ເພື່ອ “ຕັດການພົວພັນກັບຈີນ, ອາເມຣິກາໄດ້ກຽມພ້ອມແລ້ວບໍ?” ນີ້ຄືການຕັ້ງຄຳຖາມອັນແຫຼມຄົມຂອງ “ໜັງສືພິມວອນສະຕຣິດລາຍວັນ” ເມື່ອວັນທີ 3 ມິຖຸນານີ້. ເບື້ອງຫຼັງທີ່ລົງບົດຄວາມດັ່ງກ່າວແມ່ນ: ໂດຍຜະເຊີນໜ້າກັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ນັກການເມືອງອາເມຣິກາຈຳນວນໜຶ່ງບໍ່ໄດ້ພິຈາລນາວ່າຈະເຮັດແນວໃດ ເພື່ອເປີດກວ້າງການຮ່ວມມື ເພື່ອຍາດແຍງການສະໜັບສະໜູນໄດ້ຫຼາຍກວ່າເກົ່າ, ແຕ່ກົງກັນຂ້າມ, ພັດໄດ້ຍຶດໝັ້ນໃນຈຸດຢືນຂອງສົງຄາມເຢັນ ແລະ ແນວຄວາມຄິດຂ້ອຍໄດ້ເຈົ້າເສຍ, ໂດຍໄດ້ປ່າວປະກາດວ່າຈະ “ຕັດການພົວພັນທາງເສດຖະກິດກັບຈີນ”, “ລະດົມໃຫ້ວິສາຫະກິດປະເທດຕົນຖອນອອກຈາກຈີນ” ແລະ ມີຖ້ອຍຄຳຜິດພາດອື່ນໆ.
ນັກການເມືອງເຫຼົ່ານີ້ຮ້ອງຈົນຄໍແຫບ, ແຕ່ໃນສາຍຕາຂອງບຸກຄົນໃນວົງການເສດຖະກິດສາກົນແລ້ວ, ຖ້ອຍຄຳເຫຼົ່ານີ້ເປັນການເພີ້ຝັນເທົ່ານັ້ນ. ເມື່ອສັງເກດຈາກແງ່ມຸມເສດຖະກິດແລ້ວເຫັນວ່າ, ຕ່ອງໂສ້ການສະໜອງ ແລະ ຕ່ອງໂສ້ອື່ນໆໄດ້ປາກົດໂຕຂຶ້ນມາດ້ວຍການຈັດສັນຕາມກົນໄກຕະຫຼາດ ແລະ ການແບ່ງງານລະຫວ່າງບັນດາປະເທດໃນໂລກ. ບໍລິສັດຂ້າມຊາດໄດ້ຈັດສັນຊັບພະຍາກອນໃນຂອບເຂດທົ່ວໂລກຕາມກົດເກນເສດຖະກິດຕະຫຼາດ, ຈຸດປະສົງກໍແມ່ນເພື່ອສ້າງຜົນກຳໄລໃຫ້ໄດ້ຫຼາຍທີ່ສຸດ. ບໍລິສັດເຫຼົ່ານີ້ຈະບໍ່ຟັງຄວາມເຫັນແບບໄຮ້ດຽງສາຂອງນັກການເມືອງອາເມຣິການັ້ນດອກ.
ສິ່ງທີ່ເຮັດໃຫ້ວິສາຫະກິດອາເມຣິກາມີຄວາມບໍ່ພໍໃຈອີກນັ້ນກໍຄື, ຖ້າ “ຕັດການພົວພັນທາງເສດຖະກິດກັບຈີນ”, ນີ້ກໍໝາຍຄວາມວ່າ, ວິສາຫະກິດອາເມຣິກາຈະເສຍຕະຫຼາດຈີນ ທີ່ເປັນຕະຫຼາດຂະໜາດໃຫຍ່ ແລະ ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ. ບໍ່ມີວິສາຫະກິດປະເທດໃດຈະຍິນຍອມເສຍຕະຫຼາດແບບນີ້.
ບົດລາຍງານທີ່ຢົງຕິງເປີດເຜີຍໃນຫວ່າງມໍ່ໆມານີ້ສະແດງໃຫ້ເຫັນວ່າ, ເຖິງວ່າໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ໂຄງການລົງທຶນທີ່ບໍລິສັດອາເມຣິກາປະກາດຈະລົງທຶນຢູ່ຈີນໃນໄຕມາດທຳອິດຂອງປີນີ້ມີເຖິງ 2,3 ຕື້ໂດລາສະຫະລັດ, ພຽງແຕ່ຕ່ຳກວ່າຈຳນວນສະເລ່ຍຂອງແຕ່ລະໄຕມາດໃນປີຜ່ານມາໜ້ອຍດຽວ. ທີ່ຈິງແລ້ວ, ວິສາຫະກິດອາເມຣິກາຫຼາຍແຫ່ງໄດ້ມີການກະທຳທີ່ກົງກັນຂ້າມກັບຄຳເວົ້າຂອງນັກການເມືອງອາເມຣິກາ. ສຳນັກງານໃຫຍ່ໃນປະເທດທີ່ເປັນຕະຫຼາດຈະເລີນໃໝ່ ກໍຄືສູນປະດິດສ້າງໃໝ່ຂອງບໍລິສັດໂຮນີເວວຂອງອາເມຣິກາໄດ້ສ້າງຕັ້ງຂຶ້ນຢູ່ນະຄອນອູຮັ້ນຂອງຈີນ, ບໍລິສັດລົດເຕສລາຂອງອາເມຣິກາກໍໄດ້ປະກາດເປີດກວ້າງກຳລັງການຜະລິດຢູ່ນະຄອນຊຽງໄຮ້ຂອງຈີນ. ຄືດັ່ງຄຳເວົ້າຂອງທ່ານອາລັນ ບີບີ ປະທານສະພາການຄ້າອາເມຣິກາຢູ່ຈີນກ່າວວ່າ: “ພາຍຫຼັງຈີນປະສົບຜົນສຳເລັດທີ່ມີລັກສະນະຍຸດທະສາດໃນການປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ແລ້ວ, ເສດຖະກິດຈີນໄດ້ຟື້ນຕົວໄວກວ່າເສດຖະກິດຂອງປະເທດອື່ນ. ແຕ່ກ່ອນ, ຫຼາຍບໍລິສັດເລືອກມາພັດທະນາຢູ່ຈີນ, ດຽວນີ້ກໍເຊັ່ນດຽວກັນ.”
ຄົນທັງຫຼາຍໄດ້ໃຫ້ຄວາມສົນໃຈຕໍ່ບົດລາຍງານວຽກງານຂອງລັດຖະບານຈີນສະບັບປີນີ້ທີ່ໄດ້ກ່າວເນັ້ນວ່າ, ຕ້ອງຍຶດໝັ້ນການເປີດກວ້າງການເປີດປະຕູສູ່ພາຍນອກຢ່າງໝັ້ນໜຽວບໍ່ປ່ຽນແປງ, ຮັບປະກັນໃຫ້ຕ່ອງໂສ້ອຸດສາຫະກຳແລະຕ່ອງໂສ້ການສະໜອງສາມາດພັດທະນາໄດ້ຢ່າງໜັກແໜ້ນ, ຊຸກຍູ້ການປະຕິຮູບ ແລະ ການພັດທະນາ ດ້ວຍການເປີດປະຕູສູ່ພາຍນອກ.
ບົດຄວາມຂອງ “ໜັງສືພິມວອນສະຕຣິດລາຍວັນ” ຂຽນວ່າ: “ຕະຫຼາດອັນກວ້າງໃຫຍ່ໄພສານຂອງຈີນເປັນສິ່ງທີ່ເບິ່ງຂ້າມບໍ່ໄດ້.” ນີ້ແມ່ນສອດຄ່ອງກັບສະພາບຄວາມເປັນຈິງ, ທັງເປັນຄວາມເຫັນທີ່ເປັນເອກະພາບກັນຂອງທົ່ວໂລກ. ສຽງຮ້ອງໂຮ່ແບບອັດອັ້ນຕັນໃຈຂອງນັກການເມືອງອາເມຣິກາຈະບໍ່ສາມາດບັ່ນທອນຄວາມຕັດສິນໃຈຂອງວິສາຫະກິດຂ້າມຊາດໄດ້ ເຊິ່ງລວມທັງວິສາຫະກິດອາເມຣິກາທີ່ມາລົງທຶນຢູ່ຈີນ. “ການຕັດການພົວພັນທາງເສດຖະກິດ” ທີ່ນັກການເມືອງອາເມຣິກາປ່າວປະກາດນັ້ນ ກໍເປັນພຽງຄວາມເພີ້ຝັນຂອງພວກເຂົາເຈົ້າເອງເທົ່ານັ້ນ.
ຄຳເຫັນ
0