何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້​ນ​ຜິງ: ການລຶບ​ລ້າງ​ຄວາມ​ທຸກ​ຍາກ ​ຄວາມອິ່ມ​ໜຳ​ສຳ​ລານ​ຢ່າງ​ຮອບ​ດ້ານ ​ການຫັນ​ເປັນ​ທັນ​ສະ​ໄໝ ​ຈະ​ບໍ່​ປະ​ຖິ້ມ​ເຜົ່າ​ໃດ​ຢ່າງ​ເດັດ​ຂາດ

2020-06-10 16:26:47 CRI

ຕອນ​ແລງວັນ​ທີ 8 ມິ​ຖຸ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໄປ​ສຳຫຼວດ​ກວດ​ເບິ່ງເຂດ​ຊຸມ​ຊົນ​ຈິ່ນ​ຮ​ວ່າ​ຢວນ​ເຂດ​ລີ້​ທົ່ງ​ນະ​ຄອນ​ອູ່​ຈົ່ງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຫຸຍ​ນິງ​ເຊຍ. ຢູ່​ໃນ​ເຂດ​ຊຸມ​ຊົນ​ນີ້​ມີ​ພົນ​ລະ​ເມືອງ​​ອາ​ໄສ​ຢູ່​ຖາ​ວອນ 13000 ກວ່າ​ຄົນ, ໃນ​ນັ້ນ​ມີ​ເກືອບ​ເ​ຄິ່ງ​ໜຶ່ງ​ແມ່ນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ພົບ​ປະ​ໂອ້​ລົມ​ກັບ​ປະ​ຊາ​​ຊົນ​ດ້ວຍ​ຄວາມ​ສະ​ໜິດ​ສະ​ໜົມ. ທ່ານ​ກ່າວ​ວ່າ: “ສ​ປ​ຈີນ​ແມ່ນ​ວົງ​ຄະ​ນາ​ຍາດ​ສັງ​ຄົມ​ນິ​ຍົມ​ທີ່​ມີຫຼາ​ຍ​ຊົນ​ເຜົ່າ, ເຊິ່ງ​ໄດ້​ສະ​ແດງ​ອອກໃຫ້​ເຫັນ​ຮ​ຢູ່​ເຂດ​ຊຸມ​ຊົນ​ຂອງ​ພວກ​ທ່ານ, ແມ່ນ​ເຂດ​ຊຸມ​ຊົນຫຼາຍ​ຊົນ​ເຜົ່າ​ທີ່​ມີ​ເຜົ່າ​ຫຸຍ ແລະ ເຜົ່າ​ຮັ້ນ​ເປັນ​ຕົ້ນ​ຕໍ. ເມື່ອ​ກີ້​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ວ່າ​ເຂດ​ຊຸມ​ຊົນ​ນີ້​ມີ​ບົດ​ຮຽນ​ທີ່​ດີ, ໂດຍ​ສະ​ເພາະ​ມີ​ຄວາມ​ປອງດອງ​ກັນ​ລະ​ຫວ່າງ​ຊົນ​ເຜົ່າ, ນີ້​ແມ່ນ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຫວັງ​ຢາກ​ເຫັນ​ທີ່​ສຸດ. ພວກ​ເຮົາ​ລ້ວນ​ແຕ່​ແມ່ນ​ພາກ​ສ່ວນ​ໜຶ່ງ​ຂອງວົງ​ຄະ​ນາ​ຍາດ​ປະ​ຊາ​ຊາດ​ຈີນ. ​ການລຶບ​ລ້າງ​ຄວາມ​ທຸກ​ຍາກ ​ຄວາມອິ່ມ​ໜຳ​ສຳ​ລານ​ຢ່າງ​ຮອບ​ດ້ານ ​ການຫັນ​ເປັນ​ທັນ​ສະ​ໄໝ ​ຈະ​ບໍ່​ປະ​ຖິ້ມ​ຊົນ​ເຜົ່າ​ໃດ​ຢ່າງ​ເດັດ​ຂາດ, ພວກ​ເຮົາ​ເກາະ​ແ​ຂນກັນ​ກ້າວ​ໄປ​ໜ້າ​ພ້ອມ​ກັນ. ນີ້​ໄດ້​ສ່ອງ​ແສງ​​ໃຫ້​ເຫັນເຖິງ​ອະ​ລິ​ຍະ​ທຳ​ປະ​ຊາ​ຊາດ​ຈີນ 5000 ປີ, ​ທັງ​ສ່ອງ​ແສງ​ເຖິງ​​ຄວາມ​ໂດດ​ເດັ່ນ​ຂອງ​ລະ​ບອບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ.”

 

 

ຄຳ​ເຫັນ

0