ຕອນບ່າຍວັນທີ 24 ພຶດສະພານີ້, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມການປຶກສາຫາລືຂອງຄະນະຜູ້ແທນແຂວງຫູເປີຍທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ 3 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 13
ເມື່ອຮອດກອງປະຊຸມສອງສະພາຂອງທຸກປີ, ທ່ານສີຈິ້ນຜິງຈະເຂົ້າຮ່ວມການປຶກສາຫາລືກັບຄະນະຜູ້ແທນໃດໜຶ່ງ,ເຊິ່ງຈະໄດ້ຮັບຄວາມສົນໃຈຢ່າງສູງ. ໃນ 7 ປີຜ່ານມາ, ທ່ານໄດ້ເຂົ້າຮ່ວມການປຶກສາຫາລືກັບ6 ຄະນະໃນທຸກໆປີ. ໃນປີນີ້, ຍ້ອນພະຍາດໂຄວິດ-19 ຈຶ່ງໄດ້ຫຼຸດໄລຍະເວລາຈັດກອງປະຊຸມໃຫ້ໜ້ອຍລົງ, ຜູ້ນຳສູນກາງທຸກທ່ານກໍໄດ້ເຂົ້າຮ່ວມການປຶກສາຫາລືກັບຄະນະຜູ້ແທນທ້ອງຖິ່ນ ໜ້ອຍລົງ, ແຕ່ມີຄະນະຜູ້ແທນໜຶ່ງທ່ານຈະໄປແນ່ນອນ. ຕອນບ່າຍວັນທີ 24 ພຶດສະພານີ້, ໃນບັນຍາກາດຂອງສຽງຕົບມືຕ້ອນຮັບທີ່ຄຶກຄື້ນ, ທ່ານສີຈິ້ນຜິງໄດ້ເຂົ້າສູ່ສະຖານທີ່ຈັດການປຶກສາຫາລືກັບຄະນະຜູ້ແທນແຂວງຫູເປີຍ, ແລະກ່າວວ່າ : “ຂ້າພະເຈົ້າສະເໜີວ່າ, ຕ້ອງມາຢາມຄະນະຜູ້ແທນແຂວງຫູເປີຍ. ພວກສະຫາຍແມ່ນຜູ້ແທນຂອງປະຊາຊົນຫູເປີຍ 60 ລ້ານຄົນ, ຂ້າພະເຈົ້າຕ້ອງມາພົບປະຢ້ຽມຢາມພວກສະຫາຍ.”
ຕອນບ່າຍວັນທີ 24 ພຶດສະພານີ້, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມການປຶກສາຫາລືຂອງຄະນະຜູ້ແທນແຂວງຫູເປີຍທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ 3 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 13
ໂດຍຄືກັນກັບການເຂົ້າຮ່ວມການປຶກສາຫາລືກັບຄະນະຜູ້ແທນທ້ອງຖິ່ນ 2 ເທື່ອຜ່ານມາ, ຄະນະຜູ້ແທນແຂວງຫູເປີຍມີ ຜູ້ແທນ 5 ທ່ານປະກອບຄຳເຫັນຢູ່ເຊິ່ງໜ້າທ່ານສີຈິ້ນຜິງ. ຜູ້ທຳອິດກໍແມ່ນທ່ານໂລເຈ ເລຂາຄະນະພັກ ທັງເປັນຜູ້ອຳນວຍການໂຮງໝໍໄທ້ເຫີນະຄອນຊືຢ້ຽນແຂວງຫູເປີຍ. ໃນໄລຍະກອງປະຊຸມສອງສະພາເທື່ອນີ້, ຜູ້ແທນຄົນທຳອິດທີ່ໃຫ້ສຳພາດຕໍ່ນັກຂ່າວຢູ່ຕາມບໍລິເວນເຂດສຳພາດສຳລັບຜູ້ແທນກໍແມ່ນທ່ານໂລເຈ. ທ່ານໄດ້ແນະນຳໃຫ້ຮູ້ເຖິງເລື່ອງທີ່ປິ່ນປົວຜູ້ເຖົ້າອາຍຸ 87 ປີຜູ້ໜຶ່ງໃຫ້ຫາຍຂາດຈາກພະຍາດໂຄວິດ-19ພາຍໃນໄລຍະເວລາ 47 ວັນ. ແຕ່ທ່ານໂລເຈບໍ່ໄດ້ຄາດຄິດວ່າ, ໃນຕອບບ່າຍມື້ດຽວກັນ, ໃນເວລາທີ່ທ່ານສີຈິ້ນຜິງເຂົ້າຮ່ວມການປຶກສາຫາລືກັບຄະນະຜູ້ແທນມົງໂກໃນ ກໍໄດ້ເວົ້າເຖິງເລື່ອງນີ້. ທ່ານສີຈິ້ນຜິງກ່າວວ່າ: “ການຖືເອົາປະຊາຊົນສຳຄັນກວ່າໝູ່ແມ່ນຄືແນວໃດ? ຫຼາຍໆຄົນໄດ້ພາກັນເອົາໃຈໃສ່ປິ່ນປົວຄົນເຈັບຜູ້ດຽວ, ນີ້ກໍສະແດງໃຫ້ເຫັນເຖິງການຍອມເສຍສະຫຼະທຸກສິ່ງຢ່າງ.”
ຕອນບ່າຍວັນທີ 24 ພຶດສະພານີ້, ໃນເວລາທີ່ທ່ານໂລເຈເລີ່ມປະກອບຄຳເຫັນ, ທ່ານສີຈິ້ນຜິງໄດ້ເວົ້າເຖິງເລື່ອງນີ້ອີກເທື່ອໜຶ່ງ. ທ່ານກ່າວວ່າ:“ຂ້າພະເຈົ້າໄດ້ເຫັນສະຫາຍຢູ່ທາງໂທລະພາບ, ສະຫາຍເວົ້າເຖິງເລື່ອງປິ່ນປົວຜູ້ເຖົ້າອາຍຸ 87 ປີ, ທີມງານສິບກວ່າຄົນປິ່ນປົວເພິ່ນສະເພາະ, ເຮັດໃຫ້ຂ້າພະເຈົ້າປະທັບໃຈຫຼາຍ.”
ຕອນບ່າຍວັນທີ 24 ພຶດສະພານີ້, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມການປຶກສາຫາລືຂອງຄະນະຜູ້ແທນແຂວງຫູເປີຍທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ 3 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 13
ອູຮັ້ນ ຫູເປີຍແມ່ນໃຈກາງໃນບັ້ນຮົບຕ້ານກັບພະຍາດໂຄວິດ-19 ຢູ່ຈີນ. ຈາກຄວາມກັງວົນ ຮ້ອນຮົນໃນເບື້ອງຕົ້ນຈົນຮອດຄວາມໝັ້ນໃຈ ແລະ ຄວາມເປັນລະບຽບໃນໄລຍະຕໍ່ມາ, ຢູ່ເບື້ອງຫຼັງເຂົາເຈົ້າແມ່ນປະເທດຈີນ ແລະປະຊາຊົນຈີນ 1,4 ຕື້ຄົນທີ່ສາມັກຄີກັນຢ່າງແໜ້ນແຟ້ນ. ປະຊາຊົນຫູເປີຍທີ່ໄດ້ຜ່ານຜ່າຟ້າຝົນລົມແດງຢ່າງລຳບາກນັ້ນ ມີຫຼາຍສິ່ງຫຼາຍຢ່າງຢູ່ໃນໃຈທີ່ຢາກບອກເລົ່າໃນຂະນະນີ້.
ຕອນບ່າຍວັນທີ 24 ພຶດສະພານີ້, ທ່ານສີຈິ້ນຜິງໄດ້ເຂົ້າຮ່ວມການປຶກສາຫາລືຂອງຄະນະຜູ້ແທນແຂວງຫູເປີຍທີ່ເຂົ້າຮ່ວມກອງປະຊຸມຄັ້ງທີ 3 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 13
ນາງອີເສີງ ຄູສອນໃນໂຮງຮຽນອຸດສາຫະກຳເບົາເລກ2ຂອງນະຄອນອູຮັ້ນໄດ້ປະຕິບັດວຽກງານຢູ່ເຂດຊຸມຊົນໃນໄລຍະປ້ອງກັນແລະຄວບຄຸມພະຍາດ. ໃນເວລາປະກອບຄຳເຫັນ, ນາງອີເສີງຍັງຈື່ວ່າ, ເມື່ອທ່ານສີຈິ້ນຜິງໄປສຳຫຼວດວຽກງານຢູ່ນະຄອນອູຮັ້ນເມື່ອວັນທີ 10 ມີນາປີນີ້ ໄດ້ກ່າວວ່າ: “ປະຊາຊົນອູຮັ້ນມັກກິນປາເປັນ, ຖ້າມີເງື່ອນໄຂອຳນວຍ, ຄວນໃຫ້ການສະໜອງໃຫ້ຫຼາຍແດ່.” ຫຼັງຈາກທ່ານສີຈິ້ນຜິງກ່າວປະໂຫຍກດັ່ງກ່າວບໍ່ຮອດອາທິດໜຶ່ງ, ປາເປັນກໍໄດ້ສົ່ງໄປຮອດເຂດຊຸມຊົນ. ຜູ້ເຖົ້າອາຍຸ 80 ກວ່າປີຜູ້ໜຶ່ງອຸທານຂຶ້ນວ່າ: “ຊີວິດກໍກາຍມາເຄິ່ງຊີວິດແລ້ວ,ເຄີຍປະສົບຄວາມທຸກທຸກຍາກລຳບາກຈາກໄພພິບັດປະເພດຕ່າງໆ, ແຕ່ບໍ່ສາມາດຄາດຄິດໄດ້ວ່າ ຈະເຫັນສະພາບການມີການປ່ຽນແປງໃນໄລຍະເວລາສັ້ນໆແບບນີ້.” ນາງອີເສີງເວົ້າກັບທ່ານສີຈິ້ນຜິງວ່າ, “ພວກເຮົາບໍ່ພຽງແຕ່ໄດ້ສົ່ງປາໂຕໜຶ່ງ ຫຼື ໄຂ່ກະຕ່າໜຶ່ງໃຫ້ແກ່ປະຊາຊົນຢູ່ເຂດຊຸມຊົນເທົ່ານັ້ນ,ໃນນັ້ນມີຄວາມເອົາໃຈໃສ່ຈາກສູນກາງພັກ ແລະ ປະຊາຊົນທົ່ວປະເທດ.”ນາງເວົ້າດ້ວຍສຽງທີ່ຕື້ນຕັນໃຈຢ່າງເລິກເຊິ່ງ, ແລະຢືນຂຶ້ນກົ້ມຫົວສະແດງຄວາມຂອບໃຈວ່າ: “ກ່ອນມາເຂົ້າຮ່ວມກອງປະຊຸມ, ພໍ່ແມ່ປະຊາຊົນໄດ້ມອບໝາຍໃຫ້ຂ້າພະເຈົ້າມາກ່າວສະແດງຄວາມຂອບໃຈ ທ່ານ!”
ແຂວງຫູເປີຍ ແລະ ນະຄອນອູຮັ້ນແມ່ນສະໜາມຮົບຕົ້ນຕໍໃນການເອົາຊະນໃນບັ້ນປ້ອງກັນ ແລະ ຄວບຄຸມພະຍາດ, ທັງແມ່ນສະຖານທີ່ທີ່ທ່ານສີຈິ້ນຜິງເອົາໃຈໃສ່ຢູ່ສະເໝີໂດຍບໍ່ມີມື້ໃດປ່ອຍປະລະເລີຍ. ສຳລັບໜ່ວຍຊີ້ນຳວຽກງານຂັ້ນສູນກາງທີ່ໄປຕິດຕາມວຽກງານປ້ອງກັນແລະຄວບຄຸມພະຍາດຢູ່ແຂວງຫູເປີຍ, ທ່ານສີຈິ້ນຜິງໄດ້ໃຫ້ທິດຊີ້ນຳສຳຄັນຮ້ອຍກວ່າເທື່ອ. ປະຈຸບັນ, ໂດຍຜ່ານຄວາມພະຍາຍາມຢ່າງລຳບາກ, ບັ້ນປ້ອງກັນອູຮັ້ນ ແລະ ບັ້ນປ້ອງກັນຫູເປີຍໄດ້ຮັບໝາກຜົນທີ່ມີລັກສະນະຕັດສິນຊີ້ຂາດ.
ຢູ່ຫ້ອງປະຊຸມຂອງຄະນະຜູ້ແທນແຂວງຫູເປີຍ, ທ່ານສີຈິ້ນຜິງກ່າວວ່າ:
“ການແຜ່ລະບາດຂອງພະຍາດຄັ້ງນີ້, ເປັນການທົດສອບຕໍ່ລະບົບການຄຸ້ມຄອງ ແລະ ຄວາມສາມາດການຄຸ້ມຄອງຂອງຮາກຖານພວກເຮົາ. ໄດ້ສ່ອງແສງເຖິງບົດບາດຂອງອົງການຈັດຕັ້ງຮາກຖານຢູ່ຕາມຖະໜົນ, ເຂດຊຸມຊົນ, ຕາແສງ ແລະ ບ້ານຕື່ມອີກ. ຕ້ອງເບິ່ງວ່າ ໃນດ້ານການຄຸ້ມຄອງຮາກຖານ, ພວກເຮົາມີຜົນງານຫຍັງແດ່ທີ່ສາມາດສະຫຼຸບ ປັບປຸງ ແລະ ຍົກລະດັບໃຫ້ສູງຂຶ້ນ, ຍັງມີຂໍ້ບົກຜ່ອງຫຍັງແດ່ທີ່ຕ້ອງປັບປຸງໃຫ້ສົມບູນຂຶ້ນ. ປະຈຸບັນໜ້າທີ່ຮີບດ່ວນທີ່ສຸດຂອງຫູເປີຍ, ກໍແມ່ນສຸມທຸກຄວາມພະຍາຍາມຢ່າງສຸດຂີດເພື່ອປະສານສົມທົບການປ້ອງກັນຄວບຄຸມພະຍາດ ກັບ ການພັດທະນາເສດຖະກິດສັງຄົມ.”
ພະຍາດໂຄວິດ-19ແຜ່ລະບາດຢ່າງໜັກໜ່ວງຢູ່ຕ່າງປະເທດ, ທັງມີຄວາມສ່ຽງທີ່ອາດຈະແຜ່ລະບາດຄືນໃໝ່ຢູ່ພາຍໃນປະເທດ, ແຂວງຫູເປີຍຍັງມີຄວາມສ່ຽງທີ່ໜ້າເປັນຫ່ວງ. ທ່ານສີຈິ້ນຜິງກ່າວວ່າ, ຢູ່ແຂວງຫູເປີຍຍັງເກີດມີກໍລະນີທີ່ຖືກບົ່ງມະຕິຢ່າງກະແຈກກະຈາຍ, ຜູ້ຕິດເຊື້ອທີ່ບໍ່ສະແດງອາການຍັງມີຈຳນວນເພີ່ມຂຶ້ນທຸກມື້. ທ່ານເຕືອນວ່າ, ຮູນ້ອຍຊ່ຳປາຍເຂັມກະແສລົມກໍຍັງສາມາດພັດຜ່ານໄດ້, ຕ້ອງຮັກສາສະຕິໃນການປ້ອງກັນ ແລະ ຄວບຄຸມພະຍາດຢູ່ທຸກເວລາ. ທ່ານສີຈິ້ນຜິງຮຽກຮ້ອງວ່າ, ຕ້ອງຍຶດໝັ້ນການປະສານສົມທົບການປ້ອງກັນຄວບຄຸມພະຍາດແບບຖືກຕ້ອງກັບເປົ້າໝາຍຢ່າງເປັນປະຈຳ ກັບ ການຊຳລະແກ້ໄຂຢູ່ບາງພາກສ່ວນແບບສຸກເສີນ.
ທ່ານສີຈິ້ນຜິງຍັງໄດ້ເວົ້າເຖິງວຽກສຳຄັນອີກຢ່າງໜຶ່ງຕໍ່ຄະນະຜູ້ແທນແຂວງຫູເປີຍ, ຄືເຮັດແນວໃດເພື່ອປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດທີ່ໜັກໜ່ວງ, ແລະ ຄວາມສ່ຽງດ້ານສາທາລະນະສຸກແບບສຸກເສີນ, ເຮັດແນວໃດຈະສາມາດສ້າງເຄືອຂ່າຍປ້ອງກັນສາທາລະນະສຸກຢ່າງໜັກແໜ້ນ.
ຈາກການປິດເມືອງຂອງນະຄອນອູຮັ້ນເມື່ອວັນທີ 23 ມັງກອນປີນີ້, ຈົນຮອດເວລາທີ່ທ່ານສີຈິ້ນຜິງຕ້ອນຮັບຄະນະຜູ້ແທນແຂວງຫູເປີຍຢ່າງສະໜິດສະໜົມເມື່ອວັນທີ 24 ພຶດສະພານີ້, ເວລາກໍໄດ້ຜ່ານພົ້ນໄປ 122 ວັນແລ້ວ. ຈາກການຖືເອົາການປ້ອງກັນ ແລະ ຄວບຄຸມພະຍາດເປັນວຽກງານສຳຄັນອັນດັບໜຶ່ງ, ຈົນຮອດການສ້າງແນວປ້ອງກັນດ້ານລະບຽບການໃຫ້ໜັກແໜ້ນເພື່ອປົກປ້ອງຄວາມປອດໄພດ້ານຊີວິດ ແລະ ສຸຂະພາບຮ່າງກາຍຂອງປະຊາຊົນ, ຈາກການຖືເອົາວຽກງານປິ່ນປົວຄົນເຈັບໄວ້ຢູ່ຖານະສູງສຸດ, ຈົນຮອດການສ້າງເຄືອຂ່າຍປ້ອງກັນສາທາລະນະສຸກໃຫ້ໜັກແໜ້ນ, ທ່ານສີຈິ້ນຜິງໄດ້ມີການວິນິດໄສຢ່າງຖືກຕ້ອງ ໂດຍສຸມໃສ່ການແກ້ໄຂບັນຫາຢ່າງເຖິງກົກເຖິງຮາກ ແລະໄດ້ວາງແຜນການໃນໄລຍະຍາວ. ນີ້ຈຶ່ງເປັນສິ່ງທີ່ຕ້ອງຄວນມີໃນການຊຸກຍູ້ການຫັນເປັນທັນສະໄໝຂອງລະບົບບໍລິຫານ ແລະ ຄວາມສາມາດບໍລິຫານລັດ.
ຄຳເຫັນ
0