尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່າ​​ການ​ຄ້າ​ເສ​ລີ​ໄຫ​ຫຼຳ​ຈະ​ກາຍ​ເປັນແດນສະ​ຫວັນ​ແຫ່ງ​ການ​ຊື້​​ຂາຍສິນ​ຄ້າ​ໃນ​ອະ​ນາ​ຄົດ

2020-06-09 15:38:10 cri

图片默认标题_fororder_webwxgetmsgimg (2)

ວັນ​ທີ 8 ມິ​ຖຸ​ນາ​ນີ້, ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ໂດຍ​ໄດ້​ອະ​ທິ​ບາຍ​ຢ່າງ​ລະ​ອຽດ​ກ່ຽວ​ກັບ​ແຜນ​ການ​ລວມໃນ​ການ​ສ້າງ​ທ່າການ​ຄ້າ​ເສ​ລີ​ໄຫ​ຫຼຳ​ທີ່​ໄດ້​ເປີດ​ເຜີຍ​ກ່ອນ​ໜ້າ​ນີ້​ບໍ່​ດົນ, ເຊິ່ງ​ໄດ້​ສົ່ງ​ສັນ​ຍານ​ທີ່​ຕັ້ງ​ໜ້າ​​ວ່າ​ຈີນ​ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ທີ່​ມີ​ລະ​ດັບ​ສູງກວ່າ​ເກົ່າ,​ແລະຍຶດ​ໝັ້ນ​​ການສະ​ໜັບ​ສະ​ໜູນ​ລັດ​ທິ​ຫຼາຍ​ຝ່າຍ​ແລະ​ຊຸກ​ຍູ້​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ.
 

ກອງ​ປະ​ຊຸມ​ໄດ້​ເນັ້ນ​ໜັກ​ວ່າ: ຕ້ອງ​ສ້າງ​ທ່າ​ການ​ຄ້າ​ເສ​ລີ​ໄຫ​ຫຼຳ​ໃຫ້ເປັນ​ເຂດ​ພັດ​ທະ​ນາໃໝ່​ແລະ​ກ້າວ​ໜ້າ​ໃນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ, ບັນ​ລຸ​ການ​ເປີດ​ປະ​ຕູ​ທີ່​ມີ​ລະ​ດັບ​ສູງ. ​ເຊິ່ງກ່ອນ​ອື່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ໃນ​ການ​ເຊື່ອມ​ຕໍ່​ກົດ​ເກນກົດ​ກະ​ຕິ​ກາ​ເສດ​ຖະ​ກິດ​ການ​ຄ້າ​ກັບ​ສາ​ກົນ ແລະ​ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​​ການ​ປະ​ດິດ​ສ້າງ​ໃໝ່​ບົນ​ພື້ນ​ຖານ​ລະ​ບອບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ.

图片默认标题_fororder_webwxgetmsgimg (1)

ທ່າການ​ຄ້າ​ເສ​ລີໄຫ​ຫຼຳ​ຈະ​ປະ​ຕິ​ບັດ​ງານ​ໃນ​ລັກ​ສະ​ນະ “ປອດ​ພາ​ສີ” ຕໍ່​ການ​ຄ້າ​ສິນ​ຄ້າ; ສ້າງ​ຄວາມ​ສະ​ດວກ​ແລະ​​ເສລີ​ໃນ​ການ​ອະ​ນຸ​ມັດ​ໃຫ້​ເຂົ້າ​ເຖິງ​ຕະ​ຫຼາດ​ແລະ​ອະ​ນຸ​ຍາດ​ໃຫ້​ດຳ​ເນີນ​ທຸ​ລະ​ກິດການ​ຄ້າ​ການ​ບໍ​ລິ​ການ​; ປະ​ຕິ​ບັດ​ລະ​ບຽບ​ການອະ​ນຸ​ມັດ​ໃຫ້​ເຂົ້າ​ເຖິງ​ຕະ​ຫຼາດ​​ການ​ລົງ​ທຶນໄດ້​ໃນ​ເງື່ອນ​ໄຂ​ທີ່​ບໍ່​ມີ​ການ​ເກືອດ​ຫ້າມ ເພື່ອ​ໃຫ້​ມີ​ຄວາມ​ສະ​ດວກ​ແລະ​​ເສ​ລີ,​ກາຍ​ເປັນແດນ​ສະ​ຫວັນ​ແຫ່ງ​ການ​ຊື້​ຂາຍ​ສິນ​ຄ້າ​ຂອງ​ຈີນ​ໃນ​ອະ​ນາ​ຄົດ.
 

​ສະ​ນັ້ນ​ຈຶ່ງ​ເຫັນ​ໄດ້​ວ່າ: ການ​ວາງ​ແຜນ​ສ້າງ​ທ່າ​ການ​ຄ້າ​ເສ​ລີ​ໄຫ​ຫຼຳ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ຂອງ​ຈີນ​ເພື່ອ​ບັນ​ລຸ​ການ​ເປີດ​ປະ​ຕູ​ທີ່​ມີ​ລະ​ດັບ​ສູງກວ່າ​ເກົ່າ, ທັງໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ຈີນ​ພວມ​ຫັນ​ຈາກ​ການ​ເປີດ​ປະ​ຕູ​ທີ່​ເນັ້ນ​ແຕ່ການ​ຈໍ​ລະ​ຈອນ​ສິນ​ຄ້າ​ແລະ​ປັດ​ໄຈ​ການ​ຜະ​ລິດ​ທີ່​ສຳ​ຄັນ​ຫັນ​ເປັນ​ການ​ເປີດປະ​ຕູ​ທີ່​ມີ​ກົດ​ເກນ​ແລະ​ກົດ​ລະ​ບຽບ​ອື່ນໆ​ຢ່າງ​ບໍ່​ຢຸດ​ຢັ້ງ. ອາດ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້​ວ່າ: ການ​ສ້າງ​ທ່າ​​ການ​ຄ້າ​ເສ​ລີ​ໄຫ​ຫຼຳ​ຈະ​ເພີ່ມ​ທະ​ວີ​ແຮງ​ດຶງ​ດູດ​ຂອງ​ຕະ​ຫຼາດ​ຈີນ​ຕື່ມ​ອີກ​ຢ່າງ​ແນ່ນອນ ເພື່ອ​ສະ​ໜອງ​ພະ​ລັງ​ແຮງ​ຫຼາຍກວ່າ​ເກົ່າ​ໃຫ້​ແກ່ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ.

ຄຳ​ເຫັນ

0