ວັນເດັກນ້ອຍສາກົນ 1 ມິຖຸນາ ເຊິ່ງເປັນມື້ບຸນສຳລັບເດັກນ້ອຍທັງຫຼາຍໄດ້ ໝູນວຽນມາເຖິງອີກຄັ້ງໜຶ່ງ. ມີ “ເພື່ອນໃຫຍ່” ຜູ້ໜຶ່ງ ໄດ້ໃຫ້ຄວາມເອົາໃຈໃສ່ນຳການເຕີບໃຫຍ່ຂອງເດັກນ້ອຍເຍົາວະຊົນມາໂດຍຕະຫຼອດ.
ຢູ່ຕາມເດີ່ນຫຼິ້ນກິລາ, ຫ້ອງຮຽນ, ເວລາຈັດກິດຈະກຳນອກໂມງຮຽນ ທັງພາຍໃນຈີນແລະຕ່າງປະເທດ… ເຊິ່ງລ້ວນແຕ່ມີເລື່ອງລາວທີ່ໜ້າປະທັບໃຈກ່ຽວກັບເພື່ອນໃຫຍ່ ຜູ້ນີ້ກັບເດັກນ້ອຍທັງຫຼາຍ, ສ່ວນ “ເພື່ອນໃຫຍ່” ຜູ້ນີ້ກໍຄື ທ່ານປະທານສີຈິ້ນຜິງ.
1, ພໍ່ຜູ້ດີທີ່ຮັກແພງລູກສາວ
ທ່ານສີຈິ້ນຜິງເປັນປະທານປະເທດຈີນ ທັງເປັນພໍ່ຜູ້ດີທີ່ຍິນດີແບ່ງເວລາຢູ່ນຳລູກ. ຢູ່ເທິງຖ້ານປຶ້ມໃນຫ້ອງການຂອງທ່ານໄດ້ວາງຮູບຖ່າຍແຜ່ນໜຶ່ງ ເຊິ່ງສະແດງໃຫ້ເຫັນພາບທີ່ ທ່ານຂີ່ລົດຖີບຊ້ອນລູກສາວຕອນຍັງນ້ອຍ.
ເມື່ອເວົ້າເຖິງຄວາມຮັກແພງລະຫວ່າງທ່ານສີຈິ້ນຜິງກັບລູກສາວ, ທ່ານນາງເຜີງລີ້ຢວນ ພັນລະຍາຂອງທ່ານໄດ້ຫວນຄືນຄວາມຫຼັງດ້ວຍຄວາມປະທັບໃຈວ່າ: “ລູກສາວຄືພໍ່ແທ້ໆ ທັງມີຄວາມສະໜິດສະໜົມກັບພໍ່ທີ່ສຸດ. ຕອນຂ້າພະເຈົ້າພາລາວຫຼິ້ນ, ລາວຂີ້ດື້ສະເໝີ, ແຕ່ເມື່ອຢູ່ນຳພໍ່, ລາວກໍຟັງຄວາມປານແມວນ້ອຍ.”
2, ປູ່ສີທີ່“ຂີ້ອາຍ”
ທ່ານສີຈິ້ນຜິງ ເປັນ“ເພື່ອນໃຫຍ່”ທີ່ ເດັກນ້ອຍມັກເຂົ້າຫາແລະສະໜິດສະໜົມທີ່ສຸດ. ປີ 2014, ທ່ານສີຈິ້ນຜິງໄດ້ເດີນທາງໄປຢ້ຽມຢາມເຂດຊຸມຊົນຈຸ່ນເມີນນະຄອນຟູໂຈ່ວ ແຂວງຟູຈ້ຽນ ໂດຍໄດ້ໂອ້ລົມສົນທະນາຢ່າງສະໜິດສະໜົມກັບເດັກນ້ອຍ 10 ກວ່າຄົນ.
ພາຍຫຼັງກິດຈະກຳດັ່ງກ່າວໄດ້ສິ້ນສຸດລົງແລ້ວ, ນາງ ໂຈ່ວຢຸ້ຍນິງ ທີ່ມີອາຍຸ 7 ປີໄດ້ຂຽນບົດບັນທຶກປະຈຳວັນທີ່ລະບຸວ່າ: “ປູ່ສີເບິ່ງຄືວ່າຂີ້ອາຍນີ້ແຫຼະ!”
3, ສົ່ງຈົດໝາຍຕອບກັບເພື່ອໃຫ້ກຳລັງໃຈແກ່ເດັກນ້ອຍເຍົາວະຊົນ
ກ່ອນ ວັນເດັກນ້ອຍສາກົນ 1 ມິຖຸນາ 2016 ໃກ້ຈະໝູນວຽນມາເຖິງ, ນັກຮຽນປະຖົມ 12 ຄົນຂອງນະຄອນຖ່າຍໂຈ່ວແຂວງເຈີ້ຈ່ຽງໄດ້ຂຽນຈົດໝາຍສະບັບໜຶ່ງໄປເຖິງທ່ານສີຈິ້ນຜິງໃນນາມເປັນລູກຫຼານຮຸ່ນຫຼັງຂອງກອງສັບຊ່າວບຸກເບີກພັດທະນາເກາະຕ້າເສີນ.
ສິ່ງທີ່ເຮັດໃຫ້ເຂົາເຈົ້າຕື່ນເຕັ້ນດີໃຈເໜືອຄວາມຄາດຄິດນັ້ນກໍຄື “ເພື່ອນໃຫຍ່”ໄດ້ຂຽນຈົດໝາຍຕອບກັບຢ່າງວ່ອງໄວໂດຍໄດ້ໃຫ້ກຳລັງໃຈແກ່ເຂົາເຈົ້າວ່າ: “ຈົ່ງພັດທະນາຕົນໃຫ້ເຕີບໃຫຍ່ຂຶ້ນມາກາຍເປັນຜູ້ກໍ່ສ້າງລຸ້ນໃໝ່ທີ່ມີຄວາມຮູ້, ມີຄຸນສົມບັດແລະມີຜົນງານ.”
ເດັກນ້ອຍເຫຼົ່ານີ້ພາກັນເວົ້າດ້ວຍຄວາມດີໃຈວ່າ: “ນີ້ຄືຂອງຂວັນທີ່ດີທີ່ສຸດສຳລັບວັນເດັກນ້ອຍສາກົນ.”
4, ຫວນຄືນເລື່ອງລາວໃນໄວເດັກ
ໃນເວລາໂອ້ລົມສົນທະນາກັບເດັກນ້ອຍທັງຫຼາຍ, ທ່ານສີຈິ້ນຜິງຍິນດີຮັບຟັງເລື່ອງລາວຂອງເຂົາເຈົ້າ ແລະກໍຍິນດີເລົ່າເລື່ອງລາວໃນໄວເດັກຂອງຕົນສູ່ເຂົາເຈົ້າຟັງເຊັ່ນກັນ.
ໃນເວລາທ່ານເຂົ້າຮ່ວມພິທີສາບານເຂົ້າເປັນສະມາຊິກກອງເຍົາວະຊົນນຳໜ້າຂອງໂຮງຮຽນປະຖົມຊົນເຜົ່າເມືອງໄຫຕ້ຽນນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງໄດ້ເລົ່າສູ່ພວກເດັກນ້ອຍທັງຫຼາຍຟັງວ່າ: ຕອນຍັງນ້ອຍ, ທ່ານໄດ້ໄຫ້ດ້ວຍຄວາມເສຍໃຈເນື່ອງຈາກບໍ່ໄດ້ເຂົ້າເປັນສະມາຊິກກອງເຍົາວະຊົນນຳໜ້າຊຸດທຳອິດ, ຕໍ່ມາ, ໃນເວລາທີ່ສາບານເຂົ້າເປັນສະມາຊິກໃໝ່ຂອງກອງເຍົາວະຊົນນຳໜ້າ ກໍຮູ້ສຶກຕື່ນເຕັ້ນດີໃຈຈົນຫົວໃຈເຕັ້ນຕຶກໆໄປໝົດ.
5, ຫ່ວງໃຍເຖິງເດັກນ້ອຍເຂດປະສົບໄພ
ວັນທີ 20 ເມສາ 2013, ຢູ່ເມືອງລູຊ່ານແຂວເສສວນໄດ້ເກີດແຜ່ນດິນໄຫວຂະໜາດ 7,0 ຣິກເຕີ. ໃນໄລຍະເວລາທີ່ທ້ອງຖິ່ນດັ່ງກ່າວກຳລັງກອບກູ້ຊີວິດຜູ້ປະສົບໄພແລະຟື້ນຟູການສ້າງສາຄືນໃໝ່ນັ້ນ, ທ່ານສີຈິ້ນຜິງມີຄວາມເປັນຫ່ວງເປັນໃຍທີ່ສຸດຕໍ່ເດັກນ້ອຍທັງຫຼາຍຢູ່ເຂດປະສົບໄພ. ໃນເວລາທີ່ທ່ານເດີນທາງໄປຢ້ຽມຢາມປະຊາຊົນເຂດປະສົບໄພ,ທ່ານຍັງໄດ້ໄປຢາມເດັກນ້ອຍທັງຫຼາຍເປັນການສະເພາະ.
ຢູ່ໃນຕູບຜ້າເຕັ້ນຂອງຜູ້ປະສົບໄພ, ໂລ້ຈຸ້ນເສີງທີ່ມີອາຍຸ 1 ປີເຄິ່ງເຫັນທ່ານສີຈິ້ນຜິງແລ້ວກໍໄປຫອມແກ້ມທ່ານ, ແລະ ເອີ້ນວ່າ “ປູ່”, ປູ່ສີຈິ້ນຜິງໄດ້ລູບບາຍໃບໜ້າຂອງໂລ້ຈຸ້ນເສີງດ້ວຍຄວາມຮັກແພງແລະດີໃຈ, ທັງຫອມແກ້ມລາວຄືກັນ.
6.ສາຍສຳພັນຜ່ານທາງຈົດໝາຍກັບເພື່ອນນ້ອຍຢູ່ອົສຕຼາລີ
ປີ 2014, ນັກຮຽນປະຖົມ 16 ຄົນຂອງລັດຕັສມາເນຍປະເທດອົສຕຼາລີໄດ້ຂຽນຈົດໝາຍເຖິງທ່ານສີຈິ້ນຜິງ ແລະ ທ່ານນາງເຜີງລີ້ຢວນທີ່ເປັນພັນລະຍາຂອງທ່ານ, ເພື່ອເຊື້ອເຊີນພວກເພິ່ນໄປຢາມບ້ານເກີດຂອງຕົນ.
ຫຼັງຈາກນັ້ນບໍ່ດົນ, ນັກຮຽນປະຖົມເຫຼົ່ານີ້ກໍໄດ້ຮັບເຊີນໃຫ້ເປັນແຂກພິເສດເພື່ອເຂົ້າຮ່ວມໃນພິທີຕ້ອນຮັບທ່ານສີຈິ້ນຜິງ ແລະ ທ່ານນາງເຜິງລີ້ຢວນທີ່ເດີນທາງຢ້ຽມຢາມອົສຕຼາລີ. ເຂົາເຈົ້າຍັງໄດ້ຮ່ວມກັບທ່ານສີຈິ້ນຜິງປູກຕົ້ນໄມ້ມິດຕະພາບຕົ້ນໜຶ່ງ.
7 ເພື່ອນໃຫຍ່ແມ່ນ “ແຟນບານເຕະພິເສດ”
ທ່ານສີຈິ້ນຜິງແມ່ນ “ແຟນບານເຕະພິເສດ”, ທ່ານໄດ້ເອົາໃຈໃສ່ຫຼາຍຕໍ່ການພັດທະນາວຽກງານບານເຕະໄວໜຸ່ມເຍົາວະຊົນ. ທ່ານເຄີຍກ່າວວ່າ, ຕ້ອງກຳແໜ້ນວຽກງານເຝິກຊ້ອມບານເຕະຕັ້ງແຕ່ຍາມນ້ອຍ.
ປີ 2014, ໃນເວລາຢ້ຽມຢາມເຢຍລະມັນ, ທ່ານສີຈິ້ນຜິງໄດ້ໄປສະໜາມກິລາໂອລິມເປຍທີ່ແບກແລັງໂດຍສະເພາະ ເພື່ອໄປຢາມນັກກິລາບານເຕະເຍົາວະຊົນຈີນທີ່ພວມເຝິກຊ້ອມຢູ່ແຫ່ງນັ້ນ.
8 ນັກຮຽນປະຖົມປາກີສະຖານຍິນດີຕ້ອນຮັບທ່ານສີຈິ້ນຜິງໂດຍຜ່ານການໂຄສະນາທາງໜັງສືພິມ
ຢູ່ໂຮງຮຽນ Roots Millenniumທີ່ມີຊື່ສຽງຂອງປາກີສະຖານ, ມີເພື່ອນນ້ອຍຫຼາຍຄົນໄດ້ນັບຖືຮັກແພງທ່ານສີຈິ້ນຜິງທີ່ເປັນເພື່ອນໃຫຍ່. ປີ 2015, ເມື່ອຮູ້ຂ່າວວ່າທ່ານສີຈິ້ນຜິງຈະໄປຢ້ຽມຢາມປາກິສະຖານ, ເພື່ອນນ້ອຍເຫຼົ່ານີ້ກໍຫວັງຢ່າງຍິ່ງວ່າຈະໄດ້ພົບຂວັນໃຈຂອງຕົນ.
ຫຼັງການປຶກສາຫາລືກັນຢ່າງຄຶກຄື້ນ, ເຂົາເຈົ້າມີແຜນລົງພິມຄຳໂຄສະນາສະບັບໜຶ່ງໃນໜ້າທຳອິດຂອງໜັງສືພິມໃຫຍ່ທີ່ສຸດຂອງທ້ອງຖິ່ນແຫ່ງນັ້ນ,ໂດຍໃຊ້ຕົວໜັງສືຈີນ ແລະ ຮູບແຕ້ມທີ່ແຕ້ມດ້ວຍຕົນເອງເພື່ອສະແດງຄວາມຍິນດີຕ້ອນຮັບທ່ານສີຈິ້ນຜິງທີ່ເດີນທາງຢ້ຽມຢາມປາກີສະຖານ. ແນວຄວາມຄິດນີ້ໄດ້ຮັບການສະໜັບສະໜູນຈາກຄູ ແລະ ນັກຮຽນທັງຫຼາຍໃນໂຮງຮຽນ.
9 ເອົາໃຈໃສ່ສະພາບການຟື້ນຟູການຮຽນການສອນ
ຫຼັງຈາກເກີດການແຜ່ລະບາດຂອງພະຍາດໂຄວິດ-19 ແລ້ວ, ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ເປັນພິເສດຕໍ່ສະພາບການຟື້ນຟູການຮຽນການສອນ. ວັນທີ 21 ເມສາປີ 2020, ໃນເວລາໄປສຳຫຼວດກວດກາວຽກງານຢູ່ແຂວງສ້ານຊີ່, ທ່ານສີຈິ້ນຜິງໄດ້ໄປຢາມໂຮງຮຽນປະຖົມແຫ່ງໜຶ່ງ, ທ່ານໄດ້ຖາມເຖິງສະພາບການຮຽນ ແລະ ການດຳລົງຊີວິດຂອງພວກເດັກນ້ອຍ, ທັງໃຫ້ກຳລັງໃຈແກ່ເດັກນ້ອຍທັງຫຼາຍວ່າຄວນໝັ່ນອອກກຳລັງກາຍ.
ທ່ານສີຈິ້ນຜິງທັງເນັ້ນໜັກໃຫ້ທາງໂຮງຮຽນເພີ່ມທະວີການຂ້າເຊື້ອຢູ່ສະຖານທີ່ສຳຄັນ, ເພື່ອສ້າງສະພາບແວດລ້ອມທີ່ປອດໄພໃຫ້ແກ່ການຟື້ນຟູການຮຽນການສອນ.
ຄຳເຫັນ
0