黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

4 ຄໍາຕອບກ່ຽວ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄ​ວິດ-19 ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ

2020-06-16 16:57:16 cri

ໃນຫຼາຍ​ມື້​ມໍ່ໆ​ມາ​ນີ້, ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໄດ້​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ. ນັບ​ແຕ່​ເກີດມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢູ່​ຕະຫຼາດຂາ​ຍຍົກ​ຊິນ​ຟາ​ຕີ້ໃນ​ວັນ​ທີ 11 ມິ​ຖຸ​ນາ​ນີ້​ເປັນ​ຕົ້ນ​ມາ, ນັບ​ລວມ​ແລ້ວ, ມີຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ດັ່ງ​ກ່າວ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໄດ້​ເພີ່ມ​ຂຶ້ນ 106 ກໍ​ລະ​ນີ. ເປັນ​ຫຍັງ​ນະ​ຄອນຫຼວງ​ປັກ​ກິ່ງ​ຈຶ່ງເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢ່າງ​ຂ້ຽວ​ຂາດ​ແບບ​ນີ້? ປາ​ໄຊ​ມອນ​ຍັງ​ກິນ​ໄດ້​ຢູ່​ບໍ່? ປັກ​ກິ່ງ​ໄດ້​ຮັບ​ມື​ກັບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ຄັ້ງ​ນີ້​ແນວ​ໃດ? ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃນ​ອະ​ນາ​ຄົດ​ຈະ​ເປັນ​ແນວ​ໃດ? ທ່ານ​ອູ​ຈຸ່ນ​ໂຢ ຫົວ​ໜ້າ​ຜູ້​ຊ່ຽວ​ຊານ​ດ້ານ​ລະບາດ​ວິທະຍາ​ຂອງສູນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ແຫ່ງ​ລັດ​ຈີນ​ຈະ​ໃຫ້​ຄຳ​ຕອບ​ແກ່​ທ່ານ​ດັ່ງ​ຕໍ່​ໄປ​ນີ້.

1) ເຊື້ອ​ພະ​ຍາດ​ທີ່​ກໍ່ໃຫ້​ເກີດມີ​ການ​ແຜ່​ລະ​ບາດ​ຢູ່​ປັກ​ກິ່ງ​ໃນ​ຄັ້ງ​ນີ້​ມາ​ຈາກ​ໃສ?

ທ່ານ​ອູ​ຈຸ່ນ​ໂຢ: ອາດ​ຈະ​ແມ່ນ​ເຊື້ອ​ພະ​ຍາດ​ມາ​ຈາກ​ເຂດ​ອື່ນ ຫຼື ​ອາດ​ຈະ​ແມ່ນ​ເຊື້ອ​ພ​ະ​ຍາດປົນ​ມາ​ກັບ​ວັດ​ຖຸ​ເຄື່ອງ​ຂອງ​ໃດ​ໜຶ່ງ. ປັດ​ຈຸ​ບັນ, ​ພວກ​ເຮົາ​ເຫັນ​ໄດ້​ວ່າ, ສະ​ພາບ​ແວດ​ລ້ອມ​ທີ່​ຊຸ່ມ​ເຢັນ​ຈະ​ເໝາະ​ກັບ​ການ​ຄົງ​ຕົວ​ຢູ່ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19. ອີກ​ຢ່າງ​ໜຶ່ງ​ອາດ​ຈະ​ແມ່ນ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ​ເດີນທາງ​ເຂົ້າ​​ສູ່​ນະ​ຄອນຫຼວ​ງ​ປັກ​ກິ່ງຈາກ​ຕ່າງຖິ່ນ. ຜູ້​ປ່ວຍ​ເຫຼົ່າ​ນີ້​ອາດ​ຈະ​ແມ່ນ​ຜູ້​ຕິດ​ເຊື້ອ​ພະ​ຍາດທີ່​ບໍ່​ສະ​ແດງ​ອາການ ຫຼື ມີ​ອາ​ການ​​ເບົາ, ແຕ່​ວ່າ​ຕົນ​ເອງ​ພັດ​ບໍ່​ຮູ້​ວ່າ​ຕົນ​ເອງ​ໄດ້​ຕິດ​ເຊື້ອ​ພະ​ຍາດ​ແລ້ວ.

ນັກ​ຄົ້ນ​ຄວ້າ​ຈີນ​ໄດ້​ເອົາ​ເຊື້ອ​ພະ​ຍາດ​ໂຄວິດ-19 ທີ່​ພົບ​ເຫັນ​ຢູ່​ຈີນ​​ໄປປຽບ​ທຽບ​ກັບ​ເຊື້ອ​ພະ​ຍາດ​ທີ່​ພົບ​ເຫັນ​ຢູ່​ແຫ່ງ​ຕ່າງໆໃນ​ທົ່ວ​ໂລກ​ແລ້ວ​ເຫັນ​ວ່າ: ​ເຊື້ອ​ພະ​ຍາດ​ທີ່​ແຜ່​ລະ​ບາດ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ຄັ້ງ​ນີ້ ອາດ​ຈະ​ແມ່ນ​ມາ​ຈາກ​ເອີ​ຣົບ. ແຕ່​ເຊື້ອ​ພະ​ຍາດ​ຕົ້ນ​ຕໍ​ທີ່​ແຜ່​ລ​ະ​ບາດ​ຢູ່​ເອີ​ຣົບ​ຫາກ​ບໍ່​ໝາຍ​ຄ​ວາມ​ວ່າ ມັນຈະ​ມາ​ຈາກ​ປະ​ເທດ​ໃດ​ໜຶ່ງ​ໃນ​ທະ​ວີບ​ເອີ​ຣົບ, ກໍ​ຄື​ກັນ​ກັບ​ເຊື້ອ​ພະ​ຍາດ​ທີ່​ແຜ່​ລະ​ບາດ​ຢູ່​ອາ​ເມ​ຣິ​ກາ​​ກ່ອນ​ໜ້າ​ນີ້​ກໍ​ແມ່ນ​ມາ​ຈາກ​ເອີ​ຣົບ, ແຕ່​ພັດ​ບໍ່​ຮູ້​ວ່າ​ມັນມາ​ຈາກ​ປະ​ເທດ​ໃດກັນ​ແທ້ໃນ​ເອີ​ຣົບ.

2) ປາ​ໄຊ​ມອນ​ຍັງ​ກິນ​ໄດ້​ຢູ່​ບໍ່?

ທ່ານ​ອູ​ຈຸ່ນ​ໂຢ: ບໍ່​ໄດ້ຢືນຢັນ​ວ່າເຄື່ອງ​ທະ​ເລ, ຜະ​ລິດ​ຕະ​ພັນຊີ້ນ ​ເປັນ​ແຫຼ່ງ​ກຳ​ເນີດ​ຂອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ຄັ້ງ​ນີ້. ຖ້າ​ແຫຼ່ງ​ຜະ​ລິດ​ຜະ​ລິດ​ຕະ​ພັນ​ເຫຼົ່າ​ນີ້​ບໍ່​ໄດ້​ເກີດມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ຜະ​ລິດ​ຕະ​ພັນ​ເຫຼົ່າ​ນີ້​ລ້ວນ​ແຕ່​ເປັນ​ຜະ​ລິດ​ຕະ​ພັນ​ທີ່​ປອດ​ໄພ. ​ແຕ່​ກໍ​ຢາກ​ເຕືອນ​ໃຫ້​ຄົນ​ທັງຫຼາຍ​ຮູ້​ນັ້ນ​ກໍ​ຄື: ຖ້າ​ຜະ​ລິດ​ຕະ​ພັນ​ເຫຼົ່າ​ນີ້​ມາ​ຈາກ​ປະ​ເທດ ຫຼື ເຂດ​ແຄວ້ນ​ທີ່​ເກີດ​ມີການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ທີ່​ໜັກ​ໜ່ວງ, ຜະ​ລິດ​ຕະ​ພັນ​ເຫຼົ່າ​ນີ້​ຖືກປົນ​ເປື້ອນ​ເຊື້ອ​ພະຍາດໃນ​ຂອດ​ການ​ຜະ​ລິດ, ນອກ​ນີ້, ເຄື່ອງ​ທະ​ເລ​ແຊ່​ເຢັນ ຫຼື ແຊ່​ແຂງ​ແລ້ວ​ຈິ່ງ​ຖືກຂົນ​ສົ່ງ, ດັ່ງນັ້ນ, ການປົນ​ເປື້ອນ​ເຊື້ອ​ພະຍາດແບບ​ນີ້​ແມ່ນ​ເປັນ​ໄປ​ໄດ້​ຢູ່. ສະ​ນັ້ນ, ຕ້ອງ​ເພີ່ມ​ທະ​ວີ​ການກັກ​ກັນພະ​ຍາດລະບາດ. ນອກ​ນີ້, ໃນ​ເວ​ລາ​ປຸງ​ແຕ່ງ​ອາ​ຫານ​ເຫຼົ່າ​ນີ້​ຕ້ອງ​ເອົາ​ໃຈ​ໃສ່​ບັນ​ຫາ​ດ້ານຄວາມ​ສະອາດ ໂດຍ​ສະ​ເພາະ​ແມ່ນ​ຖ້ວຍ, ຈານ ທີ່​ໃສ່​ອາ​ຫານ​ດິບ​ແລ້ວ ບໍ່ຄວນ​ນຳ​ມາ​ໃສ່​ອາ​ຫານ​ສຸກອີກ, ຖ້າ​ເປັນ​ໄປ​ໄດ້, ຢ່າ​ກິນ​ອາ​ຫານ​ດິບ.

3) ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ຄັ້ງ​ນີ້​ຂ້ຽວ​ຂາດ​ບໍ່? ຈະ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ໃຫ້​ບັງ​ເກີດ​ຜົນ​ໄດ້​ແນວ​ໃດ?

ທ່ານ​ອູ​ຈຸ່ນ​ໂຢ: ພາຍ​ໃຕ້​ສະ​ພາບ​ການ​ທີ່​ຈີນ​ໄດ້​ຕັດ​ຊ່ອງ​ທາງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂດຍ​ພື້ນ​ຖານ​ແລ້ວ, ນະ​ຄອນຫຼວງ​ປັກ​ກິ່ງ​ໄດ້​ພົບ​ເຫັນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດຫຼາຍ​ປານ​ນີ້​ຢ່າງ​ກະ​ທັນ​ຫັນ, ຈາກ​ນີ້​ຈຶ່ງເຫັນ​ໄດ້​ວ່າ: ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຂ້ຽວ​ຂາດຫຼາຍ. ອີກ​ດ້ານ​ໜຶ່ງ, ຄວນ​ເຫັນ​ໄດ້​ວ່າ, ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ເຫຼົ່າ​ນີ້​ມີ 60% ແມ່ນຜູ້​ທີ່​ຜ່ານ​ການກວດ​ຫາ​ເຊື້ອ​ພະ​ຍາດ​ດ້ວຍ​ຄວາມ​ຕື່ນ​ຕົວແລ້ວ​ພົບ​ເຫັນ, ຜູ້​ເປັນ​ພະ​ຍາດ​ເຫຼົ່າ​ນີ້​ຍັງ​ຢູ່​ໃນ​ໄລ​ຍະ​ຫາ​ກໍ່​ເປັນ​ພະ​ຍາດ. ນອກ​ນີ້, ນະ​ຄອນຫຼວງ​ປັກ​ກິ່ງ​ໄດ້​ກວດ​​ນິວ​ຄະ​ເລ​ອິກ​ຫາ​ເຊື້ອ​ໃຫ້​ກັບ 7 ໝື່ນກວ່າ​ຄົນ​ແລ້ວ, ມີ​ແຕ່ 50 ກວ່າ​ຄົນ​ເປັນ​ຜົນ​ບວກ. ຈາກ​ນີ້​ຈຶ່ງເຫັນ​ໄດ້​ວ່າ: ການ​ພົບ​ເຫັນ ແລະ ວິ​ທີ​ການ​ຮັບ​ມືກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ແມ່ນ​ທັນ​ສະພາບການ​ທີ່​ສຸດ. ປັດ​ຈຸ​ບັນ, ນະ​ຄອນຫຼວງ​ປັກ​ກິ່ງ​ໄດ້​ຍົກ​ລະ​ດັບ​ການປ້ອງ​ກັນ​ແລະ​ຄວບ​ຄຸມ​ຄວາມ​ສ່ຽງ​ຕໍ່​ບາງ​ເຂດ​ທີ່​ມີ​ຄວາມ​ສ່ຽງ​ສູງ, ປິດ​ຕະຫຼາດ​ທີ່​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ປິດເຂດ​ຊຸມ​ຊົນ​ບາງ​ແຫ່ງ​ທີ່​ມີ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ, ດຳ​ເນີນ​ການກວດ​​ນິວຄະ​ເລ​ອິກ​ຂະ​ໜາດ​ໃຫຍ່, ພະ​ຍາ​ຍາມ​ຊອກໃຫ້​ເຫັນຜູ້​ມີ​ເຊື້ອພະຍາດ​ໂດຍ​ໄວ​, ກັກ​ບໍ​ລິ​ເວນ​ໂດຍ​ໄວ ແລະ ປິ່ນ​ປົວ​ໂດຍ​ໄວ.

4) ຈະ​ວິ​ນິດ​ໄສ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃນ​ໄລຍະ​ຕໍ່​ໄປຄື​ແນວ​ໃດ? ເວ​ລາ​ໃດ​ຈິ່ງ​ແມ່ນ​ເວ​ລາ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາ​ດ​ໃນ​ຄັ້ງ​ນີ້?

ທ່ານ​ອູ​ຈຸ່ນ​ໂຢ: ກໍ​ລະ​ນີ​ເປັນ​ພະ​ຍາດ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ​ຕາມ​ການລາຍ​ງານ​ໃນ 3 ມື້​ຂ້າງ​ໜ້າ​ຈະ​ເປັນ​ໄລ​ຍະ​ທີ່​ສຳ​ຄັນ​ທີ່​ສຸດ. ເນື່ອງ​ຈາກວ່າ​ພາຍ​ຫຼັງ​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃນ​ວັນ​ທີ 11 ມິ​ຖຸ​ນາ​ນີ້​ແລ້ວ, ນະ​ຄອນຫຼວງ​ປັກ​ກິ່ງ​ໄດ້​ໃຊ້​ມາດ​ຕະ​ການ​ໃນ​ທັນ​ທີ. ຖ້າ​​ໃຜຜູ້​ໃດ​ຕິດ​ເຊື້ອ​ພະ​ຍາດ​ແລ້ວ, ຈະມີອາການ​ສະ​ແດງ​ອອກ​ມາໃນ​ມື້​ອື່ນ ແລະ ມື້​ຮື; ຖ້າ​ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໃນ​ມື້​ອື່ນ ແລະ ມື້​ຮື​ບໍ່​ໄດ້​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ, ອາດ​ເວົ້າ​ໄດ້​ວ່າ, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໃນ​ຄັ້ງ​ນີ້​ກໍ​ຈະ​ຖືກ​ຄວບ​ຄຸມ​ໄວ້​ໄດ້​ເທົ່າ​ກັບ​ຂະ​ໜາດ​ໃນ​ປັດ​ຈຸ​ບັນ​ນີ້​ແລ້ວ.

ຄຳ​ເຫັນ

0