ການເດີນຂະບວນປະທ້ວງໃນທົ່ວປະເທດອາເມຣິກາ ຍ້ອນ “ການເສຍຊີວິດຂອງທ້າວຈອສ ຟລອຍ” ຍັງສືບຕໍ່ດຳເນີນຕໍ່ໄປ. ວັນທີ 6 ມິຖຸນານີ້, ຈຳນວນຜູ້ເຂົ້າຮ່ວມການເດີນຂະບວນປະທ້ວງໃນທົ່ວປະເທດອາເມຣິກາມີເຖິງ 2 ລ້ານຄົນ ເພື່ອສະແດງຄວາມບໍ່ພໍໃຈຕໍ່ການຈຳແນກເຊື້ອຊາດຜິວພັນ.
ວັນທີ 5 ມິຖຸນານີ້ຕາມເວລາທ້ອງຖິ່ນ, ທ່ານມູຣຽວ ບາວເຊີ ເຈົ້າຄອງເຂດ ພິເສດວໍຊິງຕັນອາເມຣິກາໄດ້ອອກຄຳສັ່ງໃຫ້ພະແນກວິສະວະກຳສາທາລະນະຂອງເຂດດັ່ງກ່າວໃຊ້ນ້ຳສີສີເຫຼືອງຂຽນໂຕໜັງສືໃຫຍ່ຢູ່ຕາມເສັ້ນທາງຫຼັກເສັ້ນໜຶ່ງທີ່ເນັ່ງໄປຫາທຳນຽບຂາວວ່າ: “ຊີວິດຄົນຜິວດຳກໍແມ່ນຊີວິດ”. ນອກນີ້, ເສັ້ນທາງອີກເສັ້ນໜຶ່ງຢູ່ເຂດອ້ອມຂ້າງທຳນຽບຂາວກໍຖືກຕັ້ງຊື່ໃໝ່ເປັນ “ຊີວິດຄົນຜິວດຳກໍແມ່ນຊີວິດ”.
ໂດຍຜະເຊີນໜ້າກັບ “ສະຖານະການປັ່ນປ່ວນວຸ້ນວາຍ ” ຢູ່ອາເມຣິກາ. ຫວ່າງມໍ່ໆມານີ້, ທ່ານບາຣັກ ໂອບາມາ, ທ່ານບິວ ຄລິນຕັນ ແລະ ທ່ານຈອສ ດັບເບິນຢູ ບຸສ ອະດີດປະທານທິບໍດີອາເມຣິກາ ພ້ອມທັງທ່ານຈິມມີ ຄາເຕີ ອະດີດປະທານາທິບໍດີອາເມຣິກາທີ່ມີອາຍຸ 95 ປີ ຕ່າງກໍໄດ້ສະແດງຄວາມຄຽດແຄ້ນຕໍ່ການຈຳແນກເຊື້ອຊາດຜິວພັນ ແລະ ສະແດງຄວາມເຫັນໃຈຕໍ່ຜູ້ໄດ້ຮັບເຄາະຮ້າຍແລະຄອບຄົວຂອງເຂົາເຈົ້າ ພ້ອມທັງຮຽກຮ້ອງໃຫ້ຜູ້ກຳອຳນາດອາເມຣິກາລຸກຂຶ້ນມາຕໍ່ຕ້ານກັບລັດທິຈຳແນກເຊື້ອຊາດ.
ທີ່ຈິງແລ້ວ, ຢູ່ທ້ອງຖິ່ນຫຼາຍແຫ່ງຂອງອາເມຣິກາໄດ້ປາກົດມີເຈົ້າໜ້າທີ່ຕຳຫຼວດເຂົ້າຮ່ວມການເດີນຂະບວນປະທ້ວງແລ້ວ, ພວກເຂົາເຈົ້າຄຸເຂົ່າລົງເບື້ອງໜຶ່ງ ເພື່ອສະແດງຄວາມເຄົາລົບນັບຖືຕໍ່ທ້າວຈອສ ຟລອຍ, ຮຽກຮ້ອງສິດເພື່ອກຸ່ມຄົນຜິວດຳທີ່ອອກມາປະທ້ວງທັງຫຼາຍ. ຄຳວ່າ “ຊີວິດຄົນຜິວດຳກໍມີຄ່າ”, ນີ້ຈິ່ງແມ່ນສຽງຮຽກຮ້ອງຈາກໃຈຂອງປະຊາຊົນອາເມຣິກາ.
ຄຳເຫັນ
0