尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການເດີນ​ຂະ​ບວນ​ປະ​ທ້ວງ​ແລະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເຮັດ​ໃຫ້​ອາ​ເມ​ຣິ​ກາ​ຕົກ​ຢູ່​ໃນ​ສະ​ພາບ​ຄວາມ​ຫຍຸ້ງ​ຍາກ​ທີ່​ຮ້າຍ​ແຮງ

2020-06-11 16:44:14 cri

ເຫດ​ການ​ທີ່​ທ້າວ ຈອດ ຟ​ລອຍ ຄົນ​ອາ​ເມ​ຣິ​ກາ​ເຊື້ອ​ສາຍ​ອາ​ຟ​ຣິ​ກາ​ທີ່​ຖືກ​ຕຳ​ຫຼວດ​ບັງ​ຄັບ​ໃຊ້ກົດ​ໝາຍ​ດ້ວຍ​ຄວາມ​ຮຸນ​ແຮງ​ຈົນ​ເສຍ​ຊີ​ວິດ​ໄດ້​ເກີດ​ຂຶ້ນ​ມາ​ເປັນ​ເວ​ລາ​ສອງ​ອາ​ທິດປາຍ​ແລ້ວ, ​ແຕ່​ການ​ເດີນ​ຂະ​ບວນ​ປະ​ທ້ວງ​ທີ່​ເກີດ​ຂຶ້ນ​ຍ້ອນ​ເຫດ​ການ​ດັ່ງ​ກ່າວ​​ຍັງ​ສືບ​ຕໍ່​ດຳ​ເນີນ​ໄປ​ຢູ່​ຫຼາຍ​ແຫ່ງ​ໃນ​ອາ​ເມ​ຣິ​ກາ. ການ​ໂຮມ​ຊຸມ​ນຸມ​ທີ່​ມີ​ຈຳ​ນວນ​ຄົນ​ຂະ​ໜາດ​ໃຫຍ່​ແບບ​ນີ້​ໄດ້​ນຳ​ເອົາ​ຄວາມ​ບໍ່​ແນ່ນອນ​ຫຼາຍ​ຢ່າງ​ມາ​ໃຫ້​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ອາ​ເມ​ຣິ​ກາ.
 

ມະ​ຫາ​ວິ​ທະ​ຍາ​ໄລ ຈອນ ​ຣອບ​ກິນ​ສ໌ (The Johns Hopkins University) ຂອງ​ອາ​ເມ​ຣິ​ກາ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ສະ​ຖິ​ຕິ​ໂດຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ມາ​ຮອດ​ເວ​ລາ​ປະ​ມານ 7 ໂມງ​ຂອງວັນ​ທີ 10 ມິ​ຖຸ​ນາ​ນີ້​ຕາມ​ເວ​ລາ​ວຽງ​ຈັນ, ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ​ໄດ້​ມີ​ເຖິງ 1.973.803 ຄົນ, ຈຳ​ນວນຜູ້​ເສຍ​ຊີ​ວິດ​ແມ່ນ 111.751 ຄົນ. ສື່ມວນ​ຊົນ​ອາ​ເມ​ຣິ​ກາ​ລາຍ​ງານ​ວ່າ: ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ​ເກືອບ​ເຄິ່ງ​ໜຶ່ງ​​​ຂອງ​ລັດ​ຕ່າງໆ​ໃນອາ​ເມ​ຣິ​ກາ​ໄດ້​ມີ​ການ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ. ​ຈັງ​ຫວະ​ການ​ເພີ່ມ​ຂຶ້ນ​ຂອງ​ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ທີ່​ເພີ່ມ​ໃໝ່​ຢູ່​ລັດ​​ຟໍ​ລີ​ດາມີ​ເຖິງ 46%. ນອກ​ນີ້, ເນື່ອງ​ຈາກ​ການ​ຄຸ້ມ​ຄອງ​ແລະ​ຄວບ​ຄຸມ​ຜູ້​ຄົນ​ຂາດ​ຄວາມ​ຮອບ​ຄອບ, ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ​ໄດ້​ເກີດ​ມີ​ທ່າ​ອ່ຽງ​ທີ່​​ຈະແຜ່​ລະ​ບາດ​ຈາກ​ເມືອງ​ໃຫຍ່​ທີ່​ມີ​ຈຳ​ນວນ​ປະ​ຊາ​ກອນ​ຫຼາຍໄປ​ຫາ​ເຂດ​ອື່ນໆ​​ຢູ່​ອາ​ເມ​ຣິ​ກາ.
 

ບໍ່​ວ່າຈະ​ເປັນ​ເຫດ​ການ​ເດີນຂະ​ບວນ​ປະ​ທ້ວງ​ທີ່​ຮ້າຍ​ແຮງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ​ ຫຼື​ວ່າ​​​​ການ​ຮັບ​ມືກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ຢ່າງລຳ​ບາກ, ລ້ວນ​ແຕ່​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຂັດ​ແຍ້ງຕ່າງໆພາຍ​​ໃນ​ສັງ​ຄົມ​ອາ​ເມ​ຣິ​ກາ​ເຊັ່ນ: ການ​ຈຳ​ແນກ​ເຊື້ອ​ຊາດ​ຜິວ​ພັນ, ຄວາມ​​ແຕກ​ໂຕນ​ກັນ​ລະ​ຫວ່າງ​​ຜູ້​ຮັ່ງ​ມີ​ກັບ​ຜູ້ທຸກ​ຍາກ, ການ​ແບ່ງ​ປັນທີ່​ບໍ່ສະ​ເໝີ​ພາບ​ແລະ​ອື່ນໆ ເຮັດ​ໃຫ້​ອາ​ເມ​ຣິ​ກາ​ຕົກ​ຢູ່​ໃນ​ສະ​ພາບ​ຄວາມ​ຫຍຸ້ງ​ຍາກ​ທີ່​ຮ້າຍ​ແຮງ.

ຄຳ​ເຫັນ

0