吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສີ​ແສງ​​ແຫ່ງ​ຍຸກ: ​ ຍຶດເກາະພູຂຽວໄວ້​ບໍ່ປ່ອຍວາງ 1

2020-06-08 16:14:08 cri

 

ທ່ານ​ເຈີ້​ງປານ​ສຽວ​ໃນ​ລາຊະວົງ​ຊິ່ງມີ​ບົດ​ກະວີ​ປະກອບ​ພາບ​ບົດ​ໜຶ່ງ​ທີ່ຍົກ​ຍ້ອງ​ໄມ້ໄຜ່, ມີ​ເນື້ອ​ໃນ​ວ່າ “ຍຶດເກາະພູຂຽວໄວ້​ບໍ່ປ່ອຍວາງ.​​​​ ຝັງຮາກ ເລິກໃນຫຼືບຫີນ. ​ເຖິງ​ວ່າ​ໄດ້​ປະສົບກັບສະ​ພາບ​ທີ່​ໂຫດ​ຮ້າຍປານ​ໃດ​ກໍ​ຍັງ​ຍືນ​ຍົງ​ຄົງ​ຕົວ​ໄດ້, ຈະ​ບໍ່​ສະ​ທົບ​ສະ​ທ້ານ​ຕໍ່​ກະ​ແສ​ລົມ​ຮ້ອນ​ເຮັ່ງ ​ແລະ ໜາວ​ພິ​ລຶກ.” ເຊິ່ງບົດ​ກະວີ​ນີ້​ໄດ້ຍ້ອງ​ຍໍ​ສັນ​ລະ​ເສີນພະລັງ​ຊີວິດທີ່​ເຂັ້ມ​ແຂງ​ຂອງ​ໄມ້​ໃຜ່​ເພື່ອສະ​ແດງ​ເຖິງ​ອຸດົມ​ການ​ທີ່​ເດັດດ່ຽວ​ໜຽວ​ແໜ້ນ.

 

ທ່ານ​ສີ​ຈິ້ນ​ຜິ​ງມັກ​ບົດ​ກະວີ​ນີ້​ຫຼາຍ​ທີ່​ສຸດ, ​​ໃນ​ໄລຍະ​ທີ່​ທ່ານ​ລົງ​ພື້ນຖານ​ເພື່ອອອກ​ແຮງ​ງານ​ແລະ​ດຳ​ລົງ​ຊີ​ວິດ​ຢູ່​ບ້ານ​ຫຼຽງ​ເຈ່ຍ​ເຫີ, ​ທ່ານປະ​ທັບ​ໃຈ​ຫຼາຍ​ຕໍ່​ບົດ​ກະວີ​ນີ້, ທັງ​ມີ​ຄວາມ​ຮູ້ສຶກ​ຕໍ່​ບົດ​ກະ​ວີ​ນີ້​ຢ່າງ​ເລິກ​ເຊິ່ງ. ຕໍ່​ມາ​ໃນ​ບົດ​ຄວາມ​ໜຶ່ງ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ແປງ​ສອງ​ປະ​ໂຫຍ​ກທຳ​ອິດ​ຂອງ​ບົດ​ກະວີ​ດັ່ງກ່າວໜ້ອຍ​ໜຶ່ງ, ຄື : “​ບໍ່​ປ່ອຍ​ປະ​ການ​ລົງຮາກຖານ, ຝັງ​ຮາກ​​ສ້າງ​ພື້ນ​ຖານ​ທ່າມກາງ​ປະຊາຊົນ”, ​ເຊິ່ງ​ໄດ້​ສະ​ແດງ​ເຖິງ​ອຸດົມ​ການ ​ແລະ ​ຄວາມ​ເຊື່ອ​ໝັ້ນ​ໃນ​ການໃກ້​ຊິດ​ຕິດ​ແທດ​ກັບ​ປະຊາຊົນ,​ແລະ​ຮັບ​ໃຊ້​ປະຊາຊົນ​ຢ່າງ​ສຸດ​ອົກ​ສຸດ​ໃຈ.

 

ທ່ານ​ສີ​ຈິ້ນ​ຜິ​ງ​ເຄີຍ​ປະກອບ​ຄຳ​ເຫັນ​ສຳຄັນ​ກ່ຽວ​ກັບ​ອຸດົມ​ການ. ​ໃນ​ຄຳ​ເຫັນ​ເຫຼົ່າ​ນີ້​ກໍ​ເຄີຍ​ໃຊ້​ສຳ​ນວນ​ອະມະຕະ​ບູຮານ​ຫຼາຍ​ອັນ.

 

图片默认标题_fororder_咬定青山1b

 

图片默认标题_fororder_咬定青山1a

 

​ໃນ​ພິທີ​ລະນຶກ​​ໄຊ​ຊະ​ນະ​ຂອງການ​ເຄື່ອນ​ທັບ​ທາງ​ໄກ​ຂອງ​ກອງທັບ​ແດງ​ ຄົບຮອບ 80 ປີ ທີ່​ຈັດ​ຂຶ້ນ​ໃນ​ເດືອນ​ຕຸລາ​ປີ 2016, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ເວົ້າ​ເຖິງ​ເລື່ອງ​ອະດີດ​ເລື່ອງ​ໜຶ່ງ

 

​ໃນ​ພິທີ​ລະນຶກ​​ໄຊ​ຊະ​ນະ​ຂອງການ​ເຄື່ອນ​ທັບ​ທາງ​ໄກ​ຂອງ​ກອງທັບ​ແດງ​ ຄົບຮອບ 80 ປີ ທີ່​ຈັດ​ຂຶ້ນ​ໃນ​ເດືອນ​ຕຸລາ​ປີ 2016, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ເວົ້າ​ເຖິງ​ເລື່ອງ​ອະດີດ​ເລື່ອງ​ໜຶ່ງ. ​ໃນ​ການ​ເຄື່ອນທັບ​ທາງ​ໄກ, ຢູ່​ບ້ານ​ຊ່າ​ໂຈ່​ເມືອງ​ຢູ​ເສີງ​ແຂວງ​ຫູ​ນານ, ມີ​ທະຫານ​​ເພດ​ຍິງ​3 ຄົນ​ຂອງກອງທັບ​ແດງ​ໄດ້​ໄປ​ພັກ​ຢູ່​ໃນ​ເຮືອນ​ຂອງ​ແມ່​ເຖົ້າ​ຄົນ​ໜຶ່ງ. ​ແມ່​ເຖົ້າ​ຜູ້​​ນີ້​ຊື່​ວ່າ  ສີ​ເຈ​ຊິ້ວ, ​ໃນ​ເວລາອຳ​ລາ, ທະຫານ​ເພດ​ຍິງ 3 ຄົນ​ນີ້​ໄດ້​ເຫັນ​ວ່າ​ແມ່ເຖົ້າ​ຜູ້​ນີ້​ທຸກ​ຍາກ​ລຳບາກ​ຫຼາຍ, ກໍ​ໄດ້​ຕັດ​ຜ້າ​ຫົ່ມ​​ເຄິ່ງໜຶ່ງ​ຂອງ​ຕົນໃຫ້ແມ່ເຖົ້າ​ເພື່ອ​ສະ​ແດງ​ຄວາມ​ຂອບ​ໃຈ. ​ຈາກ​ນັ້ນ​ແມ່​​ເຖົ້າຈຶ່ງ​ຖາມ​ວ່າ: ພັກ​ກອມ​ມູນິດ​ແມ່ນ​ຫຍັງ? ທະຫານ​ເພດ​ຍິງ​ຕອບ​ວ່າ, ຊາວ​ພັກ​ກອມ​ມູນິດ​ ​ກໍ​ແມ່ນ​ຜູ້​ທີ່​ມີ​ຜ້າ​ຫົ່ມ​​ພຽງຜືນດຽວກໍ​ຈະ​ຕັດ​​ແບ່ງ​ໃຫ້​ປະຊາຊົນ​ເຄິ່ງ​ໜຶ່ງ.

 

ການ​ຮັກສາ​ອຸດົມ​ການ​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ, ຍຶດໝັ້ນ​ເປົ້າ​ໝາຍ​ທາງ​ຈິດ​ໃຈ, ​ແມ່ນ​ພື້ນຖານ​ທີ່​​ຍືນ​ຍົງ​ຄົງ​ຕົວ​ຂອງ​ຊາວ​ພັກ​ກອມ​ມູນິດ​ຈີນ. ກໍ​ເປັນ​ຍ້ອນມີ​ອຸດົມ​ການ​ແນວ​ນີ້, ພັກ​ກອມ​ມູນິດ​ຈີນ​ຈຶ່ງ​ໄດ້ບຸກ​ໜ້າຕໍ່​ສູ້,​​ຄົນ​ໜຶ່ງ​ລົ້ມ​ລົງ,ອີກ​ຄົນ​ໜຶ່ງ​ຂຶ້ນ​ແທນ​ດ້ວຍ​ຄວາມ​ອົງ​ອາດ​ກ້າ​ຫານ​ແລະ​ບໍ່​ຍອມ​ຈຳ​ນົນໃນ​ສະ​ໄໝ​​ເຮັດ​ການປະຕິວັດ; ຈຶ່ງ​ໄດ້​ສູ້​ຊົນ​ຢ່າງ​ທໍລະ​ຫົດ​ອົດທົນ ​ແລະ​ເຕັມ ໄປ​ດ້ວຍ​ຄວາມ​ກະຕືລື​ລົ້ນ​ໃນ​ສະ​ໄໝ​ ສ້າງສາພັດ​ທະ​ນາ​ປະ​ເທດ​ຊາດ; ຈຶ່ງກ້າ​ເຮັດ​ກ້າ​ລົງ​ມື​​ກ່ອນ​ໝູ່ໃນ​ຍຸກ​ສະ​ໄໝ​​ຂອງ​ການ​ປະຕິ​ຮູບ ​ແລະ ​ເປີດ​ປະຕູ​ສູ່​ພາຍ​ນອກ. ກໍ​ເປັນ​ຍ້ອນ​ວ່າ​ມີ​ອຸດົມ​ການ​ແນວ​ນີ້, ພັກ​ກອມ​ມູນິດ​ຈີນ​ຈຶ່ງ​ສາ​ມາດ​ປະ​ສົບ​ຜົນ​ສຳ​ເລັດ“ຈາກ​ໄຊຊະນະນີ້ສູ່​ໄຊຊະນະໃໝ່”,ແລະ​ໄດ້​ຮັບ​ການສະໜັບສະໜູນ​ຈາກ​ປະຊາຊົນ​ອັນ​ໄພສານ.

 

​ເປັນ​ຫຍັງ​ພວກ​ເຮົາ​ຕ້ອງ​ມີ​ອຸດົມ​ການ? ຄວາມ​ສຳຄັນ​ຂອງ​ອຸດົມ​ການສະ​ແດງ​ອອກ​ຢູ່​ບ່ອນ​ໃດ?

 

ທ່ານ​ສີ​ຈິ້ນ​ຜິ​ງມີ​ຄຳ​ເຫັນ​ທີ່​ໜ້າ​ປະ​ທັບ​ໃຈ​ກ່ຽວ​ກັບ​ເລຶ່ອງນີ້. ທ່ານ​ກ່າວ​ວ່າ:

 

ອຸດົມ​ການ​ກໍ​ແມ່ນ​ທິດ​ທາງ​ຄວາມ​ມຸ່ງ​ຫວັງ​ຂອງຄົນ. ຄົນ​ບູຮານ​ກ່າວ​ວ່າ: ​ເມື່ອ​ມີ​ອຸດົມ​ການ,​ຈະ​ສາ​ມາດ​ໄປ​ເຖິງ​​ແດນ​ໄກ​ທີ່​ໄຮ້​ຂອບ​ເຂດ, ສຸດ​ຈອມ​ພູ​ສູງ ສຸດ​ຂອບທະ​ເລ ​ກໍ​ບໍ່​ສາ​ມາດ​ກັ້ນ​ຂວາງ​ໄດ້. ຂໍ​ພຽງ​ແຕ່​​ມີ​ອຸດົມ​ການ​ທີ່​ສູງ​ສົ່ງ, ​ເຖິງ​ຈະ​ເປັນ​ສິ່ງ​ແຂງ​​ແກ່ນ​ປານ​ໃດ​ກໍ​ຈະ​ສາ​ມາດ​ທະລຸ​ໄດ້, ​ເຖິງ​ຈະ​ມີ​​ກອງ​ທັບ​ທີ່​ເກັ່ງ​ກ້າປານ​ໃດ​ກໍ​ປ້ອງ​ກັນ​ບໍ່​​ໄຫວ. ​ເຊິ່ງມີ​ຄວາມ​ໝາຍວ່າ, ຜູ້​ທີ່​ມີ​ອຸດົມ​ການ​ສູງ​ສົ່ງ, ​ເຖິງ​ຈະ​ເປັນ​ແດນ​ໄກ​ປ​ານ​ໃດກໍ​​ຈະສາມາດ​ໄປ​ເຖິງ, ​ບໍ່​ວ່າ​ຈະ​ເປັນ​ສິ່ງ​​ແຂງ​ແກ່ນ​ປານ​ໃດ​ກໍ​​ສາ​ມາດທະລຸ​ໄດ້. ​ໃນ ​ປະຫວັດສາດ​ສະ​ໄໝ​ຕ່າງໆ ​ເຊັ່ນ ການ​ປະຕິວັດ, ການ​ສ້າງສາ​ປະ​ເທດ​ຊາດ ​ແລະ ການ​ປະຕິ​ຮູບ​, ມີ​ສະມາຊິກ​ພັກ​ກອມ​ມູນິດ​ນັບ​ບໍ່​ຖ້ວນ​ໄດ້​ເສຍສະຫຼະຊີວິດ​ຢ່າງ​ກ້າຫານ​ເພື່ອ​ພາລະກິດ​ຂອງ​ພັກ​ແລະ​ປະຊາຊົນ, ​ເຊິ່ງສິ່ງ​ທີ່​ກະ​ຕຸ້ນຈິດ​ໃຈ​ຂອງ​ເຂົາ​ເຈົ້າ​ກໍ​ແມ່ນ “ອຸດົມ​ການ​ປະຕິວັດ​ຢູ່​ເໜືອ​ທຸກ​ສິ່ງ​ຢ່າງ”.

 

ສຳ​ນວນ​ດັ່ງ​ກ່າວແມ່ນ​ຄຳ​ເຫັນ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງທີ່​ກ່າວ​ໃນ​ກອງ​ປະຊຸມ​ວຽກ​ງານ​ການຈັດ​ຕັ້ງ​ທົ່ວ​ປະ​ເທດ​ເມື່ອ​ວັນ​ທີ 28 ມິຖຸນາ​ປີ 2013. ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ນີ້​ລ້ວນ​ແຕ່​ແມ່ນ​ພະນັກງານ​​ການຈັດ​ຕັ້ງ, ​ແມ່ນ​ຜູ້​ສຳຄັນ​ໃນ​ຕຳ​ແໜ່​ງ​ວຽກ​ງານ​ສ​ະ​ເພາະ​ຄັດ​ເລືອກ ​ແລະ ​ສັບ​ຊ້ອນ​​ພະ​ນັກ​ງານ. ​ໃນ​ການ​​ປະ​ກອບ​ຄຳ​ເຫັນ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ເນັ້ນ​ເຖິງ​ຄວາມ​ສຳຄັນຂອງ​ອຸດົມ​ການ​ເປັນ​ພິ​ເສດ, ທັງ​ໄດ້​ໃຊ້ປະ​ໂຫຍ​ກໜຶ່ງ​ໃນ​ຕຳລາ​ອະມະຕະ, ຄື: “​ເມື່ອ​ມີ​ອຸດົມ​ການ,​ຈະ​ສາ​ມາດ​ໄປ​ເຖິງ​​ແດນ​ໄກ​ທີ່​ໄຮ້​ຂອບ​ເຂດ, ສຸດ​ຈອມ​ພູ​ສູງ ສຸດ​ຂອບທະ​ເລ ​ກໍ​ບໍ່​ສາ​ມາດກັ້ນ​ຂວາງ​ໄດ້. ຂໍ​ພຽງ​ແຕ່​​ມີ​ອຸດົມ​ການ​ທີ່​ສູງ​ສົ່ງ, ​ເຖິງ​ຈະ​ເປັນ​ສິ່ງ​ແຂງ​​ແກ່ນ​ປານ​ໃດ​ກໍ​ຈະ​ສາ​ມາດ​ທະລຸ​ໄດ້, ​ເຖິງ​ຈະ​ມີ​​ກອງ​ທັບ​ທີ່​ເກັ່ງ​ກ້າປານ​ໃດ​ກໍ​ປ້ອງ​ກັນ​ບໍ່​​ໄຫວ.” , ​ເຊິ່ງ​ເຄົ້າ​ມາ​ຈາກ​ປື້​ມ “​ເກີ​ຢຽນລຽນ​ປີ້” ປື້​ມລວບ​ລວມຄະຕິ​ເຕືອນ​ໃຈທີ່​ຮຽບຮຽງ​ໂດຍທ່ານ​ຈິ່ນຢິ່ງ ນັກປາດໃນ​ລາຊະວົງ​ຊິ່ງ. ​ເປັນ​ຫຍັງ​ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ນຳ​ໃຊ້​ຄະຕິ​ເຕືອນ​ໃຈ​ປະ​ໂຫຍ​ກນີ້? ​ໃນ​ຄວາມ​ເປັນ​ຈິງ​ແລ້ວ, ທ່ານ​ສີ​ຈິ້ນ​ຜິ​ງ​ຢາກ​ບັນຍາຍ​ເຖິງ​ການ​ຕັ້ງ​ອຸດົມ​ການ​ທີ່​ສູງ​ສົ່ງ.

 

ຄົນ​ຈີນ​ມັກ​ເວົ້າ​ເລື້ອຍໆ​ວ່າ ​ການຕັ້ງ​ອຸດົມ​ການ​ທີ່​ສູງ​ສົ່ງກວ້າງ​ໄກ, ​ອຸ​ດົມ​ການຈະ​ສູງ​ສົ່ງ ​ແລະ ກວ້າງ​ໄກ ​ຮອດ​ລະດັບ​ໃດ?ອີງ​ຕາມ​ຄວາມ​ເວົ້າ​ໃນ​ປື້​ມ  “​ເກີ​ຢຽນລຽນ​ປີ້”, ​​ແມ່ນ​ເວົ້າ​ວ່າ “ອູ​ຢວນ ຟູ​ເຈ້”, ນີ້​ແມ່ນ​ສຳນວນ​ໜຶ່ງ,​ສ່ວນຫຼາຍ​ຈະ​ຂຽນ​ເປັນ “ອູ​ຢວນ​ຟູ​ເຈ້” ​ເຄົ້າ​​ເດີມມາ​ຈາກ ປື້​ມ“ຊ້າງ​ຊູ່”, ​ເຊິ່ງຕົ້ນ​ສະບັບ​ໃນ​ປື້​ມ “ຊ້າງ​ຊູ່” ລະບຸ​ໄວ້​ວ່າ “​ເວີຍ​ເຕີ​ຕົ້ງທ່ຽນ ອູ​ຢວນຟູ​ເຈ້.” ໝາຍ​ຄວາມ​ວ່າ ມີ​ແຕ່​ຄຸນສົມບັດ​​ເທົ່າ​ນັ້ນ​​ຈຶ່ງ​ຈະສາມາດ​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ຟ້າ ​ແລະ​ດິນ​ໄດ້, ບໍ່​ມີ​ບ່ອນ​ໃດ ທີ່​ຄຸນສົມບັດ​ທີ່​ສູງ​ສົ່ງ​ຈະ​ບໍ່​ສາ​ມາດ​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ໄດ້. ​ແຕ່​ໃນ​ຄວາມ​ເປັນ​ຈິງ​ແລ້ວ, ບໍ່​ແມ່ນແຕ່​ຄຸນສົມບັດ​ສູງ​ສົ່ງ​ເທົ່າ​ນັ້ນ, ອຸດົມ​ການ​ທີ່​ສູງ​ສົ່ງ​ກໍ​ມີ​ກຳລັງ​ແບບ​ນີ້​ເຊັ່ນ​ກັນ. ອຸດົມ​ການ​​ຈະ​ສາມາດ​ໄປ​ຮອດ​ບ່ອນ​ທີ່​ສູງ​ສົ່ງ​ກວ້າງ​ໄກ​ຊໍ່າ​ໃດ? ​ໃນ​ປື້​ມ “​ເກີ​ຢຽນລຽນ​ປີ້” ​ໄດ້​ໃຊ້​ຄຳ​ປຽບທຽບ​ວ່າ ສຸດ​ຈອມ​ພູສູງ ​ແລະ ​ສຸດ​ຂອບທະ​ເລ​ທີ່​ກວ້າງ​ໄກ. ກໍ​ໝາຍ​ຄວາມ​ວ່າ, ຄົນໆ​ໜຶ່ງ​ສາມາດ​ມີ​ອຸດົມ​ການ​ທີ່​ສູງ​ກວ່າ​ພູ ​ແລະ ກວ້າງ​ກວ່າ​ທະ​ເລ.

 

ສຳລັບ​ປ​ະ​ໂຫຍ​ກທີ່​ວ່າ “ຂໍ​ພຽງ​ແຕ່​​ມີ​ອຸດົມ​ການ​ທີ່​ສູງ​ສົ່ງ, ​ເຖິງ​ຈະ​ເປັນ​ສິ່ງ​ແຂງ​​ແກ່ນ​ປານ​ໃດ​ກໍ​ຈະ​ສາ​ມາດ​ທະລຸ​ໄດ້,” ນີ້​ໄດ້​ເວົ້າ​ເຖິງ​ຄວາມ​ເຂັ້ມ​ແຂງ​ຂອງ​ອຸດົມ​ການ. ​​ໃນ​ພາສາ​ຈີນ​ເວົ້າວ່າ “ຈື້ຈື່​ໂຊ​ຊ້ຽງ ອູ​ຈ່ຽນປູ​ຢູ້”. ​ໃນ​ນີ້, “ອູ​ຈ່ຽນປູ​ຢູ້” ກໍ​ແມ່ນ​ສຳນວນ​ໜຶ່ງ, ​ແຕ່​ຄົນ​ຈີນ​ສ່ວນຫຼາຍ​ຈະ​ເວົ້າ​ເປັນ​ຄຳ​​ວ່າ “ອູ​ຈ່ຽນປູ້​ຊຸ່ຍ”, ໝາຍ​ຄວາມ​ວ່າ ມີ​ກຳລັງ​ເຂັ້ມ​ແຂງ​ທີ່​ສຸດ, ​ເຖິງ​ຈະ​ແມ່ນ​ສິ່ງ​ແຂງ​ແກ່ນ​ປານ​ໃດ​ກໍ​ສາມາດ​ທຳລາຍ​ໄດ້. ​ ​ໃນ​ປື້​ມ “​ເກີ​ຢຽນລຽນ​ປີ້” ​ໄດ້​ໃຊ້​ຄຳ​ປຽບທຽບ​ມາ​ພັນ​ລະ​ນາ​ຄວາມ​ເຂັ້ມ​ແຂງ​ຂອງ​ອຸດົມ​ການ ຄື ​ທະ​ຫານທີ່​ເກັ່ງ​ກ້າ ​ແລະ ​ເສື້ອ​ຫຸ້ມ​ເກາະ​ທີ່​ແຂງ​ແກ່ນ, ເພື່ອ​ປຽບ​ທຽບ​ກອງ​ທັບ​ທີ່​ເກັ່ງ​ກ້າ​ມີອາ​ວຸ​ດຍຸ​ໂທ​ປະ​ກອນ​ທີ່​ດີ ​ເຊິ່ງໝາຍ​ຄວາມ​ວ່າ, ບໍ່​ມີ​ກຳລັງ​ແຂງ​ແກ່ນ​​ໃດໆ ສາມາດ​ປ້ອງ​ກັນ​ກຳລັງ​​ແຮງ​ຂອງ​ອຸດົມ​ການ​ໄດ້.

 

​ເປັນ​ຫຍັງ​ອຸດົມ​ການ​ມີ​ກຳລັງ​ຍິ່ງ​ໃຫຍ່​ປານ​ນີ້? ນີ້​ກໍ​ເປັນ​ເຫດຜົນ​ແບບ​ງ່າຍໆ, ​ເພາະວ່າ​ເວົ້າ​ແບບ​ກວມ​ລວມ​ແລ້ວ​ແມ່ນອຸດົມ​ການ, ​ແຕ່​ເວົ້າ​ແບບ​ເຈາະ​ຈົງແລ້ວ​ແມ່ນ “​ເປົ້າ​ໝາຍ”. ຄົນໆ​ໜຶ່ງ​ມີ​ອຸດົມ​ການ​ ​ແລະ​ເປົ້າໝາຍ​ທີ່​ເດັດ​ດ່ຽວ​ແລ້ວ, ຈຶ່ງ​ຈະ​ມີ​ຄວາມ​ຕັດສິນ​ໃຈ ​ແລະ ຄວາມ​ກ້າຫານ, ຈຶ່ງ​ສາມາດ​ສຳ​ເລັດ​ໜ້າ​ທີ່​ທີ່​ຄົນ​ທຳ​ມະ​ດາ​ຮູ້ສຶກ​ງຶດ​ງໍ້​ອັດສະຈັນ.

ຄຳ​ເຫັນ

0