ຕອນບ່າຍວັນທີ 22 ພຶດສະພານີ້, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມການປຶກສາຫາລືຂອງຄະນະຜູ້ແທນເຂດມົງໂກໃນທີ່ເຂົ້າຮ່ວມກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ2020
ຕອນບ່າຍວັນທີ 22 ພຶດສະພານີ້, ໃນເວລາເຂົ້າຮ່ວມການປຶກສາຫາລືຂອງຄະນະຜູ້ແທນເຂດມົງໂກໃນ, ທ່ານສີຈິ້ນຜິງໄດ້ເລົ່າເລື່ອງໜຶ່ງສູ່ຄະນະຜູ້ແທນຟັງວ່າ: ຕອນເຊົ້າມື້ນີ້, ຢູ່ບໍລິເວນເຂດສຳພາດສຳລັບຜູ້ແທນ ມີຜູ້ແທນປະຊາຊົນແຫ່ງຊາດຈີນທ່ານໜຶ່ງທີ່ມາຈາກແຂວງຫູເປີຍໄດ້ໃຫ້ສຳພາດຕໍ່ນັກຂ່າວ, ຄວາມເວົ້າຂອງລາວເຮັດໃຫ້ຂ້າພະເຈົ້າປະທັບໃຈຫຼາຍ.
ຜູ້ແທນຜູ້ນີ້ທີ່ທ່ານສີຈິ້ນຜິງເວົ້າເຖິງກໍແມ່ນ ທ່ານໂລເຈ ເລຂາຄະນະພັກ ທັງເປັນຜູ້ອຳນວຍການໂຮງໝໍໄທ້ເຫີນະຄອນຊືຢ້ຽນແຂວງຫູເປີຍ. ຫຼັງຈາກເກີດການແຜ່ລະບາດຂອງພະຍາດໂຄວິດ-19 ແລ້ວ, ທ່ານໂລເຈໄດ້ຮັບໜ້າທີ່ໃນສະພາບການທີ່ຂ້ຽວຂາດໂດຍ ໄດ້ຖືກແຕ່ງຕັ້ງໃຫ້ເປັນຫົວໜ້າໜ່ວຍຊ່ຽວຊານແພດໝໍຂອງນະຄອນຊືຢ້ຽນ, ທ່ານໄດ້ ສູ້ຊົນຢູ່ແນວໜ້າເພື່ອຕ້ານກັບພະຍາດທັງເວັນທັງຄືນ.
ຕອນບ່າຍວັນທີ 22 ພຶດສະພານີ້, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມການປຶກສາຫາລືຂອງຄະນະຜູ້ແທນເຂດມົງໂກໃນທີ່ເຂົ້າຮ່ວມກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ2020
ທ່ານສີຈິ້ນຜິງເວົ້າວ່າ: “ຜູ້ແທນທ່ານນີ້ບອກກັບນັກຂ່າວວ່າ: ຜູ້ເປັນພະຍາດໂຄວິດ-19 ທີ່ມີອາຍຸ 80 ປີຂຶ້ນໄປທີ່ໄດ້ຮັບການປິ່ນປົວຢູ່ແຂວງຫູເປີຍມີ 3000 ກວ່າຄົນ, ໃນນັ້ນມີຜູ້ເຖົ້າຜູ້ໜຶ່ງທີ່ມີອາຍຸ 87 ປີ, ພະນັກງານແພດໝໍ 10 ກວ່າຄົນໄດ້ເອົາໃຈໃສ່ເບິ່ງແຍງເພິ່ນໃນຫຼາຍສິບມື້, ໃນທີ່ສຸດກໍສາມາດກອບກູ້ຊີວິດຂອງຜູ້ເຖົ້າຜູ້ນີ້ໄດ້. ການຖືເອົາປະຊາຊົນສຳຄັນກວ່າໝູ່ແມ່ນຄືແນວໃດ? ຫຼາຍໆຄົນໄດ້ພາກັນເອົາໃຈໃສ່ປິ່ນປົວຄົນເຈັບຜູ້ດຽວ, ນີ້ກໍສະແດງໃຫ້ເຫັນເຖິງການຍອມເສຍສະຫຼະທຸກສິ່ງຢ່າງ.”
ໃນບັ້ນຕ້ານກັບພະຍາດໂຄວິດ-19ຄັ້ງນີ້, ແຂວງຫູເປີຍແມ່ນສະໜາມຮົບທີ່ສຳຄັນ. ຄົນເຈັບທີ່ມີອາຍຸສູງ ແຖມຍັງມີພະຍາດອື່ນແຊກຊ້ອນ ຍິ່ງຍາກທີ່ຈະປິ່ນປົວໄດ້. ແຕ່ວ່າຢູ່ຈີນ, ຜູ້ເຖົ້າທີ່ເປັນພະຍາດເຫຼົ່ານີ້ບໍ່ໄດ້ຖືກປະຖິ້ມ. ປະຈຸບັນ, ຢູ່ແຂວງຫູ ເປີຍ, ຜູ້ເປັນພະຍາດໂຄວິດ-19 ທີ່ມີອາຍຸສູງກວ່າ 80ປີ ມີທັງໝົດ 3600ກວ່າຄົນໄດ້ຮັບການປິ່ນປົວ ແລະຫາຍຂາດຈາກພະຍາດ, ໃນນັ້ນຍັງມີຜູ້ເຖົ້າ 7 ຄົນທີ່ມີອາຍຸສູງກວ່າ 100 ປີ .
ທ່ານສີຈິ້ນຜິງກ່າວຕື່ມວ່າ: “ຄົນບູຮານກ່າວວ່າ, ຜູ້ທີ່ສ້າງຜົນປະໂຫຍດໃຫ້ກັບໂລກ, ໂລກຈະໃຫ້ການສະໜັບສະໜູນ; ຜູ້ທີ່ມີເຈຕະນາຍຶດເອົາຜົນປະໂຫຍດຂອງໂລກເປັນຂອງຕົນເອງແຕ່ພຽງຜູ້ດຽວ, ທົ່ວໂລກຈະຄັດຄ້ານ.” ໃນກົດລະບຽບຂອງພັກໄດ້ລະບຸໄວ້ຢ່າງຈະແຈ້ງວ່າ: ພັກເຮົາບໍ່ມີຜົນປະໂຫຍດພິເສດຂອງຕົນແອບແຝງ, ຍາມໃດພັກກໍຈະຖືເອົາຜົນປະໂຫຍດຂອງປະຊາຊົນໄວ້ຢູ່ອັນດັບໜຶ່ງ. ເມື່ອຜະເຊີນໜ້າກັບການແຜ່ລະບາດຂອງພະຍາດຢ່າງຮ້າຍແຮງ, ຕັ້ງແຕ່ຕອນທຳອິດພວກເຮົາກໍໄດ້ສະເໜີອອກຢ່າງຈະແຈ້ງວ່າ: ຕ້ອງຖືເອົາຄວາມປອດໄພດ້ານຊີວິດ ແລະສຸຂະພາບຮ່າງກາຍຂອງປະຊາຊົນໄວ້ຢູ່ອັນດັບໜຶ່ງ. ພວກເຮົາໄດ້ຈັດສັນເອົາແພດໝໍທີ່ດີເດັ່ນ ອຸປະກອນທີ່ກ້າວໜ້າທີ່ສຸດ ຊັບພະຍາກອນທີ່ຕ້ອງການຢ່າງຮີບດ່ວນທີ່ສຸດຈາກທົ່ວປະເທດສົ່ງໄປແຂວງຫູເປີຍ ແລະນະຄອນອູຮັ້ນ, ເພື່ອປິ່ນປົວຄົນເຈັບຢ່າງສຸດຄວາມສາມາດ, ສຳລັບຄ່າປິ່ນປົວແມ່ນລັດຖະບານເປັນຜູ້ຈ່າຍໃຫ້ທັງໝົດ.
“ພວກເຮົາຍອມເສຍສະຫຼະທຸກສິ່ງຢ່າງເພື່ອປິ່ນປົວກອບກູ້ຊີວິດ. ບໍ່ວ່າຄົນເຈັບຈະອາຍຸສູງເທົ່າໃດ, ອາການໜັກເທົ່າໃດກໍຕາມ, ພວກເຮົາກໍຈະບໍ່ປ່ອຍຖິ້ມຢ່າງເດັດຂາດ. ໃນການຕ້ານກັບພະຍາດຄັ້ງນີ້, ຄົນເຈັບອາຍຸສູງສຸດທີ່ພວກເຮົາປິ່ນປົວຢ່າງສຳເລັດຜົນນັ້ນມີອາຍຸ 108 ປີ.”
ຕອນບ່າຍວັນທີ 22 ພຶດສະພານີ້, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມການປຶກສາຫາລືຂອງຄະນະຜູ້ແທນເຂດມົງໂກໃນທີ່ເຂົ້າຮ່ວມກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ2020
ໂດຍເລີ່ມຈາກທັດທະນະທີ່ຖືປະຊາຊົນສຳຄັນກວ່າໝູ່, ທ່ານສີຈິ້ນຜິງໄດ້ເວົ້າເຖິງກຳລັງຂອງປະຊາຊົນ.
ທ່ານສີຈິ້ນຜິງກ່າວວ່າ, “ຖ້າສາມາດນຳໃຊ້ກຳລັງແຮງຂອງປະຊາຊົນໄດ້, ສັດຕູໂຕໃດໃນໂລກນີ້ກໍບໍ່ສາມາດເອົາຊະນະເຮົາໄດ້; ຖ້າສາມາດນຳໃຊ້ສະຕິປັນຍາຂອງປະຊາຊົນ, ຜູ້ທີ່ສະຫຼາດທີ່ສຸດໃນໂລກນີ້ກໍບໍ່ສາມາດເຮັດໃຫ້ເຮົາຢ້ານໄດ້.” ຂ້າພະເຈົ້າໄດ້ກ່າວເນັ້ນເລື້ອຍໆວ່າ, ປະຊາຊົນແມ່ນກຳລັງໜູນຫຼັງທີ່ໃຫຍ່ທີ່ສຸດໃນການກຳອຳນາດຂອງພັກເຮົາ, ໃນການຕ້ານກັບພະຍາດຄັ້ງນີ້, ພາຍໃຕ້ການນຳພາຢ່າງເປັນເອກະພາບກັນຂອງສູນກາງພັກ, ສາມາດປຸກລະດົມປະຊາຊົນທົ່ວປະເທດ, ທົ່ວປວງຊົນມີສ່ວນຮ່ວມນຳກັນ, ປ້ອງກັນ ແລະ ຄວບຄຸມຮ່ວມກັນ, ປ້ອງກັນ ແລະ ປິ່ນປົວຮວ່ມກັນ, ສ້າງລະບົບປ້ອງກັນ ແລະຄວບຄຸມພະຍາດຢ່າງຮັດກຸມເຂັ້ມງວດທີ່ສຸດ, ແລະເຕົ້າຮ່ວມກຳລັງແຮງທີ່ເຂັ້ມແຂງທີ່ບໍ່ມີອັນໃດສາມາດທຳລາຍໄດ້. ປະຊາຊົນອັນໄພສານຮັບຮູ້ເຖິງຜົນປະໂຫຍດສ່ວນລວມ ແລະຄຳນຶງເຖິງສະພາບການລວມ, ມີສະຕິຕື່ນຕົວໃນການປະສານສົມທົບການປ້ອງກັນ ແລະ ຄວບຄຸມພະຍາດ, ເຊິ່ງກາຍເປັນກຳລັງພື້ນຖານໃນການປ້ອງກັນ ແລະ ຄວບຄຸມພະຍາດ.”
ຕອນບ່າຍວັນທີ 22 ພຶດສະພານີ້, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມການປຶກສາຫາລືຂອງຄະນະຜູ້ແທນເຂດມົງໂກໃນທີ່ເຂົ້າຮ່ວມກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ2020
ຫຼັງຈາກການຍ້ອງຍໍສັນລະເສີນກຳລັງແຮງຂອງປະຊາຊົນ, ທ່ານສີຈິ້ນຜິງໄດ້ຕັກເຕືອນທົ່ວພັກວ່າຕ້ອງສ້າງຄວາມຜາສຸກໃຫ້ແກ່ປະຊາຊົນຢ່າງບໍ່ຢຸດຢັ້ງ.
ທ່ານສີຈິ້ນຜິງກ່າວວ່າ: “ພວກເຮົາຊຸກຍູ້ການພັດທະນາເສດຖະກິດສັງຄົມ, ຈຸດປະສົງພື້ນຖານກໍແມ່ນເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງປະຊາຊົນທີ່ຢາກມີຊີວິດອັນດີງາມ. ຕ້ອງຖືເອົາຄວາມຢູ່ເຢັນເປັນສຸກ ຄວາມປອດໄພ ແລະ ທຸກສຸກຂອງປະຊາຊົນໄວ້ຢູ່ໃນໃຈສະເໝີ, ສຸມທຸກຄວາມພະຍາຍາມເພື່ອແກ້ໄຂບັນຫາຕົວຈິງຕ່າງໆທີ່ປະຊາຊົນໃຫ້ຄວາມສົນໃຈ, ເຊັ່ນ ການປະກອບອາຊີບ, ການສຶກສາ, ປະກັນສັງຄົມ, ການປິ່ນປົວ, ເຮືອນຢູ່, ຊີວິດໃນໄວຊະຊາ, ຄວາມປອດໄພດ້ານອາຫານ, ຄວາມສະຫງົບຂອງສັງຄົມ ແລະອື່ນໆ, ປະຕິບັດໃຫ້ໄດ້ຜົນຕົວຈິງທຸກປະການ, ປະຕິບັດວຽກງານຢ່າງຕໍ່ເນື່ອງໃນທຸກໆປີ, ພະຍາຍາມເຮັດໃຫ້ປະຊາຊົນເຫັນເຖິງການປ່ຽນແປງ ແລະ ໄດ້ຮັບຜົນປະໂຫຍດຕົວຈິງ.”
ເມື່ອເວົ້າເຖິງເລື່ອງນີ້, ທ່ານສີຈິ້ນຜິງໄດ້ເລົ່າຄວາມຮູ້ສຶກຂອງຕົນທີ່ໄປສຳຫຼວດວຽກງານຢູ່ແຂວງຊ່ານຊີ່ໃນຫວ່າງກ່ອນນີ້ບໍ່ດົນ. ທ່ານກ່າວວ່າ: “ຢູ່ແຫຼ່ງປູກດອກເດລີລີທີ່ປອດສານເຄມີຂອງນະຄອນຕ້າທົງ, ຂ້າພະເຈົ້າໄດ້ເວົ້າສູ່ພວກຊາວບ້ານຟັງວ່າ, ພັກກອມມູນິດຈີນຖືເອົາການເຮັດວຽກເພື່ອປະຊາຊົນ ແລະສ້າງຄວາມສຸກໃຫ້ແກ່ປະຊາຊົນເປັນຜົນງານການບໍລິຫານທີ່ສຳຄັນທີ່ສຸດ, ຖືເອົາການເຮັດວຽກທີ່ເປັນປະໂຫຍດແກ່ປະຊາຊົນໜ້ອຍຫຼາຍຊ່ຳໃດເປັນມາດຕະຖານສຳຄັນໃນການກວດສອບຜົນງານການບໍລິຫານ. ສະມາຊິກພັກ-ພະນັກງານໂດຍສະເພາະແມ່ນພະນັກງານການນຳຕ້ອງຕ້ອງຮັບຮູ້ຢ່າງຈະແຈ້ງວ່າ, ສິດອຳນາດໃນມືຕົນ, ຕຳແໜ່ງຂອງຕົນ ລ້ວນແຕ່ແມ່ນພັກ ແລະ ປະຊາຊົນມອບໝາຍໃຫ້, ເພື່ອມາເຮັດວຽກເພື່ອພັກ ແລະ ປະຊາຊົນ, ນຳໃຊ້ໄດ້ສະເພາະແຕ່ໃນການສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຢ່າງດຽວເທົ່ານັ້ນ.” “ຕ້ອງສ້າງທັດສະນະທີ່ຖືກຕ້ອງກ່ຽວກັບສິດອຳນາດ ຜົນງານການບໍລິຫານ ແລະພາລະກິດ, ບໍ່ສະແຫວງຫາກຽດສັກສີທີ່ບໍ່ມີຄວາມໝາຍຕົວຈິງ, ບໍ່ເຮັດວຽກທີ່ບໍ່ມີຄວາມໝາຍຕົວຈິງ,ບໍ່ສະແຫວງຫາແຕ່ຊື່ສຽງສ່ວນຕົວທີ່ບໍ່ມີຄວາມໝາຍຕົວຈິງ, ເປັນການນຳສະໄໝໜຶ່ງ, ຕ້ອງສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຢູ່ທ້ອງຖິ່ນແຫ່ງນັ້ນຢ່າງແທ້ຈິງ.”
“ພັກເຮົາຢາກກຳອຳນາດໄວ້ຍາວນານ ກໍຕ້ອງຮັກສາສາຍພົວພັນແບບກາຍອິນຊີກັບປະຊາຊົນຕະຫຼອດໄປ, ຄິດເພື່ອປະຊາຊົນ, ສູ້ຊົນແບບຄຽງບ່າຄຽງໄຫຼ່ກັບປະຊາຊົນ, ຮ່ວມແຮງຮ່ວມໃຈກັບປະຊາຊົນເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ຮ່ວມທຸກຮ່ວມສຸກກັບປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ.”
ພັກກອມມູນິດຈີນໄດ້ສ້າງຕັ້ງຂຶ້ນມາເກືອບ 100 ປີແລ້ວ, ໃນການປ້ອງກັນ ແລະ ຄວບຄຸມພະຍາດຄັ້ງນີ້, ລັດຖະບານຈີນໄດ້ສາມັກຄີກັບປະຊາຊົນ, ປຸກລະດົມທຸກກຳລັງ ເພື່ອຊ່ວຍເຫຼືອຄົນເຈັບ, ບໍ່ຈຳແນກຜູ້ເຖົ້າ ຫຼື ຜູ້ໜຸ່ມ, ບໍ່ວ່າຈະໃຊ້ເງິນຫຼາຍເທົ່າໃດກໍຕາມ, ບໍ່ວ່າເສດຖະກິດຈະໄດ້ຮັບຜົນກະທົບຫຼາຍຊ່ຳໃດກໍຕາມ, ຕ້ອງຖືຊີວິດ ແລະ ປະຊາຊົນສຳຄັນກວ່າໝູ່. ການກະທຳດັ່ງກ່າວໄດ້ສ່ອງແສງໃຫ້ເຫັນເຖິງຄວາມເຫັນຂອງທ່ານສີຈິ້ນຜິງກ່ຽວກັບຈິດໃຈຮັບໃຊ້ປະຊາຊົນຂອງພັກກອມມູນິດຈີນ ຄື: “ພັກໄດ້ນຳພາແລະສ້າງຄວາມສາມັກຄີກັບປະຊາຊົນເພື່ອເຮັດການປະຕິວັດ, ສ້າງສາ ແລະປະຕິຮູບ, ຈຸດໝາຍພື້ນຖານກໍແມ່ນເພື່ອໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີ. ບໍ່ວ່າຈະຜະເຊີນໜ້າກັບສິ່ງທ້າທາຍ ແລະ ຄວາມກົດດັນຫຼາຍເທົ່າໃດກໍຕາມ, ບໍ່ວ່າຈະຕ້ອງເສຍສະຫຼະ ແລະ ເສຍຄ່າຕອບແທນຫຼາຍເທົ່າໃດກໍຕາມ, ສິ່ງນີ້ຈະບໍ່ເຮັດໃຫ້ຫວັ່ນໄຫວຄອນແຄນໄດ້ຢ່າງເດັດຂາດ.”
ຄຳເຫັນ
0