黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃນບັນ​ຫາ​ອະ​ທິ​ປະ​ໄຕ ປະ​ເທດ​ອື່ນ​​ບໍ່​ມີ​ສິດ​ເຂົ້າ​ແຊກ​ແຊງ​ຢ່າງ​ເດັດ​ຂາດ

2020-05-27 20:06:36 cri

ສະ​ບາຍ​ດີ​ທ່ານ​ຜູ້​ຊົມ, ພວກ​ເຮົາ​ຮູ້​ດີ​ແລ້ວ​ວ່າ: ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ​ຖື​ວ່າ​ເປັນ​ຜົນ​ປະ​ໂຫຍດ​ສູງ​ສຸດ​ຂອງ​ປະ​ເທດ​ອະ​ທິ​ປະ​ໄຕ, ​​ການປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ​ເປັນ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ ແລະ ທຳ​ນຽມ​ປະ​ຕິ​ບັດ​ຂອງ​ສາ​ກົນ​ມາ​ແລ້ວ.

ແຕ່​ວ່າ, ເມື່ອ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ ປະ​ກາດ​ຈັດ​ເອົາ​​ການ​ສ້າງ ແລະ ປັບ​ປຸງລະ​ບຽບ​ກົດ​ໝາຍ ແລະ ກົນ​ໄກ​ປະ​ຕິ​ບັດ​ກົດ​ໝາຍ​ ໃນ​ການ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​​ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ ເຂົ້າ​ໃນ​ວາ​ລະ​ກອງ​ປະ​ຊຸມ​ແລ້ວ, ປະ​ເທດ​ຈຳ​ນວນ​ໜຶ່ງ​ກໍ​ຟ້າວ​ກະ​ໂດດ​ອອກ​ມາ​ກ່າວ​ຕິ​ຕຽນ ຈົນ​​ເຖິງ​ຂັ້ນ​ນາບ​ຂູ່​ຈີນ. ປະ​ເທດ​ເຫຼົ່າ​ນີ້ ​ດ້ານ​ໜຶ່ງກ່າວ​ເນັ້ນເຖິງ “ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ” ຂອງ​ຕົນ​ເລື້ອຍໆ, ອີກ​ດ້ານ​ໜຶ່ງ ພັດ​ມາ​​ສະ​ກັດ​ກັ້ນ, ທຳ​ລາຍ​ຄວາມ​ພະ​ຍາ​ຍາມ​ຂອງ​ຈີນ ​ໃນ​ການ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ອະ​ທິ​ປະ​ໄຕ​​ຂອງ​ຕົນແບບ​ໄຮ້​ເຫດ​ຜົນ, ນີ້​ເປັນ​ການ​ກະ​ທຳ​ທີ່​ມີ​ສອ​ງ​ມາດ​ຕະ​ຖານ ແລະ ​ມີ​ຕັກ​ກະແບບ​ໂຈນ​ລ້ວນໆ!

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ານ​ໄມ ພົມ​ເພວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ເຄີຍ “ກ່າວ​ເຕືອນ” ລັດ​ຖະ​ບານ​ຈີນວ່າ: ຄວາມ​ພະ​ຍາ​ຍາມ​ໃດໆ​ ທີ່​ຢາກ​ປະ​ຕິ​ບັດ​ກົດ​ໝາຍ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ “ທີ່​ເຂັ້ມ​ງວດ” ຢູ່​ຮົງ​ກົງ, ລ້ວນ​ແຕ່​ຈະ​ສ້າງ​ຜົນ​ກະ​ທົບ​ຕໍ່​ຜົນ​ປະ​ໂຫຍດ​ຂອງ​ອາ​ເມ​ຣິ​ກາ​ທີ່​ຢູ່​ຮົງ​ກົງ. ຄຳ​ເວົ້າ​ດັ່ງ​ກ່າວ​ຂອງ​ທ່ານ​ໄມ ພົມ​ເພວ ໄດ້​ເປີດ​ເຜີຍ​ຄວາມ​ຈິງ​ ຂອງ​ “ການສ້າງ​ຜົນ​ກະ​ທົບ​ຕໍ່​ຜົນ​ປະ​ໂຫຍດ​ຂອງ​ອາ​ເມ​ຣິ​ກາ​ທີ່​ຢູ່​ຮົງ​ກົງ”, ນັ້ນ​ກໍ​ຄື: ຖ້າ​ຮົງ​ກົງ​ໄດ້​ສ້າງ​ກຳ​ແພງ​ກົດ​ໝາຍ ເພື່ອ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ແລ້ວ, ຈະ​ທຳ​ລາຍ​ “ຜົນ​ປະ​ໂຫຍດ” ຂອງ​ອາ​ເມ​ຣິ​ກາ ທີ່​ຢາກ​ສວຍ​ໃຊ້​ຮົງ​ກົງ ​ເປັນ “ປ້ອມ​ດ່ານ​ໜ້າ” ເພື່ອ​ແບ່ງ​ແຍກ, ໂຄ່ນ​ລົ້ມ, ແຊກ​ຊຶມ, ທຳ​ລາຍ​ອະ​ທິ​ປະ​ໄຕ ແລະ ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ຈີນ.

ມາດ​ຕະ​ການ​ດັ່ງ​ກ່າວ​ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ​ໄດ້​ເປັນ​ການ​ໂຕ້​ຕອບ​ທີ່​ເດັດ​ຂາດ​ທີ່​ສຸດ ​ຕໍ່​ການ​ກະ​ທຳ​ແບບ​ໄຮ້​ເຫດ​ຜົນ​ຂອງ​ພວກ​​ໄມ ພົມ​ເພວ: ບໍ່​ມີ​ປະ​ເທດ​ໃດ​ ຈະ​ອະ​ນຸ​ຍາດ​ໃຫ້​ປະ​ເທດ​ອື່ນ ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທຳ​ລາຍ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຕ່າງໆ ເຊັ່ນ: ການ​ແບ່ງ​ແຍກ​ດິນ​ແດນ ແລະ ອື່ນໆ ຢູ່​ເທິງ​ດິນ​ແດນ​ຂອງ​ຕົນ, “ຄວາມ​ບົກ​ຜ່ອງ​ດ້ານ​​ການປ້ອງ​ກັນ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ” ຢູ່​ຮົງ​ກົງ​ ຕ້ອງ​ໝົດ​ສິ້ນ​ໄປ​ແລ້ວ. ບັນ​ຫາ​ຮົງ​ກົງ​ເປັນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ, ປະ​ເທດ​ໃດໆ ​​ກໍຈະ​ບໍ່​ມີ​ສິດ​ເຂົ້າ​ແຊກ​ແຊງ​ໄດ້.

ວັນ​ທີ 26 ພຶດ​ສະ​ພາ​ນີ້, ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສ​ປ​ປ ລາວ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ, ລັດ​ຖະ​ບານ​ ສ​ປ​ປ ລາວ ເວ​ລາ​ໃດ​ ກໍ​ຍຶດ​ໝັ້ນ​ນະ​ໂຍ​ບາຍ​ປະ​ເທດ​ຈີນ​ດຽວ, ຮັບ​ຮູ້​ຮົງ​ກົງ​ແມ່ນ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຂອງ​ຈີນ​ ຕາມ​ລະ​ບົບ​ການ​ປົກ​ຄອງ “ປະ​ເທດດຽວ​ສອງ​ລະ​ບອບ”. ກອງ​ປະ​ຊຸມ​ຄັ້ງ​ທີ 3 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 13 ທີ່​ພວມ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ ໄດ້​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ​ຮ່າງກົດໝາຍວ່າດ້ວຍການສ້າງ ແລະ ​ປັບ​ປຸງ​ລະ​ບຽບກົດໝາຍ ແລະ​ ກົນ​ໄກ​ປະ​ຕິ​ບັດ​ກົດ​ໝາຍ​ຕ່າງໆ​ ຂອງ​ເຂດບໍ​ລິ​ຫານພິເສດຮົງກົງ ​ເພື່ອ​​ປ້ອງ​ກັນຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ, ​ສອດ​ຄ່ອງ​ກັບ​ລັດ​ຖະ​ທຳ​ມະ​ນູນ ແລະ ກົດ​ໝາຍ​ຂອງ​ຈີນ, ເປັນ​ສິດ​ອັນ​​ຖືກ​ຕ້ອງຊອບ​ທຳ ​ໃນ​ການ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ ແລະ ຜົນ​ປະ​ໂຫຍດ​ແຫ່ງ​ຊາດ​ຂອງ  ສ​ປ ຈີນ. ​ພວກ​ເຮົາເຊື່ອ​ວ່າ, ປະ​ເທດ​ສ່ວນຫຼາຍ​ໃນ​ໂລກ ​ລ້ວນ​ແຕ່​ມີ​ຄວາມ​ເຫັນ​ຄື​ກັນ​ກັບ​ປະ​ເທດ​ລາວ​, ສາ​ມາດ​ພິ​ຈາ​ລະ​ນາ​​ໃຫ້​ການ​ສະ​ໜັບ​ສະ​ໜູນຕໍ່ມາດ​ຕະ​ການ​ທີ່​​ຖືກ​ຕ້ອງ​ເປັນ​ທຳ​ຂອງ​ຈີນ ໃນ​ການ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ແລະ ຊຸກ​ຍູ້​ໃຫ້​ຮົງ​ກົງ​ກັບ​ຄືນ​ສູ່​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ.

ສຳ​ລັບ​ຄົນ​ຈຳ​ນວນ​ໜ້ອຍ​ທີ່​ມີ​ເຈດ​ຕະ​ນາ​ອື່ນ​ນັ້ນ, ພວກ​ເຮົາ​ກໍ​ຈົ່ງ​ກ່າວ​ເຕືອນ​ໃຫ້​​ເຂົາ​ເຈົ້າ ເຄົາ​ລົບ​ອະ​ທິ​ປະ​ໄຕ​ຂອງ​ຈີນ, ເຄົາ​ລົບ​ກົດ​ໝາຍ​ສາ​ກົນ ແລະ ຫຼັກ​​ການ​ພື້ນ​ຖານ​ໃນ​ການ​ພົວ​ພັນ​ສາ​ກົນ, ຢຸດ​ຕິ​ການ​ແຊກ​ແຊງວຽກ​ງານ​ຮົງ​ກົງ ແລະ ວຽກ​ງານ​ພາຍ​ໃນ​ຂອງ​ຈີນ! ການ​ຈົງ​ໃຈໃຊ້ “ສອງ​ມາດ​ຕະ​ຖານ”, ຈະ​​ຖືກ​ຄົນ​ທັງຫຼາຍ​ຫົວ​ຂວັນ​ໃນ​ທີ່​ສຸດ.

ຄຳ​ເຫັນ

0