ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຕອນບ່າຍວັນທີ 8 ມິຖຸນານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນໄດ້ໄປສຳຫຼວດກວດເບິ່ງເຂດຊຸມຊົນຈີ່ນຮ່ວາຢວນເມືອງລີ້ທົ່ງນະຄອນອູຈົ່ງເຂດປົກຄອງຕົນເອງເຜົ່າຫູຍນີງເສ້ຍ. ທ່ານນາງວາງລານຮ່ວາອາຍຸ 70 ປີ, ຜູ້ຕາງໜ້າອາສາສະໝັກ, ສະມາຊິກພັກກອມມູນິດຈີນທີ່ເປັນເຜົ່າຫູຍໄດ້ບອກກັບທ່ານເລຂາທິການໃຫຍ່ວ່າ: ເຂົາເຈົ້າໄດ້ສ້າງໜ່ວຍງານອາສາສະໝັກໃນປີ 2005, ເບື້ອງຕົ້ນມີພຽງສະມາຊິກ 7 ຄົນ ປັດຈຸບັນນີ້ມີຫຼາຍກວ່າ 6 ໝື່ນຄົນ, ມີປະຊາຊົນນັບມື້ນັບຫຼາຍຂຶ້ນເຂົ້າເປັນອາສາສະໝັກ. ທ່ານສີຈິ້ນຜິງໄດ້ຮັບຟັງແລ້ວກໍຮູ້ສຶກດີໃຈຫຼາຍ, ທ່ານກ່າວວ່າ: ບົດຮຽນຂອງພວກທ່ານດຫຼາຍ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງການປະຕິບັດຕົວຈິງສຳຄັນກວ່າຄຳເວົ້າ. ລັດທິສັງຄົມນິຍົມແມ່ນສ້າງຂຶ້ນມາດ້ວຍການກະທຳຕົວຈິງ, ປະຊາຊົນບັນດາເຜົ່າພະຍາຍາມຮ່ວມກັນ, ອາສາສະໝັກຕ້ອງເສີມຂະຫຍາຍບົດບາດຢ່າງເຕັມສ່ວນ, ຂອບໃຈໃນຄວາມພະຍາຍາມ ແລະການປະກອບສ່ວນຂອງພວກທ່ານ.
ຄຳເຫັນ
0