蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ເຈົ້າ​ປະ​ທ້ວງ​​ຍ້ອນຫາຍ​ໃຈ​ບໍ່​ອອກ, ຂ້ອຍກອບ​ໂກຍເງິນ​ຕາມ​ເຄີຍ”

2020-06-04 14:04:15 CRI

ມາ​ຮອດ​ວັນ​ທີ 2 ມິ​ຖຸ​ນາ​ນີ້ ຕາມ​ເວ​ລາ​ທ້ອງ​ຖິ່ນ, ເຫດ​ການ​ທີ່​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ອາ​ເມ​ຣິ​ກາ​​ບັງ​ຄັບ​ໃຊ້​ກົດ​ໝາຍ​ດ້ວຍ​ຄວາມ​ຮຸນ​ແຮງ​ແ​ລະ​ເຮັດ​ໃຫ້​ທ້າວ​ຈ​ອ​ສ ຟ​ລອຍ ຊາວ​ອາ​ເມ​ຣິ​ກາ​ເຊື້ອ​ສາຍ​ອາ​ຟ​ຣິ​ກາ​ເສຍ​ຊີ​ວິດ ນີ້​ຈິ່ງ​ນຳ​ໄປ​ສູ່​ການ​ປະ​ທ້ວງ​ຂະ​ໜາດ​ໃຫຍ່​ທີ່​ແຜ່​ລາມ​ໄປ​ເຖິງ 140 ກວ່າ​ຕົວ​ເມືອງ​ຂອງ​ອາ​ເມ​ຣິ​ກາ, ມາ​ຮອດ​ປັດ​ຈຸ​ບັນ, ສະ​ຖາ​ນະ​ການ​ຍັງ​​ເຄັ່ງ​ຕຶງ​ຄື​ເກົ່າ.

ວັນ​ທີ 2 ມິ​ຖຸ​ນາ​ນີ້, ທ່ານ​ນາງ​ໄມ​ເຄີນ ບາ​ເຊວ​ເລດ ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ດ້ານ​ວຽກ​ງານສິດ​ທິ​ມະ​ນຸດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ອອກ​ຖະ​ແຫຼງ​ການ​​ຜ່ານທາງ​ສື່​ມວນ​ຊົນ​ວ່າ, ການ​ປະ​ທ້ວງ​​ຢູ່​ອາ​ເມ​ຣິ​ກາ​ບໍ່​ພຽງ​ແຕ່​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ບັນ​ຫາ​​ການປະ​ຕິ​ບັດ​ກົດ​ໝາຍ​ດ້ວຍ​ຄວາມ​ຮຸນ​ແຮງ​ຕໍ່​ກຸ່ມ​ຄົນ​ບໍ່​ແມ່ນ​ຄົນ​ຜິວ​ຂາວ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ບັນ​ຫາ​ຄວາມ​ບໍ່​ສະ​ເໝີ​ພາບ​ ແລະ ການ​ຈຳ​ແນກ​ເຊື້ອ​ຊາດ​ໃນ​ດ້ານ​ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ, ການ​ປະ​ກອບ​ອາ​ຊີບ ແລະ ອື່ນໆ​ຂອງ​ອາ​ເມ​ຣິ​ກາ. ຢູ່​ອາ​ເມ​ຣິ​ກາ, ​ອັດ​ຕາ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ແລະ ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ດັ່ງ​ກ່າວ​ຂອງຊາວ​ອາ​ເມ​ຣິ​ກາ​ເຊື້ອ​ສາຍ​ອາ​ຟ​ຣິ​ກາ​ໄດ້ມີ​ຈຳ​ນວນຫຼາຍກວ່າ 2 ເທົ່າ​ຂອງ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ເຊື້ອ​ສາຍ​ອື່ນ.

ສັງ​ຄົມ​ອາ​ເມ​ຣິ​ກາ​ໄດ້​ດູ​ໝິ່ນ​ເຊື້ອ​ສາຍ​ຂອງ​ຄົນ​ສ່ວນ​ໜ້ອຍ​ມາ​ແຕ່​ດົນ​ນານ, ນອກ​ນີ້, ​ການ​ເບິ່ງ​ຂ້າມ​​ຕໍ່​ຂໍ້ຮຽກ​ຮ້ອງຂອງ​ປະ​ຊາ​ຊົນ ແລະ ​ການຮັບ​ມື​ກັບ​ການ​ປະ​ທ້ວງ​ດ້ວຍ​ວິ​ທີ​ຮຸນ​ແຮງ​ຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ໃນ​ປັດ​ຈຸ​ບັນ ​ໄດ້​ເຮັດ​ໃຫ້ “​ປະ​ເທດພັນ​ທະ​ມິດ​​ຊັ້ນ​ຈຳ” ຂອງ​ອາ​ເມ​ຣິ​ກາ​ຮັບ​​ບໍ່​ໄດ້​ເຊັ່ນ​ກັນ. ວັນ​ທີ 3 ມິ​ຖຸ​ນາ​ນີ້, ​ທ່ານໂບ​ຣິ​ສ ຈອນ​ສັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ກ່າວ​ປາ​ໄສວ່າ: “ພວກ​ເຮົາ​ຂໍ​ສະ​ແດງ​ຄວາມ​ໄວ້​ອາ​ໄລ​ຕໍ່​ທ້າວ​ຈອ​ສ ຟ​ລອຍ, ລັດ​ທິ​ຈຳ​ແນກ​ເຊື້ອ​ຊາດ​​ຜິວ​ພັນ ແລະ ການ​ໃຊ້​ຄວາມ​ຮຸນ​ແຮງ​ຂອງລັດ​ທິ​ຈຳ​ແນກ​ເຊື້ອ​ຊາດ​​ຜິວ​ພັນ ຈະ​ບໍ່​ແມ່ນ​ທາງ​ອອກ​ຂອງ​ອັງ​ກິດ.”

ແຕ່​ວ່າ, ສິ່ງ​ທີ່​ກົງ​ກັນ​ຂ້າມ​ຢ່າງ​ຈະ​ແຈ້ງກັບ​ການ​ປະ​ທ້ວງຕໍ່ການ​ຈຳ​ແນກ​ເຊື້ອ​ຊາດ​​ຜິວ​ພັນ​​ຢູ່ອາ​ເມ​ຣິ​ກາ ກໍ​ຄື​ໃນ​ຂອບ​ເຂດ​ທົ່ວ​ໂລ​ກ​​ແມ່ນຕະຫຼາດ​ຫຸ້ນ​ຂອງ​ອາ​ເມ​ຣິ​ກາ​ບໍ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ປະ​ທ້ວງ, ຫາກ​ຍັງ​ໄດ້​ຖີບ​ຕົວ​ສູງ​ຂຶ້​ນ​ຢ່າງ​ຕໍ່​ເນື່ອງ​ໃນຫຼາຍ​​ມື້​ຜ່ານ​ມາ. ນີ້​ແມ່ນ​ຍ້ອນ​ລະ​ບອບ​ສັງ​ຄົມ​ຂອງ​ອາ​ເມ​ຣິ​ກາ​ນັ້ນ​ແຫຼະ, ບໍ່​ວ່າ​ລະ​ບຽບ​ການ​ສ່ວຍ​ສາ​ອາ​ກອນ, ຫຼື​ວ່າ​ລະ​ບຽບ​ການ​ແບ່ງ​ປັນ​ລາຍ​ຮັບ, ລ້ວນ​ແຕ່​ເຂົ້າ​ຂ້າງ​ຄົນ​ຮັ່ງ​ມີ. ພາຍ​ໃຕ້​ສະ​ພາບ​ການ​ທີ່​ພະ​ຍາດ​ໂຄວິດ-19 ແຜ່​ລະ​ບາດ ແລະ ການ​ປະ​ທ້ວງ​ເກີດ​ຂຶ້ນ, ຄົນ​ຮັ່ງ​ມີ​ຍັງ​ສາ​ມາດ​ໄດ້​ຮັບ​ຜົນກຳ​ໄລທີ່​ດີ​ຈາກ​ຕະຫຼາດ​ຫຸ້ນ ແລະ ສາ​ມາດກອບໂກຍ​ເອົາ​ເງິນ​ດ້ວຍ​ວິ​ທີ​ປ່ຽນ​ບໍ​ລິ​ສັດ​ຂອງ​ຕົນ​ເປັນ​ບໍ​ລິ​ສັດ​ຫຸ້ນ​ສ່ວນ.

ນາຍ​ທຶນ​ມີ​ແຕ່​ສົນ​ໃຈ​ນຳ​ການ​ລົງ​ທຶນ​ຂອງ​ຕົນ​ວ່າ ​ຈະ​ໄດ້​ຮັບ​ຜົນ​ກຳ​ໄລຫຼື​ບໍ່, ນັກ​ການ​ເມືອງ​ມີ​ແຕ່​ສົນ​ໃຈ​ນຳ​ອັນ​ທີ່​ວ່າ “ປະ​ຊາ​ທິ​ປະ​ໄຕ”, ຈິ່ງ​ປາ​ກົດ​ມີ​ສະ​ພາບ​ການ​ທີ່​​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງເສດ​ຖະ​ກິດ​ໄດ້ຫຼຸດ​ລົງ​ຢ່າງຫຼວງຫຼາຍ, ສັງ​ຄົມ​ປັ່ນ​ປ່ວນວຸ້​ວາຍ, ແຕ່​ຕະ​ຫຼາດ​ຫຸ້ນ​ພັດ​ໄດ້​ຖີບ​ຕົວ​ສູງ​ຂຶ້ນ, ນີ້​ເປັນ​ສະ​ພາບ​ການ​ທີ່​ແປກ​ປະຫຼາດ​ທີ່​ສຸດ​ທີ່​ເກີດ​ຂຶ້ນ​ໃນ​ສັງ​ຄົມ​ອາ​ເມ​ຣິ​ກາ.

ຄຳ​ເຫັນ

0