黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ກະ​ທຳ​ໃດ​ໆ​ທີ່​ມີ​ເຈດ​ຕະນາທ້າ​ທາຍ​ຕໍ່ຄວາມ​ຕັດ​ສິນ​ໃຈຂອງສູນ​ກາງຈີນເພື່ອປົກປ້ອງ​ຮົງ​ກົງ​ ຍ່ອມ​ຈະ​ສ້າງ​ຜົນ​ຮ້າຍ​ຕໍ່​ຕົນ​ເອງຢ່າງ​ແນ່ນອນ

2020-05-24 16:35:39 cri

ກອງ​ປະ​ຊຸມ​ຄັ້ງ​ທີ 3 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນສະ​ໄໝ​ທີ 13 ໄດ້​ຄົ້ນຄວ້າ​ພິ​ຈາ​ລະ​ນາ “ຮ່າງ​ມະ​ຕິ​​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ກ່ຽວ​ກັບ​ການສ້າງແລະປັບປຸງ​ລະ​ບຽບ​ກົດ​ໝາຍແລະກົນ​ໄກບັງຄັບໃຊ້​ກົດ​ໝາຍ ໃນ​ການ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ” ຂ່າວນີ້ປຽບເໝືອນຟ້າ​ຮ້ອງ​ກ້ອງ​ກັງວານຢູ່​ເທິງ​ເວຫາ​ຂອງຮົງ​ກົງ ​ແລະ ເປັນການເຕືອນ​ສະຕິປະ​ຊາ​ຊົນ​ຮົງ​ກົງ​ທີ່​ຖືກ​ປິດ​ບັງ​ຄວາມ​ຈິງມາ​ແຕ່​ດົນ​ນານ, ຍິ່ງ​ເປັນການ​ທັບ​ມ້າງ​ຄວາມ​ເພີ້​ຝັນ​ຂອງ​ພວກ “ແບ່ງ​ແຍກ​ຮົງ​ກົງ​ເປັນ​ເອ​ກະ​ລາດ” ແລະອິດ​ທິ​ກຳ​ລັງຕໍ່​ຕ້ານ​ຈີນ.

ໃນໂອກາດນີ້, ພວກ​ເຮົາ​​ເຕືອນ​ໃຫ້​ຈຳ​ພວກ “ແບ່ງ​ແຍກ​ຮົງ​ກົງ​ເປັນ​ເອ​ກະ​ລາດ” ແລະ​ ອິດ​ທິ​ກຳ​ລັງ​ສ້າງ​ຄວາມ​ວຸ້ນ​ວາຍ​ຢູ່​ຮົງ​ກົງ​ໄດ້ຮັບຮູ້ວ່າ: ຢ່າ​ປະ​ໝາດ​ຈິດ​ໃຈອັນ​ເຂັ້ມ​ແຂງແລະຄວາມ​ຕັດ​ສິນ​ໃຈ​ອັນ​ເດັດຂາດ​ຂອງ​ລັດ​ຖະ​ບານ​ຈີນ. ການ​ກະ​ທຳ​  ໃດ​ໆ​ທີ່​ມີ​ເຈດ​ຕະນາທ້າ​ທາຍຕໍ່​ຄວາມ​ຕັດ​ສິນໃຈ​​ຂອງ​ສູນ​ກາງ​ຈີນເພື່ອປ້ອງກັນຮົງກົງ ຍ່ອມ​ຈະ​ເປັນ​ການ​ສ້າງ​ຜົນ​ຮ້າຍ​ຢ້ອນຫຼັງໃຫ້​​ແກ່ຕົນ​ເອງຢ່າງ​ແນ່ນອນ.

ອິດ​ທິ​ກຳ​ລັງ​ທີ່ສ້າງ​ຄວາມ​ວຸ້ນ​ວາຍ​ຢູ່​ຮົງ​ກົງ​ກ່າວ​ວ່າ: “ກົດ​ໝາຍ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ກ່ຽວກັບ​ຮົງ​ກົງ” ຈະ​ທຳ​ລາຍນະ​ໂຍ​ບາຍ “ປະ​ເທດ​ດຽວ​ສອງ​ລະ​ບອບ”. ນີ້​ເປັນ​ຖ້ອຍ​ຄຳ​ທີ່ປີ້ນ​ດຳ​ເປັນ​ຂາວແລະເປັນການປະພຶດໃນລັກສະນະໂຈນ​ຮ້ອງ​ຈັບ​ໂຈນ​ເທົ່າ​ນັ້ນ. ຈຳ​ພວກ “ແບ່ງ​ແຍກ​ຮົງ​ກົງ​ເປັນ​ເອ​ກະ​ລາດ” ຈຳ​ນວນ​ໜຶ່ງ​ກ່າວ​ວ່າ: ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສ້າງ​ກົດ​ໝາຍກ່ຽວກັບຮົງ​ກົງ​ໄດ້​ທຳ​ລາຍນະ​ໂຍ​ບາຍ “ປະ​ເທດ​ດຽວ​ສອງ​ລະ​ບອບ”. ຄັນ​ຊັ້ນ, ຂໍຖາມແດ່ແມ່ນ​ໃຜ​ກັນແທ້ທີ່ກຳລັງ​ທຳ​ລາຍ​ນະ​ໂຍບາຍ “ປະ​ເທດ​ດຽວ​ສອງ​ລະ​ບອບ”? ທົ່ວ​ຮົງ​ກົງກໍ​ຄື​ທົ່ວ​ປະ​ເທດ​ຈີນ ແລະ ທົ່ວ​ໂລກ​ລ້ວນ​ແຕ່​ຍັງ​ຈື່​ຈຳສະ​ພາບ​ການ​ທີ່​ກຸ່ມຄົນຈຳນວນໜຶ່ງໄດ້​ບຸກ​ໂຈມ​ຕີ​ດ້ວຍ​ກຳ​ລັງ​ຮຸນ​ແຮງໃນ “ເຫດ​ການ​ດັດ​ແກ້​ກົດໝາຍ” ທີ່​ເກີດ​ຂຶ້ນ​ຢູ່​ຮົງ​ກົງ​ໃນ​ປີ​ກາຍ​ນີ້. ກໍ​ແມ່ນ​ພວກກໍ່​ຈະ​ລາ​ຈົນ​ພວກ​ນີ້ແຫລະ, ໄດ້​ປ່າວ​ປະ​ກາດໃຫ້ “ຮົງ​ກົງ​ເປັນ​ເອ​ກະ​ລາດ” ຈາກຈີນຢ່າງ​ເປີດ​ແປນ, ໄດ້​ທຳ​ລາຍແລະຢຽບ​ຫຍາມ​ທຸງ​ຊາດ​ຈີນ​ຢ່າງ​​ເປີດ​ແປນ, ໄດ້​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່ເຈົ້າ​ໜ້າ​ທີ່​ຕຳຫຼວດໃນ​ການ​ບັງຄັບໃຊ້ກົດ​ໝາຍ​ ແລະໂຈມ​ຕີບຸກ​ຄົນ​ຮັກ​ຊາດ​ແລະ​ຮັກ​ຮົງ​ກົງ​ຢ່າງ​ເປີດ​ແປນ. ການ​ກະ​ທຳ​ເຫຼົ່າ​ນີ້​ໄດ້​ທຳ​ລາຍ​ອະ​ທິ​ປະ​ໄຕ​, ຄວາມ​ໝັ້ນ​ຄົງ ແລະ ຜົນ​ປະ​ໂຫຍດ​ການພັດ​ທະ​ນາ​ແຫ່ງຊາດຈີນ​ຢ່າງ​ໜັກ​ໜ່ວງ, ນີ້ຈິ່ງ​ແມ່ນ​ການ​ກະ​ທຳ​ທີ່​ທຳ​ລາຍນະ​ໂຍ​ບາຍ “ປະ​ເທດ​ດຽວ​ສອງ​ລະ​ບອບ” ຢ່າງແທ້ຈິງ.

ໃນ​ຊູ່​ມື້​ນີ້, ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ອອກ​ກົດ​ໝາຍ​ຢ່າງ​ທັນ​ການ, ຈຸດ​ປະ​ສົງ​ກໍ​ເພື່ອປ້ອງ​ກັນ​ບໍ່​ໃຫ້ນະ​ໂຍ​ບາຍ “ປະ​ເທດ​ດຽວ​ສອງ​ລະ​ບອບ” ຖືກ​ທຳ​ລາຍ, ປົກ​ປັກ​ຮັກ​ສາ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ​ແລະ ສະ​ຖຽນ​ລະ​ພາບ​ຂອງ​ຮົງ​ກົງ ພ້ອມ​ທັງ​ຄວາມ​ໝັ້ນ​ຄົງ​ຖາ​ວອນ​ຂອງ​ປະ​ເທດ​ຈີນ, ທັງເປັນການ​ຕອບສະໜອງ​ຕໍ່​ຄວາມ​ຮຽກ​ຮ້ອງ​​ທີ່ຢາກມີຊີ​ວິດ​ທີ່​ສັນ​ຕິ​ສຸກ​ຂອງ​ປະ​ຊາ​ຊົນ​ຮົງ​ກົງ.

ອິດ​ທິ​ກຳ​ລັງ​ທີ່ສ້າງ​ຄວາມ​ວຸ້ນ​ວາຍ​ຢູ່​ຮົງ​ກົງ​ກ່າວ​ວ່າ: “ກົດ​ໝາຍ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ກ່ຽວກັບຮົງ​ກົງ” ຈະ​ທຳ​ລາຍ​ສິດ​ທິ​ມະ​ນຸດ​ຂອງ​ປະ​ຊາ​ຊົນ​ຮົງ​ກົງ. ນີ້​ກໍ​ເປັນ​ການ​ຫຼອກຫູ​ລວງ​ຕາ ແລະ ​ຕັ້ງ​ໃຈປ່ອຍ​ຂ່າວ​ລື​ເທົ່າ​ນັ້ນ. ສະ​ພາ​ປະ​ຊາ​ຊົນ​ແຫ່​ງ​ຊາດ​ຈີນ​ໄດ້​ຊຸກ​ຍູ້​ການ​ສ້າງ​ກົດ​ໝາຍ​​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ຮົງ​ກົງ ເຊິ່ງ​ມີ​ເນື້ອ​ໃນ​ຈະ​ແຈ້ງ​ທີ່​ສຸດ, ຫາກ​ບໍ່​ແມ່ນ​ກຳ​ນົດ​​ລະ​ບອບ​ສັງ​ຄົມຂອງ​ຮົງ​ກົງແລະສິດ​ທິ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນຮົງ​ກົງ​ຄືນ​ໃໝ່. ​ແຕ່ພວກ​ທີ່ສ້າງ​ຄວາມ​ວຸ້ນ​ວາຍ​ຢູ່​ຮົງ​ກົງໄດ້ສວຍ​ໂອກາດ​​ເຮັດ​ຊ້ຳ​ອຸບາຍ​ເກົ່າ, ເພື່ອຫວັງຄວບ​ຄຸມ​ຄວາມ​ຄິດ​ເຫັນ​ຂອງປະ​ຊາ​ຊົນ​ຮົງ​ກົງ​ໂດຍ​ຜ່ານການ​ປັ້ນ​ແຕ່ງ​ຂ່າວ​ລື, ໃສ່ຮ້າຍປ້າຍສີ, ປຸກ​ປັ່ນ ​ແລະ ຍຸ​ຍົງສົ່ງເສີມ​, ນີ້ແມ່ນການກະທຳທີ່ມີ​ເຈດ​ຕະ​ນາ​ທີ່ໂຫດ​ຮ້າຍ​ປ່າ​ເຖື່ອນ​ທີ່​ສຸດ.

ສິ່ງ​ທີ່​ຕ້ອງ​ເນັ້ນ​ໜັກ​ນັ້ນ​ກໍ​ຄື, ໃນ​ສັງຄົມ​ອະລິຍະ​ທຳ ບໍ່ມີລັກສະນະ​ມີ​ພຽງ​ແຕ່​ສິດທິແຕ່​ບໍ່​ຕ້ອງ​ປະຕິບັດ​ພັນທະ,​ແຮ່ງ​ບໍ່​ມີ​ລັກສະນະ​ມີພຽງ​ແຕ່​ເສລີພາບ​ແຕ່​ບໍ່​ຕ້ອງ​ແບກ​ຫາບ​ຄວາມ​ຮັບຜິດຊອບ​​ໃດໆ. ປະ​ຊາ​ຊົນ​ຮົງ​ກົງ​ມີ​ສິດ​ທິ​ທຸກ​ຄົນ​ພາຍ​ໃຕ້​ການ​ປົກ​ຄ​ອງ​ຕົນ​ເອງ​ໃນ​ລະ​ດັບ​ສູງ​ຕາມ​ກົດ​ໝາຍ. ໃນ​ຂະ​ນະ​ດຽວ​ກັນ, ການ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດແລະຮັບ​ປະ​ກັນ​ໃຫ້ນະ​ໂຍ​ບາຍ “ປະ​ເທດ​ດຽວ​ສອງ​ລະ​ບອບ” ພັດ​ທະ​ນາ​ໄດ້ຢ່າງໝັ້ນ​ທ່ຽງ​ຖາ​ວອນ, ກໍ​ແມ່ນ​ໜ້າ​ທີ່​ຄວາມຮັບ​ຜິດ​ຊອບ​ຂອງ​ຊາວ​ຮົງ​ກົງ​ທຸກ​ຖ້ວນ​ໜ້າ.

ພວກ​ເຮົາ​ຂໍ​ອວຍ​ພອນ​ຢ່າງ​ຈິງ​ໃຈ​ໃຫ້​ຮົງ​ກົງ​​ສາ​ມາດ​ຂັບ​ໄລ່​ຄວາມ​ມືດ​ມົນອອກໄປ​ໂດຍ​ໄວ ແລະ ກ້າວ​ເດີນ​ໄປ​ຕາມ​ເສັ້ນ​ທາງທີ່​ຖືກ​ຕ້ອງ​ແຫ່ງ​ການ​ພັດ​ທະ​ນາ​ຄວາມຈະ​ເລີນ​ຮຸ່ງ​ເຮືອງແລະມີ​ສະ​ຖຽນ​ລະ​ພາບ. ພ້ອມດຽວກັນນີ້ ພວກ​ເຮົາ​ກໍ​ຂໍ​ເຕືອນ​ໃຫ້​ຈຳ​ພວກ “ແບ່ງ​ແຍກ​ຮົງ​ກົງ​ເປັນ​ເອ​ກະ​ລາດ” ແລະ​ອິດ​ທິ​ກຳ​ລັງ​ສ້າງ​ຄວາມ​ວຸ້ນ​ວາຍ​ຢູ່​ຮົງ​ກົງທີ່​ດື້​ດ້ານ​ຫົວ​ແຂງຈົ່ງມີຄວາມສຳນຶກ ຢຸດ​ຕິ​ການສ້າງໂທດ​ກຳ​ຂອງ​ຕົນ, ແລ້ວກັບ​ຄືນ​ສູ່​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ!

ຄຳ​ເຫັນ

0