ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຕອນເຊົ້າວັນທີ 23 ພຶດສະພາປີ 2020, ທ່ານສີຈິ້ນຜິງ ໄດ້ໄປພົບປະຢ້ຽມຢາມສະມາຊິກສະພາປຶກສາການເມືອງປະຊົນແຫ່ງຊາດຈີນທີ່ມາຈາກວົງການເສດຖະກິດທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ 3
ຕອນເຊົ້າວັນທີ 23 ພຶດສະພາປີ 2020, ທ່ານສີຈິ້ນຜິງ ໄດ້ໄປພົບປະຢ້ຽມຢາມສະມາຊິກສະພາປຶກສາການເມືອງປະຊົນແຫ່ງຊາດຈີນທີ່ມາຈາກວົງການເສດຖະກິດທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ 3 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນສະໄໝທີ 13, ທັງເຂົ້າຮ່ວມກອງປະຊຸມປຶກສາຫາລືທີ່ກ່ຽວຂ້ອງເພື່ອຮັບຟັງຄວາມເຫັນ ແລະ ຂໍ້ສະເໜີ.
ເມື່ອຫວນຄືນຄວາມຫຼັງໃນລະດູໃບໄມ້ປົ່ງປີ 2020 ທີ່ທ່ານສີຈິ້ນຜິງໄດ້ເປັນປະທານຈັດກອງປະຊຸມສຳມະນາກ່ຽວກັບການສູ້ຊົນຍາດເອົາໄຊຊະນະໃນໄລຍະສຸດທ້າຍຂອງບັ້ນລຶບລ້າງຄວາມທຸກຍາກທີ່ຈັດຂຶ້ນໃນຕົ້ນເດືອນມີນາປີນີ້ ໂດຍໄດ້ວາງແຜນການສູ້ຊົນແກ້ຂອດຫຍຸ້ງຍາກຕ່າງໆໃນເວລາທີ່ບັ້ນຮົບຄັ້ງນີ້ໄດ້ເຂົ້າສູ່ໄລຍະສຸດທ້າຍ.
ເວລາຜ່ານໄປໄວອີ່ຫຼີພຽງພິບຕາດຽວກໍໄດ້ຜ່ານໄປອີກສອງເດືອນປາຍແລ້ວ. ຄວນຍາດທຸກເວລານາທີ, ລົງບາດຄ້ອນຕີກອງຢ່າງແຮງເພື່ອປຸກລະດົມກຳລັງໃຈໃຫ້ຕະລຸມບອນ. ໃນເວລາໄປພົບປະຢ້ຽມຢາມສະມາຊິກສະພາປຶກສາການເມືອງປະຊາຊົນແຫ່ງຊາດທີ່ມາຈາກວົງການເສດຖະກິດ, ທ່ານສີຈິ້ນຜິງໄດ້ວິເຄາະຂໍ້ມູນຫຼ້າສຸດໂດຍກ່າວວ່າ: “ປັດຈຸບັນ,ໃນທົ່ວປະເທດຍັງມີເມືອງທຸກຍາກ 52 ເມືອງ, ບ້ານທຸກຍາກ ຈຳນວນ 2707 ບ້ານ ຍັງບໍ່ທັນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອ ແລະປະຊາກອນຜູ້ທຸກຍາກທີ່ໄດ້ລົງທະບຽນແລ້ວກໍຍັງບໍ່ທັນໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກທັງໝົດ. ເຖິງແມ່ນວ່າ ເມື່ອທຽບໃສ່ຕົວເລກໃນໄລຍະຜ່ານມາແລ້ວມີຈຳນວນບໍ່ຫຼາຍປານໃດແຕ່ກໍລ້ວນແຕ່ເປັນ ເມືອງທຸກຍາກ, ບ້ານທຸກຍາກແລະຜູ້ທຸກຍາກທີ່ສຸດ ແລະເປັນຂອດຫຍຸ້ງຍາກທີ່ສຸດໃນບັ້ນລຶບລ້າງຄວາມທຸກຍາກ.”
“ປີນີ້, ພວກເຮົາມີຄວາມ ໝັ້ນໃຈໃນການບັນລຸເປົ້າໝາຍລຶບລ້າງຄວາມທຸກຍາກ, ເພາະວ່າເປົ້າໝາຍທີ່ພວກ ເຮົາກຳນົດນີ້ບໍ່ແມ່ນເບົ້າໝາຍທີ່ສູງເກີນໄປຈົນເອື້ອມບໍ່ເຖິງ. ໃນຄວາມເປັນຈິງແລ້ວ, ຄົນລຸ້ນເຮົານີ້ກໍມີ ຄວາມປາຖະໜາທີ່ຢາກຊ່ວຍ ເຫຼືອປະຊາຊົນ ໂດຍສະເພາະແມ່ນຊ່ວຍຊາວກະສິກອນຂອງພວກເຮົາໃຫ້ມີການພັດທະນາ. ຢູ່ບົນເສັ້ນທາງສ້າງສັງຄົມນິຍົມຈະບໍ່ປະລະຜູ້ໃດຜູ້ໜຶ່ງໄວ້ຢູ່ເບື້ອງຫຼັງ, ຕ້ອງສ້າງຄວາມຮັ່ງມີຮ່ວມກັນ.”
ວັນເວລາທີ່ໃຊ້ຊີວິດໃນໄວໜຸ່ມຂອງທ່ານສີຈິ້ນຜິງເພື່ອ ລົງພື້ນຖານໂດຍໄດ້ດຳລົງຊີວິດຢ່າງທຸກຍາກລຳບາກຢູ່ຊົນນະບົດທີ່ເຂດແດນດິນເຫຼືອງ ທາງພາກເໜືອແຂວງສ້ານຊີ່ນັ້ນໄດ້ປູກຝັງແນວຄວາມຄິດທີ່ຢັ່ງຮາກເລິກເຂົ້າຫາປະຊາຊົນ. ທ່ານສີຈິ້ນຜິງໄດ້ເລົ່າສູ່ບັນດາສະມາຊິກສະພາຟັງກ່ຽວກັບຄຳສົນທະນາລະຫວ່າງຕົນກັບພີ່ນ້ອງປະຊາຊົນໃນເວລານັ້ນວ່າ: “ຕອນນັ້ນ ຂ້າພະເຈົ້າຫິວເຂົ້າແຮງກໍເລີຍຖາມພີ່ນ້ອງປະຊາຊົນຢູ່ອ້ອມຂ້າງວ່າ: ພວກເຈົ້າຄິດວ່າ ຊີວິດການເປັນຢູ່ແນວໃດຈິ່ງຖືວ່າເປັນຊີວິດທີ່ມີຄວາມສຸກ? ເຂົາເຈົ້າໄດ້ບອກຄວາມມຸ້ງຫວັງຫຼາຍຢ່າງ.”
ເມື່ອໄດ້ຍິນທ່ານສີຈິ້ນຜິງເວົ້າຮອດນີ້, ສະມາຊິກສະພາທັງຫຼາຍພາກັນຢຸດການຈົດບັນທຶກແລ້ວຕັ້ງໃຈງ່ຽງຫູຟັງຢ່າງຈົດຈໍ່. ທ່ານສີຈິ້ນຜິງໄດ້ເລົ່າສູ່ຟັງຕໍ່ວ່າ: “ເປົ້າໝາຍທຳອິດຄືຫວັງວ່າຈະບໍ່ຕ້ອງໄປຂໍທານອີກ,ຈະສາມາດໄດ້ກິນອີ່ມ. ກິນຫຍັງກໍໄດ້, ກິນຮຳແລະຜັກເຄິ່ງປີແລະອີກເຄິ່ງປີກິນທັນຍາຫານກໍໄດ້. ດີກວ່ານັ້ນກໍແມ່ນເປົ້າໝາຍທີ 2 ຄືດັ່ງ ຄຳເວົ້າພື້ນບ້ານທີ່ວ່າ ກິນ ‘ຈິ້ງເຄີ່ຈື’ ພາສາຈີນກາງແປວ່າ ‘ກິນເຂົ້າລ້າໆ’ ໝາຍຄວາມວ່າ ຈະໄດ້ກິນເຂົ້າຟ້າງ,ແປ້ງສາລີລ້ວນໆ. ເປົ້າໝາຍທີ 3 ຄື ເຂົາເຈົ້າເຫັນວ່າ ນັ້ນເປັນເປົ້າໝາຍທີ່ເອື້ອມບໍ່ເຖິງ ຄືຢາກຈະກິນເຂົ້າແລະແປ້ງໝີ່ຕາມໃຈ, ຍັງມີຊີ້ນກິນເປັນປະຈຳອີກດ້ວຍ, ໝາຍຄວາມວ່າ ນັ້ນຄື ຄວາມມຸ້ງຫວັງໃນຊາດໜ້າ.”
ເມື່ອໄດ້ຍິນຄຳເວົ້າແນວນີ້, ສະມາຊິກສະພາທັງຫຼາຍພາກັນຫົວຂຶ້ນ,ໃນສຽງຫົວກໍແກມໄປດ້ວຍຄວາມສະເທືອນໃຈເມື່ອຫວນຄືນຄວາມຫຼັງ, ເພາະວ່າໃນຕອນໄວໜຸ່ມ, ເຂົາເຈົ້າອາດເຄີຍມີປະສົບການແນວນີ້ບໍ່ຫຼາຍກໍໜ້ອຍ.
ທ່ານສີຈິ້ນຜິງໄດ້ເວົ້າຕໍ່ວ່າ: “ສຳລັບຄວາມມຸ້ງຫວັງເຫຼົ່ານີ້, ດຽວນີ້ພວກເຮົາໄດ້ເຮັດໃຫ້ບັນລຸຜົນເປັນຈິງແລ້ວ. ໃນຕອນນັ້ນ, ຂ້າພະເຈົ້າໄດ້ເວົ້າກັບພີ່ນ້ອງຊາວບ້ານທັງຫຼາຍວ່າ, ພວກເຈົ້າລອງຄິດໃຫ້ຫຼາຍກວ່ານັ້ນເບິ່ງດຸ, ໃນອະນາຄົດຍັງຢາກຈະບັນລຸຄວາມໃຝ່ຝັນຄືແນວໃດອີກແດ່. ເຂົາເຈົ້າບອກວ່າ, ໂອ້, ຊັ້ນກໍຫວັງວ່າໃນອະນາຄົດຈະໄດ້ເຮັດວຽກໂດຍຫາບເຄື່ອງດ້ວຍໄມ້ຄານຄຳ!”
ເມື່ອໄດ້ຍິນຄຳເລົ່າຂອງທ່ານສີຈິ້ນຜິງດັ່ງກ່າວນີ້, ສະມາຊິກສະພາທັງຫຼາຍໄດ້ພາກັນຫົວຂຶ້ນອີກ.
ທ່ານສີຈິ້ນຜິງເວົ້າວ່າ: “ຂ້າພະເຈົ້າເຫັນວ່າ ເປົ້າໝາຍນີ້ພວກເຮົາກໍກຳລັງພະຍາຍາມສູ້ຊົນໃຫ້ບັນລຸຜົນເປັນຈິງຢູ່. ຄຳວ່າ ‘ໄມ້ຄານຄຳ’ ຕາມຄວາມເຂົ້າໃຈຂອງຂ້າພະເຈົ້າກໍຄື ການຫັນເປັນທັນສະໄໝດ້ານກະສິກຳ.” ທ່ານຍັງກ່າວຕື່ມວ່າ: ພາຍໃຕ້ສະພາບການໃໝ່, ພວກເຮົາຕ້ອງສຸມກຳລັງເຂົ້າໃນການແກ້ໄຂຄວາມຂັດແຍ້ງແລະບັນຫາທີ່ເລິກເຊິ່ງທີ່ມີຢູ່ໃນຂະບວນການພັດທະນາກະສິກຳ, ສຸມຄວາມພະຍາຍາມໂດຍເຈາະຈົງເຂົ້າໃນການປັບປຸງໂຄງປະກອບການຜະລິດຜະລິດຕະພັນກະສິກຳ, ເພີ່ມຄວາມສາມາດຕ້ານທານກັບຄວາມສ່ຽງແລະຍົກລະດັບການຫັນເປັນທັນສະໄໝດ້ານກະສິກຳໃຫ້ສູງຂຶ້ນ.
ໃຫ້ຄວາມສຳຄັນຕໍ່ກະສິກຳແລະປັບປຸງພື້ນຖານໃຫ້ໝັ້ນຄົງ. ຈີນມີປະຊາກອນ 1,4 ຕື້ຄົນ, ກໍມີປາກ 1,4 ຕື້ປາກຕ້ອງການກິນເຂົ້າ. ຄົນຈີນຖືຖ້ວຍຈີນບັນຈຸທັນຍາຫານຈີນ, ເຊິ່ງເປັນການກຳນົດຍຸດທະສາດທີ່ຕັດສິນຊີ້ຂາດອະນາຄົດຂອງຈີນ ທັງເປັນໝາກຜົນທີ່ໄດ້ມາຈາກປະຫວັດສາດ.
ທ່ານສີຈິ້ນຜິງກ່າວວ່າ: “ໃນໄລຍະຜ່ານມາ, ພວກເຮົາໄດ້ຮັບຜົນເກັບກ່ຽວທັນຍາຫານທີ່ອຸດົມສົມບູນ ຫຼາຍປີລຽນຕິດ, ແຕ່ວ່າກໍໄດ້ປາກົດມີບັນຫາໃນການຂາຍທັນຍາຫານຍາກແລະລາຄາທັນຍາຫານຕົກຕ່ຳ. ໃນເວລານັ້ນ, ຂ້າພະເຈົ້າກໍໄດ້ກ່າວວ່າ: ບັນຫາເຫຼົ່ານີ້ເປັນບັນຫາທີ່ເກີດຂຶ້ນໃນສະພາບການທີ່ມີຄັງທັນຍາຫານຢ່າງ ພຽງພໍແລະອຸດົມສົມບູນ, ເວົ້າສຳລັບເງື່ອນໄຂເບື້ອງຕົ້ນລວມແລະ ທິດທາງລວມແລ້ວມັນເປັນທິດທາງທີ່ຖືກຕ້ອງ. ບໍ່ໃຫ້ລົດລະຄວາມເອົາໃຈໃສ່ຕໍ່ຄວາມໝັ້ນຄົງດ້ານທັນຍາຫານແມ່ນແຕ່ໜ້ອຍດຽວ. ” ພາຍໃຕ້ສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ທ່ານສີຈິ້ນຜິງມີຄວາມຮັບຮູ້ຢ່າງເລິກເຊິ່ງທີ່ສຸດ, ທ່ານກ່າວວ່າ: “ການແຜ່ລະບາດຂອງພະຍາດໂຄວິດ-19ຄັ້ງນີ້ມີຄວາມຮ້າຍແຮງປານນີ້, ແຕ່ວ່າ ສັງຄົມຈີນຍັງສາມາດຮັກສາສະຖຽນລະພາບຢ່າງສະເໝີຕົ້ນສະເໝີປາຍ, ເຊິ່ງບໍ່ສາມາດຕັດແຍກອອກຈາກ ການສະໜອງທັນຍາຫານແລະຜະລິດຕະພັນສຳຮອງຕົ້ນຕໍດ້ານກະສິກຳຢ່າງໝັ້ນທ່ຽງໄດ້. ‘ເມື່ອມີທັນຍາຫານໄວ້ໃນກຳມື ຈະບໍ່ມີຄວາມກັງວົນອີກ’ ເຊິ່ງເປັນສັດຈະທຳແທ້ໆບໍ່ວ່າໃນເວລາໃດກໍຕາມ.”
ຈີນເປັນປະເທດໃຫຍ່ດ້ານກະສິກຳ, ການໃຫ້ຄວາມສຳຄັນຕໍ່ກະສິກຳແລະປັບປຸງພື້ນຖານໃຫ້ໝັ້ນຄົງ ເປັນພື້ນຖານແຫ່ງການສ້າງຄວາມສະຫງົບໃຫ້ແກ່ປະຊາຊົນແລະເປັນຂໍກຸນແຈໃນການບໍລິຫານປະເທດ. ຊາວກະສິກອນອັນໄພສານຂອງຈີນໄດ້ປະກອບສ່ວນຢ່າງໃຫຍ່ຫຼວງໃນແຕ່ລະໄລຍະປະຫວັດສາດຂອງປະເທດຊາດເຊັ່ນ:ໃນໄລຍະການປະຕິວັດ,ການສ້າງສາປະເທດຊາດແລະການປະຕິຮູບເປັນຕົ້ນ. ເຂົາເຈົ້າໄດ້ເປີດສາກພາລະກິດການປະຕິຮູບແລະເປີດປະຕູສູ່ພາຍນອກດ້ວຍສິ່ງປະດິດສ້າງອັນຍິ່ງໃຫຍ່ຄື ລະບຽບການວ່າດ້ວຍການມອບເໝົາທີ່ດິນໃຫ້ຊາວກະສິກອນນຳໃຊ້ເພື່ອດຳເນີນການຜະລິດກະສິກຳ; ເຂົາເຈົ້າໄດ້ສ້າງວິສາຫະກິດຊົນນະບົດຢ່າງທົ່ວເຖິງ ເຊິ່ງໄດ້ເພີ່ມຄວາມມີຊີວິດຊີວາໃຫ້ແກ່ເສດຖະກິດຕະຫຼາດສັງຄົມນິຍົມ; ເຂົາເຈົ້າໄດ້ອອກແຮງງານຢ່າງດຸໝັ່ນຂະຫຍັນພຽນແລະອົດທົນໂດຍສາມາດສ້າງຜົນຜະລິດທັນຍາຫານຢ່າງອຸດົມສົມບູນໄດ້ຫຼາຍປີລຽນຕິດ ເປັນການຮັບປະກັນໃຫ້ຄົນຈີນສາມາດກຳຖ້ວຍເຂົ້າຂອງຕົນໄວ້ຢ່າງໜັກແໜ້ນ.
ທ່ານສີຈິ້ນຜິງໄດ້ກ່າວເນັ້ນມາຫຼາຍເທື່ອວ່າ ຕ້ອງຮູ້ບຸນຄຸນຕໍ່ການອຸທິດເຫື່ອແຮງຂອງຊາວກະສິກອນ, ຍອມຮັບຄຸນຄ່າຂອງຊາວກະສິກອນ, ບໍ່ພຽງແຕ່ຕ້ອງຮັບເອົານ້ຳໃຈຂອງຊາວກະກິກອນແລະຈື່ຈຳບຸນຄຸນຂອງຊາວກະສິກອນເທົ່ານັ້ນ, ຍິ່ງຕ້ອງສະແຫວງຫາຜົນປະໂຫຍດໃຫ້ແກ່ຊາວກະສິກອນອີກດ້ວຍ. ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ໃນການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງແລະບັ້ນລຶບລ້າງຄວາມທຸກຍາກ, ທ່ານສີຈິ້ນຜິງໄດ້ວາງແຜນການດ້ວຍຕົນເອງ, ເຊິ່ງນະໂຍບາຍແລະແຜນຍຸດທະສາດສຳຄັນຕ່າງໆແມ່ນເພື່ອປະຊາຊົນ, ອາໄສປະຊາຊົນແລະສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ ອັນໄດ້ສ່ອງແສງໃຫ້ເຫັນເຖິງຈິດໃຈເພື່ອປະຊາຊົນຂອງທ່ານສີຈິ້ນຜິງໃນຖານະເປັນຜູ້ນຳປະຊາຊົນ ທັງສະແດງໃຫ້ເຫັນເຖິງອຸດົມການແຕ່ຫົວທີແລະພາລະກຳຂອງຊາວພັກກອມມູນິດຈີນທີ່ໝັ້ນໜຽວບໍ່ປ່ຽນແປງ.
ປີນີ້ເປັນປີທີ່ພະຍາຍາມສູ້ຊົນຍາດເອົາໄຊຊະນະໃນໄລຍະສຸດທ້າຍຂອງບັ້ນລຶບລ້າງຄວາມທຸກຍາກ. ເມື່ອຮອດປີ 2020, ປະຊາກອນຜູ້ທຸກຍາກໃນຊົນນະບົດຕ້ອງໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກທັງໝົດຕາມມາດຕະຖານໃນປັດຈຸບັນ ເຊິ່ງເປັນຄຳໝັ້ນສັນຍາອັນເຄັ່ງຂຶມໜັກແໜ້ນຂອງພັກກອມມູນິດຈີນ ທັງເປັນເປົ້າໝາຍທີ່ຕ້ອງເຮັດໃຫ້ສຳເລັດໃນປີນີ້. ພະຍາດໂຄວິດ-19 ທີ່ເກີດຂຶ້ນຢ່າງກະທັນຫັນໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ການພັດທະນາເສດຖະກິດສັງຄົມ ທັງໄດ້ສ້າງຄວາມຫຍຸ້ງຍາກຫຼາຍຂຶ້ນໃຫ້ແກ່ການຍາດເອົາໄຊຊະນະໃນບັ້ນລຶບລ້າງຄວາມທຸກຍາກ. ແຕ່ວ່າ ຢູ່ບົນເສັ້ນທາງສ້າງສັງຄົມທີ່ອີ່ມໜຳສຳລານຢ່າງຮອບດ້ານນັ້ນ, ຈະບໍ່ປ່ອຍປະຜູ້ໃດໄວ້ທາງຫຼັງ. ພວກເຮົາເຊື່ອໝັ້ນວ່າ: ພາຍໃຕ້ການຳພາຂອງສູນກາງພັກກອມມູນິດຈີນທີ່ມີທ່ານສີຈິ້ນຜິງເປັນແກນກາງ, ຈີນຍອມຈະສາມາດເອົາຊະນະຄວາມຫຍຸ້ງຍາກລຳບາກແລະອຸປະສັກທຸກຢ່າງ, ຍ່ອມຈະສາມາດເຮັດໃຫ້ຊາວກະສິກອນຫຼາຍຮ້ອຍລ້ານຄົນກ້າວເຂົ້າສູ່ສັງຄົມທີ່ອີ່ມໜຳສຳລານພ້ອມກັນ ເພື່ອຮ່ວມກັນຊົມໃຊ້ໝາກຜົນແຫ່ງຂະບວນວິວັດຫັນເປັນທັນສະໄໝໄດ້ຢ່າງແນ່ນອນ.
ຄຳເຫັນ
0