尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ໄດ້​ປະ​ກອບ​ສ່ວນ​ຢ່າງ​ພົ້ນ​ເດັ່ນ​ເຂົ້າ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​

2020-06-10 15:36:41 cri

图片默认标题_fororder_d4628535e5dde711e26bfc3e651e051d9f1661b1

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ລັດ​ຖະ​ບານ​ຈີນ​ໄດ້​ເຜີຍ​ແຜ່ປື້ມ​ປົກ​ຂາວ “ການ​ເຄື່ອນ​ໄຫວ​​ຂອງຈີນ​ໃນ​ການ​ຕ້ານ​ກັບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19” ​ເນື້ອ​ໃນ​ປື້ມ​ດັ່ງ​ກ່າວ​ບໍ່​ພຽງ​ແຕ່​ໄດ້​ບັນ​ທຶກ​ຂະ​ບວນ​ການຕ້ານ​ກັບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ທີ່​ຫຍຸ້ງ​ຍາກ​ລຳ​ບາກຂອງ​ປະ​ຊາ​ຊົນ​ຈີນ​ເທົ່າ​ນັ້ນ, ​ຍັງ​ໄດ້​ສະ​​ທ້ອນໃຫ້​ເຫັນ​ໄລ​ຍະ​ເວ​ລາ​​ທີ່​ຈີນ​ຮ່ວມ​ມື​ກັບ​ສາ​ກົນ​ຢ່າງ​ທັນ​ເວ​ລາ​ໂດຍ​ຜ່ານ​ຕົວ​ເລກ​ຂໍ້​ມູນ​ທີ່​ລະ​ອຽດ​ຮອບ​ຄອບ​ແລະ​ເລື່ອງ​ຈິງ​ທີ່​ອຸ​ດົມ​ສົມ​ບູນ ເຊິ່ງ​ລວມ​ທັງ​ການ​ແຈ້ງ​ຂໍ້​ມູນ​ຢ່າງ​ເປັນ​ເຈົ້າ​ການ​ແລະ​ທັນ​ເວ​ລາ, ​ການແບ່ງ​ປັນ​ບົດ​ຮຽນ​ດ້ານ​ການ​ຕ້ານ​​ກັບພະ​ຍາດ​ໂຄວິດ-19,​ການ​ໃຫ້ການ​ຊ່ວຍ​ເຫຼືອ​​ດ້ານ​ມະ​ນຸດ​ສະ​ທຳ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ,​ສົ່ງ​ອອກວັດ​ຖຸ​ອຸ​ປະ​ກອນ​ຕ້ານກັບ​ພະ​ຍາດ​ໂຄວິດ-19 ຢ່າງ​​ເປັນ​ລະ​ບຽບ​ຮຽບ​ຮ້ອຍ,ດຳ​ເນີນ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​​ສາ​ກົນ​ໃນດ້ານ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​​ແລະ​ອື່ນໆ.
 

图片默认标题_fororder_c8ea15ce36d3d5395082db43f2762256372ab0e8
ທ່ານ ຄຸງ​ພາວ ຮອງເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ​ເຫັນ​ວ່າ: ປື້ມ​ປົກ​ຂາວ​ຈະ​ຊ່ວຍໃຫ້​ປະ​ເທດ​ທີ່​ມີ​ສະ​ພາບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ທີ່​ແຕກ​ຕ່າງ​ກັນ​ສາ​ມາດຖອດ​ຖອນ​ບົດ​ຮຽນ​ສຳ​ເລັດ​ຜົນ​ຂອງ​ຈີນ​ໃນ​ການ​ຕ້ານ​ພະ​ຍາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ທ່ານ ຊັບ​ຮີ ຄ​ຮາ​ລິດ ນັກ​ວິ​ຊາ​ການ​ຊາ​ອຸ​ດິດ ອາ​ຣັບ​ບີ ທີ່​ຕິດ​ຕາມ​ການ​ພັດ​ທະ​ນາ​ຂອງ​ຈີນ​ມາ​ເປັນ​ເວ​ລາ​ດົນ​ນານ​ໄດ້​ຕີ​ລາ​ຄາ​​ສູງວ່າ: ລັດ​ຖະ​ບານ​ຈີນ​ໄດ້​​ພິ​ສູດ​ໃຫ້​ເຫັນ​ດ້ວ​ຍ​ການ​ກະ​ທຳ​ຕົວ​ຈິງ​ໃນ​ໄລ​ຍະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ວ່າ: ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມ​ວນ​ມະ​ນຸດ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕົວ​ຈິງ.
 

图片默认标题_fororder_810a19d8bc3eb1359c82eff861ef63d5fc1f4420
ປື້ມ​ປົກ​ຂາວ​ຍັງ​ເປີດເຜີຍ​ໃຫ້​ຮູ້​ວ່າ: ມາ​ຮອດ​ວັນ​ທີ 31 ພຶດ​ສະ​ພາ​ຜ່ານ​ມາ, ຈີນ​ໄດ້​ສົ່ງ​ຄະ​ນະ​ຜູ້​ຊ່ຽວ​ຊານ​ການ​ແພດທັງ​ໝົດ 29 ຄະ​ນະ​ໄປ 27 ປະ​ເທດ, ໄດ້​ແລະ​ພວມ​​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ໃຫ້​ແກ່ 150 ປະ​ເທດແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ 4 ແຫ່ງ, ​ໃນຂະ​ນະ​ດຽວ​ກັນ, ຈີນ​ຍັງ​ໄດ້​ສົ່ງ​ອອກວັດ​ຖຸ​ອຸ​ປະ​ກອນ​ຕ້ານ​ພະ​ຍາດ​ໂຄວິດ-19 ​ໃຫ້ 200 ປະ​ເທດ​ແລະ​ເຂດ​ແຄວ້ນ ເຊິ່ງ​ເປັນ​ການ​ສະ​ໜັບ​ສະ​ໜູນທີ່ເຂັ້ມ​ແຂງ​ຕໍ່​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ປະ​ເທດ​ທີ່​ກ່ຽວ​ຂ້ອງ.
 

图片默认标题_fororder_95eef01f3a292df5c5a647ee75c0976636a873d8

ໃນ​ການ​ບຸກ​ບືນ​ສູ້​ຊົນ​ທີ່​ມີ​ສ່ວນກ່ຽວ​ຂ້ອງ​ກັບ​ຊາ​ຕາ​ກຳ​ແລະ​ອະ​ນາ​ຄົດ​ຂອງມວນ​ມະ​ນຸດ​ໃນ​ຄັ້ງ​ນີ້, ​​ຈີນ​ຈະ​ປະ​ກອບ​ສ່ວນ​ຕາມຄວາມ​ສາ​ມາດ​ຂອງ​ຕົນ​​ເຂົ້າ​ໃນ​ການ​​ຕໍ່​ສູ້ເອົາ​ຊະ​ນະການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ໃຫ້​ໄດ້ໃນ​ທີ່​ສຸດ​ໂດຍ​ຜ່ານ​ການ​ເຄື່ອນ​ໄຫວ​ແລະ​ຂໍ້​ລິ​ເລີ່ມ​ຕ່າງ​ໆ​ໂດຍ​ບໍ່​ຕ້ອງ​ສົງ​ໄສ.

ຄຳ​ເຫັນ

0