ຫວ່າງກ່ອນນີ້ບໍ່ດົນ, ຄະນະກຳມະການການຕິດຕາມແລະໃຫ້ຄຳປຶກສາເອກະລາດເພື່ອວາງແຜນກ່ຽວກັບເຫດການສຸກເສີນດ້ານສາທາລະນະສຸກຂອງອົງການອະນາໄມໂລກຫຼື WHO ໄດ້ເຜີຍແຜ່ບົດລາຍງານໄລຍະກາງສະບັບໜຶ່ງກ່ຽວກັບການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍຊີ້ໃຫ້ເຫັນວ່າ: ນັບແຕ່ໄດ້ປະສົບກັບການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ, ປະຊາຊົນຈີນໄດ້ສາມັກຄີກັນແລະໄດ້ຮ່ວມແຮງຮ່ວມໃຈກັນ,ພະຍາຍາມຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19, ໄດ້ອຸທິດກຳລັງທີ່ສຳຄັນຕ່າງໆຂອງຕົນເຊັ່ນ: ບໍລິຈາກວັດຖຸອຸປະກອນດ້ານການແພດຈຳນວນຫຼວງຫຼາຍໃຫ້ແກ່ຫຼາຍປະເທດແລະອື່ນໆ, ໄດ້ຮັບການຕີລາຄາຢ່າງສູງແລະໄດ້ຮັບການຍ້ອງຍໍຊົມເຊີຍໂດຍທົ່ວໄປຈາກປະຊາຄົມໂລກ.
ບົດລາຍງານຍັງໄດ້ຊີ້ໃຫ້ເຫັນວ່າ: ການສວຍໃຊ້ການແຜ່ລະບາດຂອງພະຍາດໂຄວິດ-19 ໃນທາງການເມືອງເປັນອຸປະສັກທີ່ແທ້ຈິງໃນການເອົາຊະນະກັບເຊື້ອພະຍາດດັ່ງກ່າວ. ໃນໄລຍະຕໍ່ໄປ,ຖ້າບໍ່ມີການສະໜັບສະໜູນທາງການເມືອງຈາກທົ່ວໂລກຢ່າງເປັນເອກະພາບກັນແລ້ວ, WHO ກໍ່ຈະບໍ່ສາມາດປະສົບຜົນສຳເລັດໄດ້.
ເຖິງວ່າ WHO ແລະຜູ້ນຳຫຼາຍປະເທດລ້ວນແຕ່ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີການຮ່ວມມືໃນສາກົນເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ກໍຕາມ, ແຕ່ປະທານາທິບໍດີອາເມຣິກາພັດໄດ້ປະກາດຈະຢຸດຕິການພົວພັນກັບ WHO ໃນເມື່ອບໍ່ດົນມານີ້.
ການກະທຳທີ່ອາເມຣິກາ “ຖອນອອກຈາກ WHO” ເຮັດໃຫ້ປະຊາຄົມໂລກມີຄວາມບໍ່ພໍໃຈຢ່າງຮຸນແຮງ,ນັກການເມືອງ,ຜູ້ຊ່ຽວຊານແລະນັກວິຊາການຂອງຫຼາຍປະເທດລ້ວນແຕ່ໄດ້ຕຳໜິວ່າການຕັດສິນໃຈດັ່ງກ່າວຈະເປັນການທຳລາຍຄວາມພະຍາຍາມຂອງໂລກໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະການຮ່ວມມືດ້ານສາທາລະນະສຸກສາກົນ. ທ່ານ ອັນໂຕນີໂອ ກູເຕີເຣສ໌ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ອອກຖະແຫຼງການໂດຍຜ່ານໂຄສົກຂອງຕົນວ່າ: “WHO ຈຳເປັນຕ້ອງໄດ້ຮັບການສະໜັບສະໜູນ ເຊິ່ງມີຄວາມສຳຄັນທີ່ສຸດຕໍ່ຄວາມພະຍາຍາມຂອງໂລກໃນການເອົາຊະນະກັບການແຜ່ລະບາດຂອງພະຍາດໂຄວິດ-19.”
ວາລະສານ Nature ຂອງອັງກິດໄດ້ເປີດເຜີຍບົດຄວາມບົດໜຶ່ງໃນເມື່ອບໍ່ດົນມານີ້ວ່າ: ຖ້າບໍ່ມີການປະສານງານຈາກອົງການອະນາໄມໂລກ, “ພວກເຮົາກໍ່ຈະປະສົບກັບສະພາບທີ່ບໍ່ມີຄື່ມີແປຫຼືບໍ່ເປັນລະບຽບຮຽບຮ້ອຍຫຼາຍກວ່າເກົ່າໃນຂົງເຂດສາທາລະນະສຸກຂອງໂລກ”.
ກະແສການຮ່ວມມືໃນສາກົນກຳລັງກ້າວໄປໜ້າຢ່າງຍິ່ງໃຫຍ່, WHO ຈະບໍ່ຢຸດຕິການດຳເນີນງານຍ້ອນການຖອນຕົວຂອງອາເມຣິກາ. ທ່ານ ຫຼີວເວີ້ຍຕຸ່ງ ນັກຄົ້ນຄວ້າຂອງສະຖາບັນອາເມຣິກາຂອງສະຖາບັນຄົ້ນຄວ້າວິທະຍາສາດຈີນເຫັນວ່າ: ເຖິງວ່າການກະທຳຂອງອາເມຣິກາຈະນຳເອົາສິ່ງທ້າທາຍຈຳນວນໜຶ່ງມາໃຫ້ແກ່ WHO ກໍຕາມ, ແຕ່ຍ້ອນມີການສະໜັບສະໜູນຈາກປະເທດສະມາຊິກອື່ນໆເຊິ່ງລວມທັງຈີນ, ການພັດທະນາຂອງ WHO ຍັງຈະມີອະນາຄົດທີ່ສົດໃສຄືເກົ່າ.
ຄຳເຫັນ
0