ການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ເປີດເຜີຍແລະໂປ່ງໃສແມ່ນຄຸນລັກສະນະຂອງຈີນ, ທັງແມ່ນການຕີລາຄາຢ່າງພາວະວິໄສຂອງປະຊາຄົມໂລກຕໍ່ບົດຮຽນດ້ານການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ຈີນ. ແຕ່ວ່ານັກການເມືອງອາເມຣິກາບາງຄົນພັດໄດ້ໃສ່ຮ້າຍປ້າຍສີຊ້ຳແລ້ວຊ້ຳອີກວ່າ: ຈີນໄດ້ປິດບັງຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ແລະຜູ້ເສຍຊີວິດທີ່ແທ້ຈິງ, ປັດຈຸບັນຍັງໄດ້ໃສ່ຮ້າຍປ້າຍສີວ່າ: ຈີນ “ລັກເອົາ” ຜົນການຄົ້ນຄວ້າທີ່ກ່ຽວຂ້ອງດ້ານວັກແຊງຂອງອາເມຣິກາ. ນັກການເມືອງຂອງປະເທດໜຶ່ງຖືເອົາຄຳເວົ້າຂີ້ຕົວະເປັນເລື່ອງທຳມະດາຈັ່ງແມ່ນເລື່ອງທີ່ພົບເຫັນໄດ້ຍາກທີ່ສຸດແລະເຫຼືອເຊື່ອ.
ຄວາມຈິງເປັນການລຶບລ້າງຂ່າວລືທີ່ດີທີ່ສຸດ. ໃນເມື່ອບໍ່ດົນມານີ້, ນະຄອນອູຮັ້ນແຂວງຫູເປີຍໄດ້ເປີດເຜີຍຜົນການກວດນິວຄະເລອິກຫາເຊື້ອໄວຣັດໂຄວິດ-19, ໃນໄລຍະ 19 ວັນໄດ້ກວດຫາເຊື້ອໃຫ້ປະຊາຊົນປະມານ 9.9 ລ້ານຄົນ, ບໍ່ໄດ້ພົບເຫັນຜູ້ເປັນພະຍາດໂຄວິດ-19, ພຽງແຕ່ໄດ້ພົບເຫັນຜູ້ມີເຊື້ອພະຍາດທີ່ບໍ່ສະແດງອາການ 300 ຄົນ, ທັງບໍ່ມີປະຊາຊົນຕິດແປດພະຍາດໂຄວິດ-19 ຈາກ 300 ຄົນນີ້. ຜົນການກວດກາດັ່ງກ່າວໄດ້ສະແດງໃຫ້ເຫັນອີກຄັ້ງໜຶ່ງວ່າ: ຕົວເລກກ່ຽວກັບສະພາບການແຜ່ລະບາດຂອງພະຍາດທີ່ຈີນເປີດເຜີຍແມ່ນຕົວເລກທີ່ແທ້ຈິງ. ທ່ານໄມເຄິນ ເລວິດ ຜູ້ໄດ້ຮັບລາງວັນໃນແບບສາຂາເຄມີກ່າວວ່າ: “ຖ້າວ່າຈີນເປັນຜູ້ສ້າງຕົວເລກປອມ, ຊັ້ນຈີນຕ້ອງມີເຄື່ອງຢ້ອນເວລາ.” ໂດຍຜະເຊີນກັບຄວາມຈິງ, ການໃສ່ຮ້າຍປ້າຍສີຕໍ່ຈີນຂອງນັກການເມືອງອາເມຣິກາບາງຄົນບໍ່ພຽງແຕ່ເປັນເລື່ອງທີ່ໄຮ້ສາລະເທົ່ານັ້ນ, ທັງໄດ້ເຮັດໃຫ້ຜູ້ມີຄວາມຮູ້ມີສະຕິປັນຍາຂອງໂລກໄດ້ເຫັນຈຸດປະສົງແທ້ຈິງຂອງນັກການເມືອງອາເມຣິກາເຫຼົ່ານີ້.
ສຳລັບນັກການເມືອງອາເມຣິກາຈຳນວນໜຶ່ງແລ້ວ, ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ແມ່ນເວທີສະແດງດ້ານການເມືອງຂອງເຂົາເຈົ້າ, ທັງເປັນເຄື່ອງມືທີ່ຖືກນຳໃຊ້ເພື່ອສະແຫວງຫາຜົນປະໂຫຍດຂອງເຂົາ, ແຕ່ສຳລັບສາມັນຊົນອາເມຣິກາແລ້ວ, ຫາກແມ່ນຄວາມເຈັບປວດທີ່ຍອມຮັບບໍ່ໄດ້. ໃນບົດວິເຄາະບົດໜຶ່ງຂອງໜັງສືພິມ “ໄອຣິຊ ທາມສ໌” ໄດ້ຂຽນວ່າ, ໃນເມື່ອກ່ອນ, ປະຊາຊົນທົ່ວໂລກບາງຄົນອາດຈະຄຽດຊັງອາເມຣິກາ, ບາງຄົນຮັກອາເມຣິກາຫຼືວ່າອິດສາອາເມຣິກາ, ແຕ່ວ່າ “ດຽວນີ້ພວກເຮົາໄດ້ເຫັນເປັນຄັ້ງທຳອິດວ່າອາເມຣິກາຈັ່ງແມ່ນໜ້າສົງສານອີ່ຫຼີ”. ຈາກບົດວິເຄາະດັ່ງກ່າວ, ພວກເຮົາໄດ້ເຫັນສາມັນຊົນອາເມຣິກາຜູ້ເປັນຕາໜ້າສົງສານ, ທັງມີຄວາມຮູ້ສຶກຢາກດູໝິ່ນຕໍ່ການກະທຳຂອງນັກການເມືອງອາເມຣິກາບາງຄົນ.
ຄຳເຫັນ
0