ປະຕິບັດຕາມອຸດົມການຢ່າງສະເໝີຕົ້ນສະເໝີປາຍ, ມັນບໍ່ແມ່ນເລື່ອງງ່າຍດາຍ. ໃນເວລາທີ່ພວກເຮົາປະສົບກັບຄວາມລົ້ມເຫຼວ ແລະ ສິ່ງຂັດຂ້ອງໝອງໃຈ, ກໍອາດຈະເກີດມີຄວາມຫວັ່ນໄຫວຄອນແຄນ, ເຮັດພໍແລ້ວມື້ແລ້ວວັນ, ກໍອາດຈະມີການຈົ່ມວ່າແນວນີ້ແນວນັ້ນ. ໃນກໍລະນີແນວນີ້, ພວກເຮົາກໍຄວນມີສະຕິທີ່ “ຍຶດເກາະພູຂຽວໄວ້ບໍ່ປ່ອຍວາງ”.
“ທົ່ວພັກຕ້ອງມີສະຕິຫຼາຍກວ່າເກົ່າໃນການເພີ່ມທະວີຄວາມໝັ້ນໃຈຕໍ່ເສັ້ນທາງ, ທິດສະດີ ລະບອບ ແລະ ວັດທະນະທຳ, ບໍ່ຄວນຊ້ຳຮອຍເກົ່າທີ່ເດີນຕາມເສັ້ນທາງ ປິດກັ້ນໂຕເອງ ແລະຕາຍຕົວຄືກັບອະດີດ, ທັງບໍ່ເດີນຕາມເສັ້ນທາງອັນຜິດພາດໃນການປ່ຽນແນວທາງແລະລະບອບຂອງຕົນ.ຮັກສາຫຼັກໝັ້ນການເມືອງ, ຍຶດໝັ້ນການເຮັດແທ້ທຳຈິງເພື່ອສ້າງສາບ້ານເມືອງໃຫ້ຈະເລີນຮຸ່ງເຮືອງ, ຍຶດໝັ້ນ ແລະ ພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນຢ່າງສະເໝີຕົ້ນສະເໝີປາຍ. ເຮັດ ຄືດັ່ງທີ່ຄຳກອນບູຮານເວົ້າວ່າ: “ເຖິງວ່າໄດ້ປະສົບກັບສະພາບທີ່ໂຫດຮ້າຍປານໃດກໍຍັງສາມາດຍືນຍົງຄົງຕົວໄດ້, ຈະບໍ່ສະທົບສະທ້ານຕໍ່ກະແສລົມຮ້ອນເຮັ່ງ ແລະ ໜາວພິລຶກ.”
ການເພີ່ມທະວີ “4 ຄວາມໝັ້ນໃຈ”, ຮັກສາຫຼັກໝັ້ນການເມືອງ, ນີ້ກໍແມ່ນການຮັກສາອຸດົມການຢ່າງເດັດດ່ຽວໜຽວແໜ້ນ. ໃນຄວາມເຫັນຂອງທ່ານສີຈິ້ນຜິງທີ່ທ່ານຫາກໍຮັບຟັງມານັ້ນ, ທ່ານສີຈິ້ນຜິງໄດ້ຍົກເອົາບົດກະວີປະໂຫຍກໜຶ່ງ ຄື :”ເຖິງວ່າໄດ້ປະສົບກັບສະພາບທີ່ໂຫດຮ້າຍປານໃດກໍຍັງສາມາດຍືນຍົງຄົງຕົວໄດ້, ຈະບໍ່ສະທົບສະທ້ານຕໍ່ກະແສລົມຮ້ອນເຮັ່ງ ແລະ ໜາວພິລຶກ.” ເຊິ່ງປະໂຫຍກນີ້ເຄົ້າເດີມມາຈາກບົດກະວີ “ໄມ້ໄຜ່ ແລະ ກ້ອນຫີນ”ທີ່ແຕ່ງໂດຍທ່ານເຈີ້ງປານສຽວ ນັກກະວີແລະນັກແຕ້ມທີ່ມີຊື່ສຽງຂອງລາຊະວົງຊິ່ງ. ເຊິ່ງ 2 ປະໂຫຍກທຳອິດແມ່ນ ““ຍຶດເກາະພູຂຽວໄວ້ບໍ່ປ່ອຍວາງ.ຝັງຮາກ ເລິກໃນຫຼືບຫີນ.” ໝົດບົດກະວີນີ້ເວົ້າເຖິງໄມ້ໄຜ່, ເປັນການເນັ້ນເຖິງທາດແທ້ທາງດ້ານຈິດໃຈ ຂອງໄມ້ໄຜ່: ບໍ່ວ່າຈະພົບພໍ້ກັບຄວາມທຸກທໍລະມານປານໃດກໍບໍ່ທໍ້ຖອຍຈັກເທື່ອ, ເຂັ້ມແຂງ ແລະ ກ້າຫານ. ໃນບົດກະວີນີ້, ໄມ້ໄຜ່ບໍ່ແມ່ນເກີດຂຶ້ນຢູ່ໃນດິນທີ່ອຸດົມສົມບູນ, ແຕ່ຫາກໄດ້ຝັງຮາກຢູ່ຫຼືບຜາຫີນ, ແລະ ແຕກໜໍ່ຈໍ່ແໜງອອກຈາກຫຼືບຫີນ. ແຕ່ໄມ້ໄຜ່ກໍໄດ້ຍຶດເກາະພູຂຽວໄວ້ບໍ່ປ່ອຍວາງ, ຕ້ອງດຳລົງຄົງຕົວຢູ່ໃນຜາຫີນນີ້ ແລະ ເຕີບໃຫຍ່ຂຶ້ນ. ໃນອີກດ້ານໜຶ່ງ, ໄມ້ໄຜ່ທີ່ເກີດຂຶ້ນຢູ່ໃນຜາຫີນບໍ່ມີໃຜມາເບິ່ງແຍງ, ເມື່ອພົບພໍ້ຟ້າຝົນລົມແດງກໍຕ້ອງທົນທານເອົາໄວ້. ແຕ່ກໍ ຍ້ອນວ່າໄດ້ເຝິກຝົນຫຼໍ່ຫຼອມຜ່ານຟ້າຝົນລົມແດງ, ຈຶ່ງໄດ້ສ້າງຈິດໃຈທີ່ເຂັ້ມແຂງ, ເຖິງວ່າໄດ້ປະສົບກັບສະພາບທີ່ໂຫດຮ້າຍປານໃດກໍຍັງຍືນຍົງຄົງຕົວໄດ້, ຈະບໍ່ສະທົບສະທ້ານຕໍ່ກະແສລົມຮ້ອນເຮັ່ງ ແລະ ໜາວພິລຶກ.
ໃນຄວາມເປັນຈິງແລ້ວ, ຈິດໃຈຂອງໄມ້ໄຜ່ກໍຄ້າຍຄືກັບຈິດໃຈຂອງຄົນ, ມີແຕ່ຍຶດເກາະຜາຫີນຂອງພູຂຽວໄວ້ຢ່າງເລິກເຊິ່ງ, ຈຶ່ງຈະສາມາດຜະເຊີນໜ້າກັບຟ້າຝົນລົມແດງ ແລະ ສິ່ງທົດສອບນາໆຊະນິດໄດ້ , ທັງຍັງຈະຮັກສາຄວາມແຂງແກ່ນໄວ້ໄດ້. ຄົນກໍເປັນແນວນີ້, ມີແຕ່ຮັກສາອຸດົມການ ແລະ ຄວາມໝັ້ນໃຈຢ່າງເດັດດ່ຽວໜຽວແໜ້ນ, ພວກເຮົາຈຶ່ງຈະ “ ເຖິງຈະຕາຍ9ເທື່ອບໍ່ຄິດກິນແໜງ”, “ເຖິງຈະລົ້ມເຫຼວຮ້ອຍຄັ້ງຮ້ອຍເທື່ອກໍຍັງຈະຍຶດໝັ້ນການກ້າວໄປໜ້າໃຫ້ໄດ້”. ເວົ້າສຳລັບປະເທດຈີນແລ້ວ, ອຸດົມການຂອງຊາວພັກກອມມູນິດຈີນມາຈາກໃສ? ເປັນຫຍັງຈຶ່ງໝັ້ນໃຈວ່າເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນປະຈຸບັນແມ່ນເສັ້ນທາງທີ່ຖືກຕ້ອງ? ຄຳຕອບກໍມາຈາກທິດສະດີ ແລະກໍມາຈາກພຶດຕິກຳເຊັ່ນກັນ.
ໜຶ່ງ, ອຸດົມການຂອງພວກເຮົາແມ່ນມາຈາກທິດສະດີ. ສຽງປືນຂອງການປະຕິວັດເດືອນຕຸລາໄດ້ນຳເອົາລັດທິມາກມາໃຫ້ປະເທດຈີນ, ຄົນຈີນທີ່ກຳລັງຢູ່ໃນຄວາມສັບສົນໃນຕອນນັ້ນໄດ້ພົບວ່າ, ພວກເຮົາບໍ່ສາມາດອາໄສຮອງເຕ້ ຫຼືເສນາອາມາດໄດ້,ທັງບໍ່ສາມາດອາໄສຂຸນເສິກ ແລະກຸ່ມເສດຖີໄດ້financial group, ມີແຕ່ປະຊາຊົນເທົ່ານັ້ນຈິ່ງຈະເປັນກຳລັງແຮງທີ່ອາໄສໄດ້ຢ່າງແທ້ຈິງ. ຄືດັ່ງທີ່ຮູ້ນຳກັນແລ້ວວ່າ, ມີແຕ່ປະຊາຊົນເທົ່ານັ້ນຈິ່ງຈະແມ່ນຜູ້ປະດິດສ້າງປະຫວັດສາດຢ່າງແທ້ຈິງ, ທິດສະດີທີ່ໄດ້ແຕກໜໍ່ຈໍ່ແໜງໃນປຶ້ມ “ຄອບຄົວສັກສິດ” ຂອງທ່ານມາກໄດ້ປະສົມປະສານເຂົ້າກັບຄວາມເປັນຈິງຂອງປະເທດຈີນໄດ້ເປັນຢ່າງດີ.
ສອງ, ອຸດົມການມາຈາກພຶດຕິກຳ. ຊາວພັກກອມມູນິດຈີນໄດ້ເອົາຫຼັກມູນພື້ນຖານຂອງລັດທິມາກສົມທົບກັບສະພາບຄວາມເປັນຈິງຂອງການປະຕິວັດ ແລະ ການສ້າງສາປະເທດຂອງຈີນ, ປະຊາຊົນຈີນໄດ້ລຸກຢືນຂຶ້ນ, ພິສູດໃຫ້ເຫັນວ່າ ມີແຕ່ສັງຄົມນິຍົມເທົ່ານັ້ນຈຶ່ງຈະສາມາດກອບກູ້ປະເທດຈີນໄດ້; ຊາວພັກກອມມູນິດຈີນໄດ້ເອົາຫຼັກມູນພື້ນຖານຂອງລັດທິມາກສົມທົບກັບສະພາບຄວາມເປັນຈິງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຂອງຈີນ, ປະຊາຊົນຈີນໄດ້ຮັ່ງມີຂຶ້ນ, ພິສູດໃຫ້ເຫັນວ່າ ມີແຕ່ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນເທົ່ານັ້ນຈຶ່ງຈະສາມາດພັດທະນາປະເທດຈີນໄດ້; ຊາວພັກກອມມູນິດຈີນໄດ້ຖືເອົາ ຫຼັກມູນພື້ນຖານຂອງລັດທິມາກສົມທົບກັບສະພາບຕົວຈິງຂອງຈີນໃນຍຸກໃໝ່, ຈີນໄດ້ບັນລຸການພັດທະນາແບບກ້າວກະໂດດຂັ້ນອັນຍິ່ງໃຫຍ່ຈາກການຮັ່ງມີຂຶ້ນຈົນໄປຮອດຄວາມເຂັ້ມແຂງຂຶ້ນ, ພິສູດໃຫ້ເຫັນວ່າ ມີແຕ່ການຍຶດໝັ້ນ ແລະ ພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນເທົ່ານັ້ນຈິ່ງຈະສາມາດຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນໄດ້.
ແຕ່ລະປະເທດ ແລະ ແຕ່ລະຊົນຊາດມີມູນເຊື້ອປະຫວັດສາດ ພື້ນຖານວັດທະນະທຳ ແລະ ສະພາບການທີ່ແຕກຕ່າງກັນ, ເສັ້ນທາງພັດທະນາກໍຕ້ອງມີສີສັນພິເສດຂອງຕົນ. ລະບອບການເມືອງ ແລະ ເສັ້ນທາງພັດທະນາຂອງຈີນໃນປະຈຸບັນແມ່ນຄົ້ນຄວ້າມາຈາກພຶດຕິກຳ, ປະເທດອື່ນກໍຄືກັນ, ເສັ້ນທາງພັດທະນາຂອງປະເທດໜຶ່ງເໝາະສົມຫຼືບໍ່, ມີແຕ່ປະຊາຊົນຂອງປະເທດນັ້ນເທົ່ານັ້ນຈິ່ງຈະມີສິດຕີລາຄາຫຼາຍທີ່ສຸດ. ແຕ່ລະປະເທດຄວນເດີນຕາມເສັ້ນທາງພັດທະນາຂອງຕົນ, ພ້ອມທັງຖອດຖອນບົດຮຽນນຳປະເທດອື່ນ ຮ່ວມກັນຊົມໃຊ້ໝາກຜົນການພັດທະນາ. ມີແຕ່ບັນດາປະເທດຮ່ວມກັນພັດທະນາເທົ່ານັ້ນ, ໂລກຈຶ່ງຈະມີຄວາມໝັ້ນຄົງ ແລະ ການພັດທະນາໄດ້ເປັນຢ່າງດີກວ່າເກົ່າ.
ໃນຍຸກໃໝ່ຍຸກປະຈຸບັນ, ໃນຄວາມເປັນຈິງແລ້ວ ພວກເຮົາກໍຄວນກຽມພ້ອມທຸກເວລາເພື່ອຮັບມືກັບຄວາມຫຍຸ້ງຍາກລຳບາກຊະນິດຕ່າງໆ. ເວົ້າສຳລັບປະເທດຈີນແລ້ວ, ຖ້າຫາກວ່າຕ້ອງຜະເຊີນກັບຄວາມຫຍຸ້ງຍາກຕ່າງໆນານາໃນການປະຕິຮູບ, ຜະເຊີນໜ້າກັບສິ່ງລໍ້ໃຈຕ່າງໆ, ຊາວພັກກອມມູນິດ ພະນັກງານສະມາຊິກພັກຈະສາມາດທົນທານຕໍ່ສິ່ງທົດສອບ ແລະ ຄວາມທຸກທໍລະມານຕ່າງໆ, ແລະສາມາດຮັກສາອຸດົມການໄດ້ຢ່າງເດັດດ່ຽວໜຽວແໜ້ນ ຫຼືບໍ່ນັ້ນ, ມັນຈະສົ່ງຜົນສະທ້ອນທີ່ສຳຄັນຫຼາຍຕໍ່ກັບການພັດທະນາຂອງຈີນໃນອະນາຄົດ, ທັງແມ່ນສາເຫດທີ່ທ່ານສີຈິ້ນຜິງເນັ້ນໃຫ້ຍຶດໝັ້ນ “4 ຄວາມໝັ້ນໃຈ”.
ຄຳເຫັນ
0