蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​​ຈີນຈະ​ຊຸກ​ຍູ້​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ທີ່​ມີ​ລະ​ດັບ​ສູງກວ່າ​ເກົ່າ​ຈາກການ​ສ້າງ​ທ່າ​ການ​ຄ້າ​ເສ​ລີ​ໄຫຫຼຳ

2020-06-03 16:05:51 CRI

ຕະຫຼອ​ດ​ໄລ​ຍະ 30 ກວ່າ​ປີ​ຜ່ານ​ມາ, ແຂວງ​ໄຫ​ຫຼຳ​ຈີນ​ໄດ້​ບັນ​ທຶກ​ເລື່ອງ​ລາວ “ລະ​ດູ​ບານ​ໃໝ່” ທີ່​ເປັນ “ເຂດ​ທົດ​ລອງ​ຂອງ​ການ​ປະ​ຕິ​ຮູບ” ທີ່​ໃຫຍ່​ທີ່​ສຸດ​ຂອງ​ຈີນ. ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູງ​ກາງ​ພັກ​ກອ​ມ​ມູ​ນິດ​ຈີນ​ໄດ້​ໃຫ້​ທິດ​ຊີ້​ນຳ​ສຳ​ຄັນ​ຕໍ່​ການ​ສ້າງ​ທ່າ​ການ​ຄ້າ​ເສ​ລີ​ໄຫຫຼຳວ່າ, ຕ້ອງ​ຖື​ເອົາ​ການ​ປະ​ດິດ​ສ້າງ​ດ້ານ​ລະ​ບຽບ​ການ​ໄວ້​ຢູ່​​ໃນຖາ​ນະ​ສູງ​ສົ່ງ. ຂະ​ນະ​ດຽວ​ກັນ, ຈີນ​ໄດ້​ເຜີຍ​ແຜ່ “ແຜນ​ການ​ສັງ​ລວມ​ໃນ​ການ​ສ້າງ​ທ່າ​ການ​ຄ້າ​ເສ​ລີ​ໄຫຫຼຳ” ຢ່າງ​ເປັນ​ທາງ​ການ, ແຂວງ​ໄຫຫຼຳ​ໄດ້​ພັດ​ທະ​ນາ​ໄວ​ຂຶ້ນ, ການ​ລົ​ງ​ເລິກ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາ​ຍນອກ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ກໍ​ໄດ້​ຢ່​ວາງ​ບາດ​ກ້າວ​ທີ່​ໜັກ​ແໜ້ນ​ອີກ​ກ້າວ​ໜຶ່ງ.

ໂລກ​ປັດ​ຈຸ​ບັນ​ພວມ​​ປະ​ສົບ​ກັບ​ການ​ພັດ​ທະ​ນາ, ການ​ປ່ຽນ​ແປງ ແລະ ການ​ປັບ​ປ່ຽນ​ຄັ້ງ​ຍິ່ງໃຫຍ່​ຮອບ​ໃໝ່, ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ລັດ​ທິ​ປົກ​ປ້ອງ ແລະ ລັດ​ທິ​ຝ່າຍ​ດຽວ​ໄດ້​ຟື້ນ​​ຄືນ. ການ​ສ້າງ​ທ່າ​ການ​ຄ້າ​ເສ​ລີ​ໄຫຫຼຳ, ເປັນ​ຄວາ​ມ​ຮຽກ​ຮ້ອງ​ຕ້ອງ​ການ​ພື້ນ​ຖານ​ເພື່ອ​ຊຸກ​ຍູ້​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ທີ່​ມີ​ລະ​ດັບ​ສູງກວ່າ​ເກົ່າ ແລະ ສ້າງ​ລະ​​ບົບ​ເສດ​ຖະ​ກິດ​ໃໝ່​ທີ່​ມີ​ລັກ​ສະ​ນະ​ເປີດ​ປະ​ຕູ; ​ທັງ​ແມ່ນ​ການ​ກະ​ທຳ​ຕົວ​ຈິງ​​ໃນ​ການ​ສະ​ໜັບ​ສະ​ໜູນ​ຂະ​ບວນ​ການ​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ ແລະ ​ການສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

“ແຜນ​ການ​ສັງ​ລວມ” ດັ່ງ​ກ່າວ​ໄດ້​ກຳ​ນົດ​ເປົ້າ​ໝາຍ​ພັດ​ທະ​ນາ​ຂອງ​ແຂວງ​ໄຫຫຼຳ​ສຳ​ລັບ​ປີ 2025, ປີ 2035 ແລະ ກາງ​ສະ​ຕະ​ວັດ​ທີ 21. ເພື່ອ​ສ້າງ​ລະ​ບົບ​ນະ​ໂຍ​ບາຍ ແລະ ລະ​ບຽບ​ການທີ່​ເປັນ​ລະ​ບົບ​ທີ່​ສອດ​ຄ່ອງ​ກັບ​ການ​ສ້າງ​ທ່າ​ການ​ຄ້າ​ເສ​ລີ​ທີ່​ມີ​ລະ​ດັບ​ສູງ​ກວ່າ​ເກົ່າ, “ແຜນ​ການ​ສັງ​ລວມ” ໄດ້​ວາງ​ມາດ​ຕະ​ການ​ປະ​ຕິ​ຮູບ ແລະ ການ​​ວາງ​​ລະ​ບຽບ​ການ​ລະ​ອຽດ 11 ດ້ານ ທັງໝົດ 39 ມາດ​ຕາ ເຊັ່ນ: ການ​ຊຸກ​ຍູ້​ການ​ຄ້າ​ເສ​ລີ, ການ​ຊຸກ​ຍູ້​ການ​ລົງ​ທຶນ​ເສ​ລີ, ​ການອຳ​ນວຍ​ຄວາມ​ສະ​ດວກ​ສຳ​ລັບ​​ການ​ໄຫຼວຽນ​ຂອງ​ເງິນ​ທຶນ​ຂ້າມ​ຊາດ, ​ການ​ເຂົ້າ​ອອກ​​ເມືອງ​ຂອງ​ບຸກ​ຄະ​ລາ​ກອນມີ​ຄວາ​ສະ​ດວກ​ກວ່າ​ເກົ່າ, ການ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ມີ​ຄວາມ​ສະ​ດວກກວ່າ​ເກົ່າ, ຕົວ​ເລກ​ຂໍ້​ມູນ​ເຄື່ອນ​ໄຫຼຢ່າງ​ປອດ​ໄພ ແລະ ມີ​ຄວາມ​​ເປັນລະ​ບຽບ​ຮຽບ​ຮ້ອຍ ແລະ ອື່ນໆ. ໃນ​ຂະ​ນະ​ດຽວ​ກັນ, ໄດ້​ມີ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່​ຈະ​ແຈ້ງ​ຕໍ່​​ການ​ຈັດ​ຕັ້ງ​ປະ​ຕິ​ບັດໜ້າ​ທີ່​ສຳ​ຄັນ​​ດ້ວຍ​ການແບ່ງ​ເປັນ​ໄລ​ຍະ​​ສຳ​ລັບ​ປີ 2025 ແລະ ປີ 2035.

ທ່າ​ການ​ຄ້າ​ເສ​ລີ​ໄຫຫຼຳ​ໃນ​ອະ​ນາ​ຄົດ​ຍ່ອມ​ຈະ​ເປັນ​ຄັນ​ທຸງ​ທີ່​ສົດ​ໃສ ແລະ ​ເປັນ​ປະ​ຕູ​ຂອງ​ການເປີດ​ປະ​ຕູ​ສູ່​ພາຍນອກ​ທີ່​ສຳ​ຄັນ​ຂອງ​ຈີນ​ໃນ​ຍຸກ​ໃໝ່, ​ຍິ່ງ​ຈະ​ຊຸກ​ຍູ້​ການ​ສ້າງ​ຮູບ​ແບບກາ​ນ​ເປີດ​ປະ​ຕູ​ສູ່​ພາຍນອກ​ທີ່​ມີ​ລະ​ດັບ​ສູງກວ່າ​ເກົ່າ​ຂອງ​ຈີນ ແລະ ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ກວ່າ​ເກົ່າ​ໃນ​ການ​ສະ​ໜັບ​ສະ​ໜູນ​ຂະ​ບວນ​ການ​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ ແລະ ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

ຄຳ​ເຫັນ

0