງແມ່ນປີທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19.ໃນເວລາທີ່ຕ້ານກັບພະຍາດ, ທ່ານສີຈິ້ນຜິງກໍບໍ່ໄດ້ລະເລີຍການວາງແຜນການທີ່ເຂັ້ມແຂງໃນວຽກງານລຶບລ້າງຄວາມທຸກຍາກ.
ໃນຕົ້ນເດືອນມີນາປີນີ້,ໃນກອງປະຊຸມສຳມະນາກ່ຽວກັບການສູ້ຊົນເອົາຊະນະໃນບັ້ນລຶບລ້າງຄວາມທຸກຍາກໄລຍະສຸດທ້າຍ, ທ່ານສີຈິ້ນຜິງໄດ້ເນັ້ນໃຫ້ເລັ່ງເວລາ, ຮຽກຮ້ອງໃຫ້ມີການ “ປຸກລະດົມອີກຄັ້ງໃໝ່ແລະ ວາງແຜນການຄັ້ງໃໝ່” ໃນການລຶບລ້າງຄວາມທຸກຍາກ.
ແຕ່ວັນທີ 20 ຫາ 23 ເມສາ ປີນີ້, ໃນເວລາໄປສຳຫຼວດວຽກງານຢູ່ແຂວງສ້ານຊີ່, ທ່ານສີຈິ້ນຜິງໄດ້ເດີນທາງໄປເຂດພູດອຍທີ່ທຸກຍາກ, ທ່ານສົນໃຈທີ່ສຸດກ່ຽວກັບບັນຫາການຊ່ວຍເຫຼືອຜູ້ທຸກຍາກຫຼັງຫຼຸດພົ້ນອອກຈາກຄວາມທຸກຍາກວ່າຈະສາມາດສ້າງເປັນກົນໄກແບບໝັ້ນຄົງແລະຍືນຍົງໄດ້ຫຼືບໍ່; ແຕ່ວັນທີ 11 ຫາ 12 ພຶດສະພາປີນີ້, ທ່ານສີຈິ້ນຜິງໄດ້ໄປສຳຫຼວດວຽກງານຢູ່ແຂວງສ່ານຊີ່, ບ່ອນທຳອິດແມ່ນໄປສຳຫຼວດວຽກງານລຶບລ້າງຄວາມທຸກຍາກໂລດ, ທ່ານສົນໃຈທີ່ສຸດກ່ຽວກັບບັນຫາ “ເຮັດແນວໃດຈຶ່ງຈະສາມາດປັບປຸງໝາກຜົນການລຶບລ້າງຄວາມທຸກຍາກໃຫ້ໝັ້ນຄົງ, ປ້ອງກັນບໍ່ໃຫ້ກັບຄືນສູ່ສະພາບທຸກຍາກຄືເກົ່າ, ຮັບປະກັນໃຫ້ປະຊາຊົນມີລາຍຮັບເພີ່ມຂຶ້ນຢ່າງຕໍ່ເນື່ອງ.”
ທ່ານກ່າວເນັ້ນວ່າ: ການຫຼຸດພົ້ນອອກຈາກຄວາມທຸກຍາກບໍ່ແມ່ນຈຸດສິ້ນສຸດ, ແຕ່ແມ່ນຈຸດເລີ່ມຕົ້ນຂອງຊີວິດໃໝ່ແລະ ບັ້ນສູ້ຊົນໃໝ່. ພີ່ນ້ອງປະຊາຊົນຈະມີຊີວິດການເປັນຢູ່ທີ່ດີຂຶ້ນເລື້ອຍໆ,ມີຊີວິດທີ່ດີກວ່າເກົ່າໃນອະນາຄົດ.
ການຖືປະຊາຊົນສຳຄັນກວ່າໝູ່,ແມ່ນຄະຕິເຕືອນໃຈດ້ານການບໍລິຫານປະເທດທີ່ທ່ານສີຈິ້ນຜິງຈື່ຈຳໄວ້ຢູ່ສະເໝີ. ນັບແຕ່ເກີດການແຜ່ລະບາດຂອງພະຍາດເປັນຕົ້ນມາ, ທ່ານສີຈິ້ນຜິງໄດ້ສະເໜີຂໍ້ຮຽກຮ້ອງຕໍ່ພະນັກງານການນຳມາຫຼາຍເທື່ອແລ້ວວ່າ: ຕ້ອງເປັນເຈົ້າການແບກຫາບຄວາມຮັບຜິດຊອບ, ຕັ້ງໜ້າສ້າງຜົນງານທີ່ດີ,ເປັນຜູ້ຮູ້ໃຈປະຊາຊົນ, ແກ້ໄຂບັນຫາທີ່ປະຊາຊົນປາຖະໜາຢາກໃຫ້ແກ້ໄຂໃຫ້ທັນເວລາ. ທ່ານກ່າວເນັ້ນວ່າ, ຕ້ອງກ້າຕຸລຸມບອນໃນຈຸດເວລາອັນສຳຄັນ, ຕ້ອງຍອມເສຍສະຫຼະໃນຂະນະທີ່ພົບພໍ້ຄວາມອັນຕະລາຍ, ຈຶ່ງແມ່ນຊາວພັກກອມມູນິດທີ່ແທ້ຈິງ.
ປີ 2020, ແມ່ນປີສຸດທ້າຍຂອງການສ້າງສັງຄົມທີ່ອິ່ມໜໍາສຳລານໃຫ້ສຳເລັດຢ່າງຮອບດ້ານ ແລະ ການປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 13. ໃນເວລາສຳຫຼວດວຽກງານຢູ່ແຂວງຊ່ານຊີ່, ທ່ານສີຈິ້ນຜິງໄດ້ກ່າວເນັ້ນອີກເທື່ອໜຶ່ງວ່າ: “ພັກກອມມູນິດຈີນຖືເອົາການເຮັດວຽກເພື່ອປະຊາຊົນ ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນເປັນຜົນງານສຳຄັນທີ່ສຸດ, ຖືເອົາການເຮັດວຽກຕົວຈິງໃຫ້ຫລາຍແລະ ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນໃຫ້ຫຼາຍເປັນມາດຕະຖານສຳຄັນໃນການກວດສອບຜົນງານການປົກຄອງ.” ທ່ານສີຈິ້ນຜິງເຫັນວ່າ, ພັກກອມມູນິດຈີນກໍແມ່ນຜູ້ທີ່ສະແຫວງຫາຄວາມສຸກໃຫ້ແກ່ປະຊາຊົນນັ້ນເອງ.
ຄຳເຫັນ
0