黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເສດ​ຖະ​ກິດ​ຈີນ​ຟື້ນ​ຕົວ​ຄືນ​ໃໝ່​ຢ່າງ​ຕໍ່​ເນື່ອງ

2020-06-16 14:55:02 cri

ວັນ​ທີ 15 ມິ​ຖຸ​ນາ​ນີ້, ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ໄດ້​ເປີດ​ເຜີຍ​ຕົວ​ເລກ​ການ​ເຄື່ອນ​ໄຫວ​ທາງ​ດ້ານ​ເສດ​ຖ​ະ​ກິດ​ຂອງ​ຈີນ​ໃນ​ເດືອນ​ພຶດ​ສະ​ພາຜ່ານ​ມາ, ​ເມື່ອເບິ່ງ​ຈາກ​ດ້ານ​ລວມ​ແລ້ວ, ດັດ​ຊະ​ນີ​​ຂອງເສດ​ຖະ​ກິດ​ຕົ້ນ​ຕໍ​ໄດ້​ສື​ບ​ຕໍ່​ດີ​ຂຶ້ນ, ການ​ເຄື່ອນ​ໄຫວ​ດ້ານເສດ​ຖະ​ກິດ​ໄດ້​​ມີ​ທ່ວງ​ທ່າງ​ຟື້ນ​ຕົວ​ຄືນ​ໃໝ່. ໂດຍ​ຜະ​ເຊີນ​ໜ້າ​ກັບ​ແຮງ​ກົດ​ດັນ​ຈາກ​ພາຍ​ໃນ​ແລະພາຍນອກ, ເສດ​ຖ​ະ​ກິດ​ຈີນ​ໄດ້​ສະ​ແດງ​ໃຫ້​ເຫັນ​​ເຖິງຄວາມສາມາດ​ຕ້ານທານ​ອັນໃຫຍ່​ຫຼວງ, ມີ​ຄວາມ​ສາ​ມາດ​ຜ່ານ​ຜ່າ​ອຸ​ປະ​ສັກ​ໄດ້​ໃນ​ໄລ​ຍະ​ສັ້ນ ແລະ ​ມີ​ຄວາມ​ໝັ້ນ​ໃຈ​ດ້ານ​ການ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ.

ໃນ​ເດືອນ​ພຶດ​ສະ​ພາ​ແລ້ວ​ນີ້, ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ຂອງ​ຈີນ​ໄດ້​ຟື້ນ​ຟູ​ຄືນ​ໃໝ່​ຢ່າງ​ໝັ້ນ​ທ່ຽງ, ມູນ​ຄ່າ​ເພີ່ມ​ຂອງ​ອຸດ​ສາ​ຫະ​ກຳ​ຂະ​ໜາດ​ໃຫຍ່​ໃນ​ທົ່ວ​ປະ​ເທດ​ເມື່ອທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້​​ເພີ່ມ​ຂຶ້ນ 4.4%, ຈັງ​ຫວະຄວາມ​ໄວ​ຂອງ​ການ​ເຕີບ​ໂຕ​ເມື່ອ​ທຽບ​ໃສ່​ເດືອນ​ເມ​ສາ​​ປີ​ໜີ້ໄດ້ເພີ່ມ​ຂຶ້ນ 0.5%; ​ດັດ​ຊະ​ນີ​ການ​ຜະ​ລິດ​ໃນ​ຂະ​ແໜງ​ການ​ບໍ​ລິ​ການ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​​ຂອງປີ​ຜ່ານ​ມາ​ເພີ່ມ​ຂຶ້ນ 1%; ການ​ຄ້າຂາຍ​ໃນ​ຕະຫຼາດ​ໄດ້​ຟື້ນ​ຕົວ​ຄືນ​ໃໝ່​ເທື່ອ​ລະ​ກ້າວ, ​ຈັງຫວະ​ການ​ຫຼຸດ​ລົງ​​ຂອງຍອດ​ມູນ​ຄ່າ​ການ​ຂາຍ​ຍ່ອຍ​ເຄື່ອງ​ບໍ​ລິ​ໂພ​ກ​ໃນ​ທົ່ວ​ປະ​ເທດ​ເມື່ອ​ທຽບ​ໃສ່​ເດືອນ​ເມ​ສາ​ໄດ້​ໜ້ອຍ​ລົງ 4.7%; ລາ​ຄາ​ເຄື່ອງ​ບໍ​ລິ​ໂພກ​ຂອງ​ປະ​ຊາ​ຊົນ​ເພີ່ມ​ຂຶ້ນ 2.4%, ​ແຕ່​ເມື່ອ​ທຽບ​ໃສ່​ເດືອນ​ເມ​ສາ​​ໄດ້ຫຼຸດ​ລົງ 0.9%; ອັດ​ຕາການ​ວ່າງ​ງານ​ໃນ​ທົ່ວ​ປະ​ເທດ​​ແມ່ນ 5.9%, ​ເມື່ອທຽບ​ໃສ່​ເດືອນ​ເມ​ສາ​ຫຼຸດ​ລົງ 0.1%.

ຕົວ​ເລກ​ເຫຼົ່າ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ພາຍ​ໃຕ້​ເງື່ອນ​ໄຂ​ຂອງການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຈີນ​ໄດ້​ເຄົາລົບ​ແລະ​ປະ​ຕິ​ບັດ​ຕາມ​ກົດ​ເກນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ປັບ​ປຸງ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ຕາມ​ສະ​ພາບ​ການ​ຕົວ​ຈິງ​ຢ່າງ​ທັນ​ເວ​ລາ, ​​ໂດຍຖື​ເອົາການ​ຮັກ​ສາ “6 ຮັບ​ປະ​ກັນ” ເຊັ່ນ: ການ​​ຮັບ​ປະ​ກັນ​ການປະ​ກອ​ບ​ອາ​ຊີບ​ຂອງ​ປະ​ຊາ​ຊົນ, ການ​ຮັບ​ປະ​ກັນ​ຊີ​ວິດ​ການ​ເປັນ​ຢູ່​​ຂັ້ນ​ພື້ນ​ຖານ​ຂອງ​ປະ​ຊ​າ​ຊົນ ແລະ ​ການຮັບ​ປະ​ກັນ​ໃຫ້​​ອົງ​ກອນເສດ​ຖະ​ກິດ​ຕົ້ນ​ຕໍ​ໃນ​ຕະຫຼາດ​ເປັນ​ຕົ້ນເປັນຍຸດ​ໂທ​ບາຍ​ສຳ​ຄັນ, ແລະ​ໄດ້​​ເກີດ​ມີປະສິດທິ​ຜົນ​ເທື່ອ​ລະ​ກ້າວ.

ບົດ​ລາຍ​ງານ “​ຈ້ອງ​ເບິ່ງ​ເສ​ດ​ຖະ​ກິດ​ຈີນ” ທີ່ອົງ​ການ​ຮ່ວມ​ມື​ສາ​ກົນ KPMG ເປີດ​ເຜີຍ​ໃນ​ໄຕ​ມາດ​ທີ​ສອງ​ປີ 2020 ຄາດ​ວ່າ, ເສດ​ຖະ​ກິດ​ຈີນ​ຈະ​ສືບ​ຕໍ່​ຮັກ​ສາ​​ທ່ວງ​ທ່າ​ຟື້ນ​ຕົວ​ຄືນ​ຢ່າງ​ໝັ້ນ​ທ່ຽງ ແລະ​ ນຳ​ໜ້າ​ການ​ຟື້ນ​ຕົວ​ຄືນ​ໃໝ່​ຂອງ​ໂລກ​ອີກ​ຄັ້ງ​ໜຶ່ງ. ນັກ​ວິ​ເຄາະ​ທັງ​ຫຼາຍ​ຂອງ​ກຸ່ມ​ບໍ​ລິ​ສັດ BlackRock ຂອງ​ອາ​ເມ​ຣິ​ກາ​ກໍ​ເຫັນ​ວ່າ: ຈັງ​ຫວະຄວາມ​ໄວ​ໃນ​ການ​ຟື້ນ​ຕົວ​ຄືນ​ໃໝ່​ຂອງ​ຈີນ​ໄວ​ກວ່າ​ການຄາດ​ຄະ​ເນ​ຂອງ​ນັກ​ວິ​ເຄາະ​ບາງ​​ຄົນ, ມີ​ຄວາມ​ເປັນ​ໄປ​ໄດ້​ສູງ​ທີ່​ຈະ​ກັບ​ຄືນ​ສູ່​ສະ​ພາບ​ຂອງ​ການ​ເຕີບ​ໂຕ​ກ່ອນ​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ທ້າຍ​ປີ 2020.

ຄຳ​ເຫັນ

0