尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກົດ​ໝາຍ​ແພ່ງ​ຈະເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ມີ​ຄວາມ​ງາມຫຼາຍຂຶ້ນ​ກວ່າ​ເກົ່າ

2020-06-01 17:03:06 cri

ໃນ​ກໍ​ລະ​ນີ​ທີ່ເດັກ​ນ້ອຍ​ທີ່​ມີ​ອາ​ຍຸ​ບໍ່​ທັນ​ເຖິງ 8 ປີ, ລັກ​ໃຊ້​ບັນ​ຊີ​ທະ​ນາ​ຄານ​ຂອງ​ພໍ່​ແມ່​ຕົນ​ມອບ​ເງິນ​ລາງວັນ 1 ແສນຢວນ​ໃຫ້​ແກ່​ໂຄ​ສົກຂ່າວ​ທາງ​ອິນ​ເຕີ​ເນັດ,ຈະ​ສາ​ມາດ​ທວງ​ເງິນ​ຈຳ​ນວນ​ນີ້​ຄືນ​​ໄດ້​ຫຼື​ບໍ່? ຜູ້​ຍ່າງ​ຢູ່​ຕາມ​ແຄມ​ທາງ​ຂ້າງ​ຕຶກ​ໃນ​ເຂດ​ຊຸມ​ຊົນ​ໄດ້​ຮັບ​ບາດ​ເຈັບ​ຍ້ອນ​ຖືກ​ເຄື່ອງ​ຂອງ​ຈາກ​ຕຶກ​ຕົກ​ໃສ່, ຖ້າ​ບໍ່​ຮູ້​ວ່າ​ເຄື່ອງ​ຂອງ​ທີ່​ຕົກ​ໃສ່​ແມ່ນ​ຂອງ​ຜູ້​ໃດ,ຈະ​ຮ້ອງ​ຄຳ​ໃຊ້​ແທນ​ໄດ້​ແນວ​ໃດ?ຕາມ​ປະ​ມວນກົດ​ໝາຍ​ແພ່ງສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ​ທີ່​ຜ່ານ​ການ​ຮັບ​ຮອງ​​ໃນ​ກອງ​ປະ​ຊຸມຄັ້ງ​ທີ 3 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​​ສະ​ໄໝ​ທີ 13, ບັນ​ຫາ​ເຫຼົ່າ​ນີ້​ລ້ວນ​ແຕ່​ຈະ​ສາ​ມາດ​ສືບ​ທາວ​ຫາ​ຂໍ້​ມູນ​ຫຼັກ​ຖານອ້າງ​ອີງ​ທາງ​ດ້ານ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ໄດ້. ກົດ​ໝາຍ​ແພ່ງ​ທີ່​ຖືກ​ຂະ​ໜານ​ນາມ​ວ່າ “ປື້ມ​​ສາ​ລະ​ໜ້າ​ຮູ້ກ່ຽວ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ໃນ​ສັງ​ຄົມ” ສະ​ບັບ​ດັ່ງ​ກ່າວ ໂດຍ​ມີ ເນື້ອ​ໃນ 7 ພາກ​​ແລະຂໍ້​ກຳ​ນົດ​ເພີ່ມ​ຕື່ມ, 84 ໝວດ, ​ລວມ​ທັງ​ໝົດ​ມີ 1.260 ມາດ​ຕາ ແລະ​​ມີ​ຕົວ​ໜັງ​ສືຫຼາຍກວ່າ 1 ແສນ​ຕົວນັ້ນ, ຈະ​ມີ​ຜົນ​ສະ​ທ້ອນ​ຢ່າງ​ເລິກ​ເຊິ່ງ​ຕໍ່​ທຸກໆ​ດ້ານ​ໃນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຄົນ​ເຮົາ​ຢ່າງ​ແນ່ນອນ.
 

ກົດ​ໝາຍ​ສະ​ບັບ​ທຳ​ອິດ​ທີ່​ໄດ້​ຜ່ານ​ການ​ຮັບ​ຮອງ​ຫຼັງ​ການ​ສະ​ຖາ​ປະ​ນາ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ, ບໍ່​ແມ່ນ​ລັດ​ຖະ​ທຳ​ມະ​ນູນ​ຫຼື​ກົດ​ໝາຍ​ອາ​ຍາ, ຫາກ​ແມ່ນ​ກົດ​ໝາຍແພ່ງ​ທີ່​ກຳ​ນົດ​ເຊັ່ນ: ສິດ​ໃນ​ການ​ແຕ່ງ​ງານ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ລະ​ບຽບ​ການ​ທາງ​ດ້ານກົດ​ໝາຍ​ແພ່ງ. ການ​ສ້າງ​ຄວາມ​ເປັນ​ລະ​ບຽບ​ທາງ​ສັງ​ຄົມ ແລະການ​ຮັບ​ປະ​ກັນ​ສິດ​ຂອງ​ປະ​ຊາ​ຊົນ​ລ້ວນ​ແຕ່ຕ້ອງ​ອາ​ໄສ​ບົດ​ບາດ​ຈາກ​ການ​ປັບ​ປຸງ​ແລະ​ການ​ສ້າງ​ລະ​ບຽບ​ແບບ​ແຜນ​ຕໍ່​ການ​ພົວ​ພັນ​ພື້ນ​ຖານ​ຕ່າງໆ​ທີ່​ກຳ​ນົດ​ໄວ້​ໃນກົດ​ໝາຍ​ແພ່ງ​. ໂດຍ​ສະ​ເພາະ​ແມ່ນ​ນັບຕັ້ງ​ແຕ່​ການ​ປະ​ຕິ​ຮູບ​ແລະ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ເປັນ​ຕົ້ນ​ມາ, ​ຈີນ​ໄດ້​ອອກ​ກົດທົ່​ວ​ໄປ​ຂອງ​ກົດ​ໝາຍ​ແພ່ງ,ກົດ​ໝາຍ​ວ່າ​ດ້ວຍ​ການ​ຮັບ​ປະ​ກັນ, ກົດ​ໝາຍ​ວ່າ​ດ້ວຍ​ຂໍ້​ຜູກ​ພັນ​ໃນ​ສັນ​ຍາແລະ​ກົດ​ໝາຍ​ອື່ນໆ​ຕາມ​ລຳ​ດັບ, ລະ​​ບຽບ​ການ​ທາງ​ດ້ານ​ກົດ​ໝາຍ​ແພ່ງ​ຂອງ​ຈີນ​​ນັບ​ມື້​ນັບໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ສົມ​ບູນ​ຂຶ້ນ.
 

ເຖິງວ່າ​ລະ​ບຽບ​ການ​ທາງ​ດ້ານ​ກົດ​ໝາຍ​ແພ່ງ​ໄດ້​ມີ​ຄວາມ​ສົມ​ບູນ​ສົມ​ຄວນ​ແລ້ວ​ກໍ່​ຕາມ, ແຕ່​ເສດ​ຖະ​ກິດ​ສັງ​ຄົມ​ພວມ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ວິ​ຖີ​​ການດຳ​ລົງ​ຊີ​ວິດ​ມີ​ການ​ປ່ຽນ​ແປງ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ພົວ​ພັນ​ທາງ​ສັງ​ຄົມ​ໄດ້​​ມີ​ການ​ປ່ຽນ​ແປງ​ຢ່າງ​ບໍ່​ຢຸດ​ຢັ້ງ,ສະ​ນັ້ນ​ປະ​ມວນ​ກົດ​ໝາຍ​ແພ່ງ​ກໍ່​ຕ້ອງ​ດຳ​ເນີນ​ການ​ດັດ​ແກ້​ແລະ​ຮຽບ​ຮຽງ​​ຕາມ​ລະ​ບຽບ​ກົດ​ໝາຍ​ແພ່ງ​ທີ່​​ນຳ​ໃຊ້​ໃນ​ປັດ​ຈຸ​ບັນ, ​ເພື່ອດຳ​ເນີນ​ການ​ດັດ​ແກ້​ແລະ​ປັບ​ປຸງ​ຂໍ້​ກຳ​ນົດ​ທີ່​ບໍ່​ສອດ​ຄ່ອງ​ກັບ​ສະ​ພາບ​ຕົວ​ຈິງ​ໃຫ້​ດີ​ຂຶ້ນ, ຜ່ານ​ການ​ດັດ​ແກ້​ແລະ​ຮຽບ​ຮຽງຢ່າງ​ເປັນ​ລະ​ບົບ, ເຮັດ​ໃຫ້​ປະ​ມວນ​ກົດ​ໝາຍ​ແພ່ງ​ສາ​ມາດ​ເສີມ​ຂະ​ຫຍາຍ​ບົດ​ບາດ “1+1 ໃຫຍ່​ກວ່າ 2” ຢ່າງ​ມີ​ປະ​ສິດ​ທິ​ຜົນ. ນອກ​ນີ້​ຍັງ​ມີ​ກໍ​ລະ​ນີຈະ​ຮັບ​ມື​ກັບ​ສາຍ​ໂທ​ລະ​ສັບ​ລົບ​ກວນ​ທີ່​ໜ້າ​​ໜ່າຍ​ອີ່​ຫຼີ​​ໄດ້ແນວ​ໃດ? ຖ້າ​ຖືກ​ລັກ​ຖ່າຍ​ຮູບ​ຈະ​ເຮັດແນວ​ໃດ? ການ​ປ່ຽນ​ໂສມ​ໜ້າດ້ວຍ​ເຕັກ​ນິກ AI ແລະການ​ປອມ​ສຽງ​ຂອງ​ຜູ້​ອື່ນ​ເປັນ​ການ​ລ່ວງ​​ລະ​ເມີດ​ສິດ​ສ່ວນ​ບຸກ​ຄົນ​ຫຼື​ບໍ່? ທັງ​ໝົດ​ເຫຼົ່າ​ນີ້​ລ້ວນ​ແຕ່​ເປັນ​ບັນ​ຫາ​ທີ່​ອາດ​​ຈະ​ປະ​ສົບ​​ພົບ​ພໍ້ໃນ​ຊີ​ວິດ​ການ​ເປັນ​ຢູ່​ໃນ​ຍຸກ​​ນີ້, ລ້ວນ​ແຕ່​ຈະ​ສາ​ມາດ​ໄດ້​ຮັບ​ຄຳ​ຕອບຈາກ​ປະ​ມວນ​ກົດ​ໝາຍ​ແພ່ງ​ສະ​ບັບ​ດັ່ງ​ກ່າວ​ນີ້. ສະ​ນັ້ນ, ​ປະ​ມວນກົດ​ໝາຍ​ແພ່ງ​ສະ​ບັບ​ນີ້​​ທີ່​ມີ​ອິດ​ທິ​ພົນ​ແລະ​ມີ​ຄວາມ​ລະ​ອຽດຮອບ​ຄອບ​ຈະ​ສ້າງ​ຄວາມ​ສວຍ​ສົດ​ງົດ​ງາມ​ໃຫ້​ແກ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຈີນ​ໃນ​ຍຸກ​ໃໝ່​ໃຫ້​ຫຼາຍ​ຂຶ້ນກວ່າ​ເກົ່າ.

ຄຳ​ເຫັນ

0