蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພະ​ຍາດ​ໂຄວິດ-19 ບໍ່​ໄດ້​ຈຳ​ແນກ​ເຊື້ອ​ຊາດ​ຜິວ​ພັນ

2020-06-09 15:27:04 CRI

ຫວ່າງ​ມໍ່ໆ​ມາ​ນີ້, ເຫດ​ການ​ທີ່​ທ້າວ​ຈອ​ສ ຟ​ລອຍ ຖືກ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ອາ​ເມ​ຣິ​ກາ​ບັງ​ຄັບ​ໃຊ້​ກົດ​ໝາຍ​ແລ້ວ​ເສຍ​ຊີ​ວິດ​ ໄດ້​ເຮັດ​ໃຫ້​ຊາວ​ອາ​ເມ​ຣິ​ກາ​ເປັນ​ຈຳ​ນວນຫຼວງຫຼາຍ​ພາ​ກັນເດີນ​ຂະ​ບວນ​ປະ​ທ້ວງ​ໃນ​ຕົວ​ເມືອງ​ໃຫຍ່​ຕ່າງໆ​ຂອງ​ອາ​ເມ​ຣິ​ກາ ແລະ ຈຳ​ນວນ​ຜູ້​ເຂົ້າ​ຮ່ວມ​ການ​ປະ​ທ້ວງ​​ກໍ​ນັບ​ມື້​ນັບຫຼາຍ​ຂຶ້ນ.

ຢູ່​ນະ​ຄອນ​ນິວຢອກ, ປະ​ຊາ​ຊົນ​ຈຳ​ນວນຫຼວງຫຼາຍ​ໄດ້​ເດີນ​ປະ​ທ້ວງ​ຕາມ​ທ້ອງ​ຖະ​ໜົນ. ຢູ່​ຊັນ​ຟ​ຣັນ​ຊີ​ສ​ໂກ, ປະ​ຊາ​ຊົນ​ຈຳ​ນວນຫຼວງຫຼາຍ​ໄດ້​ເດີນ​ຂະ​ບວນ​ປະ​ທ້ວງ​ຜ່ານ​ຂົວ​ປະ​ຕູ​​ຄຳ ເຊິ່ງ​ເຮັດ​ໃຫ້​ການ​ຄົມ​ມະ​ນາ​ຄົມ​ເທິງ​ຂົວ​​ເປັນ​ອຳ​ມະ​ພາດ. ວັນ​ທີ 6 ມິ​ຖຸ​ນາ​ນີ້, ທ່ານ​ມູ​ຣຽວ ບາວ​ເຊີ ເຈົ້າ​ຄອງ​ນະ​ຄອນຫຼວງວໍ​ຊິງ​ຕັນ​ກໍ​ໄດ້​ເຂົ້າ​ຮ່ວມ​ການ​ເດີນ​ຂະ​ບວນ​ປະ​ທ້ວງ​ຢູ່​ຕາມ​ທ້ອງ​ຖະ​ໜົນ​ຢູ່​ນະ​ຄອ​ນຫຼວງວໍ​ຊິງ​ຕັນ.

ເມື່ອ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​​ໃຫ້​ຄວາມ​ສົນ​ໃຈ​ຕໍ່​ບັນ​ຫາ​ການ​ຈຳ​ແນກ​ເຊື້ອ​ຊາດ​ຜິ​ວ​ພັນ​ແລ້ວ, ການ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ​ພັດ​ບໍ່​ໄດ້​ລາຍ​ງານຫຼາຍ​ພໍປານ​ໃດ​, ຜູ້​​ສັນ​ທັດ​ກໍ​ລະ​ນີ​ໄດ້​ກ່າວ​ເຕືອນ​ຄົນ​ທັງຫຼາຍ​ໃຫ້​ເອົາ​ໃຈ​ໃສ່​​ຕໍ່ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ດັ່ງ​ກ່າວ​ ແລະ ຮຽກ​ຮ້ອງ​ໃຫ້​ເພີ່ມ​ທະ​ວີ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດຢູ່​ຕາມ​ສື່​ມວນ​ຊົນ​ນັ້ນ, ກໍ​​ມີແຕ່​ບຸກ​ຄົນ​ທີ່​ມີ​ຊື່​ສຽງ​ໃນ​ສັງ​ຄົມ ເຊັ່ນ​: ທ່ານບິວ ເກດ ແລະ ຜູ້​ຊ່ຽວ​ຊານ​ຕ່າງໆ​ເທົ່າ​ນັ້ນ.

ເລື່ອງ​ທີ່​ໜ້າ​​ເວົ້າ​ເຖິງ​ນັ້ນ​ກໍ​ຄື: ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ບໍ່​ໄດ້​ຈຳ​ແນກ​ເຊື້ອ​ຊາດ ແລະ ຜິວ​ພັນ. ມາ​ຮອດ​ວັນ​ທີ 9 ມິ​ຖຸ​ນາ​ນີ້​ຕາມ​ເວ​ລາ​ວຽງ​ຈັນ, ນັບ​ລວມ​ແລ້ວ, ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ​ຢູ່​ອາ​ເມ​ຣິ​ກາ​ມີ​ເຖິງ 1.956.527 ກໍ​ລະ​ນີ, ຜູ້​ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ດັ່ງ​ກ່າວ​ມີ​ເຖິງ 110.932 ຄົນ, ລ້ວນ​ແຕ່​ເປັນ​ອັນ​ດັບ​ໜຶ່ງ​ໃນ​ໂລກ.

ການ​ເດີນ​ຂະ​ບວນ​ປະ​ທ້ວງ​ຈະຫຼີກ​ເວັ້ນ​​ບໍ່​ໃຫ້​ໂຮມ​ຊຸມ​ນຸມ​ກັນ​ນັ້ນ​ເປັນ​ໄປ​ບໍ່​ໄດ້ ເຊິ່ງ​ໄດ້​ສ້າງ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ຕໍ່​ການ​ປ້ອງ​ກັນ​ແລະ​ຄວບ​ຄຸ​ບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢູ່​ອາ​ເມ​ຣິ​ກາ​ອີກ​ຕື່ມ. ​ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ທີ່​ເພີ່ມ​ໃໝ່​ໃນ 23 ລັດ​ໃນ​ທົ່ວ​ປະ​ເທດ​ອາ​ເມ​ຣິ​ກາ​ລ້ວນ​ແຕ່​ໄດ້​ເພີ່ມ​ຂຶ້ນ​ທຸກ​ອາ​ທິດ, 4 ມື້​ຜ່ານ​ມາ, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ທີ່​ເພີ່ມ​ໃໝ່​ໃນລັດ​ອາ​ຣີ​ໂຊ​ນາ, ລັດ​​ຟ​ລໍ​ລີ​ດາ, ລັດ​​ຄາ​ໂຣ​ໄຣ​ນາ​ເໜືອ, ລັດ​ເຕັກ​ຊັ​ສ ແລະ ລັດ​ເວີ​ມົນ​ຂອງ​ອາ​ເມ​ຣິ​ກາ​ ລ້ວນ​ແຕ່​ໄດ້​ສ້າງ​ສະ​ຖິ​ຕິ​ໃໝ່ ນັບ​ແຕ່​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ.

ວັນ​ທີ 5 ມິ​ຖຸ​ນາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ເຄີຍ​ກ່າວ​ວ່າ, ໄດ້​ເອົາ​ຊະ​ນະ​ວິ​ກິດ​ການ​ເສດ​ຖະ​ກິດ ແລະ ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ພ້ອມ​ທັງ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ສຳ​ຄັນ​ໃນ​ດ້ານ​ການ​ຫຼຸດ​ຜ່ອນ​ຄວາມ​ບໍ່​ສະ​ເໝີ​ພາບ​ກັນ​ລະ​ຫວ່າງ​ເຊື້ອ​ຊາດ​ແລະ​ຜິວ​ພັນ ເພື່ອ​ຊັກ​ຊວນ​ໃຫ້​ປະ​ຊາ​ຊົນ​ອາ​ເມ​ຣິ​ກາປ່ອນ​ບັດ​ສະ​ໜັບ​ສະ​ໜູນ​ຕົນ​​ເພື່ອ​ສືບ​ຕໍ່ຄອງ​ອຳ​ນາດອີກ 4 ປີ.

ພາຍ​ໃຕ້​ສະ​ພາບ​ການ​ທີ່​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຂອງ​ອາ​ເມ​ຣິ​ກາ​ຍັງ​ອີກບໍ່​ເຖິງ 4 ເດືອນ, ສັງ​ຄົມ​ອາ​ເມ​ຣິ​ກາ​ເກີດ​ການ​ປະ​ທ້ວງ​ຢ່າງ​ຂະ​ໜາດ​ໃຫຍ່, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ໂຄວິດ-19 ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ ແລະ ອັດ​ຕາ​ຫວ່າງ​ງານ​ເທົ່າ​ກັບ​ໄລ​ຍະ​ທີ່​ເສດ​ຖະ​ກິດ​ອາ​ເມ​ຣິ​ກາ​ຊຸດ​ໂຊມ​ລົງ​ຢ່າງ​ໜັກ​ໜ່ວງ​ໃນ​ຊຸມ​ປີ 1930, ບໍ່​ຮູ້​ວ່າ​ທ່ານປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ທີ່​ບໍ່​ເອົາ​ຫົວ​ຊາ​ຕໍ່​ການ​ຈຳ​ແນກ​ເຊື້ອ​ຊາດ​ຜິວ​ພັນ ແລະ ບໍ່​ເອົາ​ຫົວ​ຊາ​ຕໍ່​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ໂຄວິດ-19 ເພີ່ມ​ຂຶ້ນ​​ໃໝ່ຢ່າງຫຼວງຫຼາຍ​ນັ້ນ ຈະ​ສາ​ມາດ​ເອົາ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ຄັ້ງ​ຕໍ່​ໄປ​ໄດ້ຫຼື​ບໍ່.

ຄຳ​ເຫັນ

0