ຫວ່າງມໍ່ໆມານີ້, ລັດເມເນໂຊຕາຂອງອາເມຣິກາໄດ້ເກີດເຫດການທີ່ເຈົ້າໜ້າທີ່ຕຳຫຼວດອາເມຣິກາບັງຄັບໃຊ້ກົດໝາຍດ້ວຍການໃຊ້ກຳລັງຮຸນແຮງ, ເຮັດຊາຍອາເມຣິກາເຊື້ອສາຍອາຟຣິກາຄົນໜຶ່ງເສຍຊີວິດໃນເຫດການດັ່ງກ່າວ, ແລະສົ່ງຜົນເຮັດໃຫ້ອາເມຣິກາມີຕົວເມືອງຫຼາຍກວ່າ 70 ແຫ່ງໄດ້ເກີດມີການເດີນຂະບວນປະທ້ວງຂະໜາດໃຫຍ່. ໃນການປະທ້ວງຈຳນວນໜຶ່ງໄດ້ເກີດເຫດການທຸບຕີ ທັບມ້າງ ຈູດເຜົາແລະປຸ້ນຈີ້, ສະພາບການແບບນີ້ເຄີຍເກີດຂຶ້ນຢູ່ຖະໜົນຂອງເຂດພິເສດຮົງກົງໃນປີຜ່ານມາ.
ແຕ່ສິ່ງທີ່ເປັນໜ້າຕະຫຼົກກໍຄື: ນັກການເມືອງອາເມຣິກາຈຳນວນໜຶ່ງຄືໄດ້ລືມຄວາມເວົ້າຂອງຕົນທີ່ຍຸຍົງໃຫ້ໃຊ້ຄວາມຮຸນແຮງຢູ່ຮົງກົງໃນເມື່ອກ່ອນ, ຍິ່ງໄປກວ່ານັ້ນບາງຄົນພັດໄດ້ເວົ້າວ່ານັ້ນແມ່ນ “ພາບທີ່ສວຍງາມຂອງປະຊາທິປະໄຕ”, ແລະເອີ້ນຜູ້ໃຊ້ຄວາມຮຸນແຮງຢູ່ຮົງກົງເປັນ “ນັກເຄື່ອນໄຫວເພື່ອປະຊາທິປະໄຕ”, ໃສ່ຮ້າຍປ້າຍສີຕຳຫຼວດຮົງກົງທີ່ໄດ້ຮັກສາຄວາມອົດທົນອົດກັ້ນຕະຫຼອດມາ, ແຕ່ດຽວນີ້ນັກການເມືອງເຫຼົ່ານີ້ພັດໄດ້ກຳນົດການເຄື່ອນໄຫວປະທ້ວງທີ່ເກີດຂຶ້ນຢູ່ຫຼາຍແຫ່ງຢູ່ອາເມຣິກາວ່າເປັນ “ການກໍ່ຄວາມວຸ້ນວາຍ”, ແລະຖືປະຊາຊົນທຳມະດາຂອງອາເມຣິກາທີ່ປະທ້ວງການຈຳແນກເຊື້ອຊາດຜິວພັນເປັນ “ຄົນຮ້າຍ”, ທັງໄດ້ຍ້ອງຍໍຕຳຫຼວດທີ່ຂັບລົດເຂົ້າຕຳກຸ່ມຄົນນັ້ນເປັນ “ຕຳຫຼວດແບບຢ່າງ”.
ຕໍ່ເລື່ອງນີ້, ທ່ານໂຈນ ຣົສ໌ ບັນດິດອັງກິດທີ່ມີຊື່ສຽງໄດ້ມີຄວາມເຫັນຜ່ານທາງສື່ສັງຄົມອອນລາຍວ່າ: “ເມື່ອທຽບໃສ່ສະພາບການທີ່ເກີດຂຶ້ນຢູ່ລັດເມເນໂຊຕາຂອງອາເມຣິກາກັບສະພາບການທີ່ເກີດຂຶ້ນຢູ່ຮົງກົງແລ້ວ, ສາມາດເຫັນພາບໄດ້ວ່າຕຳຫຼວດລັດເມເນໂຊຕາຂອງອາເມຣິກາກຳລັງຂ້າຄົນ, ໄດ້ລ່ວງລະເມີດສິດທິມະນຸດ, ຫາກບໍ່ຄືກັນກັບຮົງກົງ.” ເລື່ອງນີ້ກໍເຮັດໃຫ້ຄົນທັງຫຼາຍເຂົ້າໃຈອີກວ່າ: ຄວາມຄິດໃນໃຈຂອງນັກການເມືອງອາເມຣິກາຈຳນວນໜຶ່ງ, ບໍ່ແມ່ນເຮັດເພື່ອຄວາມຜາສຸກຂອງປະຊາຊົນຮົງກົງດອກ, ຫາກແມ່ນສວຍໃຊ້ເລື່ອງດັ່ງກ່າວເພື່ອໄດ້ສ້າງຄະແນນນິຍົມໃຫ້ກັບເລືອກຕັ້ງແລະມີຜົນດີທາງການເມືອງໃຫ້ກັບຕົນເອງ, ທັງສະກັດກັ້ນການພັດທະນາຂອງຈີນ.
ນັກເມືອງອາເມຣິກາທັງຫຼາຍຄວນສຸມກຳລັງເພື່ອແກ້ໄຂບັນຫາທີ່ເກີດຂຶ້ນຢູ່ພາຍໃນປະເທດຕົນສາກ່ອນເທາະ! ຄວາມຕັດສິນໃຈຂອງລັດຖະບານຈີນໃນການປົກປັກຮັກສາສິດອະທິປະໄຕແລະຜົນປະໂຫຍດດ້ານການພັດທະນາຢ່າງໝັ້ນທ່ຽງແມ່ນເດັດດ່ຽວທີ່ສຸດ, ມີຄວາມຕັດສິນໃຈປະຕິບັດແນວທາງນະໂຍບາຍ “ປະເທດດຽວສອງລະບອບ” ບໍ່ປ່ຽນແປງ, ທັງມີຄວາມຕັດສິນໃຈຢ່າງເດັດດ່ຽວທີ່ຄັດຄ້ານອິດທິກຳລັງພາຍນອກທີ່ແຊກແຊງວຽກງານພາຍໃນຂອງຮົງກົງຢ່າງຜິດກົດໝາຍ. ຖ້າວ່ານັກການເມືອງອາເມຣິກາຢາກກໍ່ເຫດການຢູ່ຮົງກົງອີກ, ລະວັງຈະສ້າງບັນຫາໃຫ້ແກ່ຕົນເອງອີກຕື່ມ.
ຄຳເຫັນ
0