ຢູ່ຈີນມີປະໂຫຍກໜຶ່ງໄດ້ຮັບຄວາມນິຍົມຫຼາຍ ຄື: ຕ້ອງແຫງນໜ້າເບິ່ງທ້ອງຟ້າທີ່ເຕັມໄປດ້ວຍດວງດາວ, ແຕ່ກໍຕ້ອງຢືນຢ່າງໜັກແໜ້ນຢູ່ເທິງໜ້າດິນ. ຢືນຢ່າງໜັກແໜ້ນຢູ່ເທິງໜ້າດິນ, ມີຄວາມໝາຍວ່າຕ້ອງຕິດແທດກັບຄວາມເປັນຈິງ, ເຮັດວຽກຕາມໜ້າທີ່ຕຳແໜ່ງຂອງຕົນໃຫ້ດີຢ່າງໜັກແໜ້ນ; ແຫງນໜ້າເບິ່ງທ້ອງຟ້າທີ່ເຕັມໄປດ້ວຍດວງດາວ, ໝາຍຄວາມວ່າໃນຂະນະທີ່ເຮັດວຽກທຸກຢ່າງຂອງຕົນໃຫ້ດີນັ້ນ, ຍັງຕ້ອງມີເປົ້າໝາຍທາງດ້ານຈິດໃຈທີ່ຢູ່ເໜືອຊີວິດດ້ານວັດຖຸ, ຕ້ອງຕັ້ງໜ້າຄົ້ນຄິດພາລະກິດທີ່ມີຜົນດີຕໍ່ປະເທດ,ປະຊາຊົນ ແລະການພັດທະນາຂອງສັງຄົມ.
ເວົ້າສຳລັບຄົນສ່ວນໃຫຍ່ພວກເຮົາແລ້ວ, ລ້ວນແຕ່ເປັນຄົນທຳມະດາທີ່ເຮັດວຽກຢູ່ໃນອາຊີບທຳມະດາ, ການທີ່ພະຍາຍາມປະຕິບັດໜ້າວຽກທຸກຢ່າງໃຫ້ດີ, ນີ້ກໍແມ່ນ ການຢືນຢ່າງໜັກແໜ້ນຢູ່ເທິງໜ້າດິນແລ້ວ. ຂະບວນການທີ່ປະຕິບັດວຽກງານທຸກມື້ໃຫ້ດີ, ກໍເປັນຂະບວນການທີ່ສະສົມກຳລັງແຮງເພື່ອບັນລຸອຸດົມການທີ່ສູງສົ່ງຂອງພວກເຮົາ.
ແນ່ນອນແລ້ວ, ພວກເຮົາທຸກຄົນລ້ວນແຕ່ມີຮູບການພິເສດຂອງຕົນໃນການຕັ້ງອຸດົມການ. ອຸດົມການຂອງຄົນໆໜຶ່ງ, ໄດ້ຕັດສິນລວງສູງ ລວງກວ້າງ ແລະ ລວງເລິກໃນຊີວິດ. ເວົ້າສຳລັບພັກກອມມູນິດຈີນ ແລະ ຊາວພັກກອມມູນິດຈີນແລ້ວ, ເມື່ອມີອຸດົມການແນວໃດ, ກໍໄດ້ຕັດສິນລວງສູງ ລວງກວ້າງ ແລະ ລວງເລິກໃນການຮັບໃຊ້ປະຊາຊົນແນວນັ້ນ. ສະນັ້ນ, ທ່ານສີຈິ້ນຜິງໄດ້ໃຫ້ຄວາມສຳຄັນຫຼາຍຕໍ່ການສຶກສາອົບຮົມສະມາຊິກພັກອັນໄພສານໃນດ້ານອຸດົມການ.
ຄັນຊັ້ນ, ອຸດົມການຂອງຊາວພັກກອມມູນິດແມ່ນຫຍັງ? ກໍແມ່ນການບຸກບືນສູ້ຊົນເພື່ອພາລະກິດກອມມູນິດ. ຕໍ່ໄປ, ….ຈະເລົ່າເລື່ອງທີ່ໜ້າປະທັບໃຈຂອງສະມາຊິກພັກກອມມູນິດຈີນຜູ້ໜຶ່ງສູ່ຟັງ, ເພິ່ນຊື່ວ່າ ທ່ານຫວງຊີ້ຮວາ, ໃນຕະຫຼອດຊີວິດຂອງເພິ່ນໄດ້ປະຕິບັດຕາມອຸດົມການຂອງສະມາຊິກກອມມູນິດຢ່າງສຸດກົກສຸດປາຍ.
ທ່ານຫວງຊີ້ຮວາເປັນບັນດິດສະຖາບັນວິສະວະກຳຈີນ ທັງເປັນຫົວໜ້າຜູ້ອອກແບບເຮືອດຳນໍ້ານິວເຄຼຍລຸ້ນທຳອິດຂອງຈີນ, ໄດ້ຮັບນາມມະຍົດວ່າ “ບິດາເຮືອດຳນໍ້ານິວເຄຼຍຂອງຈີນ”
ທ່ານຫວງຊີ້ຮວາເປັນບັນດິດສະຖາບັນວິສະວະກຳຈີນ ທັງເປັນຫົວໜ້າຜູ້ອອກແບບເຮືອດຳນໍ້ານິວເຄຼຍລຸ້ນທຳອິດຂອງຈີນ, ທ່ານໄດ້ຮັບນາມມະຍົດວ່າ “ບິດາເຮືອດຳນໍ້ານິວເຄຼຍຂອງຈີນ”. ເພິ່ນເກີດໃນປີ 1924. ປີ 1988, ເຮືອດຳນໍ້ານິວເຄຼຍຂອງຈີນໄດ້ດຳເນີນການທົດລອງດຳນໍ້າເລິກຄັ້ງທຳອິດຢູ່ທະເລຈີນໃຕ້, ນີ້ແມ່ນການທົດລອງທີ່ມີຄວາມອັນຕະລາຍຢ່າງຮ້າຍແຮງ, ເຮືອດຳນໍ້າຍາວທັງໝົດ 100 ກວ່າແມັດ, ຖ້າມີແຜ່ນເຫຼັກນ້ອຍໆແຜ່ນດຽວ ຫຼື ຮອຍຈອດເສັ້ນດຽວມີບັນຫາ, ຫົວວາວເປີດປິດອັນໃດຮົ່ວ, ກໍຈະພາໃຫ້ເຮືອດຳນໍ້າເສຍຫາຍ ແລະ ລູກເຮືອຈະເສຍຊີວິດ.
ໃນມື້ທີ່ທົດລອງການດຳນໍ້າເລິກ, ຢູ່ເທິງໜ້ານໍ້າທະເລຈີນໃຕ້ມີຄວາມງຽບສະຫງົບ, ແຕ່ຢູ່ໃຕ້ທະເລຫາກເຕັມໄປດ້ວຍຄວາມຕື່ນຕົກໃຈ. ເມື່ອເຮືອດຳນໍ້າຄ່ອຍໆດຳລົງເລິກສູ່ລະດັບທີ່ກຳນົດໄວ້, ຢູ່ໃນທະເລມີແຕ່ຄວາມງຽບສະຫງັດ, ຍິນແຕ່ສຽງ “ຄິຄະຄິຄະ”ລຳເຮືອດຳນໍ້າພວມຢູ່ພາຍໃຕ້ແຮງດັນອັນມະຫາສານຂອງນ້ຳທະເລ, ເມື່ອໄດ້ຍິນສຽງແບບນີ້ຢູ່ໃນທະເລເລິກຍິ່ງຮູ້ສຶກຕື່ນຕົກໃຈແລະສະທ້ານຢ້ານກົວຫຼາຍ. ໃນບັນຍາກາດທີ່ເຄັ່ງຕຶງແບບນີ້, ທ່ານຫວງຊີ້ຮວາຍັງມີຈິດໃຈທຸ່ນທ່ຽງໃນການລວບລວມຂໍ້ມູນຈາກພາກສ່ວນຕ່າງໆ, ແລະ ໄດ້ອອກຂໍ້ຕົກລົງຕ່າງໆ. ເຮືອດຳນໍ້າໄດ້ດຳລົງສູ່ ລະດັບທີ່ກຳນົດໄວ້ ແລ້ວທະຍານຂຶ້ນສູ່ຈຸດຕຳກແໜ່ງທີ່ກຳນົດໄວ້ຢ່າງປອດໄພ, ຖືວ່າການທົດລອງດຳນໍ້າເລິກໄດ້ຮັບຜົນສຳເລັດ, ຄົນທັງຫຼາຍຢູ່ໃນເຮືອໄດ້ມີສຽງຟົດຟື້ນຂຶ້ນ, ກອດກັນ ຈັບມືກັນ ແລ້ວພາກັນໄຊໂຍໂຫ່ຮ້ອງ.
ໃນເວລານັ້ນມີຄົນຖາມທ່ານຫວງຊີ້ຮວາວ່າ, ຕອນນັ້ນທ່ານບໍ່ຢ້ານຫວະ?ທ່ານຕອບວ່າ, ກໍຢ້ານຢູ່, ແຕ່ຂ້າພະເຈົ້າແມ່ນຫົວໜ້າຜູ້ອອກແບບ, ທຳອິດຂ້າພະເຈົ້າມີຄວາມໝັ້ນໃຈ; ອັນທີສອງ, ເຖິງຈະມີຄວາມສ່ຽງໃນລະດັບໃດໜຶ່ງກໍຕາມ, ແຕ່ຂ້າພະເຈົ້າກໍຕ້ອງແບກຫາບຄວາມຮັບຜິດຊອບໂດຍບໍ່ສາມາດປັດປ່າຍໄດ້.
ໃນຄວາມເປັນຈິງແລ້ວ, ທ່ານຫວງຊີ້ຮວາໄດ້ປະຕິບັດວຽກສຳຄັນນີ້ໃຫ້ລັດຢ່າງງຽບໆມາໂດຍຕະຫຼອດ. ໃນເວລາທີ່ທ່ານເຂົ້າຮ່ວມໂຄງການຄົ້ນຄວ້າເຮືອດຳນໍ້ານິວເຄຼຍ, ຕ້ອງຮັກສາຄວາມລັບຂອງລັດຕະຫຼອດເວລາ, ເດັດຂາດບໍ່ໃຫ້ເປີດເຜີຍໜ້າທີ່ວຽກງານ ແລະໜ່ວຍງານເຮັດວຽກ; ຕ້ອງເປັນວິລະຊົນນີລະນາມຕະຫຼອດຊີວິດ; ເມື່ອເຂົ້າສູ່ຂົງເຂດນີ້ກໍຕ້ອງກຽມພ້ອມປະຕິບັດງານຕະຫຼອດຊີວິດ, ບໍ່ອາດສາມາດຖອນຕົວກັບໄດ້. ເມື່ອຜະເຊີນໜ້າກັບຂໍ້ຮຽກຮ້ອງແນວນີ້, ທ່ານຫວງຊີ້ຮວາໄດ້ເຫັນດີໂດຍບໍ່ມີໃຈລັ່ງເລແມ່ນແຕ່ໜ້ອຍດຽວ, ຈາກນັ້ນກໍໄດ້ເຮັດວຽກຢ່າງປິດລັບເປັນເວລາ 30 ປີ ບໍ່ໄດ້ເມືອບ້ານ.
ອ້າຍນ້ອງໃນຄອບຄົວເຄີຍຕໍາໜິວ່າ ທ່ານຫວງຊີ້ຮວາປະຖິ້ມຄອບຄົວ, ເປັນລູກອະກະຕັນຍູທີ່ລືມບຸນຄຸນພໍ່ແມ່. ເມື່ອຜະເຊີນໜ້າກັບຄວາມເຂົ້າໃຈຜິດຂອງຄອບຄົວຍາດຕິພີ່ນ້ອງ, ທ່ານຫວງຊີ້ຮວາໄດ້ຊີ້ແຈງດ້ວຍສຽງຄ່ອຍຢ່າງໜັກແໜ້ນວ່າ: ຄວາມຈົງຮັກພັກດີຕໍ່ປະເທດຊາດ, ກໍເປັນຄວາມກະຕັນຍູໃຫຍ່ທີ່ສຸດຕໍ່ພໍ່ແມ່.
ທ່ານຈ່າງຈິນລານ ຫົວໜ້າຊ່ຽວຊານເຕັກໂນໂລຊີ ຂອງກຸ່ມບໍລິສັດອຸດສາຫະກຳໜັກດ້ານກຳປັ່ນຈີນ ກຳມະການຄະນະພັກສະຖາບັນຄົ້ນຄວ້າເລກທີ 719 ເຄີຍເປັນໝູ່ຮ່ວມງານຂອງທ່ານຫວງຊີ້ຮວາ. ທ່ານຈ່າງຈິນລານໄດ້ຕີລາຄາທ່ານຫວງຊີ້ຮວາດ້ວຍ 2 ຄຳສັບ ຄື “ຫຼົງໄຫຼ” ແລະ “ມ່ວນໃຈ”.
ຄຳວ່າ “ຫຼົງໄຫຼ”, ໝາຍເຖິງວ່າມີຈິດໃຈຍຶດໝັ້ນຢ່າງບໍ່ຫວັ່ນໄຫວຄອນແຄນຕໍ່ພາລະກິດພັດທະນາເຮືອດຳນໍ້ານິວເຄຼຍໃນຕະຫຼອດຊີວິດ. ຄຳວ່າ “ມ່ວນໃຈ”ໝາຍຄວາມວ່າ ເຖິງຈະເຮັດວຽກຢ່າງລຳບາກແຕ່ກໍຍັງ ຮູ້ສຶກຖືກໃຈ ແລະ ມ່ວນຊື່ນ. ທ່ານຫວງຊີ້ຮວາໄດ້ບຸກບືນສູ້ຊົນເພື່ອພາລະກິດພັດທະນາເຮືອດຳນໍ້າໃນຕະຫຼອດຊີວິດ,ນີ້ໄດ້ສ່ອງແສງໃຫ້ເຫັນເຖິງນໍ້າໃຈເພື່ອເຮືອດຳນໍ້າຂອງຈີນ, ຄື: “ເພິ່ງຕົນເອງ, ບຸກບືນສູ້ຊົນຢ່າງທໍລະຫົດອົດທົນ, ປະສານສົມທົບກັນຢ່າງສຸດຄວາມສາມາດ, ອຸທິດຕົນຢ່າງບໍ່ເຫັນແກ່ຕົວ”. ການທີ່ຕ້ອງ “ເພິ່ງຕົນເອງ ບຸກບືນສູ້ຊົນຢ່າງທໍລະຫົດອົດທົນ”, ເປັນຍ້ອນວ່າບໍ່ມີຊັບພະຍາກອນພາຍນອກທີ່ສາມາດນຳໃຊ້ໄດ້, ຕ້ອງເພິ່ງຕົນເອງພາຍໃຕ້ເງື່ອນໄຂທີ່ຫຍຸ້ງຍາກລຳບາກ; ການພັດທະນາເຮືອດຳນໍ້ານິວເຄຼຍແມ່ນໂຄງການທີ່ມີລະບົບສະຫຼັບສັບຊ້ອນ, ຕ້ອງ “ປະສານສົມທົບກັນຢ່າງສຸດຄວາມສາມາດ”, ຕ້ອງໃຫ້ທົ່ວປະເທດຮ່ວມແຮງຮ່ວມໃຈກັນ, ທຸ້ມເທກຳລັງແຮງທົ່ວປະເທດເພື່ອປະຕິບັດໂຄງການນີ້ໃຫ້ດີ; ໃນນັ້ນແກນກາງຕົ້ນຕໍກໍແມ່ນຈິດໃຈທີ່ອຸທິດຕົນຢ່າງບໍ່ເຫັນແກ່ຕົວ.
ກໍເປັນຍ້ອນວ່າມີນໍ້າໃຈແບບນີ້, ພາລະກິດພັດທະນາອາວຸດຍຸດໂທປະກອບທີ່ສຳຄັນຂອງຈີນຈຶ່ງສາມາດໄດ້ຮັບຄວາມຄືບໜ້າຢ່າງວ່ອງໄວ, ແລະສາມາດປົກປັກຮັກສາອະທິປະໄຕ ຄວາມໝັ້ນຄົງ ແລະ ຜົນປະໂຫຍດດ້ານການພັດທະນາຂອງປະເທດຕົນໃຫ້ດີກວ່າເກົ່າ.
ປະຈຸບັນ, ເຮືອດຳນໍ້ານິວເຄຼຍຂອງຈີນ ສາມາດປະຕິບັດພາລະໜ້າທີ່ອັນສຳຄັນທີ່ພັກ ແລະ ລັດຖະບານມອບໝາຍໃຫ້ນັ້ນໄດ້ເປັນຢ່າງດີ. ໃນອະນາຄົດຈະເປັນແນວໃດ? ໃນບົດລາຍງານກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນໄດ້ລະບຸໄວ້ວ່າ, ໃນກາງສະຕະວັດນີ້, ຈະສ້າງກອງທັບປົດປ່ອຍປະຊາຊົນຈີນໃຫ້ເປັນກອງທັບສຸດຍອດ ຂອງໂລກ, ກອງທັບລະດັບສຸດຍອດ ຕ້ອງມີອາວຸດຍຸດໂທປະກອນລະດັບສຸດຍອດເປັນສິ່ງຄໍ້າປະກັນ.ຄິດວ່າ, ເມື່ອເຖິງເວລານັ້ນ,ຈີນຈະປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນພາລະກິດປົກປັກຮັກສາສັນຕິພາບ ແລະ ການພັດທະນາຂອງພາກພື້ນ ກໍຄືຂອງໂລກ.
ຄຳເຫັນ
0