ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຕອນບ່າຍວັນທີ 22 ພຶດສະພານີ້, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມການຄົ້ນຄວ້າພິຈາລະນາຂອງຄະ ນະຜູ້ແທນເຂດປົກຄອງຕົນເອງມົງໂກໃນທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ 3 ຂອງສະພາປະຊາ ຊົນແຫ່ງຊາດຈີນສະໄໝທີ 13
ຕອນບ່າຍວັນທີ 22 ພຶດສະພານີ້, ໃນເວລາເຂົ້າຮ່ວມການຄົ້ນຄວ້າພິຈາລະນາຂອງຄະ ນະຜູ້ແທນເຂດປົກຄອງຕົນເອງມົງໂກໃນທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ 3 ຂອງສະພາປະຊາ ຊົນແຫ່ງຊາດຈີນສະໄໝທີ 13, ທ່ານເລຂາທິການໃຫຍ່ສີຈິ້ນຜິງກ່າວເນັ້ນວ່າ: ພື້ນຖານ ຂອງພັກກອມມູນິດຈີນແມ່ນຂຶ້ນຢູ່ກັບປະຊາຊົນ, ສາຍເລືອດກໍຂຶ້ນຢູ່ກັບປະຊາຊົນ. ພັກໄດ້ນຳພາແລະສ້າງຄວາມສາມັກຄີກັບປະຊາຊົນເພື່ອເຮັດການປະຕິວັດ, ສ້າງສາ ແລະປະຕິຮູບ, ຈຸດໝາຍພື້ນຖານກໍແມ່ນເພື່ອໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີ. ບັນດາຜູ້ແທນຢືນຢັນວ່າ: ຈະຜັນຂະຫຍາຍຄວາມ ຮຽກຮ້ອງຂອງທ່ານເລຂາທິການໃຫຍ່, ຈະຈັດຕັ້ງປະຕິບັດແນວຄິດພັດທະນາທີ່ຖືປະຊາຊົນເປັນ ໃຈກາງເຂົ້າໃນການວາງແຜນງານແລະມາດຕະການຕ່າງໆກໍຄືການເຄື່ອນໄຫວວຽກງານຕົວຈິງ.
ນັບແຕ່ປີ 2014 ມາຮອດປັດຈຸບັນ, ທ່ານສີຈິ້ນຜິງເຄີຍໄປສຳຫຼວດກວດກາວຽກງານຢູ່ມົງໂກໃນ 2 ເທື່ອ, ໄດ້ເຂົ້າຮ່ວມການຄົ້ນຄວ້າພິຈາລະນາຂອງຄະນະຜູ້ແທນມົງໂກໃນ 3 ເທື່ອໃນກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ, ທ່ານໄດ້ເອົາໃຈໃສ່ຕໍ່ທົ່ງຫຍ້າເຂດມົງໂກໃນມາໂດຍຕະຫຼອດ.
ທ່ານເອົາໃຈໃສ່ຢ່າງສູງຕໍ່ບັນຫາລຶບລ້າງຄວາມທຸກຍາກຂອງເຂດມົງໂກໃນ ແລະໄດ້ຖາມ ສະພາບການລຶບລ້າງຄວາມທຸກຍາກຢູ່ທ້ອງຖິ່ນນຳທ່ານເຟີ້ຍຕຸ່ງປິ່ນ ຜູ້ແທນສະພາປະຊາຊົນ ແຫ່ງຊາດຈີນ ທັງເປັນເຈົ້າຄອງນະຄອນອູລານສາປູ້ ເຊິ່ງບັນຫາເຫຼົ່ານີ້ລ້ວນແຕ່ແມ່ນຈຸດ ຫຍຸ້ງຍາກແລະຈຸດສຳຄັນໃນການລຶບລ້າງຄວາມທຸກຍາກຕົວຈິງ. ທ່ານເຟີ້ຍຕຸ່ງປິ່ນຕອບວ່າ: ຢູ່ນະຄອນອູລານສາປູ້ຍັງມີຄອບຄົວທີ່ໄດ້ຫຼຸດພົ້ນອອກຈາກຄວາມ ທຸກຍາກແລ້ວແຕ່ຍັງບໍ່ທັນໝັ້ນທ່ຽງ ແລະມີຄອບຄົວທຸກຍາກໂດຍທຽບຖານທັງໝົດ 21.000 ຄົນ, ປະຈຸບັນ, ທຸກໆຄົນໄດ້ສຸມທຸກຄວາມພະຍາຍາມເພື່ອສ້າງຄວາມຮັ່ງມີແລະສ້າງຊີວິດທີ່ອີ່ມໜຳສຳລານ.
ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ຕໍ່ການພັດທະນາສິ່ງແວດລ້ອມນິເວດຂອງທົ່ງຫຍ້າ. ທ່ານໄດ້ຖາມເຖິງສະພາບ ການພັດທະນາຖ່ານຫີນຢູ່ທົ່ງຫຍ້ານຳທ່ານໂຮ້ຈ້າວລຽງ ຜູ້ແທນສະພາປະຊາຊົນແຫ່ງຊາດຈີນ ທັງເປັນເຈົ້າຄອງນະຄອນຊີ່ຫຼິນກົ່ວເລີ້. ທ່ານໂຮ້ຈ້າວລຽງຕອບວ່າ, ເຂົາເຈົ້າໄດ້ຍຶດໝັ້ນການຖືເອົາການຮັກສາສິ່ງແວດລ້ອມນິເວດ ເປັນບຸລິມະສິດ, ໂດຍໄດ້ຈັດເອົາເຂດແຄວ້ນໃນນະຄອນ 60% ຂຶ້ນໄປເຂົ້າຢູ່ໃນຂອບເຂດອະນຸລັກສິ່ງແວດລ້ອມນິເວດ ແລະຈະບໍ່ອະນຸຍາດໃຫ້ຂຸດຄົ້ນບໍ່ແຮ່ໃໝ່ ແລະບໍ່ພັດທະນາບໍ່ແຮ່ຢູ່ທົ່ງຫຍ້າອີກ. ທ່ານສີຈິ້ນຜິງໄດ້ ຊົມເຊີຍຢ່າງເຕັມສ່ວນຕໍ່ການກະທຳເຫຼົ່ານີ້. ທ່ານກ່າວເນັ້ນອີກວ່າ: ຕ້ອງຮັກສາແລະເພີ່ມ ຄວາມເດັດດ່ຽວໃນການປະຕິບັດຍຸດທະສາດການສ້າງຄວາມສີວິໄລທາງນິເວດ ເພື່ອສ້າງທົ່ງຫຍ້າໃຫ້ເປັນດິນແດນທີ່ ສ່ວຍງາມແລະຮັ່ງມີ, ມີທ້ອງຟ້າສີຄາມແລະເນື້ອທີ່ສີຂຽວໃຫ້ແກ່ລູກຫຼານລຸ້ນຫຼັງ.
ທ່ານສີຈິ້ນຜິງກ່າວຕື່ມວ່າ: ພັກກອມມູນິດຈີນບໍ່ມີຜົນປະໂຫຍດສ່ວນຕົວພິເສດ, ພັກຈະຖືຜົນປະ ໂຫຍດຂອງປະຊາຊົນເປັນອັນດັບໜຶ່ງຢູ່ທຸກເວລາ. ທ່ານຍັງກ່າວເຖິງເລື່ອງກ່ຽວກັບຄົນເຈັບຢູ່ແຂວງຫູເປີຍທີ່ຕິດເຊື້ອໂຄວິດ-19 ທີ່ມີອາຍຸ 87 ປີຜູ້ໜຶ່ງທີ່ສາມາດຟື້ຟູສຸຂະພາບໃຫ້ແຂງແຮງຂຶ້ນພາຍໃຕ້ການປິ່ນປົວແລະເບິ່ງແຍງທີ່ລະອຽດຂອງພະນັກງານແພດໝໍ 10 ຄົນ ໂດຍຊີ້ອອກວ່າ: ຢູ່ຕໍ່ໜ້າການແຜ່ລະບາດຂອງພະຍາດຢ່າງຮ້າຍແຮງ, ຕັ້ງແຕ່ຕອນທຳອິດ ພວກເຮົາກໍໄດ້ສະເໜີອອກຢ່າງຈະແຈ້ງວ່າ, ຕ້ອງຖືເອົາຄວາມປອດໄພດ້ານຊີວິດ ແລະ ສຸຂະພາບຮ່າງກາຍຂອງປະຊາຊົນສຳຄັນກວ່າໝູ່. ປະຊາຊົນສຳຄັນກວ່າໝູ່, ຊີວິດເປັນສິ່ງສຳຄັນກວ່າໝູ່, ພວກເຮົາຍອມເສຍສະຫຼະທຸກສິ່ງຢ່າງເພື່ອປ້ອງກັນຄວາມປອດ ໄພດ້ານຊີວິດແລະສຸຂະພາບຮ່າງກາຍຂອງປະຊາຊົນ.
ທ່ານສີຈິ້ນຜິງຍັງກ່າວເນັ້ນວ່າ: ພັກເຮົາຢາກກຳອຳນາດໄວ້ຍາວນານ ກໍຕ້ອງຮັກສາສາຍ ສຳພັນແບບກາຍອິນຊີກັບປະຊາຊົນຕະຫຼອດໄປ, ຄິດເພື່ອປະຊາຊົນ,ສູ້ຊົນແບບຄຽງບ່າຄຽງໄຫຼ່ກັບປະຊາຊົນ, ຮ່ວມແຮງຮ່ວມໃຈກັບປະຊາຊົນເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ຮ່ວມທຸກຮ່ວມສຸກກັບປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ. ຕ້ອງຖືການສ້າງຄວາມສຸກໃຫ້ແກ່ປະຊາຊົນເປັນຜົນງານການເມືອງທີ່ສຳຄັນທີ່ສຸດ. ພວກເຮົາຊຸກ ຍູ້ການພັດທະນາເສດຖະກິດສັງຄົມ, ຈຸດປະສົງກໍແມ່ນເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງ ການຂອງປະຊາຊົນທີ່ມີຕໍ່ຊີວິດການເປັນຢູ່ທີ່ດີງາມ. ພະຍາຍາມສູ້ຊົນເພື່ອໃຫ້ປະຊາຊົນ ເຫັນເຖິງການປ່ຽນແປງ ແລະໄດ້ຮັບຜົນປະໂຫຍດຕົວຈິງ.
ຄຳເຫັນ
0