尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນເປີດກວ້າງການເປີດປະຕູສູ່ພາຍນອກຢ່າງຕໍ່ເນື່ອງມີຜົນດີຕໍ່ການຟື້ນຟູເສດຖະກິດໂລກຄືນໃໝ່

2020-05-24 15:58:22 cri

“ໂດຍປະເຊີນກັບການປ່ຽນແປງຂອງສະພາບແວດລ້ອມພາຍນອກ, ຈີນຈຶ່ງຕ້ອງເປີດກວ້າງການເປີດປະຕູສູ່ພາຍນອກຢ່າງເດັດດ່ຽວໜຽວແໜ້ນ,ຮັກສາຕ່ອງໂສ້ການສະໜອງ ແລະ ຕ່ອງໂສ້ອຸດສາຫະກຳໃຫ້ມີຄວາມໝັ້ນທ່ຽງ, ເພື່ອຊຸກຍູ້ການປະຕິຮູບແລະການພັດທະນາດ້ວຍການເປີດປະຕູ”, ວັນທີ 22 ພຶດສະພານີ້, ໃນບົດລາຍງານວຽກງານທີ່ລັດຖະບານຈີນສະເໜີຕໍ່ກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ ເຊິ່ງເປັນອົງການອຳນາດສູງສຸດຂອງຈີນເພື່ອໃຫ້ຄົ້ນຄວ້າພິຈາລະນາ, ຈີນໄດ້ຢືນຢັນຄວາມໝັ້ນໃຈອີກເທື່ອໜຶ່ງວ່າ: ຕົນຈະເປີດກວ້າງການເປີດປະຕູສູ່ພາຍນອກ ແລະ ຈະສືບຕໍ່ຍຶດໝັ້ນໃນລັດທິຫຼາຍຝ່າຍ ເຊິ່ງເປັນການເພີ່ມຄວາມເຊື່ອໝັ້ນໃຫ້ກັບໂລກໃນການຊຸກຍູ້ການຟື້ນຟູເສດຖະກິດໂລກຄືນໃໝ່ໂດຍບໍ່ຕ້ອງສົງໄສ.
 

ເນື້ອໃນຂອງບົດລາຍງານໄດ້ກຳນົດການວາງແຜນຢ່າງລະອຽດໃນ 4 ຂົງເຂດໃຫຍ່ ເຊັ່ນ: ຊຸກຍູ້ການຄ້າກັບຕ່າງປະເທດໃຫ້ມີຄວາມໝັ້ນທ່ຽງໂດຍພື້ນຖານ, ດຶງດູດການລົງທຶນຕ່າງປະເທດຢ່າງຕັ້ງໜ້າ ແລະ ຊຸກຍູ້ການຄ້າແລະການລົງທຶນໃຫ້ມີເສລີແລະມີຄວາມສະດວກ, ຍົກຕົວຢ່າງຄື: ຈີນໄດ້ຕັດລາຍການໃນບັນຊີທາງລົບເພື່ອອະນຸມັດໃຫ້ທຶນຕ່າງປະເທດເຂົ້າເຖິງຕະຫຼາດໄດ້ຢ່າງຫຼວງຫຼາຍ, ຈັດບັນຊີລາຍການທາງລົບໃນດ້ານການບໍລິການການຄ້າຂ້າມຊາດ, ເນັ້ນໜັກໃຫ້ປົກປັກຮັກສາລະບົບການຄ້າຫຼາຍຝ່າຍຢ່າງເດັດດ່ຽວໜຽວແໜ້ນ, ຮ່ວມກັນຈັດຕັ້ງປະຕິບັດສັນຍາເສດຖະກິດການຄ້າໄລຍະໜຶ່ງລະຫວ່າງຈີນ-ອາເມຣິກາ ແລະອື່ນໆ.
 

ມາດຕະການເຫຼົ່ານີ້ເປັນການສືບ​ຕໍ່​ປະຕິບັດນະໂຍບາຍການລົງເລິກການປະຕິຮູບ ແລະ ເປີດກວ້າງການເປີດປະຕູສູ່ພາຍນອກຂອງ​ຈີນໃນຊຸມປີຜ່່ານມາ. ແຕ່ວ່າ, ຍ້ອນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ກໍຄືລັດທິປົກປ້ອງການຄ້າ ແລະປັດໄຈອື່ນໆ, ນັກການເມືອງຕາເວັນຕົກແລະອາເມຣິກາຈຳນວນໜຶ່ງພັດໄດ້ສວຍໃຊ້ການແຜ່ລະບາດຂອງພະຍາດໂຄວິດ-19 ໃນທາງການເມືອງ, ປ່າວ​ໂຄສະນາ​ອັນທີ່ວ່າ “ປາສະຈາກຈີນໃນຕ່ອງໂສ້ອຸດສາຫະກຳ”, ຖີ້ມໂທດໃສ່ຜູ້ອື່ນເພື່ອຜົນປະໂຫຍດຂອງຕົນ ແລະ ສ້າງຄວາມແບ່ງແຍກເປັນພັກຝ່າຍ.
 

ເສດຖະກິດໂລກາພິວັດແມ່ນຂະບວນການທີ່ມີລັກສະນະປະຫວັດສາດ, ຜູ້ບໍລິໂພກຈຳນວນຫຼວງຫຼາຍໃນໂລກລ້ວນແຕ່ໄດ້ຮັບຜົນປະໂຫຍດຈາກການສະໜອງຂອງຕ່ອງໂສ້ອຸດສາຫະກຳທີ່ກຸ້ມຄ່າແລະມີປະສິດທິຜົນສູງ​ແບບ​ນີ້. ຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເປັນພຽງແຕ່ໄລຍະຊົ່ວຄາວເທົ່ານັ້ນ, ທ່າອ່ຽງຕົ້ນຕໍຂອງເສດຖະກິດໂລກາພິວັດຈະບໍ່ໄດ້ຮັບຜົນກະທົບຈາກສຽງທີ່ຜິດພາດ​ແບບສວຍໂອກາດຂອງ​ບາງ​ຄົນພາຍໃຕ້ສະພາບການແຜ່ລະບາດຂອງພະຍາດໂຄວິດ-19.​ ກໍຄືດັ່ງ​ຄຳ​ເວົ້າ​ຂອງທ່ານ ໂຣເບີດ ໂຈວລິກ ອະດີດຜູ້ອໍານວຍການທະນາຄານໂລກທີ່ກ່າວວ່າ: “ຖ້າຖືເອົາການຕັດຂາດການເຊື່ອມໂຍງທາງເສດຖະກິດກັບຈີນເປັນວິທີແກ້ໄຂບັນຫາໃນປັດຈຸບັນ, ມີແຕ່ຈະກໍ່ໃຫ້ເກີດຜົນກະທົບຮ້າຍແຮງໃນອະນາຄົດ.”
 

ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19, ເສດຖະກິດຈີນໄດ້ປະກົດອອກຄວາມທົນ​ທານແລະຄວາມສາມາດດ້ານການຟື້ນຟູຄືນໃໝ່ທີ່ເຂັ້ມແຂງ, ນັກລົງທຶນຕ່າງປະເທດມີຄວາມປາຖະໜາໄລຍະຍາວໃນການລົງທຶນແລະດຳເນີນທຸລະກິດຢູ່ຈີນ. ຈີນເນັ້ນໜັກໃຫ້ເປີດກວ້າງການເປີດປະຕູສູ່ພາຍນອກຢ່າງເດັດດ່ຽວໜຽວແໜ້ນ, ຈະເພີ່ມຄວາມໝັ້ນໃຈຂອງວິສາຫະກິດຂ້າມຊາດໃນການລົງທຶນຕໍ່ຈີນຕື່ມອີກໂດຍບໍ່ຕ້ອງສົງໄສ. ຈີນຈະເສີມຂະຫຍາຍທ່າແຮງທີ່​ເປັນຕະຫຼາດຂະໜາດໃຫຍ່ທີ່ສຸດ ແລະ ຄວາມສາມາດບົ່ມຊ້ອນດ້ານຄວາມຕ້ອງການພາຍໃນຢ່າງເຕັມສ່ວນ, ປົກປັກຮັກສາຕ່ອງໂສ້ການສະໜອງ ແລະ ຕ່ອງໂສ້ອຸດສາຫະກຳຂອງໂລກໃຫ້ດຳເນີນງານຢ່າງປອດໃສ, ເພື່ອເພີ່ມພະລັງແຮງເຂົ້າໃນການຟື້ນຟູເສດຖະກິດໂລກຄືນໃໝ່.

ຄຳ​ເຫັນ

0