ໃນໄລຍະມໍ່ໆມານີ້, ທ່ານໄມ ພົມເພວ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາປ່າວປະກາດວ່າ ຈະ “ຢືນຢູ່ຄຽງຂ້າງປະຊາຊົນຮົງກົງ”, ນີ້ບໍ່ແມ່ນນັກການເມືອງອາເມຣິກາປ່າວປະກາດຈະ “ຢືນຄຽງຂ້າງປະຊາຊົນ” ຂອງປະເທດອື່ນເປັນຄັ້ງທຳອິດ. ກ່ອນໜ້ານີ້, ທ່ານນາງຮິວລາຣີ ຄຼິນຕັນ ອະດີດລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ ກໍເຄີຍກ່າວວ່າ, ຈະຢືນຄຽງຂ້າງປະຊາຊົນລີບີ, ຊີຣີ, ອີຣັກ ແລະ ເຢເມນ.
ແຕ່ວ່າ, ນັກການເມືອງອາເມຣິກາ ທີ່ມັກກ່າວຄຳທີ່ວ່າ: “ຢືນຄຽງຂ້າງ” ກັບປະຊາຊົນປະເທດອື່ນເປັນພິເສດນັ້ນ, ປັດຈຸບັນນີ້, ພັດໄດ້ຢືນຢູ່ຝ່າຍກົງກັນຂ້າມກັບປະຊາຊົນປະເທດຕົນ. ເມື່ອເຈົ້າໜ້າທີ່ຕຳຫຼວດລັດເມນເນໂຊຕາອາເມຣິກາ ໄດ້ເຕັງຄໍທ້າວຈອສ ຟລອຍ ທີ່ເປັນຄົນຜິວດຳຈົນເສຍຊີວິດ ຈິ່ງເຮັດໃຫ້ເກີດມີການປະທ້ວງໃນທົ່ວປະເທດອາເມຣິກາ, ທ່ານໂດໂນ ທຣຳ ປະທານາທິບໍດີອາເມຣິກາກ່າວຢ່າງຈະແຈ້ງວ່າ: “ຖ້າພວກປະທ້ວງເລີ່ມມີການປຸ້ນຈີ້, ສົມຄວນຖືກຍິງ.” ຫຼັງຈາກນັ້ນ, ເຈົ້າໜ້າທີ່ທະຫານແລະຕຳຫຼວດອາເມຣິກາໄດ້ໃຊ້ກຳລັງອາວຸດ, ປາບປາມການປະທ້ວງຂອງປະຊາຊົນ, ສຽງປືນດັງຂຶ້ນຢູ່ບໍ່ເຊົາ ຕາມທ້ອງຖະໜົນອາເມຣິກາ, ລົດຕຳຫຼວດໄດ້ແລ່ນຕຳໃສ່ຝູງຄົນ, ເຈົ້າໜ້າທີ່ຕຳຫຼວດໄດ້ຂີ່ມ້າຢຽບປະຊາຊົນ, ໄດ້ກາຍເປັນ “ພາບທີ່ສວຍງາມຢູ່ຕາມທ້ອງຖະໜົນ” ເໝືອນດັ່ງສະພາບທີ່ອາເມຣິກາເຄີຍໄດ້ວາດພາບການປະທ້ວງທີ່ເຄີຍເກີດຂຶ້ນຢູ່ປະເທດອື່ນ.
ປະເທດທີ່ມີນັກການເມືອງອາເມຣິກາ “ຢືນຢູ່ຄຽງຂ້າງ” ນັ້ນ, ເຊັ່ນ: ອີຣັກ, ອັຟການິສະຖານ, ຊີຣີ, ລີບີ ແລະ ອູແກຣນເປັນຕົ້ນ, ບາງປະເທດຖືກຈູດເຜົາ, ບາງປະເທດກາຍເປັນສະໜາມຮົບ, ຍັງມີປະຊາຊົນບາງປະເທດ ຈຳເປັນຕ້ອງຊັດເຊພະເນຈອນ ແລະ ຕົກທຸກໄດ້ຍາກ. ອາເມຣິກາໄດ້ໃຊ້ໄມ້ຄ້ອນ ໂຈມຕີການຕໍ່ສູ້ຂອງເຊື້ອຊາດສ່ວນໜ້ອຍຂອງປະເທດຕົນ ໃນການຍາດແຍງສິດສະເໝີພາບ ເຊິ່ງໄດ້ສ່ອງແສງໃຫ້ເຫັນສອງມາດຕະຖານຂອງນັກການເມືອງອາເມຣິກາຢ່າງຈະແຈ້ງ, ນັ້ນກໍຄື: ໃນຂະນະທີ່ຜົນປະໂຫຍດຂອງຕົນຖືກຂົ່ມຂູ່, ນັກການເມືອງອາເມຣິກາມີພຽງແຕ່ຈະຢືນຢູ່ຄຽງຂ້າງຝ່າຍຕົນ, ຫາກບໍ່ແມ່ນຢືນຢູ່ຄຽງຂ້າງປະຊາຊົນ.
ວັນທີ 1 ມິຖຸນານີ້ຕາມເວລາທ້ອງຖິ່ນ, ທ່ານຮຸນເຊັນ ນາຍົກລັດຖະມົນຕີກຳປູເຈຍ ກ່າວໃນກອງປະຊຸມສຳຫຼວດກວດເບິ່ງຖະໜົນໃນເມືອງຢູ່ແຂວງສີຫານຸວ່າ: ສິດທິມະນຸດຢູ່ໃສ? ໃນຂະນະທີ່ກຳປູເຈຍແກ້ໄຂເລື່ອງປະທ້ວງນັ້ນ, ພວກເຂົາເວົ້າວ່າ: ກຳປູເຈຍໄດ້ຢຽບຢ່ຳສິດທິມະນຸດ. ໃນຂະນະທີ່ພວກເຂົາ ປາບປາມການປະທ້ວງ, ພວກເຂົາພັດເວົ້າວ່າ: ນີ້ ແມ່ນເພື່ອຮັກສາຄວາມໝັ້ນຄົງທາງສັງຄົມ. ເປັນຫຍັງຈິ່ງມີຖ້ອຍຄຳຕ່າງກັນຫຼາຍປານນັ້ນ? ເວົ້າໃສ່ຈີນກໍເຊັ່ນດຽວກັນ, ໃນເມື່ອນະຄອນອູຮັ້ນ “ປິດເມືອງ” ເພື່ອຕ້ານກັບການແຜ່ລະບາດຂອງພະຍາດ, ພວກເຂົາເວົ້າວ່າ: ຈີນໄດ້ລ່ວງລະເມີດສິດທິມະນຸດ. ໃນເມື່ອປະເທດຕາເວັນຕົກປິດເມືອງ, ພວກເຂົາພັດເວົ້າວ່າ: ນີ້ແມ່ນປ້ອງກັນການແຜ່ລະບາດຂອງພະຍາດ. ນີ້ເປັນການໃຊ້ “ສອງມາດຕະຖານ” ຈົນວ່າ “ສາມມາດຕະຖານ” ທີ່ເປີດແປນທີ່ສຸດ.
ຄຳເຫັນ
0