ຕອນບ່າຍວັນທີ 22 ພຶດສະພານີ້, ທ່ານສີຈິ້ນຜິງປະກອບຄຳເຫັນໃນເວລາເຂົ້າຮ່ວມການຄົ້ນຄວ້າພິຈາລະນາຂອງຄະນະຜູ້ແທນເຂດປົກຄອງຕົນເອງມົງໂກໃນທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ3ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ13
ເມື່ອໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19ແລ້ວ, ຈີນຈະກຳນົດເປົ້າໝາຍກ່ຽວກັບຈັງຫວະການເຕີບໂຕຂອງເສດຖະກິດໃນປີນີ້ແນວໃດ? ເຊິ່ງເປັນບັນຫາທີ່ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດກ່ອນທີ່ຈະຈັດກອງປະຊຸມສອງສະພາ ແລະ ໄດ້ມີຄຳຕອບຢູ່ໃນບົດລາຍງານວຽກງານຂອງລັດຖະບານຈີນທີ່ທ່ານຫຼີເຄີ້ສຽງນາຍົກລັດຖະມົນຕີຈີນໄດ້ລາຍງານຕໍ່ກອງປະຊຸມສະພາປະຊາຊົນແຫ່ງຊາດຈີນໃນຕອນເຊົ້າວັນທີ 22 ພຶດສະພານີ້ ຄື: ບົດລາຍງານສະບັບນີ້ບໍ່ໄດ້ກຳນົດເປົ້າ ໝາຍລະອຽດກ່ຽວກັບຈັງຫວະການເຕີບໂຕຂອງເສດຖະກິດຈີນໃນປີນີ້.
ຕອນບ່າຍວັນທີ 22 ພຶດສະພານີ້, ໃນເວລາເຂົ້າຮ່ວມການຄົ້ນຄວ້າພິຈາລະນາຂອງຄະນະຜູ້ແທນເຂດປົກຄອງຕົນເອງມົງໂກໃນທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ3ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ13, ທ່ານສີຈິ້ນຜິງປະທານປະເທດຈີນກ່າວວ່າ:
“ປີນີ້ແມ່ນປີສຸດທ້າຍໃນການເຮັດສຳເລັດໜ້າທີ່ເປົ້າໝາຍຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ5 ປີຄັ້ງທີ13, ພະຍາດໂຄວິດ-19ທີ່ເກີດຂຶ້ນຢ່າງກະທັນຫັນເປັນສິ່ງທ້າທາຍຕໍ່ການເຮັດສຳເລັດໜ້າທີ່ເປົ້າໝາຍ, ພວກເຮົາໄດ້ປະຕິບັດງານຕາມສະພາບຄວາມເປັນຈິງ, ສະນັ້ນຈຶ່ງບໍ່ໄດ້ກຳນົດເປົ້າໝາຍລະອຽດກ່ຽວກັບຈັງຫວະການເຕີບໂຕຂອງເສດຖະກິດຈີນໃນປີນີ້.”
“ຖ້າວ່າບໍ່ມີພະຍາດຄັ້ງນີ້ເກີດຂຶ້ນ, ຕາມປົກກະຕິແລ້ວ ເປົ້າໝາຍຈັງຫວະການເຕີບໂຕຂອງເສດຖະກິດຈະກຳນົດໃຫ້ຢູ່ໃນລະດັບປະມານ6%.ແຕ່ວ່າ, ເມື່ອສະພາບພະຍາດເກີດຂຶ້ນແລ້ວມີຫຼາຍສິ່ງຫຼາຍຢ່າງແມ່ນພວກເຮົາບໍ່ສາມາດກຳນົດໄດ້, ເສດຖິກິດໂລກຊຸດໂຊມລົງແມ່ນແນ່ນອນຢູ່ແລ້ວ, ແຕ່ພວກເຮົາຈະໄດ້ຮັບຜົນກະທົບຫຼາຍເທົ່າໃດ ແລະ ເລິກເຊິ່ງຊ່ຳໃດ, ຍັງມີຄວາມບໍ່ແນ່ນອນຫຼາຍຢ່າງ.”
ທ່ານສີຈິ້ນຜິງກ່າວຕື່ມວ່າ:“ຖ້າວ່າພວກເຮົາຕັ້ງໃຈກຳນົດເປົ້າໝາຍໃດໜຶ່ງ, ຈຸດສຸມກໍຈະແມ່ນການກະຕຸ້ນເສດຖະກິດຢ່າງແຂງແຮງແລະຈະຕ້ອງເນັ້ນໃສ່ອັດຕາການເຕີບໂຕ, ຖ້າເຮັດແນວນີ້ຈະບໍ່ສອດຄ່ອງກັບຈຸດປະສົງການພັດທະນາເສດຖະກິດ-ສັງຄົມຂອງພວກເຮົາ, ດັ່ງທີ່ພວກເຮົາໄດ້ເນັ້ນມາຕະຫຼອດວ່າ: ບໍ່ຄວນຖືເອົາການເຕີບໂຕຂອງGDPເປັນສິ່ງສຳຄັນທີ່ສຸດ.”
ຄຳເຫັນ
0