何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສືບຕໍ່ເຮັດວຽກງານປ້ອງກັນໃຫ້ດີເພື່ອບໍ່ໃຫ້ພະຍາດຈາກຕ່າງປະເທດແຜ່ລາມເຂົ້າມາ ທັງບໍ່ໃຫ້ພະຍາດຢູ່ພາຍໃນປະເທດແຜ່ລະບາດຄືນໃໝ່

2020-06-07 22:34:12 CRI

图片默认标题_fororder_VIP针尖

​ຮູ​ນ້ອຍຊ່ຳປາຍເຂັມກໍຈະເຮັດລົມ​ແຮງພັດເຂົ້າໄປໄດ້.ຕ້ອງເພີ່ມສະຕິດ້ານການປ້ອງກັນແລະຄວບຄຸມພະຍາມຢ່າງສະເໝີຕົ້ນສະເໝີປາຍຢູ່ທຸກເວລາ, ສືບຕໍ່​ສຸມ​ຄວາມພະ​ຍາ​ຍາມ​ໃນ​ການເຮັດວຽກງານປ້ອງກັນ​ຢ່າງ​ສຸ​ຂຸມ​ຮອບ​ຄອບເພື່ອບໍ່ໃຫ້ພະຍາດຈາກຕ່າງປະເທດແຜ່ລາມເຂົ້າມາທັງບໍ່ໃຫ້ພະຍາດຢູ່ພາຍໃນປະເທດແຜ່ລະບາດຄືນໃໝ່ເດັດ​ຂາດບໍ່ໃຫ້ຜົນງານໃນການປ້ອງກັນ ແລະຄວບຄຸມພະຍາດທີ່ຍາດມາໄດ້ບໍ່ແມ່ນງ່າຍນັ້ນສູນຫາຍໄປລ້າໆ.

 

 

ນີ້ແມ່ນຄຳເຫັນສຳຄັນທີ່ທ່ານເລຂາທິການໃຫຍ່ສີຈິ້ນຜິງໄດ້ກ່າວໃນເວ ລາເຂົ້າຮ່ວມການຄົ້ນຄວ້າພິຈາລະນາກັບຄະນະຜູ້ແທນແຂວງຫູເປີຍທີ່ ເຂົ້າຮ່ວມກອງປະຊຸມຄັ້ງທີ 3 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝ ທີ 13 ເມື່ອວັນທີ 24 ພຶດສະພາ 2020 ນີ້.

 

 

ປັດຈຸບັນ, ການປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ໃນຂອບເຂດທົ່ວປະເທດຈີນໄດ້ກ້າວເຂົ້າສູ່ສະພາບປົກກະຕິແລ້ວ. ແຕ່​ທ່ວງ​ທ່າ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢູ່​ຕ່າງ​ປະ​ເທດ​ຍັງ​ບໍ່​ທັນ​ໄດ້​ຮັບ​ການສະກັດກັ້ນ​ໄວ້​ໄດ້​ຢ່າງ​ມີ​ປະສິດທິຜົນ​ເທື່ອ, ບາງເຂດ​ແຄວ້ນ​ຢູ່ພາຍ​ໃນ​ປະ​ເທດ​ຈີນຍັງມີສະພາບຕິດແປດພະຍາດຍ້ອນຊຸມນຸມກັນ

 

 

“ຮູ​ນ້ອຍຊ່ຳປາຍເຂັມກໍຈະເຮັດລົມ​ແຮງພັດເຂົ້າໄປໄດ້.” ທ່ານສີຈິ້ນຜິງໃຊ້​ຄຳ​ສຸ​ພາ​ສິດຈີນ​ນີ້ເພື່ອກ່າວເຕືອນໃຫ້ທຸກຄົນ ຕ້ອງມີສະຕິໂດຍບໍ່ໂຍະຍານຕໍ່ການປ້ອງກັນແລະຄວບຄຸມພະຍາດ.

 

 

ຄວນ​ຖືສະພາບປັດຈຸບັນ​ເປັນ​ຈຸດ​ເລີ່ມ​ຕົ້ນ, ຍິ່ງ​ຄວນ​ສຸມ​ໃສ່​ປະ​ສິດ​ທິ​ຜົນ​ໃນ​ໄລ​ຍະ​ຍາວ. ທ່ານສີຈິ້ນຜິງ ບໍ່ພຽງແຕ່ໄດ້ເອົາໃຈໃສ່ຕໍ່ສະພາບການປ້ອງກັນແລະຄວບ ຄຸມພະຍາດເທົ່ານັ້ນ, ທ່ານຍັງສັບຊ້ອນວຽກງານຕ່າງໆຕາມສະພາບການລວມ. ໃນດ້ານການສ້າງລະບົບບໍລິຫານ​ປະ​ເທດ, ໄດ້ຖື​ເອົາ​ລະ​ບຽບ​ການ​ເປັນ​ ແນວ​ປ້ອງ​ກັນ​​​ທີ່​ໝັ້ນ​ແກ່ນ​ເພື່ອ​​ຮັບ​ປະກັນຄວາມປອດໄພດ້ານຊີວິດແລະສຸຂະພາບຮ່າງກາຍຂອງປະຊົນ, ສ້າງກົນໄກ​ແລະລະບຽບການໃນການປ້ອງກັນແລະຄວບຄຸມພະຍາດຢ່າງຖືກຕ້ອງ​ກັບ​ເປົ້າ​ໝາຍໃຫ້ເປັນປົກກະຕິ, ສ້າງເຄືອຂ່າຍປ້ອງກັນດ້ານສາທາລະນະສຸກ​ໃຫ້​ໝັ້ນ​ຄົງ​​ໜາແໜ້ນ​ ເພື່ອຮັບປະກັນສຸຂະພາບຮ່າງກາຍຂອງປະຊາຊົນ.

ຄຳ​ເຫັນ

0