ຄົນໆໜຶ່ງມີອຸດົມການ ແລະ ເປົ້າໝາຍແລ້ວ, ຈຶ່ງຈະມີຄວາມຕັດສິນໃຈ ແລະ ຄວາມກ້າຫານ, ຈຶ່ງຈະສາມາດເຮັດສຳເລັດໜ້າທີ່ທີ່ຄົນທຳມະດາຮູ້ສຶກງຶດງໍ້ ອັດສະຈັນ.
ຍົກຕົວຢ່າງວ່າ,ໃນຕຳລາ “ໂຮ້ຮັ້ນຊູ່ ເລື່ອງເກີງເຢນ”ໄດ້ເວົ້າເຖິງເລື່ອງລາວຂອງນາຍພົນຜູ້ໜຶ່ງທີ່ມີຊື່ວ່າ ເກີງເຢນ. ໃນຕອນທີ່ເກີດຄວາມວຸ້ນວາຍເມື່ອຕອນທ້າຍລາຊະວົງຮັ້ນຕາເວັນຕົກ (ກ່ອນຄສ 202 - ຄສ 8), ເກີງເຢນມີອາຍຸໄດ້ 21 ປີ. ລາວໄປເຂົ້າຮ່ວມກອງທັບຂອງລິວຊິ້ວ(ຕໍ່ມາໄດ້ຄອງລາຊະບັນລັງເປັນເຈົ້າຊີວິດອົງທຳອິດຂອງລາຊະວົງຮັ້ນຕາເວັນອອກ)ຢູ່ເມືອງນານຢາງ. ເກີງເຢນໄດ້ຊັກຊວນລິວຊິ້ວວ່າ, ພວກເຮົາໄປຍຶດດິນແດນເຫີເປີຍຄືນ, ແລ້ວເຄື່ອນທັບຈາກເຫີເປີຍໄປຍຶດຄອງສ່ານຕົ່ງ, ຫຼັງຈາກນັ້ນພວກເຮົາກໍສາມາດຍຶດຄອງດິນແດນທົ່ວປະເທດໄດ້ທັງໝົດ. ໃນຕອນນັ້ນ, ກອງທັບຂອງລິວຊິ້ວເປັນກອງກຳລັງທະຫານກຸ່ມນ້ອຍໆເທົ່ານັ້ນ, ສຳລັບເກີງເຢນກໍເປັນຜູ້ບ່າວທີ່ບໍ່ຄ່ອຍມີຄົນຮູ້ຈັກພໍປານໃດ, ສະນັ້ນໃຜໆກໍຄິດວ່າ ລາວເວົ້າໂມ້ເກີນໄປ, ບໍ່ອາດສາມາດບັນລຸຜົນເປັນຈິງໄດ້. ແຕ່ວ່າ, ເກີງເຢນມີອຸດົມການໜັກແໜ້ນ, ທັງມີຄວາມກ້າຫານຢ່າງສູງທີ່ບໍ່ຢ້ານຕໍ່ຄວາມຕາຍ. ໃນບັ້ນຮົບເທື່ອໜຶ່ງຢູ່ສ່ານຕົ່ງ, ຂາຂອງເກີງເຢນຖືກລູກສອນຂອງສັດຕູ, ແຕ່ລາວກໍຖອດດາບອອກມາທັນທີແລ້ວຟັນຫົວລູກສອນຈົນຂາດ ແລ້ວສືບຕໍ່ສູ້ຮົບ. ກໍເປັນຍ້ອນວ່າມີຄວາມອົງອາດກ້າຫານທີ່ບໍ່ຢ້ານຕໍ່ຄວາມຕາຍ, ເກີງເຢນໄດ້ກາຍເປັນນາຍພົນທີ່ໄດ້ຮັບໄຊຊະນະຢູ່ສະເໝີ. ສຳລັບເປົ້າໝາຍທີ່ຍຶດເຫີເປີຍ ແລະ ຍຶດຄອງສ່ານຕົ່ງນັ້ນລ້ວນແຕ່ໄດ້ບັນລຸຜົນເປັນຈິງ. ສະນັ້ນ ລິວຊິ້ວຈຶ່ງໄດ້ຍ້ອງ ເກີງເຢນວ່າ, “ຜູ້ມີອຸດົມການ ຈະສາມາດເຮັດສຳເລັດພາລະກິດໄດ້ແນ່ນອນ.”
ໃນຄວາມເປັນຈິງແລ້ວ, ນອກຈາກເກີງເຢນແລ້ວ, ໃນປະຫວັດສາດຂອງຈີນຍັງມີຜູ້ມີອຸດົມການທີ່ສູງສົ່ງແບບນີ້ຢູ່ຢ່າງຫຼວງຫຼາຍ. ຄົນເຫຼົ່ານີ້ສາມາດເຮັດສຳເລັດພາລະກິດທີ່ຄົນທຳມະດາບໍ່ສາມາດເຮັດໄດ້, ກໍເປັນຍ້ອນວ່າມີແຮງຊຸກດັນຈາກອຸດົມການທີ່ເດັດດ່ຽວໜຽວແໜ້ນ.
ທ່ານສີຈິ້ນຜິງເຄີຍຍົກເອົາຄະຕິເຕືອນໃຈບູຮານທີ່ວ່າ “ເມື່ອມີອຸດົມການ,ຈະສາມາດໄປເຖິງແດນໄກທີ່ໄຮ້ຂອບເຂດ, ສຸດຈອມພູ ສຸດຂອບທະເລ ກໍບໍ່ສາມາດກັ້ນຂວາງໄດ້. ຂໍພຽງແຕ່ມີອຸດົມການທີ່ສູງສົ່ງ, ເຖິງຈະເປັນສິ່ງແຂງແກ່ນປານໃດກໍຈະສາມາດທະລຸໄດ້, ເຖິງຈະມີກອງທັບທີ່ເກັ່ງກ້າປານໃດກໍປ້ອງກັນບໍ່ໄຫວ.”ປະໂຫຍກນີ້ກໍໄດ້ເວົ້າເຖິງບັນຫາການມີອຸດົມການທີ່ສູງສົ່ງກວ້າງໄກ. ບໍ່ວ່າຢູ່ໃນສະໄໝສົງຄາມປະຕິວັດ, ຫຼືໃນສະໄໝການປະຕິຮູບ ແລະ ສ້າງສາພັດທະນາປະເທດຊາດ, ຄົນຕ້ອງມີອຸດົມການ, ປຸກລະດົມຈິດໃຈສູ້ຊົນຢ່າງກ້າຫານ, ຊີວິດຂອງພວກເຮົາຈຶ່ງຈະ ສາມາດໄປເຖິງແດນໄກທີ່ໄຮ້ຂອບເຂດ ແລະ ສາມາດຜ່ານຜ່າອຸປະສັກທຸກຢ່າງໄດ້.
ອຸດົມການທີ່ເດັດດ່ຽວໜຽວແໜ້ນມີຄວາມສຳຄັນຫຼາຍ, ຄັນຊັ້ນ ພວກເຮົາຄວນມີອຸດົມການແນວໃດ? ກ່ຽວກັບເລື່ອງນີ້, ທ່ານສີຈິ້ນຜິງກ່າວວ່າ:
“ວັດທະນະທຳອັນເປັນມູນເຊື້ອຂອງຈີນມີຄວາມເລິກເຊິ່ງກວ້າງຂວາງ, ການຮໍ່າຮຽນ ແລະ ຮັບຮູ້ ສິ່ງຍອດຍິ່ງຂອງແນວຄິດຕ່າງໆມີຜົນດີຫຼາຍຕໍ່ການສ້າງໂລກາທັດ ຊີວະທັດ ແລະ ຄ່ານິຍົມທີ່ຖືກຕ້ອງ. ຄົນບູຮານເວົ້າເຖິງ ອຸດົມການທາງການເມືອງທີ່ “ທຸກໃຈກ່ອນປະຊາຊົນແລະສຸກໃຈຕາມຫຼັງປະຊາຊົນ..” ຈິດໃຈຕອບບຸນແທນຄຸນຕໍ່ປະເທດຊາດຄື “ເຖິງຈະມີຖານະຕ່ຳຕ້ອຍກໍບໍ່ເຄີຍປະຖິ້ມຄວາມເປັນຫ່ວງຊາດ” “ຂໍພຽງແຕ່ເປັນປະໂຫຍດຕໍ່ຊາດ ແມ່ນແຕ່ຊີວິດກໍບໍ່ເສຍດາຍ, ຈະບໍ່ເປັນຄົນເຫັນໂຊກແລ່ນໃສ່ເຫັນໄພແລ່ນໜີ” ຈິດໃຈຊື່ສັດສຸດຈະລິດ ຄື “ຄວາມຮັ່ງມີ ແລະ ຕຳແໜ່ງສູງກໍບໍ່ສາມາດເຮັດໃຫ້ເສຍທາດຂາດຄຸນໄດ້, ໃນຍາມທຸກຍາກກໍຍັງໜັກແໜ້ນບໍ່ ຫວັ່ນໄຫວຄອນແຄນ, ອິດທິພົນ ແລະອຳນາດໃດໆກໍບໍ່ສາມາດບັງຄັບໃຫ້ຈຳນົນໄດ້” ຈິດໃຈອຸທິດຕົນທີ່ “ນັບແຕ່ໃດໆມາ ມີມື້ໜຶ່ງທຸກຄົນກໍຕ້ອງຕາຍ, ເມື່ອມື້ນັ້ນມາເຖິງ,ກໍຫວັງວ່າຄວາມຈົງຮັກພັກດີຂອງຂ້ອຍຈະຖືກຈາລຶກໄວ້ໃນປະຫວັດສາດ” “ເຮັດວຽກຢ່າງໝົດຈິດໝົດໃຈຈົນເຖິງມື້ທີ່ໝົດລົມຫາຍໃຈ”, ນີ້ລ້ວນແຕ່ໄດ້ສະແດງໃຫ້ເຫັນເຖິງວັດທະນະທຳອັນເປັນມູນເຊື້ອທີ່ດີງາມ ແລະ ຈິດໃຈຊົນຊາດຂອງປະຊາຊາດຈີນ. ພວກເຮົາຄວນສືບທອດ ແລະ ເສີມຂະຫຍາຍໃຫ້ດີ.”
ທ່ານສີຈິ້ນຜິງກ່າວຕໍ່ພະນັກງານສະມາຊິກພັກໃນໂຮງຮຽນພັກສູນກາງໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງໂຮງຮຽນພັກສູນກາງຄົບຮອບ 80 ປີ ທັງເປັນພິທີເປີດສົກຮຽນໃໝ່ໃນລະດູໃບໄມ້ປົ່ງ ໃນວັນທີ 1 ມີນາປີ 2013
ສຳນວນດັ່ງກ່າວແມ່ນຄວາມເຫັນຂອງທ່ານສີຈິ້ນຜິງທີ່ກ່າວຕໍ່ພະນັກງານສະມາຊິກພັກໃນໂຮງຮຽນພັກສູນກາງໃນພິທີສະເຫຼີມສະຫຼອງວັນສ້າງຕັ້ງໂຮງຮຽນພັກສູນກາງຄົບຮອບ 80 ປີ ທັງເປັນພິທີເປີດສົກຮຽນໃໝ່ໃນລະດູໃບໄມ້ປົ່ງ ໃນວັນທີ 1 ມີນາປີ 2013. ທ່ານສີຈິ້ນຜິງໄດ້ຮຽກຮ້ອງໃຫ້ທົ່ວພັກຈົງຮັກສາອຸດົມການຢ່າງເດັດດ່ຽວໜຽວແໜ້ນ, ແລະມີອຸດົມການທີ່ສູງສົ່ງ, ທ່ານສີຈິ້ນຜິງໃຫ້ຄວາມສຳຄັນເປັນພິເສດຕໍ່ພະນັກງານສະມາຊິກພັກເພື່ອໃຫ້ມີອຸດົມການທີ່ເດັດດ່ຽວໜຽວແໜ້ນ. ໃນຄຳເຫັນຕອນນີ້, ເມື່ອເວົ້າເຖິງວ່າຄວນມີອຸດົມການແບບໃດ, ທ່ານສີຈິ້ນຜິງໄດ້ໃຊ້ບົດກອນ ຫຼື ຄະຕິເຕືອນໃຈອະມະຕະຫຼາຍປະໂຫຍກ, ໃນນັ້ນມີຫຼາຍສຳນວນທີ່ຊາວຈີນຮັບຮູ້ທົ່ວໄປ.
ໃນນັ້ນມີຄຳວ່າ: “ເຖິງຈະມີຖານະຕ່ຳຕ້ອຍກໍບໍ່ເຄີຍປະຖິ້ມຄວາມເປັນຫ່ວງຊາດ, ນີ້ແມ່ນປະໂຫຍກໜຶ່ງທີ່ເຄົ້າເດີມມາຈາກບົດກະວີ “ປິ້ງຊີຊູ່ຮວຍ”ທີ່ແຕ່ງໂດຍທ່ານລູ້ໂຢວ ນັກກະວີຮັກຊາດໃນລາຊະວົງຊົ້ງໃຕ້.
ທ່ານລູ້ໂຢວແມ່ນຜູ້ຮັກຊາດ, ເກີດໃນໄລຍະທີ່ລາຊະວົງຊົ້ງໃຕ້ ແລະ ລາຊະວົງຈິ່ນເປັນປໍລະປັກກັນ, ໃນຕະຫຼອດຊີວິດເພິ່ນໄດ້ປາຖະໜາກອບກກູ້ດິນແດນທີ່ຖືກສັດຕູຍຶດຄອງກັບຄືນ. ແຕ່ວ່າ ໃນເວລານັ້ນ, ອຳນາດການປົກຄອງຂອງລາຊະວົງຊົ້ງໃຕ້ບໍ່ມີຄວາມກ້າຫານ ແລະ ບໍ່ມີກຳລັງພຽງພໍທີ່ຈະຂຶ້ນເໜືອເພື່ອຕໍ່ສູ້ກັບລາຊະວົງຈິ່ນ,ສະນັ້ນທ່ານລູ້ໂຢວຈຶ່ງໄດ້ເປັນເຈົ້າການຂານອາສາໄປສູ້ກັບສັດຕູ,ແຕ່ບໍ່ເປັນທີ່ຍອມຮັບຂອງລາຊະ ສຳນັກຊົ້ງ, ສະນັ້ນກໍຈຶ່ງຖືກຫຼຸດຊັ້ນຕຳແໜ່ງເລື້ອຍໆ. ບົດກະວີ “ປິ້ງຊີຊູ່ຮວຍ” ບົດນີ້, ກໍແມ່ນຜົນງານຂອງລູ້ໂຢວຫຼັງຈາກການຖືກຫຼຸດຕຳແໜ່ງເທື່ອໜຶ່ງ.
ເມື່ອຖືກຫຼຸດຊັ້ນຕຳແໜ່ງເທື່ອໜຶ່ງແລ້ວ, ທ່ານລູ້ໂຢວກໍໄດ້ປ່ອຍໜັກ, ທ່ານລູ້ໂຢວຮູ້ສຶກເປັນທຸກໃຈຫຼາຍ. ແຕ່ວ່າເພິ່ນບໍ່ໄດ້ເປັນທຸກໃຈນຳອະນາຄົດຂອງຕົນ, ແຕ່ຫາກທຸກໃຈນຳເລື່ອງກອບກູ້ຊາດຄືນມາ. ນີ້ບໍ່ແມ່ນເລື່ອງສະແດງຈິດໃຈແບບທົ່ວໄປ, ແຕ່ເປັນຄວາມເອົາໃຈໃສ່ຕໍ່ຊາຕາກຳ ແລະ ອະນາຄົດຂອງປະເທດ ແລະ ຊົນຊາດ. ລູ້ໂຢວບໍ່ແມ່ນເຈົ້າຊີວິດ, ທັງບໍ່ແມ່ນອັກຄະມະຫາເສນາບໍດີ. ເວົ້າສຳລັບສະພາບແວດລ້ອມທາງການເມືອງໃນຕອນນັ້ນ, ລູ້ໂຢວແມ່ນເຈົ້າໜ້າທີ່ທີ່ຖືກລົງໂທດ, ທັງແມ່ນຜູ້ທີ່ບໍ່ມີສິດອຳນາດຫຍັງ ແລະບໍ່ມີຄວາມສາມາດທີ່ຈະປ່ຽນແປງສະພາບການໄດ້. ແຕ່ວ່າ, ເພິ່ນຍັງຍຶດໝັ້ນໃນການສຸມທຸກຄວາມພະຍາຍາມເພື່ອບັນລຸເປົ້າໝາຍທີ່ຍັງບໍ່ທັນໄດ້ເຮັດສຳເລັດ, ຄືຄຳກອນໄດ້ກ່າວໄວ້ວ່າ “ເຖິງຈະມີຖານະຕ່ຳຕ້ອຍກໍບໍ່ເຄີຍປະຖິ້ມຄວາມເປັນຫ່ວງຊາດ”, ນີ້ແມ່ນກຳລັງຈິດໃຈທີ່ຍິ່ງໃຫຍ່.
ໃນທ້າຍລາຊະວົງໝິງ ຕົ້ນລາຊະວົງຊິ່ງ, ມີນັກ ຄິດຜູ້ໜຶ່ງຊື່ ກູ້ເຢນອູ, ເຄີຍກ່າວຄວາມໜຶ່ງວ່າ: “ເລື່ອງການປ້ອງກັນປະເທດ, ເຖິງຈະແມ່ນສາມັນຊົນກໍມີຄວາມຮັບຜິດຊອບໄດ້ເຊັ່ນກັນ.” ຕໍ່ມາ, ທ່ານລຽງຊີຊ່າວໄດ້ປັບປະໂຫຍກນີ້ເປັນ “ທ່ຽນເຊ້ຍຊິ່ງຫວາງ ພີຟູ່ຢິວເຈີ”, ມີໝາຍຄວາມວ່າ “ຄວາມຮຸ່ງເຮືອງ ແລະ ຄວາມລົ້ມເຫຼວຂອງປະເທດ ສາມັນຊົນກໍມີຄວາມຮັບຜິດຊອບ”, ນີ້ແມ່ນສະຕິຮັບຜິດຊອບຂອງສາມັນຊົນ, ຈຶ່ງເຮັດໃຫ້ປະຊາຊາດຈີນເຂັ້ມແຂງຂຶ້ນ, ເຊິ່ງສົມຄວນທີ່ຈະເສີມຂະຫຍາຍຕະຫຼອດໄປ.
“ເຖິງຈະມີຖານະຕ່ຳຕ້ອຍກໍບໍ່ເຄີຍປະຖິ້ມຄວາມເປັນຫ່ວງຊາດ” “ຄວາມຮຸ່ງເຮືອງ ແລະ ຄວາມລົ້ມເຫຼວຂອງປະເທດ ສາມັນຊົນກໍມີຄວາມຮັບຜິດຊອບ”, ອຸດົມການຕອບແທນບຸນຄຸນຂອງຊາດແນວນີ້ຈະສາມາດຍືນຍົງຄົງຕົວຢູ່ຕະຫຼອດເວລາ, ທັງໃນປັດຈຸບັນ, ແລະອະນາຄົດ,ເຊິ່ງຈະມີກຳລັງຈິດໃຈທີ່ເຂັ້ມແຂງ ແລະ ໜ້າປະທັບໃຈແນວນີ້. ໃນຄວາມເປັນຈິງແລ້ວ, ໃນສັງຄົມທຸກມື້ນີ້ເຮົາຈະບໍ່ມີຄຳທີ່ວ່າ “ຖານະຕຳແໜ່ງຕ່ຳຕ້ອຍ”, ໃນຍຸກໃໝ່, ຕຳແໜ່ງຂອງທຸກຄົນລ້ວນແຕ່ມີຄຸນຄ່າຂອງຕົນ, ທຸກຄົນລ້ວນແຕ່ສາມາດສ້າງຄຸນຄ່າໃນຕຳແໜ່ງຂອງຕົນ, ທຸກຄົນລ້ວນແຕ່ມີໂອກາດທີ່ສ້າງສິ່ງດີໆໃຫ້ກັບຊີວິດ. ດັ່ງນັ້ນ, ສະຖານທີ່ທີ່ພວກເຮົາຂຶ້ນກັບນັ້ນກໍຄືປະເທດຊາດ. ມື້ນີ້ພວກເຮົາໄດ້ເວົ້າເຖິງວ່າຄວນມີອຸດົມການແນວໃດ? ເວົ້າແບບງ່າຍໆແລ້ວ, ກໍແມ່ນພັດທະນາຕົນເອງໃຫ້ດີທີ່ສຸດ.
ຄຳເຫັນ
0