何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສຳຫຼວດ 4 ເທື່ອ! ເອົາ​ໃຈ​ໃສ່ ໃນ​ຕະຫຼອດ 24 ປີ!

2020-06-10 16:28:37 CRI

ວັນ​ທີ 8 ມິ​ຖຸ​ນາ​ ປີ 2020ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໄປ​ສຳຫຼວດ​ວຽກ​ງານ​ຢູ່​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຫຸຍ​ນິງ​ເຊຍ.

 

 

ນີ້​ແມ່ນ​ທ່ານ​ສຳຫຼວດ​ວຽກ​ງານ​ພາຍ​ໃນ​ປະ​ເທດ​ເປັນ​ຄັ້ງ​ທຳ​ອິດຫຼັງ​ຈາກກອງ​ປະ​ຊຸມ​ສອງ​ສະ​ພາ​ປີ​ນີ້, ກໍ​ແມ່ນ​ອອກ​ໄປ​ສຳຫຼວດ​ວຽກ​ງານ​ຢູ່ນອກ​ນະ​ຄອນຫຼວງ​ປັກ​ກິ່ງ​ເທື່ອ​ທີ 6 ໃນ​ປີ​ນີ້.

 

 

ຕອນ​ບ່າຍ​ວັນ​ທີ 8 ມິ​ຖຸ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໄປ​ສຳຫຼວດ​ວຽກ​ງານ​ຢູ່​ບ້ານ​ຫົງ​ເຕີ​ຕາ​ແສງ​ຫົງ​ຊືປ​ປູນະ​ຄອນ​ອູ​ຈົ່ງ, ແມ່​ນ້ຳ​ເຫຼືອງຕອນ​ເທ​ສະ​ບານ​ນະ​ຄອນ​ອູ​ຈົ່ງ, ເຂ​ດ​ຊຸມ​ຊົນ​ຈິ່ນ​ຮ​ວ່າ​ຢວນ​ຕາ​ແສງ​ຈິ່ນ​ຊິ່ງ, ເພື່ອ​ຮັບ​ຮູ້​ສະ​ພາບ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ, ການ​ອະ​ນຸ​ລັກ​ລະ​ບົບ​ນິ​ເວດ​ເຂດ​ລ້ອງແມ່​ນ້ຳ​ເຫຼືອງ, ແລະ ສົ່ງ​ເສີມ​ຄວາມ​ປອງດອງ​ສາ​ມັກ​ຄີ​ລະ​ຫວ່າງ​ຊົນ​ເຜົ່າ ແລະ​ອື່ນໆ. ຢູ່​ແຕ່​ລະ​ບ່ອນ​ທີ່​ທ່ານ​ໄປ​ສຳ​ຫຼວດ​ນັ້ນ​ລ້ວນ​ແຕ່​ໄດ້​ຝາກ​ຄວາມ​ເອົາ​ໃຈ​ໃສ່​ຢ່າງຫຼວງຫຼາຍຂອງ​ທ່ານ.

 

ຈາກ​ປີ 1997 ຮອດ ປີ 2020, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ໄປ​ສຳຫຼວດ​ເຂດ​ນິງ​ເຊຍ 4 ເທື່ອ​ໃນ 24 ປີ​ຜ່ານ​ມາ. ທ່ານ​ໄດ້​ເອົາ​ໃຈ​ໃສ່​ດິນ​ແດນ​ແຜ່ນ​ນີ້ ແລະ ປະ​ຊາ​ຊົນ​ຢູ່​ແຫ່ງ​ນີ້​ຢູ່​ສະ​ເໝີ.

 

ຄຳ​ເຫັນ

0